
ຂຽນເມື່ອ: ທ.ວ.. 25, 2011
| ມີ
17 ຄຳເຫັນ
ແລະ
0 trackback(s)
ເສຍຕົວກັບເສຍໃຈເລືອກຢ່າງໃດດີ
ຂ້ອຍໄດ້ອ່ານເລື່ອງຫນຶ່ງວ່າ :ເອີ! ມີເພັງໄທ ຮ້ອງວ່າ “ຮັກຄັ້ງແລກຫົວໃຈແຕກສະລາຍ ເລວໄປກັບຄວາມຜິດຫວັງ”
ເຂົາໄດ້ຍິນເພັງນີ້ຍາມໃດກໍ່ນຶກເຖິງເລື່ອງລາວທີ່ເພື່ອນໆຖາມກັນເລື່ອຍໆ ມັກຖາມຄຳຖາມກັນຫຼິ້ນວ່າ ເຮີຍ! ຄົນທີ່ມັກຜິດຫວັງຈາກຄວາມຮັກນີ້ ! ມັນເສຍຕົວໃຫ້ກັນຫຼືຍັງຫວະ
ເຖິງມານັ່ງເສຍອົກເສຍໃຈເຫມືອນກັບຍາດພີ່ນ້ອງຕາຍ .ຄຳຖາມແບບນີ້ ຄົນທີ່ຕອບວ່າ :ມັນຢູ່ທີ່ວ່າຄົນຈະຄິດໄປທາງໃດ
ເຂົາເວົ້າວ່າ ຫາກຖາມເຖິງຄູ່ຮັກທີ່ມີຮັກຄັ້ງທຳອິດ ອາຍຸເກືອບສີ່ສິບປີລາວຈະບອກວ່າ ເສຍໃຈດີກວ່າເສຍຕົວ ແຕ່ຖ້າຖາມໄວລຸ້ນປັດຈຸບັນນີ້ເຂົາຈະ
ບອກວ່າ ເສຍຕົວດີກວ່າເສຍໃຈ.
ຈະຍົກເລື່ອງມາເປິດໃຈໃຫ້ໄວລຸ້ນຮູ້ວ່າ :
ມີຕັ້ງຫນຶ່ງມີຜູ້ຍິງສາວຄົນຫນຶ່ງຈະຂ້າຕົວຕາຍສາເຫດມາຈາກປະຈຳເດືອນມາບໍ່ຕົງກຳຫນົດຄິດວ່າຕົວເອງທ້ອງ ກົວວ່າຖ້າທ້ອງໃຫຍ່ໂຕຂຶ້ນມາ
ພໍ່ແມ່ຄົງຮູ້ແນ່ນອນ ເກິດຄວາມຢ້ານກົວ ແລະຄວາມກັງວົນໃຈ ໝົກໝຸ່ນຢູ່ຄົນດຽວ ຫາຜຼ້ທີ່ໄວ້ໃຈຫຼືໜ້າເຊື່ອຖືໄວ້ໃຈລົມບໍ່ໄດ້
ສ່ວນແຟນ(ຊາຍ)ບໍ່ຮູ້ວ່າຈະເຮັດຢ່າງໃດເຮົາເອງກໍ່ຢ້ານພໍ່ແມ່ຮູ້ເໝືອນກັນ ກໍ່ຕ້ອງເກັບຄວາມທຸກທີ່ບໍ່ສາມາດບອກໃຜໄດ້ ເປັນຄວາມລັບທີ່ ຄັບອົກ
ຄັບໃຈຈິງໆ. ທົນທຸກຢູ່ຄົນດຽວ . ສຸດທ້າຍກໍ່ຕັດສິນໃຈໜີຄວາມຜິດພາດ ແລະຄວາມບໍ່ພ້ອນຈະຂ້າຕົວຕາຍ ເຂົາຈິ່ງສາມາດຊ່ວຍເຫຼືອຊີວິດໄວ້ທັນ .
ຫົວອົກຫົວໃຈຂອງຄົນຜຼ້ເປັນພໍ່ເປັນແມ່ຈະເປັນຢ່າງໃດ? ຖ້າຫາກຕ້ອງເສຍລູກໄປຈິງ. ຯ