ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງລາວຂອງຄວາມຮັກສອງຄົນ

 ການທີ່ເຮົາຈະຮັກໃຜສັກຄົນ.-----------> _

  • ການທີ່ເຮົາຈະຮັກໃຜຈັກຄົນ.....ບໍ່ຈຳເປັນຕ້ອງຫາເຫດຜົນວ່າເປັນຫຍັງເຮົາຈິ່ງຮັກຈິ່ງໄປເຂົາໄດ້ ແຕ່ໃຫ້ຮູ້ໄວ້ວ່າແຕ່ວັນນີ້ເຮົົາຮັກເຂົາແລະຕ້ອງຮັກໃຫ້ດີທີ່ສຸດກໍ່ພໍ

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຕ້ອງສົນວ່າຫົນທາງຂ້າງຫນ້າຈະມີອຸປະສັກຫຼາຍປານໃດແຕ່ຄວນນຶກໂຊກຊະຕາສ້າງໃຫ້ເຮົາໄດ້ພົບອຸປະສັກ ເພື່ອໃຫ້ເຮົາທັງສອງໄດ້ຮ່ມຟັນຝ່າໄປດ້ວຍກັນ

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຕ້ອງໄປເສຍເວລາຄິດວ່າເຂົາເຮັດຫຍັງເພື່ອເຮົາ ແຕ່ໃຫ້ມານັ່ງຖາມຕົວເອງເບິ່ງວ່າ ມື້ນີ້ເຮົາເຮັດຫຍັງເພື່ອຄົນທີ່ເຮົາຮັກແລ້ວຫຼືບໍ່

  • ການທີເຮົາຈະຮັກໃຜສັກຄົນ... ບໍ່ຕ້ອງໄປມົງລະແວງວ່າເຂົາຈະມີໃຜອື່ນນອກເໜືອຈາກເຮົາ ແຕ່ຄວນລະວັງໃຈຂອງຕົວເອງໃຫ້ເຂັ້ມແຂງພໍທີ່ຈະບໍ່ໄດ້ຮັບໃຜເຂົ້າມາໃນໃຈອີກ.

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຕ້ອງໄປຂຸດຄົ້ນເລື່ອງລາວໃນອາດີດຂອງເຂົາ. 

  • ການທີ່ເຮົາຈະຮັກໃຜຈັກຄົນ... ເມື່ອຜິດຖຽງກັນ ຄຳວ່າແພ້ຫຼືຊະນະ ກໍ່ບໍ່ສຳຄັນ ເຮົາຈຶງຍອມໃຫ້ເຂົາເປັນຝ່າຍຊະນະສະເໝີ ຖ້າເຮັດໃຫ້ເຂົາສະບາຍໃຈ. 

  • ການທີ່ເຮົາຈະຮັກໃຜຈັກຄົນ...  ບໍ່ຄວນພະຍາຍາມປ່ຽນແປງຕົວເຂົາ ແຕ່ຄວນພະຍາຍາມປັບຕົວເອງໃຫ້ເຂົ້າກັບເຂົາຈະດີກວ່າ 

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຄວນຫູເບົາ ເພາະອາດທຳລາຍຄວາມສຳພັນລະຫວ່າງເຮົາກັບຄົນທີ່ເຮົາຮັກໄດ້. 

  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ໃຊ້ການສຳຜັດກັນດ້ວຍຮ່າງກາຍ  ແຕ່ເປັນການສັມຜັດກັນດ້ວຍຫົວໃຈຕ່າງຫາກ.

  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ຈຳເປັນຕ້ອງບອກຮັກກັນທຸກວັນ ເພາະການທີ່ເຮົາຄອຍຫ່ວງໃຍກັນຢູ່ສະເໝີໆ ກໍ່ສາມາດທົດແທນຄຳວ່າຮັກໄດ້ດີ ກວ່າຈັກລ້ານຄຳ.

