
ຂຽນເມື່ອ: ຕ.ລ.. 3, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜ້າທີ່ຂອງນັກບໍລິຫານ ໕ ປະການ
ໃນໜັງສືພູດທະບໍລິຫານເພິ່ນໄດ້ຂຽນໄວ້ວ່າໜ້າທີ່ຂອງນັກບໍລິຫານເປັນກອບໃນການທີ່ຈາລະນາໜ້າທີ່ (Function) ຂອງນັກບໍລຶຫານມີຢູ່ ໕ ປະການ ຕາມຄຳຫຍໍ້
ພາສາອັງກິດ POSDC
- P ຄື: Planning ໝາຍເຖິງ ການວາງແຜນ ເປັນການກຳໜົດແນວທາງດຳເນິນງານໃນປັດຈູບັນເພື່ອຄວາມສຳເລັດທີ່ຈະຕາມມາໃນອະນາຄົດ ຜູ້ບໍລິຫານທີ່
ດີຕ້ອງມີວິໄສທັດເພື່ອກຳໜົດທິດທາງຂອງອົງກອນ.
- O ຄື: Organizing ໝາຍເຖິງ ການຈັດອົງກອນ ເປັນການກຳໜົດໂຄງສ້າງຄວາມສັມພັນຂອງສະມາຊິກ ແລະສາຍບັງຄັບບັນຊາພາຍໃນອົງກອນ ມີການ
ແບ່ງວຽກງານກັນເຮັດແລະການກະຈາຍອຳນາດ.
- S ຄື: Staffing ໝາຍເຖິງ ງານບຸກຄະລາກອນ ເປັນການສັນຫາບຸກຄະລາກອນໃໝ່ ການພັດທະນາບຸກຄະລາກອນ ແລະການໃຊ້ຄົນໃຫ້ເໝາະກັບວຽກງານ
- D ຄື: Directing ໝາຍເຖິງການອຳນວຍການ ເປັນການສື່ສານເພື່ອໃຫ້ເກິດການດຳເນິນການຕາມແຜນ ຜູ້ບໍລິຫານຕ້ອງມີມະນຸດສັມພັນທີ່ດີ ແລະ
ມີພາວະຜູ້ນຳອີກດ້ວຍ.
- C ຄື: Controlling ໝາຍເຖິງ ການກຳໜົດດູແລ ເປັນການຄວບຄຸມຄຸນນະພາບຂອງການປະຕິງານພາຍໃນອົງກອນ ລວມທັງກະບວນການແກ້ປັນຫາ
ພາຍໃນອົງກອນ