ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົງບໍ່ມີໃຜ ທີ່ຈະບໍ່ຢາກມີຫມູ່ເພື່ອນ ຫລືຢູ່ພຽງລຳພັງບໍ່ສຸງສິງກັບຜູ້ອື່ນ ເພາະມະນຸດໂລກເຮົານີ້ລ້ວນຕ້ອງເພີ່ງພາອາໃສກັນແລະກັນທັງນັ້ນ  ຈິງຈະຢູ່ລອດ

ໄດ້ໃນການດຳເນີນຊີວິດປະຈຳວັນ ຊື່ງເຮົາອາດຈະຕ້ອງປະຕິບັດຕົນ ເພື່ອທີ່ຈະເປັນທີ່ຮັກຂອງຄົນອື່ນ ໆ ດັ່ງນີ້:

1. ທຳຕົວໃຫ້ເປັນທຳມະຊາດ

ຄື ການບໍ່ເສເເຊ້ງ ເຂົ້າໃຈກັນແລະກັນ ການດູຖູກດູຫມິ່ນ ແລະຫຍຽດຫຍາມຜູ້ອື່ນ ບໍ່ເປັນຄົນວາງທ່າ ສິ່ງຕ່າງ ໆ ເຫລົ່ານີ້ເອງທີ່ເປັນເຫດໃຫ້ຄົນເຮົາຂາດ

ເພື່ອນທີ່ຈິງໃຈ ດັ່ງນັ້ນຖ້າເຮົາຕ້ອງການໃຫ້ຜູ້ອື່ນຮັກແລະຊື່ນຊົມ ກໍ່ຄົງຕ້ອງປະຕິບັດຕົວເສຍໄຫມ່ ທຳຕົວເຮົາໃຫ້ຫນ້າຮັກ ເປັນຄົນທີ່ເວົ້າຈາ ຈິງໃຈ ປາກຕົງກັບໃຈເປັນດີທີ່ສຸດ ແລະບໍ່ຄວນກະທຳການໃດ ໆ ທີ່ຜູ້ອື່ນເດືອດຮ້ອນໂດຍເດັດຂາດ

2.​ ອາລົມດີ

ເປັນ ຄົນທີ່ມີອາດທະຍາໃສດີ ລ້າເລິງ ບໍ່ເຄັ່ງຄຽດ ໂມໂຫງ່າຍ  ເພາະຄົງບໍ່ມີໃຜທີ່ຢາກເຂົ້າໃກ້ກັບຄົນທີ່ມີນິໃສຫງຸດຫງິດ ໂມໂຫໂທໂສ ມີຄວາມກ້າວຣ້າວ

ໃຊ້ອາລົມຮ້າຍ  ແລະຮຸນແຮງ ຫລື ເປັນຄົນທີ່ອາລົມແປປວນ ງ່າຍ ໆ  ແລະຍິ່ງຖ້າເຮົາເປັນຄົນອາລົມບໍ່ດີຢູ່ສະເຫມີ ໆ ຕ້ອງຫາສາເຫດ ແລ້ວແກ້ໄຂ ບໍ່ດັ່ງນັ້ນ

ຕົວຂອງເຮົາເອງຈະກາຍເປັນຄົນໄຮ້ ເພືອນ ຂາດ ເພື່ອນ  ແລະສັງຄົມບໍ່ໃຫ້ການຍອມຮັບອີກດ້ວຍ ເພາະຄົນອື່ນ ໆ ຈະຕີຕົວອອກຫ່າງເຮົາໄປທີ່ລະຄົນ ສອງຄົນ ເພື່ອໄປຫາຄົນທີ່ອາລົມດີ ທີ່ເຂົາຢູ່ໃກ້ ແລ້ວສະບາຍໃຈ

3. ສົນໃຈຟັງ"ເຂົາ" ບໍ່ແມ່ນເວົ້າແຕ່ເລື້ອງຂອງຕົນເອງ

ເຊັ່ນ ເຮົາກຳລັງສົນທະຢູ່ໃນກຸ່ມເພື່ອນ ແຕ່ເຮົາເວົ້າແຕ່ເລື້ອງສ່ວນຕົວຂອງເຮົາ ....ເມື່ອວານນີ້ໄປທ່ຽວ ແຄມຂອງ ມ່ວນຫລາຍ ໄດ້ ເລ່ນນ້ຳກັນຈົນຄ່ຳ ແຖມຕົວຜິວຍັງດຳອີກ ພໍກັບມາມາຮອດບ້ານ  ແມ່ເຮົາຊ້ຳພັດບໍ່ສະບາຍກະທັນຫັນ ພາໄປຫາໂຮງຫມໍ  ແລະບໍ່ມີເບີ່ງ ປູ່ກັບຍ່າທີ່ເປັນອຳມະພາດ 

ຈາກຄຳເວົ້າຂ້າງຕົ້ນ ຄົນທີ່ເວົ້າກໍ່ໍຊ່າງເຈລະຈາເຫລືອເກີນ  ເວົ້າເຖີງເລື້ອງຕົວເອງ ໂດຍບໍ່ເປິດໂອກາດໃຫ້ຫມູ່ເພື່ອນ ໃນກຸ່ມໄດ້ເວົ້າ ຫລື ສະແດງຄວາມຄິດເຫັນແນ່  ຊື່ງຈິງ ໆ ແລ້ວ ຄົນເຮົາທີ່ເປັນກຸ່ມຫມູ່ເພື່ອນກັນຄົງຕ້ອງການເວົ້າເລື້ອງຕົວເອງ ໃຫ້ຫມູ່ຟັງ  ແຕ່ຕ້ອງມີການ ແລກປ່ຽນ ແລະສົນໃຈ ເລື່້ອງຂອງເຂົາຫລາຍກວ່າເວົ້າເລື້ອງຂອງຕົນເອງ.

4. ຮູ້ຈັກ "ໃຫ້ " ແລະ"ຮັບ"

ຂໍ້ ນີ້ຄົງບໍ່ຕ້ອງບອກ ເພາະໃຜ ໆ ກໍ່ຮູ້ ແຕ່ກໍ່ມີຄົນ ຈຳນວນຫລາຍ ບໍ່ຍອມປະຕິບັດ ມີແຕ່ຈະຮັບຂ້າງດຽວ ຫວັງແຕ່ຜົນປະໂຫຍດ ທີ່ຈະເກີດກັບຕົວເອງພຽງເທົ່ານັ້ນ ສ່ວນຄົນອື່ນບໍ່ສົນໃຈ ຊື່ງຄົນປະເພດທີ່ມັກຮັບຂ້າງດຽວ ບໍ່ໄດ້ໃຫ້ຜູ້ອື່ນຕອບແທນ ຈັດເປັນທີ່ມີລັກສະນະເປັນຄົນເຫັນແກ່ຕົວ  ຄົນມັກມາກ  ຄົນເອົາປຽບ ຄົນເອົາແຕ່ໄດ້ ແຕ່ຄົນທີ່ໃຫ້ມາກກວ່າຮັບຈະມີເພື່ອນຫລາຍກວ່າຄົນທີ່ຮັບມາກວ່າໃຫ້ຢ່າງແນ່ນອນ.
ການໃຫ້ແລະການຮັບບໍ່ໄດ້ຫມາຍຄວາມສະເພາະວັດຖຸ ແຕ່ລວມໄປເຖີງການໃຫ້ຄວາມຊ່ວຍເຫລືອ ຜູ້ອື່ນທີ່ເດືອດຮ້ອນ ຫລືຄົນທີ່ຕົກທຸກໄດ້ຍາກ ສິ່ງເຫລົ່ານີ້ ຖືວ່າເປັນການໃຫ້ທີ່ມີຄຸນຄ່າມາກ ມາຍ ແລະໂດຍປົກກະຕິຄົນທົ່ວໄປກໍ່ຄົງຊອບຄົນທີ່ໃຫ້ເຮົາ ແລະຍອມຮັບຈາກເຮົາ ເພາະເວລາເຂົາຮັບອີຫຫຍັງຈາກເຮົາ ເຮົາຮູ້ສືກດີໃຈ ແລະພໍໃຈແຕ່ຖ້າທ່ານເປັນຝ່າຍຮັບຈາກເຂົາຢູ່ຂ້າງດຽວ ກໍ່ຄົງຕ້ອງຮູ້ສືກລະອາໃຈບໍ່ຫລາຍກໍ່ນ້ອຍ

5. ເບີ່ງໂລກໃນແງ່ດີ

ເຮົາລອງຫັນໄປເບີ່ງລອບ ໆ ຕົວເຮົາເປັນແນວໃດ ໂດຍຂໍໃຫ້ມີໂລກກະທັດທີ່ກວ້າງໃກ ບໍ່ຕຳຫນິ ຫລືຕີຕຽນສິ່ງ ຕ່າງ ໆ ຢູ່ຕະຫລອດເວລາ ເຊັ່ນ: ຄົນນີ້ເປັນຄົນບໍ່ດີ ບ້ານນີ້ມີຫຍັງ ແປກໆ ແລະເປັນຕາຢ້ານ ຜູ້ຍິ່ງຄົນນີ້ບໍ່ຫນ້າຄົບ  ຄົງເຫັນແລ້ວວ່າຖ້າຄົນເຮົາມີຄວາມຄິດເຊັ່ນນີ້ ກັນທຸກຄົນ ສັງຄົມກໍ່ຄົງວຸ້ນວ່າຍແນ່ນອນ ແລະຄົງມີແຕ່ປັນຫາມາກມາຍ ທີ່ຈະເກີດຂື້ນ ແຕ່ຖ້າເຮົາລອງເບີ່ງໂລກໃນແງ່ດີແດ່ ແລະທຳເປັນປະຈຳຢູ່ຕະຫລອດ ຄົນທີ່ຢູ່ໃກ້ເຮົາກະມີຄວາມສຸກ

ສິ່ງຕ່າງ ໆ ທີ່ກ່າວຂ້າງຕົ້ນນີ້ ລ້ວນແຕ່ເປັນວິທີທີ່ຈະທຳໃຫ້ເຮົາສາມາດເປັນທີ່ຮັກຂອງຜູ້ອື່ນໄດ້ຢ່າງມີຄວາມສຸກ ກໍ່ຂໍໃຫ້ຄົນເຮົາເລິ້ມຕົ້ນດ້ວຍການ ເປັນຜູ້ໃຫ້ ເສຍກ່ອນ ຮັບຮອງໄດ້ວ່າໃນເວລາຕໍ່ມາເຮົາກໍ່ຈະໄດ້ຮັບສິ່ງຕອບແທນຕ່າງ ໆ ກັບມາຢ່າງມາກມາຍ ຈາກຄົນທີ່ຮັບໃຫ້ນັ້ນດ້ວຍຄວາມຈິງໃຈ  ແລະເປັນການເສີມສ້າງພະລັງຄວາມຮັກ ແລະຄວາມເຂົ້າໃຈລະຫວ່າງຄົນມາກຂື້ນດ້ວຍ



ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເວົ້າເຖີງຫລັກທຸລະກິດ ຫລືຄຸນສົມບັດ ຜູ້ທີ່ທຳການຄ້າ ເພື່ອໃຫ້ຄ້າຂາຍດີ ມີກຳໄລ ທ່ານຈະຕ້ອງເສກສ້າງຄວາມງາມໃຫ້ຄົບ 4 ຢ່າງດັ່ງນີ້

1. ງາມໃບຫນ້າ   ລູກຄ້າຊອບ

2. ງາມກິຣິຍາ    ລູກຄ້າຖືກໃຈ

3. ງາມວາຈາ      ລູກຄ້າຫລົງໄຫລ

4. ງາມບໍລິການ  ລູກຄ້າບານລືໄທ ຫລື ລູກຄ້າຕິດໃຈ

 

ງາມທັງສີ່ລະດັບຊັ້ນນີ້ ເປັນສູດນັກບໍຣິຫານທຸລະກິດ ຫລື ສູດຜູ້ທຳການຄ້າຂາຍ

ເມື່ອຄຸນນະທັມ ແລະຄຸນລັກສະນະຂອງນັກຄ້າຂາຍ ປະມວນຫຍໍ້ ໆ ໄດ້ອີກ 4 ປະການ ຄື:

1. ຍິ້ມແຍ້ມແຈ່ມໃສ

2. ຕັ້ງໃຈສົນທະນາ

3. ເຈລະຈາໄພເລາະ

4. ສົງເຄາະເອື້ອເຟື້ອ.

ກ.​ ຍິ້ມແຍ້ມແຈ່ມໃສ  ພວກເຮົາຮູ້ແລ້ວວ່າ  ຮອຍຍິ້ນເປັນມົນສະເຫນ່ ທີ່ເສກສ້າງຂື້ນດ້ວຍຕົນເອງ ແລະງ່າຍດ່າຍ ດັ່ງບົດກ່ອນທີ່ວ່າ:

ຍິ້ມໄວ້ໃຈສົດຊື່ນ ອາຍຸຍືນໄຮ້ໂລກໂລຄາ  ຮູບຮ່າງງາມໂສພາ ເປັນສະເຫນ່ແກ່ຜູ້ຄົນ  ຫລື  ຍິ້ມໃຫ້ກັນວັນລະນິດຈິດແຈ່ມໃສ  ຍິ້ມໃຫ້ກັນ

ວັນລະນິດ ມີມິດທົ່ວໄປ  ແຕ່ຕ້ອງຍິ້ມຈາກໃຈ ບໍ່ແມ່ນຍິ້ມເສແສງແກ້ງຍິ້ມ  ຫລື ຍິ້ມແບບການເມືອງ  ຍິ້ມແບບຟ້າແມບ ແວບດຽວກະຫາຍ ຍິ້ມແລ້ວຮີບຫຸບ ....ຍິ້ມມີເລຊັ້ນໃນ   ຕ້ອງຍິ້ມແຍ້ມແຈ່ມໃສ  ແຕ່ຢ່າຍິ້ມ ຕະຫລອດ 24 ຊົ່ວໂມງເດີ  ມັນອັນຕະລາຍ

ຂ. ຕັ້ງໃຈສົນທະນາ  ສົນໃຈໃຫ້ກຽດຕິດຕໍ່ລູກຄ້າ ບໍ່ເມີນ ຫລື ປະເມີນຖານະ ຫລື ສະພາບຂອງລູກຄ້າຕຳ່  ຢ່າຄິດວ່າເຂົາບໍ່ມີເງີນ

ເຂົາອາດຈະຊອບຮູບ ເປັນຜ້າຖູພືນ ຫໍ່ຄຳກະເປັນໄດ້  ຖ້າເຮົາຕັ້ງໃຈ ສົນທະນາແລະໃຫ້ກຽດເຂົາ  ທ່ານອາດຈະໂຊກດີແບບນີ້:

( ຂ້ອຍປ່ຽນໃຈແລ້ວ ທັງຮ້ານນີ້ເທົ່າໃດ ) ກໍ່ເປັນໄດ້.​

 

ຄ. ເຈລະຈາໄພເຣາະ  ບູຮານທ່ານກ່າວໄວ້ວ່າຈະໄດ້ດີກໍ່ເພາະປາກ ຈະໄດ້ຍາກກໍ່ເພາະຄຳ  ທຳມະຊາດຂອງປາກ ຄື ເວົ້າດີໄດ້ເວົ້າຮ້າຍເສຍ

ຈະອິ່ມ ຈະຫິວ ຈະຂາດທືນ  ໄດ້ກຳໄລ  ຮັກ ຫລື ຊັງ ຮູ້ເລື້ອງ ຫລື ເສຍເລື້ອງ ເຂົ້າໃຈ ຫລື ຂັດໃຈ ກໍ່ຢູ່ທີ່ປາກຂອງເຮົາທັງນັ້ນລະ.

ງ. ສົງເຄາະເອື້ອເຟື້ອ  ຄື ການມີວິໃສທັດທີ່ກວ້າງໃກ  ບໍ່ຫວັງຈະເອົາແຕ່ກຳໄລຢ່າງດຽວ ຕ້ອງເອົາໃຈລູກຄ້າໄວ້ດ້ວຍ  ອາດຈະເອື້ອເຟືອ ໃນ

ການແນະນຳສິນຄ້າທີ່ດີ  ວິທີໃຊ້ ແລະສິ່ງຕ່າງຕໍ່ລູກຄ້າ ເຖີງແມ່ນວ່າ ເຂົາອາດຈະບໍ່ໄດ້ຊື້ ກໍ່ຕາມ  ສິ່ງສຳຄັນ ຄື ມີຄວາມຊື່ສັດຕໍ່ລູກຄ້າ

ບໍ່ຂີ້ຫລັກ ຂີ້ໂກງ ເຊັ່ນ: ໃຊ້ສິນຄ້າຫມົດອາຍຸ ຫລື ສິງຄ້າປອມແປງມາຂາຍ ແບບນີ້ຈະເຮັດໃຫ້ລູກຄ້າຂອງເຮົາລົດນ້ອຍຖອຍລົງ

ຫລື ອາດຈະບໍ່ຢາກມາຊື້ ອີກເລີຍ.

