
ຂຽນເມື່ອ: ຕ.ລ.. 11, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ອັນແທ້ຈິງແລ້ວຂ້ອຍວ່າຈະຂຽນເລື່ອງນີ້ລົງພັນລາວຕັ້ງແຕ່ວັນທີ່໖ ແຕ່ທາງຄອມຂ້ອຍມີປັນຫາທາງດ້ານnetwork ເລີຍເຂົ້າບໍ່ໄດ້
ນັ້ນເຮົາມາຮູ້ຈັກຄວາມຫມາຍຂອງຄູກ່ອນອື່ນເຮົາຮູ້ວ່າຄູຄົນທຳອິດຂອງເຮົາທຸກຄົນ ຄື ພໍ່ ແມ່ ເຮົານັ້ນເອງ
ໃນກໍລະນີຄົນທີ່ເກິດມາບໍ່ເຫັນຫນ້າພໍ່ແມ່ ກໍ່ໃຫ້ຖືເອົາຜູ້ທີ່ອຸປະກາລະລ້ຽງເບິ່ງເຮົາມາເປັນຄູທຳອິດ.
ແລະເຮົາຄວນເຂົ້າໃຈວ່າ “ທຸກຄົນເກິດມາຕ້ອງມີຄູ ແລະທຸກຄົນຕ້ອງເປັນຄູ”
ຄຳວ່າ “ຄູ”
ໃນພາສາບາລີວ່າ ຄຸຣຸ - ຄຣຸ ແປວ່າ ໜັກ , ສູງ
ໃນພາສາສັນສະກິດວ່າ ຄຸຣຸ ແປວ່າ ໃຫຍ່ ຫຼື ໜັກ (ຄຳສັບເດິມສັນສະກິດ ແປວ່າ ຄາຣວະ)
(ໃນມຸງຄຸນຊີວິດ ຄຳວ່າ ຄຣຸ ຫຼື ຄຣູ ນີ້ແປວ່າ ຕະໜັກ)
ຄຳວ່າຄູທີ່ແປວ່າ ໜັກ ນັ້ນ ຫມາຍເຖິງ ຄົນທີ່ຈະມາເປັນຄູນັ້ນຈະຕ້ອງຜ່ານການສຶກສາຮ່ຳຮຽນມາຢ່າງໜັກ
ຄຳວ່າຄູທີ່ ແປວ່າ ຕະໜັກ ນັ້ນໝາຍເຖິງການຕະໜັກຄຸນງາມຄວາມດີຂອງຄູ
ຄວາມຫມາຍຂອງຄຳວ່າອາຈານ
ຄຳວ່າ ຄູກັບອາຈານ ມັກຈະໃຊ້ຮ່ວມກັນຢູ່ສະເໝີຈົນບາງຄັ້ງເຮົາກໍ່ຄິດວ່າມັນເປັນຄວາມໝາຍດຽວກັນ ແຕ່ຄວາມຈິງແລ້ວ
ຄຳເດຶມທັງສອງຄຳແຕກຕ່າງກັນ
ຄຳສັບເດິມຂອງຄຳວ່າ “ອາຈານ“
ພາສາບາລີວ່າ “ອາຈາຣຍ”
ພາສາສັນສະກິດວ່າ ອາຈາຣຶຍ
ໝາຍເຖິງຜູ້ເຝຶກມາລະຍາດ ຫຼືຄວບຄຸມໃຫ້ຢູ່ໃນລະບຽບວຶໄນ
ອາຈານ ຄື ຜູ້ສັ່ງສອນວຶຊາຄວາມຮູ້
ຍັງສະແດງຍົກໃຫ້ເຫັນຢູ່ໃນພາສາອື່ນໆອີກເຊັ່ນ
- ພາສາລາຕີນ Archa ແປວ່າ ແມ່ພິມ
- ພາສາກຣີກ Archos ແປວ່າ ຕົວຢ່າງໃນແບບພິມ
- ພາສາຍີ່ປຸ່ນ Artos ແປວ່າ ຫົວຫນ້າໃນນິກາຍເຊນ
- ພາສາຮີນດູ Arjariye ແປວ່າ ຫົວຫນ້າພະໃນສາສະນາພາມ
- ພາສາສັນສະກິດ Arjariya ແປວ່າ ຫົວຫນ້າພຣະໃນສາສະນາພຸດ
- ພາສາບາລີ Arjara ແປວ່າ ຫົວໜ້າພຣະໃນສາສະນາພຸດ
- ພາສາທິເບດ Lamahojan ແປວ່າ ຫົວໜ້າພຣະໃນນິກາຍມະຫາຍານ
- ພາສາອີ່ຫລ່ານ Ayah ແປວ່າ ຫົວໜ້າພຣະໃນສາສະນາອິດສະລາມ
ຄູ ມີຄວາມສຳຄັນຍິ່ງຕໍ່ຄວາມກ້າວຫນ້າ ໃນດ້ານສ່ວນຕົວ ບຸກຄົນ ສັງຄົມ ບ້ານເມືອງ ແລະລວມທັງສັນຕິສຸກໂລກ ເຊັ່ນວ່າ
ຫາກໂລກຍັງຢູ່ຢັ້ງ ຢືນຍົງ
ຄູກໍ່ຍັງຢູ່ຄົງ ໂລກດ້ວຍ
ຫາກໂລກສະລາຍລົງ ຄູຢູ່ໄດ້ຣຶ
ຄູແລະໂລກຄົງໝ້ວຍ ດັບສິ້ນພ້ອມກັນ.
TEACHERS = ຄວາມຮັບຜິດຊອບຂອງຄູ
T (teaching) ຄືການສອນ
E (ethics) ຄືຈະຣິຍະທຳ ຄຸນນະທຳ
A (acadmic) ຄື ວິຊາການ
C (cultural hwritage) ຄື ການສືບທອດວັດທະນະທຳ
H (human relationship) ຄື ການມີມະນຸດສຳພັນ
E (evaluation) ຄື ການປະເມິນຜົນ
R (research) ຄື ການວິໄຈ
S (service) ຄື ການບໍລິການ