
ຂຽນເມື່ອ: ຕ.ລ.. 2, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ກ່ອນອື່ນຢາກຮູ້ວ່າໃນເມືອງລາວເຮົາໄດ້ຕຽມພ້ອມຫຍັງແດ່ທີ່ອີກສອງປີສາມເດືອນກໍ່ຮອດປີ໒໐໑໕ ແລ້ວ ທີ່ຈະເປັນສະມາຄົມອາຊ່ຽນທີ່ມີ ໑໐ ປະເທດ ຄື

- ຄຳວ່າ ASEAN ນັ້ນຫຍໍ້ມາຈາກ Association of Southeast Asian Nations ຫຼືເອິ້ນວ່າ ສະມາຄົມປະຊາຊາດແຫ່ງອາຊ່ຽນຕະເວັນອອກສຽງໃຕ້
- ອາຊ່ຽນເລິ່ມກໍ່ຕັ້ງຄັ້ງທຳອຶດປະກອບດ້ວຍສະມາຊິກທັງຫມົດ ໕ ປະເທດຄື ປະເທດອຶນໂດເນເຊຍ , ມາເລເຊຍ ,ຟິລິບປິນ , ສິງຄະໂປ ແລະ ໄທ
- ປັດຈຸບັນອາຊ່ຽນ ປະກອບດ້ວຍ ຟິລິບປິນ , ບຣູໄນ ,ມາເລເຊຍ , ສິງຄະໂປ ,ໄທ , ອຶນໂນເຊຍ ຫວຽດນາມ ພະມ່າ ,ລາວ ,ກຳປຼຊາ
- ອາຊ່ຽນ+໓ ປະກອບດ້ວຍ ມີກຸ່ມອາຊ່ຽນ ໑໐ ປະເທດ ແລະປະເທດຈີນ , ເກົ່າຫລີໃຕ້ ແລະຍີ່ປຸ່ນ
- ອາຊ່ຽນ+໖ ປະກອບດ້ວຍ ກຸ່ມປະເທດອາຊ່ຽນ ໑໐ ປະເທດ ແລະກຸ່ມປະເທດ+໓ ແລະປະເທດອອສເຕຣເລຍ ,ອິນເດຍ , ແລະນິວຊີແລນ
- ຄຳຂວັນຂອງອາຊ່ຽນ ຄື ໜຶ່ງວຶໄສທັດ , ໜຶ່ງເອກລັກ ,ໜຶ່ງປະຊາຄົມ (One Vision , One Identity, One Community)
- ເລຂາທິການອາຊ່ຽນຄົນປັດຈຸບັນຄື ດຣ. ສຸຣຶນ ພິດສຸວັນ
- ສັນຍາລັກອາຊ່ຽນແລະມີຄວາມໝາຍດັງນີ້

- ຮູບໃຈກາງເອິ້ນວ່າຮູປຮວງເຂົ້າສີເຫຼືອງພື້ນສີແດງອ້ອມຮອບດ້ວຍວົງກົມສີຂາວແລະສີຟ້າ(ສີນ້ຳເງິນ)
- ໃນຮວງເຂົ້າ ໑໐ ຕົ້ນ (ສີເຫຼືອງ) ທີມັດຕິດກັນໄວ້ ຫມາຍຖິງປະເທດສະມາຊິກໂຮມກັນເພື່ອມິດຕະພາບເປັນນ້ຳຫນຶ່ງໃນດຽວກັນ
ສີນ້ຳເງິນ ຫມາຍເຖິງ ສັນຕິພາບແລະຄວາມຫມັ້ນຄົງ
ສີແດງ ໝາຍເຖິງ ຄວາມກ້າຫານແລະຄວາມກ້າວໜ້າ
ສີຂາວ ໝາຍເຖິງຄວາມບໍລິສຸດ
ສີເຫຼືອງ ໝາຍເຖິງຄວາມຈະເລິນຮຸ່ງເຮືອງ
- ສາມເສົາຫຼັກຂອງສະມາຄົມອາຊ່ຽນປະກອບຄວາມຮ່ວມມື ສາມ ດ້ານຄື
- ການເມືອງແລະຄວາມຫມັ້ນຄົງ
- ເສດຖະກິດອາຊ່ຽນ
- ສັງຄົມແລະວັດທະນະທຳອາຊ່ຽນ
- ສຳນັກງານອາຊ່ຽນ (Asean Secretariat) ຕັ້ງຢູ່ ກຸງຈາກາຣັ້ຕາ ປະເທດອຶນໂດນີເຊຍ
- ອາຊ່ຽນຕັ້ງເປົ້າໝາຍບັນລຸສະມາຄົມອາຊ່ຽນໃນ ປີ ໒໐໑໕
- ກົດບັດອາຊ່ຽນ (Asean charter) ຄື ທຳມະນູນອາຊ່ຽນ ທີ່ຈະວາງກອບກົດຫມາຍແລະໂຕງສ້າງອົງກອນ ເພື່ອປະສິດທິພາບຂອງ
ອາຊ່ຽນໃນການຂັບເຄື່ອນ ເພື່ອການລວມຕົວກັນເປັນສະມາຄົມອາຊ່ຽນປີ ໒໐໑໕ , ເພື່ອອາຊ່ຽນເປັນອົງກອນລະຫວ່າງລັດຖະບານໃນພູມມິພາກ
ທີ່ມີປະສິດທິພາບ ມີປະຊາຊົນເປັນສູນກາງ ແລະເຄົາລົບໃນກົດກະຕິກາການເຮັດງານລະຫວ່າງກັນຫຼາຍຍິ່ງຂຶ້ນ.