 

ຈະເລີນພອນ ເດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄອງຄູ່ຖືກວິທີມີສຸກ
ສາມີພັນລະຍາທີ່ດີ ຫລືອຜົວເມຍທີ່ດີຈະເຮັດໃຫ້ຊີວິດຄູ່ມີຄວາມສຸກ ອາດຕະມາພາບ ( I ) ຂໍຝາກຄຸນນະທັມ ສຳຫລັບຄອບເຮືອນ ຄອງຮັກໄວ້ ໓ ຂໍ້
ແລ້ວຈະເຮັດໃຫ້ຊີວິດຄູ່ ຍັງຍືນ ປາດສະຈາກການຢ່າຮ້າງ
໑. ຕ້ອງຊື່ຕົງ
໒. ຕ້ອງຈົ່ງຮັກ
໓. ຕ້ອງຫນັກແຫນ້ນ
- ຕ້ອງຊື່ຕົງຕໍ່ກັນ ບໍ່ນອກໃຈກັນ ຊື່ງແມ່ນຈະເຫັນຄົນອື່ນງາມກວ່າ ສວຍກວ່າ ຫລໍ
ກວ່າ ຜົວ ຫລື ເມຍຂອງຕົນກະບໍ່ໄປຫລົງມີໃຈໃຫ້ ຮັກສາຄວາມຮັກຂອງກັນແລະ
ກັນໄວ້ ທີມີປັນຫາຢູ່ປັດຈຸບັນນີ້ ຕ້ອງຢ່າຮ້າງກັນ ເພາະປັນຫາຄວາມບໍ່ຊື່ຕົງ
ຕໍ່ກັນ
- ຈົ່ງຮັກນັ້ນ ຈະຕ້ອງມີເຫດຜົນ ອີກຝາກຫນື່ງເຮັດຜິດເລັກນ້ອຍ ອີກຝ່າຍກໍ່ຕ້ອງ
ໃຫ້ອະໄພ ແລະພະຍາຍາມ ຫັດຮູ້ຈັກພໍໃຈ ຊື່ງກັນແລະກັນ ຢ່າໄປຄິດນອກໃຈ
ໃຫ້ຮັກກັນຈິງຈັງ
- ຫນັກແຫນ້ນ ນັ້ນໃຫ້ມີໃຈທີ່ມີເຫດຜົນ ຕໍ່ປັນຫາທີ່ເກິດຂື້ນຫລືກຳລັງຈະເກີດຂື້ນ ບໍ່
ໃຊ້ອາລົມ ແກ້ໄຂປັນຫາ ຢ່າເອົາເລື້ອງ ນອກບ້ານມາສ້າງປັນຫາໃນບ້ານ ແລະຢ່າເອົາເລື້ອງພາຍໃນບ້ານໄປເລົ່າໃຫ້ຊາວບ້ານຟັງ ວ່າ ຜົວຕົນບໍ່ດີ ເມຍຕົນ
ບໍ່ດີ ຍິງເວົ້າຍິງມີປັນຫາ ບູຮານທ່ານກ່ອນໄວ້ວ່າ ໄຟໃນບໍ່ນຳອອກ ໄຟນອກບໍ່
ໃຫ້ນຳເຂົ້າ ໄຟ ກະຄື ຄຳເວົ້າແລະປັນຫານັ້ນເອງ ໃຫ້ມີຄວາມຫນັກ
ແຫນ້ນຕໍ່ຄຳເວົ໊າຂອງຄົນ ທີ່
ຫວັງດີ ແລະບໍ່ຫວັງດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1.  ຮູ້ຈັກໃຫ້    ຮູ້ຈັກຮັບ  ຮູ້ຈັກຢຸດ  ຮູ້ຈັກຍອມ  ຮູ້ຈັກເຢັນ

2. ບຳລຸງ ຖະນຸຖະຫນອມບິດາມານດາ  ມີຄ່າດັ່ງບຳລຸງພຮະອໍລະຫັນ  ເພາະບິດາມານດາ ຄື ພຮະອໍລະຫັນໃນບ້ານ

3. ຮຽນຮູ້ຈາກ ອາດີດ  ບໍລິຫານປັດຈຸບັນ  ກ້າສ້າງສັນໃນອານາຄົດ

4. ຈົ່ງຂຽນສິ່ງທີ່ມີຄຸນຄ່າເທົ່າທີ່ພໍຄົນອື່ນລຸ້ນຫລັງຈະໄດ້ອ່ານ

5. ຈົ່ງຫນັກແຫນ້ນຕໍ່ຄຳສັນລະເສີນ ແລະຍິນທາ ດັ່ງພູຜາແຂງ ມີຄວາມຕ້ານທານຕໍ່ພະຍຸລົມແຮງ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະຄຸນຂອງພໍ່ແມ່ ພັນລະນາບໍ່ມີຫມົດໄດ້
ພະຄຸນຂອງແມ່ມີມາກມາຍເກີນກວ່າທີ່ລູກຈະບັນລະຍາຍໄດ້ຫມົດ ແມ່ເປັນຜູ້ໃຫ້ກຳເນິດ ຕັ້ງແຕ່ລູກ
ຍັງຢູ່ໃນຄັນຂອງແມ່ ແມ່ຈະຖະນຸຖະຫນອມກ່ອມກ້ຽງລ້ຽງດູ ແມ່ໄປໃສກໍ່ຫອບຫິ້ວເອົາລູກທີ່ຢູ່ໃນທ້ອງ
ໄປນຳຕະຫລອດເວລາ ເວລາເຮັດວຽກກະບໍ່ສະດວກ ແຕ່ແມ່ກໍ່ຍັງທົນ ເພື່ອລູກຂອງແມ່ຈະໄດ້ສະບາຍ
ໃນຄັ້ງທຳແລກທີ່ລູກໄດ້ມືນຕາເຫັນໂລກ ລູກມອງບໍ່ເຫັນໃຜນອກຈາກແມ່ ແມ່ ຄ່ອຍໆ ປະຄອງລູກ ມາ
ແນບກອດກັບອົກໄວ້ ລູກມີຄວາມອົບອຸ່ນເຫລືອເກີນ
ແມ່ເປັນຄູຄົນທຳອິດຂອງລູກ ທີ່ສອນໃຫ້ລູກຍ່າງ ສອນໃຫ້ລູກຮູ້ຈັກຄວາມດີ ຄວາມຊົ່ວ ສິ່ງໃດຖືກ ສິ່ງໃດຜິດ ແມ່ຈະເປັນຜູ້ສອນ
ແມ່ເປັນເພື່ອນເວລາລູກເຫງົາ ແມ່ກໍ່ຄອຍເລ່ນກັບລູກ ເມື່ອເວລາລູກຫິວແມ່ກໍ່ຫາມາໃຫ້ລູກກິນ
ເມື່ອຍາກລູກເຈັບໄຂ້ບໍ່ສະບາຍ ແມ່ກໍ່ຈະເປັນຫມໍໃຫ້ລູກ ແມ່ຈະຄອບເບີ່ງແຍງທຸກຢ່າງ ແລະແມ່ເຮັດໃຫ້
ລູກໄດ້ທຸກຢ່າງ ເມື່ອເຫັນລູກເຈັບ ນ້ຳຕາແມ່ກໍ່ໄຫລ ແລະເວົ້າກັບລູກວ່າ: ຖ້າສາມາດປ່ຽນໃຫ້ແມ່ໄດ້
ແມ່ຈະເຈັບແທນລູກ. ວັນທີ່ລູກຈະເຂົ້າໂຮງຮຽນເປັນວັນທີ່ແມ່ພູມໃຈຫລາຍທີ່ສຸດ ທີ່ເຫັນລູກຂອງແມ່
ເຂົ້າໂຮງຮຽນ ເມື່ອລູກໄດ້ຮຽນໃນຊັ້ນສູງ ໆ ແມ່ກໍ່ພະຍາຍາມເກັບອອມເງີນທີ່ແມ່ຫາມາໄດ້ ສົ່ງໃຫ້
ລູກຂອງແມ່ຮຽນຈົນຈົບ ແມ່ຫວັງວ່າລູກຂອງແມ່ຈະມີອານາຄົດທີ່ດີ ມີການສືກສາທີ່ດີ ເວລາທີ່ລູກ
ເຮັດຜິດ ແມ່ບໍ່ເຄີຍຮ້າຍດ່າ ແມ່ຈະຄ່ອຍໃຫ້ແຕ່ຄຳປືກສາ ອະທິບາຍວ່າ ຢ່າງນີ້ດີ ຢ່າງນັ້ນບໍ່ດີນະ
ແມ່ເປັນທະຄານຂອງລູກ ເວລາທີ່ລູກບໍ່ມີເງີນ ຕ້ອງການໃຊ້ເງີນ ແມ່ນວ່າແມ່ຈະບໍ່ມີເງີນ ແມ່ກໍ່ຈະ
ຫາມາໃຫ້ລູກຢ່າງເຕັມໃຈ ທຸກສິ່ງທີ່ລູກໄດ້ ທຸກຢ່າງທີ່ລູກມີ ແມ່ຈະເປັນຜູ້ຫາມາໃຫ້ຢ່າງຍິ້ມແຍ້ມ
ແມ່ເປັນຜູ້ເຮັດໃຫ້ລູກເກີດ ໃຫ້ລູກເປັນຄົນດີ ລູກຈະຂໍຕອບແທນບຸນຄຸນຂອງແມ່ ລູກຈະຕອບ
ແທນແມ່ ລ້ຽງດູແມ່ ຈະຊ່ວຍແມ່ທຸກຢ່າງທີ່ສາມາດທຳໄດ້ ລູກຂໍໃຫ້ສັນຍາ
ອະໄພສະເຫມີ
ພະຄຸນແມ່ເລີດລ້ຳ ລູກຈົດຈຳ ໃນດວງໃຈ
ແຕ່ນ້ອຍຈົນເຕັບໃຫຍ່ ບໍ່ມີໃຜ ມາປຽບປານ
ສົ່ງລູກໃຫ້ສືກສາ ຮຽນວິຊາ ຂຽນແລະອ່ານ
ລູກເຈັບແມ່ພະຍາບານ ຫາກລູກພານ ແມ່ໃຫ້ອະໄພ

ເຖີງລູກຮັກ
ພໍ່ແມ່ບໍ່ມີເງີນທອງຈະກອງໃຫ້
ຈົ່ງຕັ້ງໃຈ ພາກພຽນຮຽນຫນັງສື
ຫາວິຊາຄວາມຮູ້ເປັນເຄື່ອງມື
ເພື່ອຢືດຖື ເອົາໄວ້ໃຊ້ລ້ຽງກາຍ
ພໍ່ແມ່ມີແຕ່ຈະແກ່ເຖົ້າ
ຈະລ້ຽງເຈົ້າເລື້ອຍໄປນັ້ນຢ່າຫມາຍ
ໃຊ້ວິຊາລ້ຽງຕົນໄປຈົນຕາຍ
ເຈົ້າສະບາຍພໍ່ແມ່ກະຊື່ນໃຈ
.....................................
ເຖີງພໍ່ຈົນທົນໄດ້ບໍ່ທຸກຫນັກ
ເທົ່າລູກຮັກ ປະພຶດຕົນເປັນຄົນຊົ່ວ
ລູກຈັກຄົນທົນລ້ຽງໄດ້ບໍ່ຫມອງມົວ
ບໍ່ໂສກເສົ້າເທົ່າລູກຕົວຊົ່ວລະຍຳ
..........................................
ຄວາມຫວັງຂອງພໍ່ແມ່ກ່ອນຕາຍ
ຍາມແກ່ເຖົ້າຫວັງໃຫ້ເຈົ້າເຂົ້າຮັບໃຊ້
ຍາມປວ່ຍໄຂ້ຫວັງໃຫ້ເຈົ້າເຂົ້າຮັກສາ
ຍາມເມື່ອເຖີງຄາວຕາຍວາຍຊີວາ
ຫວັງລູກມາຊ່ວຍປິດຕາ ຍາມຊິ້ນໃຈ
....................................................
ພຣະຄຸນທີ່ຍິ່ງໃຫຍ່
ຈະເອົາໂລກມາເປັນປາກກາ
ຈະເອົາຟ້າມາເປັນກະດາດ
ຈະເອົາມະຫາສະມຸດມາເປັນນ້ຳມືກ
ຈະມາຂຽນຈົນເຕັມຫມົດແຜ່ນຟ້າແຜ່ນດີ ກໍ່ຍັງບໍ່ສາມາດພັນລະນາ ພຣະຄຸນຂອງພໍ່ແມ່ທີ່ມີຕໍ່ລູກ
ໃຫ້ຫມົດໄດ້
............................................................................................................................
ລູກຮັກພໍ່ແມ່
ລູກຄຳນຶງເຖີງພຣະຄຸນຂອງພໍ່ແມ່
ນືກເຖີງແນ້ ພຣະຄຸນທ່ານນັ້ນໃຫຍ່ຫລວງ
ຍິງຄິດໄປ ໃຈຍິງອ່ອນສະທອນຊວງ
ນ້ຳຕາລ້ວງໄຫລຄໍຫລໍ້ລູກຕາ
ຕັ້ງແຕ່ນີ້ລູກຈະມີສະຕິຫມັ້ນ
ທຸກຄືນວັນລູກຈະຄິດໃສ່ຈິດຫນາ
ບູຊາພໍ່ແມ່ປະທັບໄວ້ໃນອຸລາ
ຈວບຊີວາຊິ້ນໄປ ບໍ່ຂໍລືມ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນເຮົາທີ່ເກີດຂື້ນມາໃນໂລກນີ້ ລ້ວນແຕ່ມີຄວາມທຸກດ້ວຍກັນຫມົດທຸກຄົນ ແລະມີທຸກຫລາຍຢ່າງ ແຕ່ສະຫລຸບຄວາມທຸກຂອງຄົນເຮົາແລ້ວ ມີຢູ່ 8 ຢ່າງດັ່ງຕໍ່ໄປນີ້

1. ທຸກເພາະເກີດ ທຸກຄົນເກີດຂື້ນມາກໍ່ເປັນທຸກ ບໍ່ມີໃຜປະຕິເສດໄດ້ວ່າເກີດແລ້ວສິບໍ່ເປັນທຸກ ບໍ່ທຸກນ້ອຍກະທຸກມາກ ຖ້າບໍ່ທຸກອອກມາແລ້ວ ຄົງບໍ່ໃຫ້ ຖ້າເກີດແລ້ວມີຄວາມສຸກ ຕອນອອກມາມັນຕ້ອງ ຫົວ ຮຮຮາາາາາາ ອອກມາ ອັນນີ້ມັນໃຫ້ ສະແດງວ່່າມີທຸກ

2. ທຸກເພາະແກ່ ບໍ່ມີໃຜທີ່ຈະຕ້ອງການແກ່ ອາຍຸຫລາຍ ຍິ່ງທຸກຫລາຍ ເພາະບໍ່ຢາກແກ່ ບາງຄົນແຍງແຫວ່ນ ເຫັນຕີນກາຈັບຫນ້າ ຟາວໄປຊື້ ແຄຣມ ຊື້ເຂົ້າແປ້ງ ໂຟມ ມາທາ ເພື່ອໃຫ້ເບີ່ງດີ ເປັ່ງປັນຍັງຫນຸ່ມຍັງສາວ ເວົ້າງ່າຍເພື່ອໄລ່ຕີນກາອອກຈາກຫນ້າກະວ່າໄດ້

ອັນນີ້ກະເປັນທຸກ ເພາະເຮົາບໍ່ຢາກແກ່

3. ທຸກເພາະເຈັບ ບໍ່ວ່າໃຜ ເມື່ອເຈັບ ກໍ່ຕ້ອງເປັນທຸກຫມົດທຸກຄົນ ເຈັບກາຍ ກະເປັນທຸກ ຍິ່ງທຸກໄປກວ່ານັ້ນຄື ເຈັບໃຈ ກາຍນີ້ກະຍັງທົນ

ໄດ້ແຕ່ເຈັບນີ້ໃຜສິທົນ ເຈັບກາຍ ເຈັບ ອອດ ໆ ແອດ ໆ ເຈັບເຫມືອນປະຕູບໍ່ໄດ້ຢອດນ້ຳມັນນີ້ກະເປັນທຸກ ເຈັບໃຈເກີດຈາກການລ່ວງເກີນ ລ່ວງລະເມີດຈາກການກະທຳແລະຄຳເວົ້າ ດູຖູກສຽດສີ ກະເຮັດໃຫ້ເຮົາເຈັດ ແລະເປັນທຸກດ້ວຍ

4. ທຸກເພາະຕາຍ ຕົນເຮົາໃກ້ສິຕາຍນີ້ກະເປັນທຸກ ບໍ່ແມ່ນທຸກແຕ່ຜູ້ຕາຍ ຄົນຢູ່ໃກ້ຊິດ ທີ່ຍັງບໍ່ຕາຍກະເປັນທຸກນຳ ເພາະເຮົາບໍ່ຢາກຕາຍ

ຂ້າພະເຈົ້າເອງກະບໍ່ຢາກຕາຍເຊັ່ນກັນ ຖ້າໄດ້ຍິນວ່າເຂົາສິມາຂ້າກະຕ້ອງຫນີກ່ອນລະນໍ ເພາະບໍ່ຢາກຕາຍ ແລະການຕາຍເຮັດໃຫ້ຄົນທຸກຄົນ ແລະທຸກຊີວິດເປັນທຸກ ເຖີງແມ່ນວ່າຜູ້ທີ່ຕາຍໄປ ຈະຕາຍແບບບໍ່ຮູ້ສືກຕົວ ກໍ່ຕາມ ແຕ່ກໍ່ຍັງເຮັດໃຫ້ຜູ້

ຢູ່ເບື້ອງຫລັງເປັນທຸກ ຄືຮ້ອງໃຫ້ເສຍນ້ຳຕານຳ

5. ທຸກເພາະຢາກໄດ້ແລ້ວບໍ່ສົມຫວັງ ອັນນີ້ກະອັນຕະລາຍ ເຮົາຕ້ອງຄວາມຫວັງກັບສິ່ງໃດ ເມື່ອເຮົາບໍ່ໄດ້ດັ່ງໃຈຫວັງ ເຮົາກະເປັນທຸກ

ບາງຄົນທຸກຫລາຍ ຈົນບໍ່ສາມາດຫາທາງອອກ ຂ້າຕົວຕາຍກະມີ ເພາະບໍ່ຮູ້ຈັກວິທີປ່ອຍວ່າງ ແລະທຳຄວາມເຂົ້າໃຈໃນຄວາມຫວັງ ແລະຄວາມຢາກໄດ້ ເຮົາຫວັງສິ່ງໃດ ຢາກໄດ້ສິ່ງໃດ ເຮົາກໍ່ຈະເປັນທຸກກັບສິ່ງນັ້ນ ໆ ຢາກໄດ້ຫລາຍ ເຮົາກໍ່ທຸກຫລາຍ ນ້ອຍກໍ່ທຸກນ້ອຍ

ແລ້ວແຕ່ສະພາບຂອງແຕ່ລະຄົນ

6. ທຸກເພາະພັດພາກຈາກສິ່ງທີ່ເຮົາຮັກ ສິ່ງໃດທີ່ເຮົາຮັກ ເຮົາແພງ ມືໃດວັນຫນື່ງ ມັນສູນເສຍໄປເຮົາກະເປັນທຸກ ມັນເປັນກົດຂອງທຳມະຊາດ ທີ່ມີພົບກໍ່ຕ້ອງມີພາກ ມີຈາກກໍ່ຕ້ອງມີເຈີ ເປັນເລື້ອງທຳມະດາ ເຮົາມີ ພໍ່ແມ່ ຊູ້ແຟນ ຫລື ຜົວເມຍ ອັນເປັນທີ່