  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ກ່ຽວກັບສິ່ງຂອງນອກກາຍໃດໆເລີຍ ເພາະຄວາມຮັກບໍ່ສາມາດຊື້ໄດ້ດ້ວຍເງິນ

    ຫຼືແລກມາໄດ້ດ້ວຍຊັບສິນ. 
  • ການທີ່ເຮົາຈະຮັກໃຜຈັກຄົນ ... ບໍ່ຕ້ອງຄອຍນັບວ່າເຮົາມີຂໍ້ເສຍ(ບໍ່ດີ)ຫຼາຍຢ່າງ ເພາະຂໍ້ດີຂອງເຂົາກໍ່ມີຫຼາຍພໍຈະເຮັດໃຫ້ເຮົາລືມຂໍ້ເສຍທັງໝົດຂອງເຂົາໄດ້.

  • ການທີ່ເຮົາຈະຮັກໃຜຈັກຄົນ... ບໍ່ຈຳເປັນຕ້ອງຕົວຕິດກັນຕະຫຼອດເວລາ ແຕ່ເຮົາມີເຂົາໃນໃຈທຸກນາທີກໍ່ພໍ

  • ການທີ່ເຮັາຈະຮັກໃຜຈັກຄົນ  ...  ເມື່ອເຫັນເຂົາເສຍໃຈ ບໍ່ຕ້ອງລໍຈົນກະທັ້ງເຂົາເສຍນ້ຳຕາ  ແລ້ວຄ່ອຍເຂົ້າໄປປອບໃຈ ແຕ່ຄວນຮີບເຂົ້າໄປແບ່ງເບົາຄວາມທຸກຂອງເຂົາເສຍຕັ້ງແຕ່ເຫັນເຂົາຊຶມເສົ້າເຫງົາໆ . ເພາະຫາກເຮົາປ່ອຍປ່ອຍເຂົາໄວ້ຈົນສາຍເກິນ  ຜົນສຸດທ້າຍແລ້ວຄົນທີ່ຂະເສຍໃຈທີ່ສຸດເມື່ອຮູ້ຕົວກໍ່ຄືຕົວເຮົາເອງ. 

  • ການທີ່ເຮົາຈະຮັກໃຜຈັກຄົນ.... ຢ່າລໍທີ່ຈະບອກຮັກ  ໃຫ້ຮີບບອກຄົນທີ່ເຮົາຮັກຊະ  ກ່ອນທີ່ຈະບໍ່ມີເຂົາຄົນນັ້ນໃຫ້ບອກອີກຕໍ່ໄປ

  • ການທີ່ເຮົາຈະຮັກໃຜຈັກຄົນ... ແມ່ນວ່າອາດເຮັດໃຫ້ເຮົາຕາບອດ  ແຕ່ກໍ່ເຮັດໃຫ້ເຮົາໄດ້ຮັບຮູ້ແລະເຂົ້າໃຈ.  ວ່າຄວາມສຸກຈາກການທີ່ໄດ້ຮັກໃຜຈັກຄົນ ມັນມີຫຼາຍເທົ່າໃດ. 

  • ການທີ່ເຮົາຈະຮັກໃຜຈັກຄົນ.... ຈົ່ງເຊື່ອໝັ້ນໃນຕົວເຂົາໃຫ້ຫຼາຍໆ.

  • ການທີ່ເຮົາຈະຮັກໃຜຈັກຄົນ... ງ່າຍຍິ່ງກວ່າການພະຍາຍາມລຶບເຂົາອອກໄປຈາກຫົວໃຈ..... ສອນໃຫ້ເຮົາໄດ້ຮຽນຮູ້ຫຼາຍໆສິ່ງ ຄວາມຮັກເປັນບົດຮຽນດີໆ ທີ່ບໍ່ອາດເຂົ້າໃຈໄດ້ຖ່ອງແທ້ຖ້າບໍ່ໄດ້ສຳຜັດດ້ວຍຕົວເອງ  ຄວາມຮັກເຮັດໃຫ້ເຮົາເປັນຜູ້ໃຫຍ່ຂຶ້ນ ທຳໃຫ້ເຮົາເຂົ້າໃຈອັນໃດໆ ຫຼາຍຂຶ້ນ. ຄວາມຮັກ ເຮັດໃຫ້ເຮົາເປັນມະນຸດທີ່ສົມບູນແບບ . ນີ້ຄືສິ່ງທີ່ເຮົາໄດ້ຮຽນຮູ້..........ຈາກການທີ່ເຮົາໄດ້....ຮັກ....ໃຜຈັກຄົນ... 

    (:
Delicious Digg Fark Twitter