
ຂຽນເມື່ອ: ທ.ວ.. 31, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ມາວິເຄາະນ້ຳຖ້ວມປະເທດລາວເຮົານຳກັນ
ຈາກກະຊວງກະສິກຳແລະປ່າໄມ້ ແລະຫນັງສືພິມເສດຖະກິດແລະສັງຄົມ ຂອງລາວໄດ້ກ່າວວ່າ
ໃນປີນີ້ເກິດມີນ້ຳຖ້ວມຫລາຍແຂວງ ແລະມີຄວາມເສຍຫາຍເກິດຂຶ້ນຢ່າງຕໍ່ເນື່ອງ.
ເຊັ່ນວ່າ ສະແດງໃຫ້ເຫັນວ່າ ສະພາບອາກາດມີຄວາມປ່ຽນແປງໄປຫລາຍແລ້ວ ສະພາບເວດລ້ອມແລະໂລກກໍ່ມີການປ່ຽນແປງໄປ
ຄົນລາວເຮົາເຂົ້າເຖິງສື່ໃນເມືອງບ້ານຂອງຕົນນິ້ນຍັງນ້ອຍຫລາຍ ຈະພາກັນສັງເກດ ແລະເຫັນຂໍ້ມູນປະເທດອື່ນຫລາຍກວ່າ ປະເທດຕົນເອງ
ໃນຄວາມຄິດເຫັນຂອງຂ້ອຍເອງນິ້ນສັງເກດ ເຫັນວ່າ ເມືອງລາວເຮົາກໍ່ມີການປ່ຽນແປງໄປຫລາຍ ໃນສະພາບເວດລ້ອມ ພຸມມິປະເທດ ເຫັນສັງເກດວ່າ ແຂວງວຽງຈັນ
ເກິດມີອຸທົກກະໄພນ້ຳຖ້ວມຫລາຍບ້ານເສຍຫາຍ. ແຂວງພາກໃຕ້ກໍ່ເຊັ່ນດຽວກັນ ຂ້ອຍຄິດວ່ານ້ຳຖ້ວມປີນີ້ ກໍ່ຄື ປີ໒໐໑໑ ນີ້ .
ສາເຫດກໍ່ມາຈາກການຕັດໄມ້ ທຳລາຍປ່າ .ຯຯ
ຂ້ອຍໄດ້ສັງເກດເຫັນວ່າ ເມືອງລາວເຮົາກໍ່ມີແຜ່ນດິນໄຫວແລ້ວ ເພັງລາວເຮົາຮ້ອງວ່າເມືອງລາວບໍ່ມີແຜ່ນດິນໄຫວ ແຕ່ຕອນນີ້ມັນປ່ຽນແປງໄປແລ້ວ
ຖ້າເຮົາບໍ່ຊ່ວຍກັນຫາເຫດ ແລະຜົນຂອງການເກິດນ້ຳຖ້ວມ ຜົນທີ່ຈະເກິດຂຶ້ນມາບໍ່ນ້ອຍໄປກວ່າຕ່າງປະເທດແນ່ ລອງຄິດເບິ່ງວ່າຖ້າບ້ານເມືອງເຮົາຈະເລິນກວ່ານີ້ລະ
ຖ້າເຂື່ອນໄຟຟ້ານ້ຳເທິນ໑-໒ ຄອງລະບາຍບໍ່ໄດ້ມາດຕະຖານສາກົນ ມັນກໍ່ຈະເປັນຈຸດຫນຶ່ງທີ່ເກິດນ້ຳຖ້ວມ ໃນອະນາຄົດຕໍ່ຫນ້າ ເພາະຄອງລະບາຍນ້ຳຍັງບໍ່ໄດ້ມາດຕະຖານ
ຖ້າເຮົາມີແຕ່ເບິ່ງປະເທດອື່ນ ເຊັ່ນໃນເມືອງໄທຍ ປີນີ້ເກິດນ້ຳຖ້ວມຢ່າງໃຫຽ່ຫລວງແຕ່ເຂົາມີລະບົບຄອບຄຸມທີ່ດີ ຝົນບໍ່ໄດ້ຕົກໃນກຸງເທບຫລາຍຈົນເຮັດໃຫ້ນ້ຳຖ້ວມແຕ່ຢ່າງໃດ
ເຂົາມອງສ່ວນໃຫຍ່ວ່າມັນເປັນເກມການເມືອງຕັ້ງຫາກຯ(ຖ້າຮຼ້ລະອຽດຫາຄົ້ນຄວ້າອ່ານເອງ). ປີນີ້ເກິດນ້ຳຖ້ວມຜົນເສຍຫາຍຫລາຍກວ່າ໑໒ ແຂວງ ໃນທົ່ວປະເທດ ຕາມຂ່າວລາຍງານວ່າຯຯ