ຮັກຂອງເຮົາ ແຕ່ມື້ໃດມື້ຫນື່ງເຮົາຈາກສິ່ງນີ້ໄປ ເຮົາກໍ່ຕ້ອງເປັນທຸກ ຄົນເຮົາ ຈະຕ້ອງພາກຈາກສິ່ງທີ່ເຮົາຮັກແລະເຮົາຫວງ ບໍ່ວ່າວັດຖຸກ ຫລື ບຸກຄົນ ຄົນບໍ່ຈາກກັນຕອນຕາຍ ກໍ່ຈາກກັນຕອນເປັນ

7. ທຸກເພາະຈຳໃຈຢູ່ກັບສິ່ງທີ່ກຽດຊັງ ອັນນີ້ກະເປັນທຸກຢ່າງແຮງ ຖ້າເຮົາບໍ່ຮູ້ຈັກປ່ອຍວາງ ຫລື ທຳໃຈໃຫ້ສະບາຍ ເຊັ່ນເຮົາບໍ່ມັກຂີ້ຫນ້າ

ເພື່ອນຮ່ວມງານ ແຕ່ຈຳເປັນຕ້ອງເຫັນຫນ້າເຂົາທຸກມື້ເພາະເຮົາຕ້ອງເຮັດວຽກຢູ່ທີ່ນັ້ນ ອັນນີ້ກະເປັນທຸກ ຫລືບາງຄົນ ບໍ່ຍອມຮັບໃນ ຄວາມເປັນຕົວເອງ ບໍ່ຫລໍ່ ບໍ່ງາມ ມີຂາສາມຂາ ສິງທີ່ເສດເຫລືອ ເຮົາບໍ່ມັກບໍ່ຕ້ອງການ ແຕ່ກະຕ້ອງເປັນທຸກເພາະມັນ ເພາະເຮັດຫຍັງບໍ່ໄດ້ ແລະບາງປະການທົນທຸກ ຢູ່ນຳກັນເພື່ອບາງຢ່າງ ອັນນີ້ກະເປັນທຸກ

8. ທຸກເພາະຂັນ​ 5 ພາທຸກ ມີດັ່ງນີ້

1.​ຮູບຂັນ

2.​ເວທະນາຂັນ

3. ສັນຍາຂັນ

4. ສັງຂານຂັນ

5. ວິນຍານຂັນ

ຫ້າຢ່າງນີ້ໃນຮ່າງກາຍຂອງຄົນເຮົາ ທຳງານຮ່ວມກັນກັບ ອາຍັດຕະ 6 ຄື: ຫູ. ຕາ ດັງ. ລິ້ນ. ກາຍ. ໃຈ ເຮັດໃຫ້ເກີດອາລົມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຈະເລີນພອນທ່ານທີ່ອ່ານທັງຫລາຍ   ພວກເຮົາທັງຫລາຍຄົງບໍ່ມີໃຜປະຕິເສດການສືກສາຫລື ຄວາມຮູ້   ເພາະການມີວິຊາຄວາມຮູ້ ເຫມືອນມີຊັບຢູ່ນັບແສນ

ເຊັ່ນ ຄຳທີ່ສຸພາສິດທີ່ວ່າ:  ຫິບທີ່ເຕັມໄປດ້ວຍເງີນທອງ ຍັງບໍ່ເທົ່າກັບຫົວສະຫມອງ ທີ່ເຕັມໄປດ້ວຍຄວາມຮູ້. ການສືກສາຮ່ຳຮຽນ ຫລື ສືກສາຮຽນຮູ້ ເປັນສິ່ງທີ່

ດີ ແຕ່ສິ່ງສຳຄັນໃນບົດຄວາມນີ້ ທີ່ຂ້າພະເຈົ້າຢາກເວົ້າ ຄື ເຮົາຮຽນ ເຮົາສືກສາ ເພື່ອຫຍັງ  ສືກສາເພື່ອຮູ້  ແລ້ວນຳເອົາຄວາມຮູ້ທີ່ຮຽນມານຳໃຊ້ໃຫ້ເກີດປະໂຍດ

ໃນການດຳເນີນຊີວິດ ເພື່ອໃຫ້ເກີດຄວາມ ກ້າວຫນ້າແລະຜາສຸກ  ແບບນີິ້ລະດີ    ແຕ່ຖ້າເຮົາຮຽນມາເພື່ອອວດ ເພື່ອໂຊ  ເພື່ອຮຽກຮ້ອງຄວາມສົນໃຈ ຈາກ ສາວ ໆ  ຫນຸ່ມ ໆ  ຫລື ເພື່ອນຳຄວາມຮູ້ມາຂົ່ມຂູ່ຄົນອື່ນ ທີ່ເຂົາບໍ່ຮູ້ນັ້ນ  ເປັນສິ່ງທີ່ບໍ່ຫນ້າທຳ ແລະພຶດຕິກຳແບບນີ້  ບໍ່ສົມກັບວ່າຜູ້ຮູ້ ຫລື ຜູ້ມີການສືກສາ 

ມັນຈະເຂົ້າຄຳວ່າ   ຄວາມຮູ້ຖ້ວມຫົວເອົາຕົວບໍ່ລອດ .  ເຮົາຈະຮຽນວິຊາໃດ ກໍ່ຕາມ  ມຫາລັຍໃດກໍ່ ຕາມ ຫລືຈະຈ່າຍຄ່າເທີມແພງແສນແພງ ກໍ່ບໍ່ສຳຄັນ

ຖ້າເຮົາຮຽນຈົບແລ້ວ ເຮັດວຽກບໍ່ເປັນ  ບໍ່ສາມາດນຳເອົາຄວາມຮູ້ມາໃຊ້ໃຫ້ເກີດຄວາມຜາສຸກກັບຕົນເອງໄດ້  ຫລື ເມື່ອມີປັນຫາ ແກ້ໃຂບໍ່ເປັນ 

ຈຸດປະສົງຂອງການຮຽນ ຄື ເພື່ອຮູ້   ຂ້າພະເຈົ້າເຫັນຄົນຫລາຍຄົນ  ແຕ່ກະບໍ່ເປັນຫມົດທຸກຄົນ  ທີ່ມັກອວດໂອ້   ເຮົາສືກສາເພື່ອເຮັດໃຫ້ຊີວິດເຮົາສູງຂື້ນ

ຫລືຕ່ຳລົງ   ການຮຽນຈະຕ້ອງຮຽນທັງສອງຢ່າງ ຄື ວິຊາອາຊີບ  ແລະວິຊາຊີວິດ 

- ວິຊາອາຊີບ ຄື ສິ່ງທີ່ຈະນຳໄປໃຊ້ໃຫ້ຊີວິດກ້າວຫນ້າ  ແລະຜາສຸກ

- ວິຊາຊີວິດ ຄື ກິຣິຍາມາລະຍາດ  ຈິດໃຈເຍືອກເຢັນ ຄວາມອ່ອນນ້ອມຖ່ອມຕົນ ແລະສາມາດເຂົາກັບຄົນໄດ້ ໂດຍບໍ່ລັງກຽດ

ຂ້າພະເຈົ້າເຄີຍມີປະສົບການພໍຈະເລົ່າໃຫ້ຟັງ ສຳກ່ຽວກັບຜູ້ທີ່ຮຽນສູງ  ຂ້າເຈົ້າເຄີຍຮູ້ຈັກຄົນໄປຮຽນໄທຍ   ໄປໄດ້ ປີກວ່າກັບມາບ້ານ ເວົ້າລາວເກືອບບໍ່ເປັນ

ກິນເຂົ້າຫນຽວບໍ່ໄດ້  ເຫັນສິ່ງສະຖານທີ່ທີ່ຕົນເຄີຍອາໃສແຕ່ກ່ອນ ເປັນບ່ອນ ສົກກະປົກ ຫນ້າເບື່ອຫນ່າຍ   ເວົ້າອອກມາກໍ່ແດງແຕ່ວິຊາການໂດຍບໍ່ເບີ່ງຈຳ

ນວນຜູ້ທີ່ຟັງ  ຫລື ຄວາມຮັບຮູ້ຂອງຄົນ   ເວົ້າເພື່ອຮຽກຮ້ອງ ຄວາມສົນໃຈ  ຫລື ເວົ້າອີກຢ່າງຫນື່ງ ຢ້ານທີ່ແຕ່ຄົນອື່ນບໍ່ຮູ້ວ່າຕົນເອງໄປຮຽນໄທຍມາ

ອັນນີ້ເປັນບາງຄົນ  ສ່ວນນ້ອຍທີ່ມີພຶດຕິກຳແບບນີ້   ຂ້າພະເຈົ້າເອງ ກໍ່ໄປຮຽນໄທຍເຊັ່ນກັນ     ຫລື ບາງຄົນໄປຮຽນຕ່າງປະເທດ  ບໍ່ວ່າຈະເປັນໄທຍ ຫລື ວຽດນາມ ຫລື ລາຍປະເທດ  ກໍ່ຕາມ ບາງຄົນມັກເປັນໃດ  ເປັນດັ່ງທີ່ຂ້ອຍວ່າມານັ້ນລະ   ເຫມືອນກະໄຫມຫລາຍປີກ່ອນ  ຄົນໄທໃຕ້ ໄປວຽກຈັນ ສາມວັນ

ປາກຫນ້ວງ  ເວົ້າໄທໃຕ້ບໍ່ເປັນ   ອັນນີ້ກໍ່ຫນ້າຄິດນໍ 

 

ຂ້າເຈົ້າມີເລື້ອງຫນື່ງຈະເລົ່າສູ່ຟັງອີກ  ມີນັກສືກສາຄົນຫນື່ງ ໄປຮຽນຕ່າງປະເທດ   ຮຽນຈົບ 4 ປີ ກັບມາລາວ   ບ້ານຂອງລາວຢູ່ພາກໃຕ້ ເຂດສີ່ພັນດອນ

ພໍລົງຍົນເດີນວັດໃຕ ລາວກໍ່ຕໍ່ລົດມາປາກເຊ ແລະເມືອງໂຂງຕາມລຳດັບ  ໃນໃຈຂອງລາວຄິດສະເຫມີວ່າ   ກູຮຽນສູງແລ້ວຢາກຢາກໃຊ້ຄວາມຮູ້ ທີ່ສຸດຕອນນີ້

ກ່ອນຈະໄປເຖີງບ້ານລາວ  ຈະຕ້ອງຂ້າມນ້ຳຂອງໄປສູ່ອີກຝັງຫນື່ງ   ລາວກໍ່ລົງເຮືອຮັບຈ້າງພາຍຂ້າມຟາກ  ຄົນຮັບຈ້າງພາຍເຮືອເປັນຄົນເຖົ້າອາຍຸປະມານ 60 ປີ  ພໍຕົກລົງຣາຄາແລ້ວ  ຄົນພາຍເຮືອກໍ່ພາຍເຮືອອອກໄປ  ຫລັງຈາກເຮືອອອກຈາກຝັ່ງ  ຫນຸ່ມນັກສືກສາເມືອງນອກ  ກໍ່ເກີດຄວາມຮ້ອນວິຊາທີ່ຮຽນມາ  ບໍ່ໃຜສິເປັນຄູ່ສົນທະນາ ກໍ່ມີແຕ່ຊາຍເຖົ້າຄົນນີ້   ຫນຸ່ມນັກສືກສານອກ ກໍ່ເລີ້ມຖາມຄົນພາຍເຮືອວ່າ:

ລຸງ ໆໆ   ລຸງພາຍເຮືອຢູ່ນີ້ ລຸງຮູ້ບໍວ່າ  ປີນີ້ລັດທະບານລາວຈະມີນະໂຍບາຍແນວໃດ ເພື່ອພັດທະນາປະເທດໃຫ້ຈະເລີນກ້າວຫນ້າແລະຫລຸດພົ້ນຈາກຄວາມ

ຍາກຈົນ?   ລຸງຕອບວ່າ    ອ້າຍເອີຍ ພໍ່ໃຫຍ່ບໍ່ຮູ້ດອກ   ພໍ່ໃຫຍ່ປໍ 4 ຍັງບໍ່ຈົບ   ຮູ້ແຕ່ເຮັດແນວໃດ ສິພາຍເຮືອໃຫ້ຮອດຝັງໄວ້ ແລ້ວຈະໄດ້ຮັບເງີນ.

ຫນຸ່ມນັກສືກສານອກ ເວົ້າຕໍ່ໄປວ່າ ລຸງ ເປັນຄົນລາວໄດ້ແນວໃດ ບໍ່ຮູ້  ລຸງຮູ້ບໍ ອາຍຸຂອງລຸງຫນ້າຈະຫມົດໄປ20  ເປີເຊັນແລ້ວໃດ   ລຸງງຽບ.

ພາຍເຮືອໄປອີກຫນອ້ຍຫນື່ງ   ຫນຸ່ມນັກສືກສານອກ ຖາມຂື້ນມາອີກວ່າ:   ລຸງໆໆໆ  ປີນີ້ລັດທະບານລາວຈະມີນະໂຍບາຍແນວໃດ ເພື່ອແກ້ໄຂປັນຫາ

ເງີນກີບ ໃຫ້ສູງຄ່າຂື້ນ ເທົ່າທຽມກັບເງີນປະເທດເພື່ອບ້ານ ?    ລຸງຕອບວ່າ:   ຫລານເອີຍ  ລຸງບໍ່ຮູ້ດອກ  ເລື້ອງນີ້ນະ ຮູ້ແຕ່ວ່າ ເຮັດແນວໃດສິພາຍເຮືອໃຫ້

ຮອດຝັງໄວ້ ໆ    ຫນຸ່ມນັກສືກສາເວົ້າຕໍ່ວ່າ  ລຸງໃຊ້ເງີນທຸກມື້ ລຸງບໍ່ຮູ້ບໍ່    ຖ້າລຸງບໍ່ຮູ້ແບບນີ້ ອາຍຸຂອງລຸງຫນ້າຈະຫມົດໄປ  60 ເປີເຊັນແລ້ວໃດ .

ລຸງຕອບວ່າ  ໂອປານນັ້ນພຸ້ນບໍ ຫລານ.   ລຸງບໍ່ຮູ້ອີ່ຫລີ   ແລະກໍ່ງຽບໄປ 

ພໍພາຍເຮືອອອກເຄີ່ງກາງວັງນ້ຳ   ໄດ້ມີລົມພະຍຸກຳລັງຈະມາ ສຽງດັ່ງເປັນຕາຫນ້າສະກົວ ເຫມືອນ ຍົນໃກ້ສິລົງ

ທາງຊາຍແກ່ພາຍເຮືອ ໄດ້ ຖາມ ນັກສືກສາ ເມືອງນອກວ່າ:   ອ້າຍຫນຸ່ມເອີຍ  ໄປຮຽນຕ່າງປະເທດມາ ລອຍນ້ຳເປັນຢູ່ບໍ? 

ທາງຫນຸ່ມນັກສືກສາ ຕອບແບບຫນ້າງ້ອຍ ໆ  ວ່າ ບໍ່ເປັນດອກລຸງ  ບໍ່ໄດ້ໄປຮຽນລອຍນ້ຳ ໄປຮຽນກ່ຽວກັບເສດຖະກິດ     ທາງລຸງຈິງເວົ້າຕໍ່ວ່າ  ຫນຸ່ມເອີຍ

ຖ້າເຈົ້າລອຍນ້ຳບໍ່ເປັນເຈົ້າຮູ້ບໍ ອາຍຸຂອງເຈົ້າ ຈະຫມົດໄປ 100 ເປີເຊັນແລ້ວ .   ຈົບ

ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1. ຄົນພານຖ້າຈິງໃຈ ກະບໍ່ຜິດ ຄົບບັນດິດບໍ່ຈິງໃຈກໍ່ໄຮ້ຜົນ

2. ເຮັດດີຍ່ອມໄດ້ດີ  ເຮັດອັບປີ ມັນຈະໄດ້ດີ ໄດ້ແນວໃດ

3. ບາງສິ່ງເຮົາບໍ່ຄວນຈຳ....ຖ້າມັນທຳໃຫ້ໃຈເຈັບ  ແຕ່ບາງສິ່ງເຮົາຄວນຈະເກັບ... ຖ້າມັນເປັນຄວາມເຈັບທີ່ຫນ້າຈຳ

4. ຄວາມດີກໍ່ເຫມືອນກາງເກງໃນ ຕ້ອງມີຕິດຕົວໄວ້ ແຕ່ຢ່າເອົາມາໂຊ

5. ສິ່ງທີ່ສອນຄົນເຮົາບໍ່ໄດ້ ກໍ່ ຄື ສາມັນສຳນືກ

6. ໄປໃຫ້ສຸດ....​ແລ້ວຢຸດພຽງຄຳວ່າ ພໍ
7. ຫາກເດີນຕາມຮອຍຕີນຄົນອື່ນ ກໍ່ບໍ່ມີວັນຈະມີຮອຍຕີນເປັນຂອງຕົວເອງ

8. ຄົນໂງ່ຍ່ອມເປັນເຫຍື່ອຂອງຄົນສະຫລາດ  ຄົນສະຫລາດຍ່ອມເປັນເຫຍື່ອຂອງຄົນສະຫລາດແກ້ງໂງ່

9. ເມື່ອຮູ້ວ່າຜິດຈົ່ງຄິດແກ້ໄຂ  ເມື່ອຮູ້ເຖີງບຸນຄຸນໃຜ ຈົ່ງຮີບຕອບແທນ

10. ເລື່ອນຕົວເອງຂື້ນ ແຕ່ຢ່າລົດຄົນອື່ນລົງ

11. ສຸກຫລືທຸກເຮົາຮູ້ຢູ່ທີ່ຈິດ ຖືກຫລືຜິດເຮົາຮູ້ຢູ່ທີ່ຜົນ  ດີຫລືຊົ່ວເຮົາຮູ້ຢູ່ທີ່ຕົນ   ມີຫລືຈົນເຮົາຮູ້ຢູ່ທີ່ໃຈ

