
ຂຽນເມື່ອ: ກ.ຍ.. 20, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ຂົວມິດຕະພາບລາວ - ໄທ
ຕັ້ງຢູ່ຮ່ອນ ໑ - ໒ ບ້ານຈອມມະນີ ຕຳບົນມີໄຊ ຈັງຫວັດໜອງຄາຍ ເປັນຂົວຂ້າມແມ່ນ້ຳຂອງໄປຫາທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເປັນຂົວແຫ່ງທຳອິດທີ່ສ້າງຂຶ້ນດ້ວຍຄວາມຮ່ວມມືຂອງ ໓ ປະເທດ ຄື ອັອສເຕຣເລຍ ,ລາວ ແລະໄທ ນັບວ່າເປັນຂົວທີ່ສ້າງຄວາມສັມພັນລາວ - ໄທ ໃຫ້ຫລາຍຂຶ້ນທາງດ້ານເສດຖະກິດ ສັງຄົມ ແລະວັດທະນະທຳ ນອກຈາກນີ້ຍັງມີຈຸດຊົມວິວທີ່ສວຍງາມອີກແຫ່ງຫນຶ່ງ ຕົວຂົວມີຄວາມຍາວ ໑,໒໐ ກມ (ຫຼືຕົວຂົວມີຄວາມຍາວ ໑,໑໗໐ ມ ) ກວ້າງ ໑໕ ມ. ມີທາງລົດ ໒ ຊ່ອງ ສັນຈອນ ທາງຍ່າງ ໒ ຊ່ອງທາງ ຊຶ່ງຕົງກາງຂົວອອກແບບໄວ້ສຳຫລັບສ້າງທາງລົດໄຟ ງົດປະມານການກໍ່ສ້າງ ໓໐,໐໐໐,໐໐໐ ດອລລ່າສະຫະລັດ ດ້ວຍຄວາມຊ່ວຍເຫລືອຈາກລັດຖະບານອອັສເຕເລຍ ໃຊ້ໄລຍະເວລາການກໍ່ສ້າງລະຫວ່າງເດືອນຕຸລາ ປີ ຄ.ສ. ໑໙໙໑ (ພ.ສ. ໒໕໓໔ ) ຮອດເດືອນເມສາ ປີ ຄ.ສ ໑໙໙໔ (ພ.ສ. ໒໕໓໗ )
ຂົວແຫ່ງນີ້ໄດ້ຈັດພິທີເປິດຂຶ້ນເມື່ອວັນທີ ໔ ເດືອນເມສາ ປີ ໑໙໙໔ ໂດຍພຣະມະຫາກະສັດແຫ່ງປະເທດໄທ ແລະທ່ານໜູຮັກ ພູມສະຫວັນ ປະທານປະເທດລາວເຮົາ.