ສະໄໝກ່ອນມີພະຍາອົງໜຶ່ງ ເວລາໄປໃສມາໃສກໍ່ເອົາແຫຼ້ງໄປນຳເພື່ອຮັບໃຊ້ພາຍຖົງຍ່າມ ແລະ ຫາຫຍ້າມາໃຫ້ມ້າກິນ. ເຖິງວ່າແຫຼ້ງນັ້ນຈະຮັບໃຊ້ເມື່ອຍ ແລະ ຫິວໂຫຍປານໃດກໍ່ຕາມ, ແຕ່ຍັງຖຶກປ້ອຍດ່າສາລະພັດ. ພະຍາອົງນີ້ນິດໄສຂີ້ຖີ່ ຈັງໄຮ ແລະ ມັກສົງໄສຄົນ, ມື້ໜຶ່ງພະຍາໄດ້ສັ່ງໃຫ້ຊຽງໝ້ຽງມາຫາ ແລ້ວເວົ້າວ່າ: ”ຊຽງເອີຍ! ມືງເຫັນຫຍັງຂອງກູຢູ່ໃສໃຫ້ປະໄວ້ຢູ່ຫັ້ນ, ຢ່າແຕະຕ້ອງຂອງກູເນີ! ໄດ້ຍິນບໍ່?” ຊຽງໝ້ຽງຕອບ: “ໂດຍຂ້ານ້ອຍ”. ສ່ວນໃນໃຈຂອງຊຽງໝ້ຽງຄຽດແຄ້ນແໜ້ນໃຈຫາອັນປຽບບໍ່ໄດ້, ແຕ່ບໍ່ຮູ້ຈະເຮັດແນວໃດ. ມື້ໜຶ່ງພະຍາໄປທ່ຽວ ຊຽງໝ້ຽງກໍ່ແລ່ນຕ່ອງຕ້ອຍນຳກົ້ນ. ພະຍາເຮັດຖົງເງິນເຮ່ຍກາງທາງ, ຊຽງໝ້ຽງເຫັນ ແຕ່ບໍ່ເກັບ, ມາຮອດເຮືອນແລ້ວ ພະຍາຈຶ່ງຮູ້ວ່າເງິນເສຍ. ພະຍາຮ້ອນຮົນກະວົນກະວາຍ, ຮ້ອງຊຽງໝ້ຽງມາຖາມວ່າ: - ຊຽງໝ້ຽງ ມຶງໄດ້ເກັບຖົງເງິນກູເຮ່ຍບໍ່? ມຶງເຊື່ອງໄວ້ໃສຮຶ? ຊຽງໝ້ຽງຕອບຢ່າງໄວວາວ່າ: - ຂ້ານ້ອຍເຫັນຢູ່. ພະຍາຖາມວ່າ: - ມຶງເຫັນຢູ່ໃສ? ສົ່ງກູທະແມ! ຊຽງໝ້ຽງຕອບວ່າ: - ອາດຍາສັ່ງຂ້ານ້ອຍວ່າ ເຫັນຂອງອາດຍາຢູ່ໃສໃຫ້ປະໄວ້ຢູ່ຫັ້ນ ຢ່າແຕະຕ້ອງຊັ້ນເນ! ພະຍາໄດ້ຟັງ ທັງສູນທັງຄຽດ, ແຕ່ຈົນໃຈ ຍ້ອນວ່າຊຽງໝ້ຽງໄດ້ປະຕິບັດຕາມຄຳທີ່ຕົນສັ່ງ. ພະຍາດ່າສົ່ງເດດສອງສາມຄຳແລ້ວສັ່ງວ່າ: - ແຕ່ນີ້ຕໍ່ໄປ ຫາກເຫັນກູເຮັດສິ່ງຂອງອັນໃດເຮ່ຍ ຕ້ອງເກັບມາໃຫ້ກູເນີ! ໄດ້ຍິນບໍ່? ສອງສາມມື້ຕໍ່ມາ ພະຍາໄປຢາມພີ່ນ້ອງ, ພະຍາຂີ່ມ້າໄປຢ່າງສະຫວາດສະເຫວີຍ, ຊຽງໝ້ຽງກໍ່ແລ່ນຕ່ອງຕ້ອຍນຳກົ້ນ ເມື່ອຫຼົບມາ ພະຍາຮອດເຮືອນກ່ອນ ເຫີງເຕີບຈິ່ງເຫັນຊຽງໝ້ຽງມາຮອດ ພະຍາສົງໄສວ່າຊຽງໝ້ຽງແວ່ຫຼິ້ນຕາມທາງຈຶ່ງຮ້າຍວ່າ: - ເປັນຫຍັງມືງມາຊ້າແທ້? ຊຽງຄ່ອຍວາງຖົງຍ່າມລົງ ແລ້ວນັ່ງນົບຂາບໄຫວ້ ທັງຄ່ອຍເວົ້າວ່າ: - ບໍ່ແມ່ນຂ້ານ້ອຍແວ່ຫຼິ້ນຕາມທາງດ໋ອກ, ອາດຍາເຮັດເຄື່ອງເຮ່ຍຫຼາຍໂພດ, ຂ້ານ້ອຍເມົາເກັບຈົນກ້ຽງ ຈຶ່ງໄດ້ມາຊ້າແດ່. ພະຍາໄດ້ຍິນວ່າ: “ເຮັດເຄື່ອງເຮ່ຍຫຼາຍໂພດ” ຕົກໃຈວາບ ເລີຍປ່ຽນຄຳຮ້າຍມາເປັນຄຳອອຍ ແລະ ຖາມຊຽງວ່າ: - ມຶງເກັບຫຍັງຂອງກູເຮ່ຍຮຶຊຽງ? ມາສົ່ງກູທະແມ໋! ຊຽງຍື່ນຖົ່ງຍ່າມໃຫ້ທັງເວົ້າວ່າ: - ນີ້ເດອາດຍາ, ຂ້ານ້ອຍເກັບໝົດບໍ່ຫຼໍຈັກແນວດ໋ອກ, ພະຍາດີໃຈຟ້າວເປີດເບີ່ງຖົງຍ່າມ ເລີຍເຫັນແຕ່ກ້ອນຂີ້ມ້າ. ພະຍາຂຶງຕາໃສ່ຊຽງໝ້ຽງ, ແລ້ວທືບພື້ນເຮືອນດ່າວ່າ: - ບ໊ະ! ບັກນີ້ຈອງຫອງແທ້. ເກັບເອົາໂລໆເລໆ. ຊຽງໝ້ຽງສະແດງໃຫ້ພະຍາເຫັນໃຈແລ້ວເວົ້າວ່າ: “ພະຍາເຄີຍສັ່ງວ່າ: ຖ້າເຫັນເຄື່ອງຫຍັງຂອງອາດຍາເຮ່ຍໃຫ້ຂ້ານ້ອຍເກັບມາໃຫ້ໝົດກ້ຽງ ຊັ້ນເນ!” ພະຍາໄດ້ຟັງຊຽງເວົ້າກໍ່ຄືແມ່ນຄວາມຊຽງ. |