12. ຄົນເກ່ງນັ້ນມີມາກ ແຕ່ຄົນຫາຍາກ ນັ້ນຄື ຄົນດີ

13.​ ການຊະນະຄົນອື່ນຫມື່ນແສນຫົນ   ດຽວກັບຕົນເປັນຜູ້ພ້າຍແພ້ບໍ່ແນ່ຫນໍ   ຊະນະຕົນຈາກຊົ່ວເທົ່ານັ້ນພໍ   ຍ່ອມເກີດກໍ່ສຸກແທ້ແກ່ຕົນເອງ

ຈະເລີນພອນ



ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໂອວາດ​ຂອງ ພຣະອາ​ຈາຣຍ໌​ປາລອານັນ​ໂທ

ກ່າວສອນນັກຮຽນພຸດ​ທະ​ເຍົາວະຊົນ

ຮຸ່ນປີ ພ ສ 2508

ຄົນເຮົາກ່ວາຈະເກີດເປັນຕົວເປັນຕົນຂື້ນໄດ້ກໍ່ຕ້ອງອາໄສພໍ່ແມ່ ເປັນຜູ້ທະນຸບໍາລຸງ ລ້ຽງດູດ້ວຍ ເຄື່ອງອຸປະໂພກ ແລະບໍ່ລິໂພກ ຖ້າບໍ່ດັ່ງນັ້ນກໍ່ບໍ່ສາມາດຍັງຕົນຂອງເຮົາໃຫ້ໃຫຍ່ ສູງຂື້ນໄດ້ ທີ່ເຮົາຈະ ມີຊີວິດຢູ່ໄດ້ ກໍ່ເພາະອາໄສຄວາມອຸສາຫະພາກພຽນຂອງພໍ່ແມ່ ດ້ວຍ ຄວາມລຳບາກກາກກຳເປັນຕົ້ນວ່າ ເຮັດໄຮ່ ເຮັດນາ ຄ້າຂາຍເພືອມາລ້ຽງດູລູກເຕົ້າໃຫ້ ໃຫຍ່ສູງ ສັ່ງສອນເຝິກຫັດໃຫ້ຮູ້ຈັກ ຢືນ ຍ່າງ ນັ່ງ ນອນ ສັງສອນໃຫ້ຮູ້ຮ້ອງຮຽກ ປູ່ຍ່າ ຕາ ຍາຍ ເປັນຕົ້ນ ເມືອໃຫຍ່ມາ ພໍສົມຄວນ ພໍ່ແມ່ບໍ່ໂອກາດ ເພື່ອຈະສັງສອນ ຍາກຫຍຸ້ງ ໃນ ພາລະໜ້າ ທີ່ຄອບ ຄົວຫຼາຍ ຢ່າງ ຫຼາຍປະການ ຈິ່ງໄປຝາກໄວ້ໃນວັດຫຼືໂຮງຮຽນໃຫ້ນາຍຄູ-ບາອາຈານສັ່ງສອນ ເຖິງຢ່າງນັ້ນ ກໍ່ມີຄວາມຫ່ວງບໍ່ແມ່ນນ້ອຍ ຈັດການສົ່ງຝາກສິ່ງຂອງ ຕ່າງໆ ເພື່ອໃຫ້ໄດ້ຮັບຄວາມສະດວກ ເພື່ອໃຫ້ລູກໄດ້ສຶກສາຮໍ່າຮຽນດີ ນັບວ່າພໍ່ແມ່ ມີຄຸນ ຫຼາຍໃຫ້ແກ່ລູກບາງຄົນ ເມື່ອໄດ້ຮັບການສຶກສາ ຮໍ່າຮຽນຈາກຄູບາອາຈານແລ້ວ ເປັນຜູ້ມີກິລິ ຍາມາລະຍາດ ມີຖານະດີຂື້ນ ຍິ່ງກ່ວາພໍ່ແມ່ກໍ່ມີ ບາງຄົນກັບເປັນຄົນກຽດຄ້ານ ບໍ່ທໍາຕາມ ຄຳແນະນຳຂອງຄູກາຍເປັນ ຄົນຊົ່ວຮ້າຍຕາມໄປກໍ່ມີ ທີ່ເຮົາໄດ້ພັນລະນາມານີ້ ເປັນເລື່ອງ ທີ່ ເຮົາໄດ້ປະສົບພົບເຫັນ ມາແລ້ວ ບາງຄົນກໍ່ເປັນເພາະນິໄສ ບາງຄົນກໍ່ຂາດການແນະນຳ ເພາະ ເຫດນັ້ນ ເຮົາຈິ່ງພະຍາຍາມ ຄົ້ນຄ້ວາຫາວິຊາຄວາມຮູ້ ເພຶ່ອຈະສັ່ງສອນໃຫ້ພວກໝູ່ເຈົ້າ ໄດ້ ຮັບຄວາມສະຫຼາດ ແລະຄວາມສາມາດ ເພື່ອຈະສ້າງຕົວຂອງເຮົາໃຫ້ເປັນຄົນດີຕໍ່ໄປ ເພາະ ຄົນເຮົາຈະດີໄດ້ ຕ້ອງອາໄສຫຼັກ ສີ່ປະການຄື:

1. ໃຫ້ເປັນຄົນມີວິຊາຄວາມຮູ້

2. ໃຫ້ເປັນຄົນສະຫຼຽວສະຫຼາດ

3. ໃຫ້ເປັນຄົນສາມາດອາດຫານ

4. ໃຫ້ເປັນຜູ້ປະຕິບັດຕາມໜ້າທີ່ຂອງຕົນ

ໝາຍຄວາມວ່າ ຖ້າມີຄວາມຮູ້ແລ້ວ ບໍ່ມີຄວາມສະຫຼຽວສະຫຼາດ ຈະຈັດເປັນຄົນດີ ຍັງບໍ່ໄດ້ ຫຼືມີຄວາມຮູ້ ຄວາມສະຫລຽວສະຫຼາດແລ້ວ ຖ້າບໍ່ມີຄວາມສາມາດ ຄວາມປະຕິບັດດີ ກໍ່ຍັງຈັດເປັນ ຄົນດີບໍ່ໄດ້ ທີ່ຈະຈັດເປັນຄົນດີໄດ້ນັ້ນ ຈະຕ້ອງອາໄສພາກປະຕິບັດທີ່ຖືກຕ້ອງດີ ດັ່ງມີຄຳສອນທາງ ພຸດທະສາສະໜາກ່າວໄວ້ດັ່ງຕໍ່ໄປນີ້.

ຄວາມໃສສະອາດ. ທຸກໆຄົນຍ່ອມຍ້ອງຍໍ້ສັນລະເສີນບຸກຄົນຜູ້ທີ່ມີຄວາມໃສສະອາດ ແລະ ຍ່ອມເປັນຄົນທີ່ຮັກໄຄ່ນັບຖື ແລະມັກຕິຕຽນບຸກຄົນທີ່ມີຄວາມສົກກະປົກວ່າ ເປັນຄົນ ອ່ອນແອມັດທະພາບ ເຫດນັ້ນຄົນເຮົາທຸກໆຄົນ ຈິ່ງຕ້ອງການຄວາມສະອາດ ເພາະຄວາມ ສະອາດເປັນມຸງຄຸນ ໃຫ້ແກ່ຕົນຢ່າງໃຫຍ່ຫຼວງ ຄວາມໃສສະອາດມີຢູ່ສອງປະການ.

1. ສະອາດພາຍໃນ

2. ສະອາດພາຍນອກ

ຄວາມສະອາດພາຍໃນນັ້ນ ຄວາມສະອາດກາຍ ວາຈາ ໃຈສະອາດ ກາຍ ມີຢູ່ສາມ ຢ່າງຄື:

1. ເປັນຄົນບໍ່ບຽດບຽນສັດ ຫຼືບຸກຄົນອື່ນໃຫ້ເຖິງແກ່ຄວາມຕາຍ

2. ບໍ່ເປັນຄົນສໍ້ໂກງຄົດລ້ຽວທ່ຽວຂະໂມຍເອົາຊັບຂອງຄົນອື່ນ

3. ບໍ່ກະຕືລືລົ້ນໃນກາມຄຸນ ຄືບໍ່ມັກຊູ້ຫຼາຍເມຍ ບໍ່ດຸດ່າຜ່າເປ້ຍ ລູກເມຍ ແລະລູກ ຫຼານ ຄົນອື່ນໃຫ້ເສຍຫາຍ ມີກິລິຍາອ່ອນໂຍນແກ່ບຸກຄົນທຸກຊັ້ນ

ຄວາມສະອາດທາງວາຈາມີຢູ່ສີ່ຢ່າງຄື:

1. ເປັນຜູ້ມີວາຈາສັດຊື່ ບໍ່ຕົວະ ບໍ່ຟາງ

2. ມີວາຈາອ່ອນຫວານ ບໍ່ກ່າວວາຈາຫຍາບຊ້າ ດ່າປ້ອຍຄົນອື່ນ

3. ກ່າວແຕ່ວາຈາທີ່ເປັນປະໂຫຍດ ບໍ່ກ່າວສຽດສີ ຍົວະເຍົາໃຫ້ເຂົາຄົນອື່ນຜິດກັນ

4. ກ່າວແຕ່ວາຈາທີ່ເປັນປະໂຫຍດ ມີສາລະ ແລະ ມີແກ່ນສານ

ຄວາມສະອາດທາງໃຈມີຢູ່ສາມຢ່າງຄື:

1. ບໍ່ຄິດຍາກລົບສໍ້ໂກງ ເອົາຊັບຂອງຜູ້ອື່ນມາເປັນຂອງຕົນ

2. ບໍ່ມີໃຈອິດສາພະຍາຍາມປອງຮ້າຍຄົນອື່ນ

3. ເປັນຜູ້ມີຄວາມເຫັນຖືກຕ້ອງຕາມທຳນອງຄອງທຳ

ໝາຍຄວາມວ່າ ກາຍກໍ່ດີ ວາຈາກໍ່ດີ ຈິດໃຈກໍ່ດີ ເມື່ອທຳ ເມື່ອກ່າວ ເມື່ອຄິດ ລ້ວນແຕ່ ເປັນໄປໃນທາງທີ່ດີ ທີ່ມັກ ຍັງຄວາມສຸກ ແລະຄວາມຈະເລີນໃຫ້ແກ່ຕົນ ແລະຜູ້ອື່ນ ບໍ່ ເປັນ ໄປໃນທາງບຽດບຽນ ແລະເດືອດຮ້ອນໃຫ້ແກ່ຜູ້ໃດທັງໝົດເປັນຜູ້ມີກາຍວາຈາໃຈ ນອບນ້ອມ ອ່ອນຫວານ ມີຄວາມຈົງຮັກພັກດີຕໍ່ໝູ່ມະນຸດດ້ວຍກັນຊື່ວ່າ ເປັນຜູ້ມີຄວາມສະອາດ ປະສະ ຈາກຄວາມເສົ້າໝອງ ແລະທຸກໄພອັນຕະລາຍທັງມ້ວນ

ສະອາດພາຍນອກ. ໄດ້ແກ່ການໝັ່ນອາບນ້ຳຊ້ຳລະຮ່າຍກາຍ ຊັກ - ຟອກ ຊໍ້າລະຜ້າ ຜ່ອນແພວາ ດ້ວຍນ້ຳ ແລະ ສະບູ ຊັກຖູ ແລະປັດກວາດ ທີ່ນັ່ງບ່ອນຢູ່ ບ່ອນກິນ ຊຳລະ ເຮືອນຊານໃຫ້ສະອາດ ປາສະຈາກຝຸ່ນທຸລິ ແລະຄວາມເສົ້າໝອງ ປ້ອງກັນຄວາມສົກກະປົກ ບໍ່ໃຫ້ມີຄວາມຮົກເຮື້ອພາຍໃນບໍລິ ເວນເຮືອນຊານບ້ານຖິ່ນ ຕະຫຼອດເຖິງບ່ອນເຮັດກິນ ແລະ ບ່ອນຖ່າຍເທສິ່ງສົກກະປົກ ທຳມະດາຄົນ ເຮົາເມື່ອມີບ່ອນເຂົ້າ ກໍ່ຕ້ອງມີບ່ອນອອກ ກໍ່ຈະ ຕ້ອງຊໍາລະໃຫ້ສະອາດຄືກັນ ນັກປາດບູຮານກ່າວໄວ້ວ່າ ’’ ເບິ່ງວັດໃຫ້ເບີ່ງຖານ ເບິ່ງບ້ານ ໃຫ້ເບິ່ງຖິ່ນ ” ໝາຍຄວາມວ່າ ຖ້າສອງບ່ອນນີ້ສະອາດແລ້ວ ບ່ອນອື່ນໆກໍ່ຈະສະອາດໄປໝົດ ຄວາມສະອາດພາຍໃນ ສຳຄັນກ່ວາຄວາມສະອາດພາຍນອກກໍ່ຈິງ ແຕ່ວ່າພາຍໃນ ຈະສະ ອາດກໍ່ຕ້ອງອາໃສກໍລະນີສິ່ງແວດລ້ອມພາຍນອກອີກສ່ວນໜຶ່ງຄືກັນ ຕົວຢ່າງ ຖ້າຜ້າຜ່ອນ ແພ ວາ ເຮືອນຊານສະຖານທີ່ສະອາດດີແລ້ວ ກໍ່ເປັນເຮັດໃຫ້ຮ່າງກາຍແຂງແຮງ ປະສະຈາກ ໂລ ຄາອາພາດ ຫຼືເຮັດໃຫ້ຈິດໃຈປອດໂປ່ງສະຫວ່າງສະໄຫວ ມກຳລັງໃຈຈື່ຈຳ ຄິດອ່ານຂຽນຮໍ່າ ຮຽນໄດ້ສະດວກ ເພາະເຫດນັ້ນຄວາມສະອາດ ພາຍນອກ ແລະພາຍໃນ ກໍ່ຕ້ອງອາໄສ ເຊີ່ງ ກັນ ແລະກັນ ແຍກອອກຈາກກັນບໍ່ໄດ້ ຈໍາຕ້ອງຊອກສະແຫວງຫາ ໃຫ້ເກີດໃຫ້ມີຂື້ນ ເພື່ອ ຄວາມຈະເລີນ ແລະຄວາມກ້າວໜ້າ ພາຍໃນຊີວິດຂອງໃຜລາວ ພະພຸດທະເຈົ້າໄດ້ຕັດໄວ້ວ່າ ຍິງຊາຍທັງຫຼາຍເຫຼົ່າ​ໃດມີກາຍ ວາຈາສະອາດ ແລະອ່ອນນ້ອມ ຄືບໍ່ທໍາຄວາມຊົ່ວ ມີແຕ່ທໍາ ຄວາມດີ ຄວາມງາມ ທັງພາຍໃນ ແລະພາຍນອກ ຜູ້ນັ້ນຍ້ອມໄດ້ຮັບຄວາມສີລິມຸງຄຸນ ຄວາມ ຈະເລີນ ຄວາມກ້າວໜ້າພາຍໃນຊີວິດຂອງຕົນ ແລະຍັງມີນິພົນພາສິດກ່າວໄວ້ວ່າ ” ຄວາມ ອ່ອນນ້ອມຖ່ອມຕົວ ຍ່ອມເປັນໃບເບີກທາງໄປສູ່ຄວາມສໍາເລັດແຫ່ງຊີວິດ ” ເຫດນັ້ນ ເຮົາຈຶ່ງ ຂໍເຕືອນ ແລະແນະນຳພວກລູກຫຼານ ຜູ້ທີ່ຈະມີພາລະໜ້າທີ່ ແລະຮັບຜິດຊອບໃນການຮັກສາ ມໍລະດົກມິ່ງຂວັນ ອັນເປັນສິ່ງຮັກແພງຂອງພວກເຮົາ ກ່າວແລ້ວຄື ຊາດ ສາສະໜາໃຫ້ໝັ້ນ ຄົງຖາວອນ ແລະເພື່ອຄວາມສຸກຄວາມຈະເລີນຂອງພວກໝູ່ເຈົ້າ ໃຫ້ຍິ່ງຍິ່ງຂື້ນໄປ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳບູຊາດອກໄມ້

ອິມິນາ  ສັກກາເຣນະ  ຕັງພຸດທັງ ອະພິປູຊະຍາມະ

ອະຣະຫັງ  ສັມມາສັມພຸດໂທ ພະຄະວາ

ພຸດທັງ  ພະຄະວັນຕັງ  ອະພິວາເທມິ

 (ຂາບລົງ)

ອິມິນາ ສັກກາເຣນະ  ຕັງທັມມັງ ອະພິປູຊະຍາມະ

ສວາກຂາໂຕ ພະຄະວະຕາທັມໂມ   ທັມມັງນະມັດສສະມິ

 (ຂາບລົງ )

ອິມິນາ ສັກກາເຣນະ  ຕັງສັງຄັງ ອະພິປູຊະຍາມະ

ສຸປະຕິປັນໂນ ພະຄະວະໂຕ  ສາວະກະສັງໂຄ   ສັງຄັງນະມາມິ

(ຂາບລົງ )

 

ຄຳນະມັດສະການ

ນະໂມຕັສສະ  ພະຄະວະໂຕ  ອະຣະຫະໂຕ  ສັມມາສັມພຸທທັສສະ

ນະໂມຕັສສະ  ພະຄະວະໂຕ  ອະຣະຫະໂຕ   ສັມມາສັມພຸທທັສສະ

ນະໂມຕັສສະ  ພະຄະວະໂຕ  ອະຣະຫະໂຕ  ສັມມາສັມພຸທທັສສະ

 

ໄຕຣສະຣະນະຄົມ

ພຸດທັງ  ສະຣະນັງ  ຄັສສະມິ

ທັມມັງ  ສະຣະນັງ  ຄັສສະມິ

ສັງຄັງ  ສະຣະນັງ  ຄັສສະມິ

ທຸຕິຍັມປີ   ພຸດທັງ ສະຣະນັງ  ຄັສສະມິ

ທຸຕິຍັມປິ   ທັມມັງ   ສະຣະນັງ  ຄັສສະມິ

ທຸຕິຍັມປິ   ສັງຄັງ   ສະຣະນັງ ຄັສສະມິ

ຕະຕິຍັມປິ  ພຸດທັງ  ສະຣະນັງ ຄັສສະມິ

ຕະຕິຍັມປິ  ທັມມັງ  ສະຣະນັງ  ຄັສສະມິ

ຕະຕິຍັມປີ  ສັງຄັງ   ສະຣະນັງ ຄັສສະມິ

 

ວັນທາໃຫຍ່

ອຸກາສະ  ວັນທາມິ ພັນເຕ  ເຈຕິຍັງ ສັບພັງ ສັພພັດຖະຖາເນ

ສຸປະຕິດຖິຕັງ ສາຣິຮີກະທາຕຸ  ມະຫາໂພທິງ  ພຸດທະຣູປັງ  ສະກະລັງ  ສະທາ ກາຍະສາວະຈະສາ ມະນະສາ ເຈວະວັນທາເມເຕ  ຕະຖາຄະເນ  ອາສະເນ ຖາເນ ຄະມະເນ ຈາປິສັພພະທາ

 

ວັນທານ້ອຍ 

ອຸກາສະ ວັນທາມິພັນເຕ  ພັບພັງ ອະປະຣາທັງ ຂະມະຖະ ເມພັນເຕ  ມະຍາ ກະຕັງ ປຸນຍັງ ສາມິນາ ອະນຸໂມ ທິຕັບພັງ  ສາມິນາ ກະຕັງ ປຸນຍັງ  ໄມຫັງທາຕັບພັງ ສາທຸ  ສາທຸ  ສາທຸ ອະນຸໂມທາມິ

......................................................................................................................................................................................................................................................................................................

