
ຂຽນເມື່ອ: ທ.ວ.. 25, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ພຸດທະປະຫວັດຫຍໍ້
ພຣະພຸດທະເຈົ້າພະນາມເດິມຊື່ ສິດທັດຖະ ເປັນຄນຊາວ ອະຣິຍະກະ ແປວ່າ ຊາດທີ່ມີຄວາມຈະເລິນ ໃນປະເທດອິນເດຍ.
ພຣະບິດາ (ພໍ່) ຊື່ : ພຣະເຈົ້າສຸດໂທທະນະ ເປັນກະສັດແຫ່ງສາກະຍະວົງ ຊົງປົກຄອງເມືອງກະບິນລະພັດ .
ພຣະມານດາ (ແມ່) ຊື່ :ພຣະນາງເຈົ້າສິຣິມະຫາມາຍາ ເປັນນາງກະສັດແຫ່ງໂກລິຍະວົງ ພຣະບິດາຂອງພຣະນາງເປັນກະສັດ
ປົກຄອງເມືອງ ເທວະທະຫະ ,
ພຣະພຸດທະເຈົ້າປະສູດ(ເກິດ) ທີ່ສວນລຸມພິນິວັນ . ເມື່ອວັນສຸກຂຶ້ນ ໑໕ ຄ່ຳ ເດືອນ ໖ ປີ ຈໍ.
ພໍເກິດມາໄດ້ ໕ ວັນ ພຣະບິດາທຳພິທີຕັ້ງຊື່ວ່າ ສິດທັດຖະ
ເມື່ອໄດ້ອາຍຸ ໗ ວັນ ພຣະມານດາກໍ່ໄດ້ສິນພະຊົນ (ຕາຍ)
ອາຍຸໄດ້ ໑໖ ປີ ສະເຫວີຍລາຊະສົມບັດພ້ອມທັງໄດ້ ອະພິເສດສົມລົດກັບ ພຣະນາງຍະໂສທາລາ ຫຼືນາງພິມພາ ມີພຮະໂອລົດດ້ວຍກັນອົງໜຶ່ງ
ຊື່ ວ່າ : ລາຫຸນ .
ອາຍຸໄດ້ ໒໙ ປີ ສະເດັດອອກບວດ ເມື່ອວັນອາທິດ ຂຶ້ນ ໑໕ ຄ່ຳ ເດືອນ ໘ ປີ ເຖາະ ຯ ແລ້ວໄດ້ຊົງບຳເພັນຢູ່ ໖ ປີ ຈິ່ງໄດ້ຕັດສະຣູ້ ຯ
ພໍອາຍຸໄດ້ ໓໕ ປີ ໄດ້ຕັດສະຣູ້ ເປັນພຣະພຸດທະເຈົ້າ ເມືອ່ວັນ ອາທິດຂຶ້ນ ໑໕ ຄ່ຳ ເດືອນ ໖ ປີ ລະກາ ຯ . , ເມື່ອພຣະອົງໄດ້ຕັດສະຣູ້ເປັນພຣະພຸດທະເຈົ້າແລ້ວ
ໄດ້ຊົງບຳເພັນພຸດທະກິດຄື :ການສະເດັດທ່ຽວຈາລຶກ ປະກາດພຣະສາສະໜາ ສັ່ງສອນ ປະຊາຊົນຢູ່ ໔໕ ປີ ຯ.
ພໍອາຍຸໄດ້ ໘໐ ປີ ໄດ້ສະເດັດດັບຂັນ ທະປະລິນິບພານ (ຕາຍ) ຯ .ທີ່ເມືອງ ກຸສິນາລາ ເມືອ່ວັນອັງຄານ ຂຶ້ນ ໑໕ ຄ່ຳ ເດືອນ ໖ ປີ ມະເສັງ .ຯ
ການຕັ້ງພຸດທະສັກກະລາດ (ພ.ສ) ກໍ່ໄດ້ເລິ່ມຂຶ້ນແຕ່ພຣະພຸດທະເຈົ້າປະລິນິບພານ ຄືລ່ວງມາແລ້ວຄົນໜຶ່ງ .ປີຈິ່ງນັບເປັນ ພ.ສ. ໑ . ຯຯຯຯ