ການໄຫວ້ພຮະກ່ອນນອນ ຫລື ໄຫວ້ພຮະເຊົ້າແລງ  ຖືວ່າເປັນການສ້າງບຸນປາລະມິ ໃຫ້ກັບຕົນເອງ  ເຮັດໃຫ້ຈິດໃຈ ເຍືອກເຢັນ  ເປັນສຸກ

ມີຄວາມສຸກ ໃນຫນ້າທີ່ການງານ ມັກປະສົບຜົນສຳເລັດ    ບຸບປະລະມີ ຈະເກີດຂື້ນໄດ້ ກໍ່ເພາະເຮົາສ້າງເອົາເອງ  ບໍ່ແມ່ນເທວະດາຟ້າແຖນຈະປະທານໃຫ້   ການໄຫວ້ພຣະສູດມົນ ບໍ່ແມ່ນ ການອ້ອນວອນຂໍ   ແຕ່ເປັນການ ສ້າງປາລະມີ  ລະນືກເຖີງຄຸນ

ພຣະພຸດ  ພຮະທັມມະ ແລະພຣະສົງ  ແລະອຸທິດສ່ວນກຸສົນໄປໃຫ້ສັບພະສັດທັງຫລາຍ   ພໍ່ແມ່ພີ່ນ້ອງ  ເພື່ອນມິດ  ທັງທີ່ຍັງມີຊີວິດຢູ່ ແລະຕາຍໄປແລ້ວ   ການໄຫວ້ພຮະສູດມົນ ອາດຈະບໍ່ເຫັນຜົນຂອງ ຄວາມສຸກ ຫລື ບຸນປາລະມີຢ່າງກະທັນຫັນ  ແຕ່ ຈະເຫັນຜົນຍາວນານ  ການສ້າງຄວາມດີ ກວ່າຈະເຫັນຜົນດີ ຕ້ອງໃຊ້ເວລາ    ຄູບາເອງ ມີປະສົບການທາງດ້ານນີ້ ຫນ່ອຍຫນື່ງ ແລະ ທີ່ເລົ່າໃຫ້ຟັງ ບໍ່ແມ່ນ ຢາກຈະອວດໂອ້   ວ່າຕົນເອງເປັນຜູ້ວິເສດເລີຍ ຕ້ອງຂໍໂທດ ຖ້າທ່ານເຂົາໃຈແບບນັ້ນ  ຄື ຄູບາຢາກໃຫ້ອອກຕົນຍາດ

ໂຍມຫມູ່ເພື່ອນທີ່ ໄດ້ອ່ານ ຄວນປະຕິບັດ ແລະຢາກໃຫ້ມີຄວາມສຸກ ທາງດ້ານພຮະທັມດ້ວຍ 

ຈະເລີນພອນ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ວັກຊີນທາງຈິດ

ການທີ່ຄົນເຮົາຫລົງ ໂລບ ຫລົງໂກດ ຫລົງຜິດ ແລະຫລົງເຮັດຜິດ ກໍ່ເພາະຂາດວັກຊີນທາງຈິດ ບໍ່ໄດ້ສິດເຊື້ອ ຫລືພູມຕ້ານທານໄວ້ກ່ອນ ດັ່ງທ່ານຜູ້ຮູ້ກ່າວໄວ້

ວ່າ:​   ຖ້າສະຕິມາປັນຍາຈະເກີດ  ຖ້າສະຕິຕະເຫລິດຈະເກີດປັນຫາ   ມັກເຫັນຜິດ ເປັນຊອບ ໂດຍທຳມະຊາດ ມະນຸດບໍ່ມີດີບໍ່ມີຊົ່ວ  ດຸດຈະດັ່ງ ຜ້າຂາວບໍຣິສຸດ

ແຕ່ຜ້າຂາວຕ້ອງເສົ້າຫມອງ ກໍ່ເພາະທຸລີລະອອງມັນຈັບ  ຄົນຊົ່ວກໍ່ເພາະຖືກຄວາມຊົ່ວ ຄື ກິເລດມັນຈັບໃຈ ການຈະທຳຄົນ ໃຫ້ເປັນຄົນດີ ຈືງຕ້ອງທຳລາຍຊົ່ວ

ຄື ກິເລດ ໃຫ້ຫມົດໄປ  ທາງໂລກມຸ້ງທຳລາຍຄົນຊົ່ວ  ແຕ່ທາງທັມມຸ້ງທຳລາຍຄວາມຊົ່ວ.​    ເອີ້ນວ່າທຳລາຍຄວາມເປັນສັດຕູ ( ຄວາມຄິດ )  ບໍ່ແມ່ນມຸ້ງທຳລາຍຄົນທີ່ເປັນສັດຕູ  ( ຕົວຄົນ)

ປົກກະຕິວິສັຍ ຄົນທົ່ວໄປມັກຈະປະພືດຕົງກັນຂ້າມກັບທຳມະ  ເຊັ່ນ ພຮະພຸດທະເຈົ້າສອນໃຫ້ມີ ຫິຣິໂອດຕັບປະ  ຮູ້ຈັກລະອາຍຊົ່ວກົວບາບ ແຕ່ສ່ວນຫລາຍ   ໃນເຫດການຈິງ ມັກຈະປະພືດຕົງກັນຂ້າມ  ເວລາທຳຄວາມດີ  ມັກຈະອາຍ  ແຕ່ເວລາທຳຈິບຫາຍ ລະກ້າຫານ ຈະໄຫວ້ພຮະ ສູດມົນ ປະພຶດຊີ່ສັດສຸດຈະລິດ   ຄິດເສຍສະລະ ກາບໄຫວ້ພໍ່ແມ່ ກັບເຫັນວ່າ ເຊີຍ  ເປັນເລື້ອງທີ່ຫນ້າອາຍ  ແຕ່ດື່ມເຫລົ້າເຂົ້າບາ ທໍລະຍົດ ຄົດໂກງ  ເອົາປຽບເພື່ອນມະນຸດຮ່ວມກັນກັບເຫັນວ່າທັນສະໄຫມ ເປັນເລື້ອງໄດ້ປຽບຫນ້າຍົກຍ້ອງ   ຍາມຜິດພາດກໍ່ປົກປິດ  ມັກໃຫ້ອະໄພຕົນເອງຈົນກາຍເປັນ

ນິດໃສ

ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ອານິສົງ 5 ຂອງພິກສຸ ທີ່ໄດ້ຈາກການກະຖິນ

ບົດຄວາມບົດນີ້ ຈະເວົ້າເລື້ອງກະຖິນ  ກະຖີນ ໃນບົດຄວາມນີ້ ບໍ່ແມ່ນຊື່ຜັກຊິດຫນື່ງ ທີ່ໃຊ້ໄວ້ກິນກັບປົ່ນ ອັນນັ້ນແຜ່ນຜັກກະຖິນ

ແຕ່ກະຖິນໃນຄວາມຫມາຍນີ້ຄື ຜ້າກະຖີນ ຫລື ບາງພາກຂອງລາວເອີ້ນວ່າ ຜູ້ຈີວອນ  ຊື່ງກະຖິນ ຈະມີກຳຫນົດທອດໄດ້ຕາມການ ຄື ຊວງອອກພັນສາແລ້ວ

ແລະວັດຫນື່ງ ສາມາດທອດໄດ້ ຄັ້ງດຽວ  

ອານິສົງ 5 ຂອງພິກສຸ ທີ່ໄດ້ຈາກການກະຖີນ ຄື:

1. ໄປໃສບໍ່ຕ້ອງບອກພິກສຸກ ຮູບອື່ນ ຕາມຄວາມໃນສິກຂາບົດທີ່ 6 ອະເຈລກວັກ ປາຈິດຕີຍະກັນ

2. ໄປໃສບໍ່ຕ້ອງນຳໄຕຣຈີວອນໄປຄົບສຳຫລັບຕາມສິກຂາບົດທີ່ 2 ຈີວອນວັກ ນິດສັກຄີຍະກັນ

3. ສັນອາຫານຮ່ວມກຸ່ມໄດ້ຕາມສິກຂາບົດທີ 2  ໂພຊນະວັກ ປາຈິດຕີຍກັນ

4. ເກັບຈີວອນໄວ້ໄດ້ຫລາຍຕົວຕາມຕ້ອງການໂດຍບໍ່ຕ້ອງວິກັບ (ຄື ທຳໃຫ້ເປັນສອງເຈົ້າຂອງ) ຕາມສິກຂາບົດ 4 ຈີວອນວັກ ນິສັກຄີຍະກັນ

5. ຜ້າທີ່ເກີດຂື້ນໃນວັດນັ້ນເປັນຂອງທ່ານ ຄື ທ່ານມີສິດໄດ້ຮັບສ່ວນແບ່ງ ພິກສຸເຂດອື່ນມາກໍ່ບໍ່ມີສິດ

 

ມະຕິກາແປດ

ຊົງສະແດງມາຕິກາ ຄື ແມ່ບົດ ຫລື ຂໍ້ກຳຫນົດໃນການເດາະກະຖິນ (ຄື ເລິກ ຫລື ຮື້ໄມ້ສະດຶງອອກໄດ້) ຮ່ວມມີ 8 ປະການຄື

1. ເດີນທາງໄປທີ່ອື່ນບໍ່ຄິດຈະກັບມາ

2. ທຳຈີວອນເສັດແລ້ວແລ້ວ

3. ຕັ້ງໃຈເລິກເລື້ອງການທຳຈີວອນ

4. ຈີວອນທີ່ກຳລັງທຳຢູ່ ທຳເສຍ ຫລື ຫາຍໄປ

5. ດ້ວຍໄດ້ຍິນຂ່າວ ຄື ທ່ານຈາກໄປດ້ວຍຄິດຈະກັບມາອີກ ແຕ່ໄດ້ຍິນຂ່າວວ່າໃນວິດທີ່ທ່ານຢູ່ເຂົາເລິກທຳກັນແລ້ວ

6. ດ້ວຍຫມົດຫວັງ ຄື ຫວັງວ່າຈະໄດ້ຈີວອນ ແຕ່ກໍ່ບໍ່ສົມຫວັງ

7. ຢູ່ນອກເຂດສີມາ ຄືຄິດຈະກັບມາທີ່ວັດນັ້ນ ຈົນຫມົດສະໄຫມຂອງກະຖິນ

8. ເລິກກະຖິນພ້ອມກັບພິກສຸທັງຫລາຍ ຄື ເມື່ອພົ້ນກຳຫນົດກໍ່ເປັນອັນເລິກກະຖິນຮ່ວມກັນ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ທຸກທ່ານ ແລະເພື່ອນສະມາຊິກທັງຫລາຍ ຂ້າພະເຈົ້າຈະຕ້ອງຂໍໂທດນຳທ່ານທີ່ກຳລັງອ່ານທັມມະບົດນີ້  ຫາກວ່າບົດຄວາມທັມມະບົດນີ້

ເປັນປະຕິປັກກັບແນວຄິດຂອງພວກທ່ານ ຂ້າພະເຈົ້າເອງຂໍອະທິບາຍໄປຕາມຫົວຂໍ້ຂອງທັມມະ ດັ່ງທີ່ວ່າ: ຫມອນມີໄວ້ເພື່ອຫມູນຫົວ ສ່ວນ

ທັມມະມີໄວ້ເພື່ອຫມູນໃຈ ເຮົາທ່ານທັງຫລາຍ ຜູ້ເປັນຊາວພຸດ ຄວນຈະເຂົ້າໃຈເພີ້ມພູນຄວາມດີ ປິດກັ້ນຄວາມຊົ່ວ ແລະປິດກັ້ນຫົນທາງ

ສ້າງກຳທຳບາບ ໃດ ໆ  ເວັ້ນການເສບແລະມົວເມົາໃນສິ່ງທີ່ເປັນຫາຍະນະ ເຊັ່ນ:​

ຕອນແລງ ເຢັນ ໆ.............. ດຸຫມັ່ນດື່ມເຫລົ້າ

ເຊົ້າ ໆ.....................  ຫມັ່ນນອນ

ກາງເວັນຫັນຫນ້າ................ເຂົ້າຫາບ່ອນເລ່ນການພະນັນ

ກາງຄືນພະເນຈອນ.............ເຂົ້າບາ

ແບບນີ້ລະມັນຫນ້າເສົ້າໃຈ  ຊີວິດບໍ່ກ້າວຫນ້າ  ແລະບາງຄົນຫມົດຕົວແລ້ວກະເປັນຄົນຊົ່ວ ເປັນພາລະຂອງສັງຄົມ

ບໍ່ສາມາດຢັບຢັ້ງຕົວເອງໄດ້  ເວລາຫິວເວລາຢາກ ສິ່ງເສບຕິດມັນເຮັດໃຫ້ບຸກຄົນເຫລົ່ານີ້  ຫາລັກ ງັດ ແງະ  ເຮັດໃຫ້ສັງຄົມເດືອດຮ້ອນ

 

ຢ່າລືມວ່າການພະນັ້ນນີ້ກະເປັນສິ່ງຫນື່ງທີ່ບັນທອນ ຄວາມສຸກ ແລະຄວາມຈະເລີນກ້າວຫນ້າ ອັນພໍຈະມີຢູ່ມີກິນ  ຈົ່ງຈຳໄວ້ດັ່ງນີ້:

ຖືກໄຟໄຫມ້ຫລາຍຄັ້ງຍັງພໍທົນ

ຖືກໂຈນປຸ້ນຫລາຍຫົນຍັງທົນໄຫວ

ເສຍການພະນັນ ເສຍຫນັກເສຍຫລັກໃຊ

ເສຍນາໄຮ່ບໍ່ມີຫລໍ ຕ້ອງຂໍທານ

ການພະນັນປັ່ນຄົນ  ໃຫ້ປົ່ນປີ້

ເສຍລາສີ  ເສຍສັກສີ ເສຍຫລັກຖານ

ເພາະໂລບມາກ ຢາກໄດ້ ບໍ່ປະມານ

ຈົ່ງວິຈານຈຳໄວ້  ໃສ່ໃຈເດີ

 

ອັນການພະນັນນັ້ນ ໃຜເລ່ນແລ້ວເສຍ ຖືເປັນເລື້ອງທຳມະດາ  ແຕ່ເລ່ນແລ້ວໄດ້ນີ້ເປັນເລື້ອງແປກ   ເລື້ອງນີ້ຈັດຢູ່ໃນອາບາຍຍະມຸກ ທີ່ໃຫ້

ທຸກແກ່ຕົນ ເພາະເປັນປາກທາງແຫ່ງຄວາມເຊື່ອມ ເຊັ່ນ:  ຊັບເສື່ອມ (ເງີນຄຳ ທີ່ຫາມາໄດ້ຕ້ອງຫມົດສິ້ນໄປ).    ກຽດເສື່ອມ (ຊື່ສຽງເສຍຫາຍ) .    ຍົດເສື່ອມ (ຍາມມີເຂົາຍົກຍໍ....ຍາມຕ່ຳຕົກເຂົາຢຽບຫຍາມ).   ບໍລິວານເສື່ອມ (ເງີນມີພັກພວກມາ  ເງີນຈາກລາພັກພວກຫນີ ) .   ສຸຂະພາບເສື່ອມ ( ຮ່າງກາຍແລະຈິດໃຈເຊື່ອມໂຊມ ເພາະຄິດຫລາຍຫນັກໃຈ ກັງວົນໃຈ )

ສົມດັ່ງຄຳທີ່ກ່າວໄວ້ວ່າ:  

ການພະນັນໃຜຂັນສູ້.....................ຍ່ອມໄປສູ່ຊື່ງຄວາມຈົນ

ທຸກຍາກມາຫລາຍຄົນ....................ເພາະຕົນເລ່ນບໍ່ເວັ້ນວັນ

ຊັບສິນຫມົດສິ້ນຕົວ........................ມີງົວຄວາຍກໍ່ຕ້ອງຂາຍ

ລູກເມຍບໍ່ເສຍດາຍ.........................ຂາຍຈົນວອດ ບໍ່ລອດແມ້ແຕ່ຕົນເອງ

ນີ້ລະ ຄື ພິດຂອງອະບາຍຍະມຸກ

ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເພື່ອນສະມາຊິກ ອອກຕົນຍາດໂຍມທີ່ອ່ານທັງຫລາຍ ຄວາມສຸກສະຫງົບຈະເກີດຂື້ນໄດ້ ຖ້າພວກເຮົາເປັນຜູ້ມີຄວາມຮູ້ຈັກ "  ພໍດີ "

ສິ່ງສຳຄັນຈະຕ້ອງມີຄຸນນະທັມສະຫນັບສະຫນຸນອີກຊັ້ນຫນື່ງ ເອີ້ນວ່າຄຸນນະທັມ 4 ຢ່າງ ຄື:

1. ຈົ່ງເຮັດທຸກຢ່າງ............ໃນທາງທີ່ດີ ແລະຊອບ

2. ຈົ່ງຢ່າປະກອບ.............ໃນທາງທີ່ຜິດ

3.​ ຈົ່ງສຳລະຈິດ................ໃຫ້ບໍຣິສຸດ

4. ຈົ່ງໃຊ້ປັນຍາ ແລະຄວາມສາມາດ ............ໃຫ້ຄຸ້ມຄອງຕົນເອງ.

ເມື່ອນັ້ນທ່ານຈະເປັນບຸກຄົນອັນທັມມະຄຸ້ມຄອງແລ້ວ  ໃນການທຸກເມື່ອ  ບຸກຄົນຜູ້ດຳເນີນປະຕິບັດຢ່າງນີ້  ຈະມີສຸກທຸກສະຖານ ບໍ່ວ່າໃນການໃດ ໆ ເປັນບຸກຄົນທີ່ກ່າວໄດ້ວ່່າ:

ຈິດໃຈສະອາດ.................ເວລາເຊົ້າ

ຈິດໃຈຂາວ ....................ເວລາເພນ

ຈິດໃຈເຢັນ....................ເວລາຄ່ຳ

ຈິດໃຈຊື່ນຊ່ຳ................ເວລາກາງຄືນ

ຈິດໃຈສົດຊື່ນ.................ເວລາເຮັດວຽກ ແລະທຳງານ.

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຊາວພຸດທີ່ດີຈະຕ້ອງມີ ຢຸດ 5   ຢ່າ 4

ໃນພາວະຂອງສັງຄົມປັດຈຸບັນ ເລື່ອງທີ່ຊາວພຸດເຮົາທັງຫລາຍຈະໄດ້ຫັນມາທົບທວນ ບົດບາດລີລາ  ວ່າເຮົາຈະພາພຣະພຸດທະສາສນາໄປ

ໃນທາງທິດທາງໃດ  ຊາວພຸດຄວນຈະຕື່ນ ຫລືວ່າຈະຫລັບໄຫຼ ດ້ວຍໂມຫະອະວິຊາຕໍ່ໄປ  ເຮົາຄວນກັບມາເບີ່ງທິດທາງ ເດີມຂອງຊາວພຸດ

ດ້ວຍ ຢຸດ  ແລະ ຢ່າ

ຢຸດ 5

1. ຢຸດທຳຕົນເປັນຜູ້ວິເສດກວ່າພຣະພຸດທະເຈົ້າ  

2. ຢ່າມົວເມົາເລື່ອງຍົດ ແລະລາບ

3. ຢຸດສ້າງບາບແລກບຸນ

4. ຢຸດເກື້ອຫນຸນຄົນຜິດ

5. ຢຸດວິປະດິດໃນທາງພຣະວິນັຍ   (ອັນນີ້ ຫມາຍເຖີງພຣະທີ່ບໍ່ປະຕິດບັດຕາມພຣະວິນັຍ)

 

ຢ່າ 4.

1. ຢ່າຫູເບົາເຊື່ອງ່າຍ - ຈົ່ງໃຊ້ປັນຍາວິນິດໃສເລື້ອງ ຕ່າງ ໆ ເຊັ່ນ: ມີຜູ້ວິເສດສາມາດຮູ້ໃນເລື້ອງຕ່າງ ໆ  ເປັນຫມໍເທວະດາ ຫລືມີການລ້າງ

ບາບ  ອັນນີ້ຕ້ອງພິຈະລະນາກ່ອນຈິງ ຈະໄປເຊື່ອ ເພາະຄົນເຮົາ ມີວິທີຫາກິນຫລາຍຮູບແບບ  ຄົນໂງ່ຍ່ອມເປັນເຫຍື່ອຂອງຄົນສະຫລາດ

ຖ້າສະຫລາດແລ້ວດີກໍ່ດີໄປ ຖ້າສະຫລາດແລ້ວບໍ່ດີ ນີ້ຕີ ເຮັດໃຫ້ຄົນອື່ນເດືອດຮ້ອນ ແລະຕົນເອງກໍ່ຈະເດືອນຮ້ອນພາຍຫລັງ   ເວົ້າງ່າຍ ຄື

ຢ່າເຊື່ອງ່າຍເກີນໄປ ຕ້ອງຜິດຈາລະນາເຖີງເຫດແລະຜົນ  ຕ້ອງມີ ປັນຍາ ແລະສັດທາ ໄປດ້ວຍກັນ

 

2. ຢ່າຕື່ນຂ່າວມົງຄົນ  - ຈົ່ງເປັນຜູ້ຫນັກແຫນ້ນໃນເຫດຜົນ ວ່າສິ່ງທີ່ເຮັດສົມເຫດສົມຜົນບໍ ມັນດີບໍ ມັນເປັນທາງພຣະພຸດທະ

ສາດສະຫນາບໍ  ບາງຄົນເສຍເງີນຕັ້ງຫລາຍ ເພື່ອຢາກໃຫ້ຕົນເອງພົ້ນຈາກຄວາມຊົ່ວ ຫລື ຢ້ານສິ່ງທີ່ບໍ່ດີ ຈະເກີດຂື້ນກັບຕົນ 

 

3. ຢ່າເອົາຕົວບຸກຄົນເປັນຕົວສາດສະຫນາ - ຈົ່ງຢືດຫລັກຄຳສອນ ຢ່າຢຶດຖືພຽງແຕ່ບຸກຄົນຢ່າງດຽວ ເຊັ່ນ: ສັດທາພຣະອົງໃດ ກໍ່ເຊື່ອແຕ່

ພຣະອົງນັ້ນ  ຢາກເຮັດບຸນແຕ່ກັບພຣະອົງນັ້ນ  ຖ້າພຣະອົງນັ້ນເຮັດຜິດ ທາງສາດສະຫນາ ກໍ່ບໍ່ຢາກເຂົ້າວັດ  ບໍ່ຢາກສັດທາ ໃນພຣະພຸດ

ທະສາດສນາ  ພຣະອົງໃດ ບອກເລກຖືກກໍ່ຈະໄປວັດນັ້ນ  ເຕັມວັດ ສ່ວນພຣະທີ່ບໍ່ບອກເລກເກືອບສິບໍ່ໄດ້ກິນເຂົ້າ ທັງ ໆ ທີ່ພຣະທີ່ບໍ່ໄດ້ບອກເລກ ກໍ່ປະຕິບັດດີ ປະຕິບັດຖືກຕ້ອງ  ສ່ວນຫລາຍ  ອັນທີ່ຈິງເຮົາຄວາມສ້າງບຸນໄດ້ທຸກ  ວັດ  ທານກັບພຣະໄດ້ທຸກ

ອົງ ພຣະບາງອົງເພີ່ນເກ່ງ  ເພີ່ນດີກໍ່ມີຫລາຍ  ພຣະທີ່ເຮັດຜິດກະມີສ່ວນນ້ອຍ  ແຕ່ເຮົາຄວນຈະບໍ່ທານໃນ ພຣະທີ່ເຮັດຜິດເທົ່ານັ້ນ  ແຕ່ບໍ່

ຄວນຖິ້ມພຣະພຸດທະສາສນາ ຫລື ຫລັກຄຳສອນ

 

4.  ຢ່າວິຈານໂດຍບໍ່ຜ່ານການວິເຄາະ -  ວິຈານກໍ່ໄດ້  ແຕ່ຢ່າໃຫ້ເຖີງຂັ້ນປະຈານ ການທີ່ເຮົາວິຈານ ຫລື ຕ້ອງຕິພຣະສົງ ຫລືຜູ້ປະຕິບັດ

ຫນ້າທີ່ອັນໃດກໍ່ແລ້ວແຕ່ ຄວນວິເຄາະແລ້ວເບີ່ງເຫດຜົນ .  ວ່າເລື້ອງນີ້ເປັນຄວາມຈິງບໍ ແລະສົມຄວນຈະເວົ້າແບບໃດ ແລະເວົ້າຢູ່ໃນສະຖານທີ່ໃດ  ເວົ້າລັກສະນະໃດ  ຢ່າໃຫ້ເປັນການປະຈານ ຖ້າເປັນການປະຈານແລ້ວ ຈະເຮັດໃຫ້ເກີດຄວາມວິຕົກກັງວົນໃຈ

ຊາວພຸດພຶ່ງເປັນຕົວຢ່າງໃນການດຳເນີນຊີວິດທີ່ຖືກຕ້ອງ ຄື: ສະອາດ (ມີສິນ)  ສະຫງົບ (ມີສະມາທິ) ແລະ ສະຫວ່າງ (ມີປັນຍາ)

ຊາວພຸດຕ້ອງຫນັກແຫນ້ນມີເຫດຜົນ ຫາທາງລົດ ລະ ແລະເລີກ ສິ່ງທີ່ເປັນປະຕິປັກຕໍ່ຄວາມກິນດີ ຢູ່ດີ ຂອງປະຊາຊົນແລະພາບພົດຂອງຊາວພຸດ ຄື ຕື່ນຕົວ  ຢ່າຕື່ນເຕັ້ນ ຢ່າຕື່ນຂ່າວ  ຢ່າເປັນກະຕ່າຍຕື່ນຫມາກຕູມ

ແລະບໍ່ເຊື່ອຄົນງ່າຍ ຈົນເສຍຄົນໄວ ບູຮານທ່ານກ່າວໄວ້ວ່າ: ຄົນຄົດ ມັກເວົ້າຫວານ  ຄົນພານມັກເວົ້າມ່ວນ ລະວັງໄວ້ກ່ອນກະດີ

(ແຕ່ກະບໍ່ໄດ້ຫມາຍຄວາມວ່າຈະເປັນຫມົດທຸກຄົນ )

ຈະເລີນພອນ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄົນເຮົາທີ່ເກີດຂື້ນມາໃນໂລກນີ້ ລ້ວນແຕ່ມີຄວາມທຸກດ້ວຍກັນຫມົດທຸກຄົນ ແລະມີທຸກຫລາຍຢ່າງ ແຕ່ສະຫລຸບຄວາມທຸກຂອງຄົນເຮົາແລ້ວ ມີຢູ່ 8 ຢ່າງດັ່ງຕໍ່ໄປນີ້

1. ທຸກເພາະເກີດ  ທຸກຄົນເກີດຂື້ນມາກໍ່ເປັນທຸກ ບໍ່ມີໃຜປະຕິເສດໄດ້ວ່າເກີດແລ້ວສິບໍ່ເປັນທຸກ ບໍ່ທຸກນ້ອຍກະທຸກມາກ ຖ້າບໍ່ທຸກອອກມາແລ້ວ ຄົງບໍ່ໃຫ້  ຖ້າເກີດແລ້ວມີຄວາມສຸກ ຕອນອອກມາມັນຕ້ອງ ຫົວ ຮຮຮາາາາາາ ອອກມາ ອັນນີ້ມັນໃຫ້ ສະແດງວ່່າມີທຸກ

2. ທຸກເພາະແກ່  ບໍ່ມີໃຜທີ່ຈະຕ້ອງການແກ່  ອາຍຸຫລາຍ ຍິ່ງທຸກຫລາຍ ເພາະບໍ່ຢາກແກ່ ບາງຄົນແຍງແຫວ່ນ ເຫັນຕີນກາຈັບຫນ້າ ຟາວໄປຊື້ ແຄຣມ  ຊື້ເຂົ້າແປ້ງ ໂຟມ ມາທາ ເພື່ອໃຫ້ເບີ່ງດີ ເປັ່ງປັນຍັງຫນຸ່ມຍັງສາວ  ເວົ້າງ່າຍເພື່ອໄລ່ຕີນກາອອກຈາກຫນ້າກະວ່າໄດ້

ອັນນີ້ກະເປັນທຸກ ເພາະເຮົາບໍ່ຢາກແກ່

3. ທຸກເພາະເຈັບ  ບໍ່ວ່າໃຜ ເມື່ອເຈັບ ກໍ່ຕ້ອງເປັນທຸກຫມົດທຸກຄົນ ເຈັບກາຍ ກະເປັນທຸກ ຍິ່ງທຸກໄປກວ່ານັ້ນຄື ເຈັບໃຈ  ກາຍນີ້ກະຍັງທົນ

ໄດ້ແຕ່ເຈັບນີ້ໃຜສິທົນ  ເຈັບກາຍ ເຈັບ ອອດ ໆ ແອດ ໆ  ເຈັບເຫມືອນປະຕູບໍ່ໄດ້ຢອດນ້ຳມັນນີ້ກະເປັນທຸກ ເຈັບໃຈເກີດຈາກການລ່ວງເກີນ ລ່ວງລະເມີດຈາກການກະທຳແລະຄຳເວົ້າ ດູຖູກສຽດສີ ກະເຮັດໃຫ້ເຮົາເຈັດ ແລະເປັນທຸກດ້ວຍ

4. ທຸກເພາະຕາຍ ຕົນເຮົາໃກ້ສິຕາຍນີ້ກະເປັນທຸກ ບໍ່ແມ່ນທຸກແຕ່ຜູ້ຕາຍ ຄົນຢູ່ໃກ້ຊິດ ທີ່ຍັງບໍ່ຕາຍກະເປັນທຸກນຳ  ເພາະເຮົາບໍ່ຢາກຕາຍ

ຂ້າພະເຈົ້າເອງກະບໍ່ຢາກຕາຍເຊັ່ນກັນ ຖ້າໄດ້ຍິນວ່າເຂົາສິມາຂ້າກະຕ້ອງຫນີກ່ອນລະນໍ ເພາະບໍ່ຢາກຕາຍ  ແລະການຕາຍເຮັດໃຫ້ຄົນທຸກຄົນ ແລະທຸກຊີວິດເປັນທຸກ  ເຖີງແມ່ນວ່າຜູ້ທີ່ຕາຍໄປ ຈະຕາຍແບບບໍ່ຮູ້ສືກຕົວ ກໍ່ຕາມ ແຕ່ກໍ່ຍັງເຮັດໃຫ້ຜູ້

ຢູ່ເບື້ອງຫລັງເປັນທຸກ ຄືຮ້ອງໃຫ້ເສຍນ້ຳຕານຳ

5. ທຸກເພາະຢາກໄດ້ແລ້ວບໍ່ສົມຫວັງ  ອັນນີ້ກະອັນຕະລາຍ ເຮົາຕ້ອງຄວາມຫວັງກັບສິ່ງໃດ ເມື່ອເຮົາບໍ່ໄດ້ດັ່ງໃຈຫວັງ ເຮົາກະເປັນທຸກ

ບາງຄົນທຸກຫລາຍ ຈົນບໍ່ສາມາດຫາທາງອອກ ຂ້າຕົວຕາຍກະມີ ເພາະບໍ່ຮູ້ຈັກວິທີປ່ອຍວ່າງ ແລະທຳຄວາມເຂົ້າໃຈໃນຄວາມຫວັງ ແລະຄວາມຢາກໄດ້  ເຮົາຫວັງສິ່ງໃດ ຢາກໄດ້ສິ່ງໃດ ເຮົາກໍ່ຈະເປັນທຸກກັບສິ່ງນັ້ນ ໆ  ຢາກໄດ້ຫລາຍ ເຮົາກໍ່ທຸກຫລາຍ ນ້ອຍກໍ່ທຸກນ້ອຍ

ແລ້ວແຕ່ສະພາບຂອງແຕ່ລະຄົນ

6. ທຸກເພາະພັດພາກຈາກສິ່ງທີ່ເຮົາຮັກ  ສິ່ງໃດທີ່ເຮົາຮັກ ເຮົາແພງ ມືໃດວັນຫນື່ງ ມັນສູນເສຍໄປເຮົາກະເປັນທຸກ  ມັນເປັນກົດຂອງທຳມະຊາດ ທີ່ມີພົບກໍ່ຕ້ອງມີພາກ ມີຈາກກໍ່ຕ້ອງມີເຈີ ເປັນເລື້ອງທຳມະດາ ເຮົາມີ ພໍ່ແມ່ ຊູ້ແຟນ ຫລື ຜົວເມຍ  ອັນເປັນທີ່

ຮັກຂອງເຮົາ  ແຕ່ມື້ໃດມື້ຫນື່ງເຮົາຈາກສິ່ງນີ້ໄປ ເຮົາກໍ່ຕ້ອງເປັນທຸກ  ຄົນເຮົາ ຈະຕ້ອງພາກຈາກສິ່ງທີ່ເຮົາຮັກແລະເຮົາຫວງ ບໍ່ວ່າວັດຖຸກ ຫລື ບຸກຄົນ   ຄົນບໍ່ຈາກກັນຕອນຕາຍ ກໍ່ຈາກກັນຕອນເປັນ

7. ທຸກເພາະຈຳໃຈຢູ່ກັບສິ່ງທີ່ກຽດຊັງ  ອັນນີ້ກະເປັນທຸກຢ່າງແຮງ ຖ້າເຮົາບໍ່ຮູ້ຈັກປ່ອຍວາງ ຫລື ທຳໃຈໃຫ້ສະບາຍ ເຊັ່ນເຮົາບໍ່ມັກຂີ້ຫນ້າ

ເພື່ອນຮ່ວມງານ ແຕ່ຈຳເປັນຕ້ອງເຫັນຫນ້າເຂົາທຸກມື້ເພາະເຮົາຕ້ອງເຮັດວຽກຢູ່ທີ່ນັ້ນ ອັນນີ້ກະເປັນທຸກ  ຫລືບາງຄົນ ບໍ່ຍອມຮັບໃນ ຄວາມເປັນຕົວເອງ ບໍ່ຫລໍ່ ບໍ່ງາມ  ມີຂາສາມຂາ  ສິງທີ່ເສດເຫລືອ ເຮົາບໍ່ມັກບໍ່ຕ້ອງການ ແຕ່ກະຕ້ອງເປັນທຸກເພາະມັນ ເພາະເຮັດຫຍັງບໍ່ໄດ້  ແລະບາງປະການທົນທຸກ ຢູ່ນຳກັນເພື່ອບາງຢ່າງ ອັນນີ້ກະເປັນທຸກ

8. ທຸກເພາະຂັນ​ 5 ພາທຸກ  ມີດັ່ງນີ້

1.​ຮູບຂັນ

2.​ເວທະນາຂັນ

3. ສັນຍາຂັນ

4. ສັງຂານຂັນ

5. ວິນຍານຂັນ 

ຫ້າຢ່າງນີ້ໃນຮ່າງກາຍຂອງຄົນເຮົາ ທຳງານຮ່ວມກັນກັບ ອາຍັດຕະ 6  ຄື: ຫູ.  ຕາ  ດັງ.  ລິ້ນ.  ກາຍ.  ໃຈ   ເຮັດໃຫ້ເກີດອາລົມ

ປຸງແຕ່ງ  ເກີດອາການ ມັກ ຫລື ຊັງ ພໍໃຈ ຫລື ບໍ່ພໍໃຈ ທັງຫລາຍ ແລະກໍ່ຈະມີ ສຸກ  ມີທຸກ ເພາະສິ່ງເຫລົ່ານີ້ແລ

ຈະເລີນພອນ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທໍລະນີນີ້ເປັນ ພະຍານ
ອັນຕົວລູກໄດ້ທຳທານ ແລ້ວແລ້ວ
ຈຶ່ງຢືມຖັງທ່ານສົມພານ ມາຢາດນ້ຳເລີຍ
ຄົນອື່ນໃຊ້ ຈອກໃຊ້ແກ້ວ ລູກວ່າ ນ້ອຍໄປ

ເພາະສິງຫວັງໃນໃຈ ລູກມີຫລາຍ
ຂື້ນສົກປີໄຫມ່ທັງທີ ຕ້ອງເລີດ
ຈະຂໍເພື່ອສາມີ ແລະບຸດດ້ວຍເດ
ຊວນມາວັດພາກັນເຈີດ ທັງລູກ ແລະຜົວ

ຫາກຊາດຫນ້າເກີດອີກ ຄາວ
ຂໍເກີດເປັນລາວ ນະແມ່
ເກີດຕ່າງແດນຄົງທຳໃຈ ລຳບາກແນ້
ພາສາອັງກິດລູກແຢ້ ແຕ່ນ້ອຍຈົນໃຫຍ່

ຂໍໃຫ້ສວຍສຸດລ້າ ປະຖະພີ
ໄດ້ຂື້ນປະກວດເທີງເວທີ ຫມູ່ບ້ານ
ມີສະຕິປັນຍາດີ ບໍ່ໂງ່
ໃຫ້ໂລກສະເທືອນສະທ້ານ ນີ້ລະຍິງລາວ
ຂໍຜົວດີ ເກັ່ງ ແລະລວຍ
ຜົວກະບັກ ກະບວຍ ຂໍເວັ້ນ
ມີຜົວຜິດ ຄິດຈົນງົງງວຍ ຜົວຊົ່ວ
ຖ້າໄດ້ດັ່ງໃຈ ລູກຈະເສັ້ນໄຫວ້ ດ້ວຍກິີ໋ກອີກຫນື່ງຄົນ

ຖ້າມີລູກ ຂໍລູກຢ່າ ຖິ້ມເຮົາ
ເວລາແກ່ຕົວມັນ ລຳບາກເນີ
ລ້ຽງໃຫຍ່ແລ້ວຖິ້ມກັນຫນີຫມົດ
ປ່ອຍແມ່ຄິດເຖີງເກີ້ ນີ້ເຫລີ ລູກເຮົາ

ຂໍຕັດເວນກັບເຈົ້າຫນີ້ ທັງປວງ
ຊາດນີ້ບໍ່ມີດວງ ຈ່າຍໃຫ້
ຈົ່ງຢ່າເສຍເວລາທວງ ວານບອກທີແມ່ທໍລະນ
ຊາດຫນ້າອາດຈ່າຍໄດ້ ຖ້າຜົວລວຍ

ຂໍຫລາຍເກີນໄປ ? ຫລືພຽງແຕ່ ຊິວຊິວ
ແຕ່ຕອນນີ້ ລູກເປັນຕະຄິວ ຊ່ວຍແດ່ ຊ່ວຍແດ່

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ດີສາມລະດັບ

ຕໍ່ໄປນີ້ ຂ້າພະເຈົ້າເວົ້າເລື້ອງໃນດ້ານປະຕິບັດ ຄື ເຮັດແນວໃດ " ດີ "  ຈຶ່ງຈະເກີດຂື້ນມາ ປະການທຳອິດ

ຕ້ອງຮູ້ຈັກຂອບເຂດຂອງ " ດີ " ໄດ້ຊື່ງມີຂະຫນາດແລະຂອບເຂດ ດັ່ງນີ້ ເຊັ່ນ:

ຄົນດີ    ຕ້ອງຮູ້ຈັກ        ທັງດີແລະທັງບໍ່ດີ

ຄົນດີ    ຕ້ອງຮູ້ຈັກ        ຖິ້ມທີ່ບໍ່ດີ  ແລະເຮັດແຕ່ສິ່ງທີ່ດີ

ຄົນດີ    ຕ້ອງຮູ້ຈັກ        ເຮັດດີ ແລະຕ້ອງລະສິ່ງທີ່ບໍ່ດີ ແລະເພີ້ມດີ

ອັນຄວາມ ທ່ານຈັດໄວ້ສາມລະດັບ ຄື:

1. ດີເພາະບໍ່ຊົ່ວ

2. ດີເພາະມີດີ

3. ດີເພາະບໍ່ທຳລາຍດີ

- ດີເພາະບໍ່ຊົ່ວ   ຫມາຍເຖີງຄວາມສະອາດຂອງ ກາຍ  ວາຈາ  ໃຈ  ເຮົາຈະມີຈະເຖີງໄດ້ກໍ່ດ້ວຍເວັ້ນ

ການກະທຳທີ່ບໍ່ດີບໍ່ງາມຕ່າງ ໆ ດ້ວຍການລະວັງສັງວອນ ບໍ່ໃຫ້ຊີວິດຈິດໃຈ ເປັນມົນທິນ ເປັນຂັ້ນທຳ

ອິດຂັ້ນພື້ນຖານ  ທີ່ຜູ້ປະຕິບັດຈະຕ້ອງເສກສ້າງ ຂື້ນໃນຊີວິດນີ້ເປັນ ດີ ຂັ້ນປະຖົມ

- ດີເພາະມີດີ  ໄດ້ແກ່ການສັ່ງສົມເພິ້ມພູນຄຸນສົມບັດ ໃຫ້ເກິດມີໃນຕົນ ຍິ່ງຫລາຍກໍ່ຍິ່ງດີ ດີລະດັບນີ້ ເປັນພະລັງທີ່ຜັກດັນຊີວິດໃຫ້ຈະເລີນກ້າວຫນ້າຂື້ນໄປເລື້ອຍ ໆ ນີ້ເປັນດີ ຂັ້ນ ມັດທະຍົມ

 

- ດີເພາະບໍ່ທຳລາຍດີ  ໄດ້ແກ່ການຕິດຕາມ ຮັກສາປ້ອງກັນດີ ເດີມບໍ່ໃຫ້ສະຫລາຍນີ້ ເປັນດີ ຂັ້ນອຸດົມ

ຖ້າປຽບທຽບດີທັງສາມລະດັບນີ້ ໃຫ້ເຫັນງ່າຍ ຄົງຈະໄດ້ດັ່ງນີ້:

ດີແຣກ ຄື ດີເພາະບໍ່ຊົ່ວ ນັ້ນ ປຽບເຫມືອນຮ່າງກາຍທີ່ສະອາດ ຈາກການຖືກຊຳລະລ້າງ ດ້ວຍການອາບນ້ຳ  ສູສະບູທຸກຊອກ ທຸກສ່ວນຂອງຮ່າງກາຍ ບໍ່ຍອມໃຫ້ສິ່ງບໍ່ດີທັງຫລາຍ ຕົກຄ້າງ

ຫລົງເຫລືອເປັນເຊື້ອໂລກ  ຮ່າງກາຍນີ້ແມ່ນຈະໄດ້ສັດສ່ວນສວຍງາມພຽງໃດ ກໍ່ຕາມ ຖ້າປ່ອຍໃຫ້

ສົກກະປົກ ນ້ຳບໍ່ອາບ ແຖມຍັງມີກິນເຫມນ ເສຍແລ້ວ ກໍ່ບໍ່ ໂສພາ ຫນ້າຊົມແນ່ນອນ.

 

ດີອັນດັບສອງ  ຄື ດີ ເພາະມີດີ ນັ້ນ ປຽບເຫມືອນຫາເສື້ອຜ້າອາພອນ ເພັດນິນຈິນດາເຂົ້າມາປະດັບ

ເພີ້ມຄວາມຫນ້າເບີ່ງຫນ້າຊົມ ຫນ້າສົນໃຈຫລາຍຂື້ນ ຈັດເປັນດີ ຂັ້ນມີສະເຫນ່ດ້ວຍເຫດນີ້ ທ່ານຈິງ

ສອນວ່າ ໃຫ້ເຮັດດີທຸກຂະນະ ທີ່ມີໂອກາດຢ່າມົວຄອຍໂອກາດຈະພາດວາດສະຫນາ ດັ່ງທີ່ທ່ານກ່າວວ່າ:

ດີຢູ່ບ່ອນໃດເຮັດໄວ້ເຖີດທ່ານ      ການບຸນສຸນທານຈົ່ງຫມັ່ນສະແຫວງຫາ

ເຖີງໃຜສິດ່າວ່າ ກໍ່ຢ່າລະແວງ      ທັງບ່ອນມຶດບ່ອນແຈ້ງ  ທຳມັນຕະຫລອດໄປ

 

ດີອັນດັບສາມ  ຄື: ດີເພາະບໍ່ທຳລາຍດີ ນັ້ນ ປຽບເຫມືອນການຖະຫນອມປ້ອງກັນບໍ່ໃຫ້ອັນຍະມະນີ

ສິ່ງທີ່ມີຄ່າເຫລົ້ານັ້ນເກົ່າ  ແຕກຫັນ ສູນສເສຍ ຫລືອັນອັນຕະລາຍ

ສະນັ້ນ ຜົນຈາກຄຳອຳນວຍອວຍພອນທີ່ເຮົາໄດ້ຮັບ ຈາກຄົນທີ່ຮັກແລະນັບຖື ວ່າ: ມີດີ ຍີນດີ ເຮັດດີ ກໍ່ຕ້ອງເຮັດພື້ນຖານ ດ້ວຍການເຮັດຄວາມດີ ທັງສາມລະດັບໃຫ້ມີໃຫ້ເກີດ ຂື້ນໃນຕົນ ລະດັບແຣກ

ດ້ວຍການກຳຈັດ ຂັດເກົາຄວາມຊົ່ວອອກໄປໃຫ້ຫມົດ ຄວບຄຸມພຶດຕິກຳ ຂອງຕົນໃຫ້ຢູ່ໃນຄວາມ

ອຳນວຍຂອງສິນ ການກຳຈັດສະຫນຽດ ທີ່ແຊກແຊງ ທີ່ແຊກຊ້ອນ ຊືມຊັບຢູ່ໃນຊີວິດ ເຮົາກໍ່ຈະປະສົບ

ກັບຄວາມສີສະຫວັດສະດີ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມຫວັງຄືພະລັງຊີວິດ

ທ່ານເພື່ອນສະມາຊິກຜູ້ທີ່ອ່ານທັງຫລາຍ  ຂ້າພະເຈົ້າແນ່ໃຈວ່າ ຄົນທີ່ເກີດມາໃນໂລກໃບນີ້ຕາບໃດທີ່ຍັງມີລົມຫາຍໃຈຢູ່ ແນ່ນອນວ່າ ພວກເຂົາ ເຮົາ ເຈົ້າຂ້ອຍທັງຫລາຍ ຍ່ອມຈະຕ້ອງມີຄວາມຫວັງ  ເຮົາຕ້ອງການສິງໃດແລ້ວ ຄິດວ່າສິ່ງນັ້ນ ຈະເປັນໄປຕາມທີ່ຄິດ ຫລືຕ້ອງການ ເຮົາເອີ້ນ ວ່າ:  " ຄວາມຫວັງ "  ເຊັ່ນ: ຫວັງວ່າຈະໃຫ້ຄົນຮັກ . ຫວັງວ່າຈະມີໂຊກ  ຫວັງວ່າຈະລວຍ  ຊື້ຫວຍກໍ່ຫວັງຈະຖືກ

ມີທຸກກໍ່ຫວັງວ່າຈະສະບາຍ  ສອບເສັງ ກໍ່ຫວັງວ່າຈະໄດ້  ເຮັດວຽກກໍ່ຫວັງວ່າຈະໄດ້ເງີນເດືອນ ເຈັບປ່ວຍໄຂ້ກໍ່ຫວັງວ່າຈະຫາຍ ຄ້າຂາຍກໍ່ຫວັງວ່າຈະໄດ້ກຳໄລ  ແມ່ນແຕ່ຕາຍກໍ່ຫວັງວ່າຈະໄດ້ໄປສະຫວັນ.

ຄວາມຫວັງ  ຄວາມຫວັງເຮັດໃຫ້ຄົນກະຕືລືລົ້ນ ພະຍາຍາມສ້າງເນື້ອສ້າງຕົວ  ແມ່ນແຕ່ທະຫານ ທີ່ຈະໄປຕີເສີກໃນສະຫນາມຮົບ ກໍ່ຍັງ

ຫວັງວ່າຝ່າຍຕົນຈະຊະນະ  ນັກມວຍກໍ່ຫວັງເປັນແຊ້ມ     ຄວາມຫວັງ  ຄວາມຫວັງເປັນສິ່ງຈຳເປັນ ສຳຫລັບສາມັນຊົນທົ່ວໄປ ແລະບໍ່

ແມ່ນເລື້ອງເສຍຫາຍ ອີ່ຫຍັງເລີຍ.  ຫາກວ່າຜູ້ນັ້ນໄດ້ຕັ້ງຄວາມຫວັງໄວ້ໃນທາງທີ່ຖືກທີ່ຄວນ  ແຕ່ຫນ້າເປັນຫ່ວງບ່ອນທີ່ວ່າ:

ຄວາມຫວັງ  ກັບຄວາມຜິດຫວັງ  ມັກຈະເປັນຂອງຄູກັນ  ຄວາມຫວັງມີຢູ່ທີ່ໃດ ຄວາມຜິດຫວັງຍ່ອມມີຢູ່ທີ່ນັ້ນ  ເຫມືອນຄົນກັບເງົາ

ຄົນໄປໃສເງົາກະໄປທີ່ນັ້ນ  ແລະຄວາມຫວັງນີ້ ມີຜົນເປັນ 2 ຢ່າງ ຄື:

1.​ສົມຫວັງ

2. ຜິດຫວັງ

ສົມຫວັງ  ເຮັດໃຫ້ຊີວິດສົດຊື່ນ ແຈ່ມໃສ ເປັນສິ່ງທີ່ເຮົາຮັກແລະຕ້ອງການ

ຜິດຫວັງ  ເຮັດໃຫ້ຄົນເສົ້າໂສກ ບໍ່ສົດຊື່ນແຈ່ມໃສ ບໍ່ລ້າເລີງ ມີຮ້ອງໃຫ້ເສຍນ້ຳຕາເປັນຕົ້ນ ເປັນສິ່ງທີ່ເຮົາບໍ່ຕ້ອງການ  ແລະບໍ່ມັກ

ແຕ່ທຸກສິ່ງທຸກຢ່າງ ເກີດຈາກເຫດ ເຫມືອນຄວາມຜິດຫວັງ ກໍ່ເກີດຈາກ ຄວາມຫວັງເປັນຕົ້ນເຫດ ຂະຫນາດຂອງຄວາມຫວັງມີ 3 ຄື:

ຫວັງຍາກ    ຫວັງມາກ  ຫວັງໃກ

1. ຄວາມຫວັງຍາກ  ຫວັງສິ່ງທີ່ເປັນໄປໄດ້ຍາກ  ຄື ມີຄວາມຍາກຢູ່ໃນຕົວ ແລະລຽງລຳດັບໄດ້ດັ່ງນີ້:

ຫວັງຍາກທີ່ສຸດ ........ຄືຫວັງໃນຕົວຄົນ 

ຫວັງຍາກມາກ .................ຄືຫວັງໃນສິ່ງຂອງ  

ຫວັງຍາກທຳມະດາ .......... ຄືຫວັງໃນເຫດການ

2. ຄວາມຫວັງຍາກມາກ  ຄື:​ຫວັງໃນເຫດການເຊັ່ນ: ຫວັງຍາກເປັນເສດຖີ ເງີນລ້ານ $  ຫວັງເປັນໃຫຍ່ ຫວັງມີອຳນາດໃຫ້ຄົນທັງ

ປະເທດຍ້ອງຍໍ  ເປັນຕົ້ນ.​ ຫວັງແບບນີ້ເອີ້ນວ່າຫວັງຍາກ ຫລາຍ  ແລະຫາຍາກຫນັກຫນາທີ່ຈະສົມຫວັງ

ນອກຈາກນີ້ການຫວັງໃນສິ່ງທີ່ເຂົາບໍ່ມີໃຫ້ກໍ່ຄວນລະວັງ ເພາະບາງຢ່າງບາງທີ ເຂົາກໍ່ບໍ່ມີອີຫລີ ເຊັ່ນ: ຫວັງຄວາມຮັກ ຄວາມເອັນດູ ຈາກຄົນທີ່ບໍ່ມີຄວາມຮັກ ໃນຫົວໃຈ ຢູ່ເລີຍ  ຫວັງຄວາມສະຫລາດໃນຄົນທີ່ບໍ່ມີປັນຍາ  ຫວັງຄວາມເມດຕາຈາກຄົນຮ້າຍ ລຳບາກທັງນັ້ນ

ເຂົາບໍ່ໄດ້ຕົວະເຮົາ ແຕ່ເຂົາບໍ່ມີຈະໃຫ້ເຮົາ ສະນັ້ນເລື້ອງນີ້ຕ້ອງເບີ່ງໃຫ້ດີກວ່າທີ່ຈະຫວັງ

3. ຫວັງໄກ  ຄືຄວາມຫວັງທີ່ໄກເກີນໄປນັ້ນ ເຮົາຕ້ອງເສຍເວລາລໍ້ຖ້າດົນນານ ຈົນກວ່າຈະສົມຫວັງ ບາງທີ່ກະບໍ່ມີຫຍັງເກີດຂື້ນ ຫລື ຟາວໄປເລີຍ

 

ສະຫລຸບປັນຫາວ່າ:   ເຮັດແນວໃດ ເຮົາຈຶ່ງຈະບໍ່ຜິດຫວັງ ແລະຖ້າຜິດຫວັງ ເຮົາຈະເຮັດແນວໃດ  ການປ້ອງກັນທີ່ຈະບໍ່ໃຫ້ເກີດຄວາມຜິດຫວັງຂື້ນນັ້ນ  ຕ້ອງແກ້ທີ່ຕົ້ນເຫດ ການຕັ້ງຄວາມຫວັງ  ເຫມືອນຄວາມເສົ້າໂສກເກີດຈາກ

ຄວາມຮັກ ຂອງຮັກ ດັ່ງຄຳພຣະພຸດທະສາດສະຫນາທີ່ວ່າ  ປິຍະໂຕ ຊາຍະເຕ ໂສໂກ  ເຮົາຈະຕ້ອງລະວັງໃນເລື້ອງຄວາມຫວັງທີ່ຍາກ

ຫວັງມາກ ແລະຫວັງໄກ ແລ້ວຈະປອດໄພໄດ້ຫລາຍກວ່າບໍ່ລະວັງເລີຍ  ເຖີງແມ່ນວ່າຈະຜິດຫວັງ ແດ່ເລັກນ້ອຍ  ແຕ່ຈະບໍ່ໃຫ້ຜິດຫວັງເລີຍນັ້ນ ເປັນໄປບໍ່ໄດ້  ແຕ່ຫວັງທີ່ມີໂອກາດຜິດຫວັງຫລາຍທີ່ສຸດ ຄືຫວັງໃນຄົນ  ພໍ່ແມ່ຫວັງໃນລູກ  ຍ່ອມຜິດຫວັງໃນລູກ  ຄູອາຈານມີຫວັງກັບລູກສິດ  ຍ່ອມຜິດຫວັງກັບລູກສິດ  ເພືອນຜິດຫວັງເພາະເພື່ອນ  ພໍ່ແມ່ຫວັງວ່າລູກຈະກະຕັນຍູລ້ຽງດູໃນຍາມແກ່ເຖົ້າ ເມື່ອຍາມແກ່ເຖົ້າມັນເອົາສົມບັດໄປແລ້ວກໍ່ປະຖິ້ມ ແບບນີ້ກະມີ:

ດັ່ງນັ້ນ ຈົ່ງຫວັງໃນສິ່ງທີ່ມີໂອກາດເປັນໄປໄດ້ ຈິ່ງຈະສົມຫວັງເດີ  ທ່ານທີ່ອ່ານ

ຈະເລີນພອນ


ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫນ້າທີ່ຂອງຄົນ

ມີຜູ້ຮູ້ກ່າວເປັນຄຳກອນໄວ້ບົດຫນື່ງວ່າ:

ຫນ້າທີ່ຊາວປະມົງ     ຄືຫາປາ

ຫນ້າທີ່ພໍ່ຄ້າ            ຄືຫາຜົນກຳໄລ

ຫນ້າທີ່ນັກສິນລະປີນ   ຄືສ້າງສິນລະປະ

ຫນ້າທີ່ພຣະຄື ສັ່ງສອນມວນມະນຸດ

 

ຫນ້າທີ່ຫມາຍເຖີງກິດທີ່ຈະຕ້ອງທຳ  ກັມທີ່ຈະຕ້ອງປະກອບ ສິ່ງທີ່ຈະຕ້ອງຮັບຜິດຊອບ ຫາກລະເລີຍຈະເກີດຄວາມເສຍຫາຍ ດັ່ງຄຳທີ່ວ່າ  ຄົນຈະດີຈະຊົ່ວຢູ່ທີ່ຫນ້າທີ່  ເພາະຫນ້າທີ່ບອກໃຫ້ຮູ້ເຖີງຝີມື ຫລືຄວາມສາມາດ ຂອງແຕ່ລະທ່ານແຕ່ລະບຸກຄົນດັ່ງຄຳກອນ

ທີ່ວ່າ:  

ຫນ້ານອກບອກຄວາມງາມ

ຫນ້າໃນບອກຄວາມດີ

ຫນ້າທີ່ບອກເຖີງຄວາມສາມາດ

ປະການສຳຄັນ ມີຫນ້າທີ່ ຕ້ອງຮູ້ຈັກຫນ້າທີ່ ບໍ່ກ່າວກາຍຫນ້າທີ່  ບໍ່ເຮັດຫຍັງເກີນຫນ້າທີ່ ແລະຫນ້າທີ່ມີຢູ່ 2 ລັກສະນະ

1. ຫນ້າທີ່ເປັນເອງໂດຍທຳມະຊາດ - ເຊັ່ນ: ເປັນພໍ່ ເປັນແມ່  ເປັນເອື້ອຍ ເປັນອ້າຍ ເປັນນ້ອງ ເປັນຕົ້ນ

2. ຫນ້າທີ່ ທີ່ເປັນໄດ້ໂດຍການແຕ່ງຕັ້ງ - ເຊັ່ນ: ເປັນນາຍບ້ານ. ເປັນອຳນວຍການ.  ເປັນນາຍຍົກລັດທະມົນຕີ.​ ເປັນຕົ້ນ ຫນ້າທີ່ເຫລົ່ານີ້

ເປັນໄດ້ຍ້ອນການແຕ່ງຕັ້ງຫາກບໍ່ມີຄົນແຕ່ງຕັ້ງກະເປັນບໍ່ໄດ້  ສິໄປອ້າປາກຮ້ອງຄົນດຽວເອງວ່າ ຂ້ອຍເປັນນາຍຍົກ ກະຄົງບໍ່ມີໃຜເຊື່ອ

ຊ້ຳບໍ່ຫນຳເຂົາສິວ່າເປັນບ້າ  ຫາກບໍ່ມີຄົນແຕ່ງຕັ້ງ ຫນ້າຍອມຮັບ

ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພະຄຸນຂອງແມ່ມີມາກມາຍເກີນກວ່າທີ່ລູກຈະບັນລະຍາຍໄດ້ຫມົດ ແມ່ເປັນຜູ້ໃຫ້ກຳເນິດ ຕັ້ງແຕ່ລູກ
ຍັງຢູ່ໃນຄັນຂອງແມ່ ແມ່ຈະຖະນຸຖະຫນອມກ່ອມກ້ຽງລ້ຽງດູ ແມ່ໄປໃສກໍ່ຫອບຫິ້ວເອົາລູກທີ່ຢູ່ໃນທ້ອງ
ໄປນຳຕະຫລອດເວລາ ເວລາເຮັດວຽກກະບໍ່ສະດວກ ແຕ່ແມ່ກໍ່ຍັງທົນ ເພື່ອລູກຂອງແມ່ຈະໄດ້ສະບາຍ
ໃນຄັ້ງທຳແລກທີ່ລູກໄດ້ມືນຕາເຫັນໂລກ ລູກມອງບໍ່ເຫັນໃຜນອກຈາກແມ່ ແມ່ ຄ່ອຍໆ ປະຄອງລູກ ມາ
ແນບກອດກັບອົກໄວ້ ລູກມີຄວາມອົບອຸ່ນເຫລືອເກີນ
ແມ່ເປັນຄູຄົນທຳອິດຂອງລູກ ທີ່ສອນໃຫ້ລູກຍ່າງ ສອນໃຫ້ລູກຮູ້ຈັກຄວາມດີ ຄວາມຊົ່ວ ສິ່ງໃດຖືກ ສິ່ງໃດຜິດ ແມ່ຈະເປັນຜູ້ສອນ
ແມ່ເປັນເພື່ອນເວລາລູກເຫງົາ ແມ່ກໍ່ຄອຍເລ່ນກັບລູກ ເມື່ອເວລາລູກຫິວແມ່ກໍ່ຫາມາໃຫ້ລູກກິນ
ເມື່ອຍາກລູກເຈັບໄຂ້ບໍ່ສະບາຍ ແມ່ກໍ່ຈະເປັນຫມໍໃຫ້ລູກ ແມ່ຈະຄອບເບີ່ງແຍງທຸກຢ່າງ ແລະແມ່ເຮັດໃຫ້
ລູກໄດ້ທຸກຢ່າງ ເມື່ອເຫັນລູກເຈັບ ນ້ຳຕາແມ່ກໍ່ໄຫລ ແລະເວົ້າກັບລູກວ່າ: ຖ້າສາມາດປ່ຽນໃຫ້ແມ່ໄດ້
ແມ່ຈະເຈັບແທນລູກ. ວັນທີ່ລູກຈະເຂົ້າໂຮງຮຽນເປັນວັນທີ່ແມ່ພູມໃຈຫລາຍທີ່ສຸດ ທີ່ເຫັນລູກຂອງແມ່
ເຂົ້າໂຮງຮຽນ ເມື່ອລູກໄດ້ຮຽນໃນຊັ້ນສູງ ໆ ແມ່ກໍ່ພະຍາຍາມເກັບອອມເງີນທີ່ແມ່ຫາມາໄດ້ ສົ່ງໃຫ້
ລູກຂອງແມ່ຮຽນຈົນຈົບ ແມ່ຫວັງວ່າລູກຂອງແມ່ຈະມີອານາຄົດທີ່ດີ ມີການສືກສາທີ່ດີ ເວລາທີ່ລູກ
ເຮັດຜິດ ແມ່ບໍ່ເຄີຍຮ້າຍດ່າ ແມ່ຈະຄ່ອຍໃຫ້ແຕ່ຄຳປືກສາ ອະທິບາຍວ່າ ຢ່າງນີ້ດີ ຢ່າງນັ້ນບໍ່ດີນະ
ແມ່ເປັນທະຄານຂອງລູກ ເວລາທີ່ລູກບໍ່ມີເງີນ ຕ້ອງການໃຊ້ເງີນ ແມ່ນວ່າແມ່ຈະບໍ່ມີເງີນ ແມ່ກໍ່ຈະ
ຫາມາໃຫ້ລູກຢ່າງເຕັມໃຈ ທຸກສິ່ງທີ່ລູກໄດ້ ທຸກຢ່າງທີ່ລູກມີ ແມ່ຈະເປັນຜູ້ຫາມາໃຫ້ຢ່າງຍິ້ມແຍ້ມ
ແມ່ເປັນຜູ້ເຮັດໃຫ້ລູກເກີດ ໃຫ້ລູກເປັນຄົນດີ ລູກຈະຂໍຕອບແທນບຸນຄຸນຂອງແມ່ ລູກຈະຕອບ
ແທນແມ່ ລ້ຽງດູແມ່ ຈະຊ່ວຍແມ່ທຸກຢ່າງທີ່ສາມາດທຳໄດ້ ລູກຂໍໃຫ້ສັນຍາ
ອະໄພສະເຫມີ
ພະຄຸນແມ່ເລີດລ້ຳ ລູກຈົດຈຳ ໃນດວງໃຈ
ແຕ່ນ້ອຍຈົນເຕັບໃຫຍ່ ບໍ່ມີໃຜ ມາປຽບປານ
ສົ່ງລູກໃຫ້ສືກສາ ຮຽນວິຊາ ຂຽນແລະອ່ານ
ລູກເຈັບແມ່ພະຍາບານ ຫາກລູກພານ ແມ່ໃຫ້ອະໄພ

ເຖີງລູກຮັກ
ພໍ່ແມ່ບໍ່ມີເງີນທອງຈະກອງໃຫ້
ຈົ່ງຕັ້ງໃຈ ພາກພຽນຮຽນຫນັງສື
ຫາວິຊາຄວາມຮູ້ເປັນເຄື່ອງມື
ເພື່ອຢືດຖື ເອົາໄວ້ໃຊ້ລ້ຽງກາຍ
ພໍ່ແມ່ມີແຕ່ຈະແກ່ເຖົ້າ
ຈະລ້ຽງເຈົ້າເລື້ອຍໄປນັ້ນຢ່າຫມາຍ
ໃຊ້ວິຊາລ້ຽງຕົນໄປຈົນຕາຍ
ເຈົ້າສະບາຍພໍ່ແມ່ກະຊື່ນໃຈ
.....................................
ເຖີງພໍ່ຈົນທົນໄດ້ບໍ່ທຸກຫນັກ
ເທົ່າລູກຮັກ ປະພຶດຕົນເປັນຄົນຊົ່ວ
ລູກຈັກຄົນທົນລ້ຽງໄດ້ບໍ່ຫມອງມົວ
ບໍ່ໂສກເສົ້າເທົ່າລູກຕົວຊົ່ວລະຍຳ
..........................................
ຄວາມຫວັງຂອງພໍ່ແມ່ກ່ອນຕາຍ
ຍາມແກ່ເຖົ້າຫວັງໃຫ້ເຈົ້າເຂົ້າຮັບໃຊ້
ຍາມປວ່ຍໄຂ້ຫວັງໃຫ້ເຈົ້າເຂົ້າຮັກສາ
ຍາມເມື່ອເຖີງຄາວຕາຍວາຍຊີວາ
ຫວັງລູກມາຊ່ວຍປິດຕາ ຍາມຊິ້ນໃຈ
....................................................
ພຣະຄຸນທີ່ຍິ່ງໃຫຍ່
ຈະເອົາໂລກມາເປັນປາກກາ
ຈະເອົາຟ້າມາເປັນກະດາດ
ຈະເອົາມະຫາສະມຸດມາເປັນນ້ຳມືກ
ຈະມາຂຽນຈົນເຕັມຫມົດແຜ່ນຟ້າແຜ່ນດີ ກໍ່ຍັງບໍ່ສາມາດພັນລະນາ ພຣະຄຸນຂອງພໍ່ແມ່ທີ່ມີຕໍ່ລູກ
ໃຫ້ຫມົດໄດ້
............................................................................................................................
ລູກຮັກພໍ່ແມ່
ລູກຄຳນຶງເຖີງພຣະຄຸນຂອງພໍ່ແມ່
ນືກເຖີງແນ້ ພຣະຄຸນທ່ານນັ້ນໃຫຍ່ຫລວງ
ຍິງຄິດໄປ ໃຈຍິງອ່ອນສະທອນຊວງ
ນ້ຳຕາລ້ວງໄຫລຄໍຫລໍ້ລູກຕາ
ຕັ້ງແຕ່ນີ້ລູກຈະມີສະຕິຫມັ້ນ
ທຸກຄືນວັນລູກຈະຄິດໃສ່ຈິດຫນາ
ບູຊາພໍ່ແມ່ປະທັບໄວ້ໃນອຸລາ
ຈວບຊີວາຊິ້ນໄປ ບໍ່ຂໍລືມ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເວົ້າເຖີງຫລັກທຸລະກິດ ຫລືຄຸນສົມບັດ ຜູ້ທີ່ທຳການຄ້າ ເພື່ອໃຫ້ຄ້າຂາຍດີ ມີກຳໄລ ທ່ານຈະຕ້ອງເສກສ້າງຄວາມງາມໃຫ້ຄົບ 4 ຢ່າງດັ່ງນີ້

1. ງາມໃບຫນ້າ   ລູກຄ້າຊອບ

2. ງາມກິຣິຍາ    ລູກຄ້າຖືກໃຈ

3. ງາມວາຈາ      ລູກຄ້າຫລົງໄຫລ

4. ງາມບໍລິການ  ລູກຄ້າບານລືໄທ ຫລື ລູກຄ້າຕິດໃຈ

 

ງາມທັງສີ່ລະດັບຊັ້ນນີ້ ເປັນສູດນັກບໍຣິຫານທຸລະກິດ ຫລື ສູດຜູ້ທຳການຄ້າຂາຍ

ເມື່ອຄຸນນະທັມ ແລະຄຸນລັກສະນະຂອງນັກຄ້າຂາຍ ປະມວນຫຍໍ້ ໆ ໄດ້ອີກ 4 ປະການ ຄື:

1. ຍິ້ມແຍ້ມແຈ່ມໃສ

2. ຕັ້ງໃຈສົນທະນາ

3. ເຈລະຈາໄພເລາະ

4. ສົງເຄາະເອື້ອເຟື້ອ.

ກ.​ ຍິ້ມແຍ້ມແຈ່ມໃສ  ພວກເຮົາຮູ້ແລ້ວວ່າ  ຮອຍຍິ້ນເປັນມົນສະເຫນ່ ທີ່ເສກສ້າງຂື້ນດ້ວຍຕົນເອງ ແລະງ່າຍດ່າຍ ດັ່ງບົດກ່ອນທີ່ວ່າ:

ຍິ້ມໄວ້ໃຈສົດຊື່ນ ອາຍຸຍືນໄຮ້ໂລກໂລຄາ  ຮູບຮ່າງງາມໂສພາ ເປັນສະເຫນ່ແກ່ຜູ້ຄົນ  ຫລື  ຍິ້ມໃຫ້ກັນວັນລະນິດຈິດແຈ່ມໃສ  ຍິ້ມໃຫ້ກັນ

ວັນລະນິດ ມີມິດທົ່ວໄປ  ແຕ່ຕ້ອງຍິ້ມຈາກໃຈ ບໍ່ແມ່ນຍິ້ມເສແສງແກ້ງຍິ້ມ  ຫລື ຍິ້ມແບບການເມືອງ  ຍິ້ມແບບຟ້າແມບ ແວບດຽວກະຫາຍ ຍິ້ມແລ້ວຮີບຫຸບ ....ຍິ້ມມີເລຊັ້ນໃນ   ຕ້ອງຍິ້ມແຍ້ມແຈ່ມໃສ  ແຕ່ຢ່າຍິ້ມ ຕະຫລອດ 24 ຊົ່ວໂມງເດີ  ມັນອັນຕະລາຍ

ຂ. ຕັ້ງໃຈສົນທະນາ  ສົນໃຈໃຫ້ກຽດຕິດຕໍ່ລູກຄ້າ ບໍ່ເມີນ ຫລື ປະເມີນຖານະ ຫລື ສະພາບຂອງລູກຄ້າຕຳ່  ຢ່າຄິດວ່າເຂົາບໍ່ມີເງີນ

ເຂົາອາດຈະຊອບຮູບ ເປັນຜ້າຖູພືນ ຫໍ່ຄຳກະເປັນໄດ້  ຖ້າເຮົາຕັ້ງໃຈ ສົນທະນາແລະໃຫ້ກຽດເຂົາ  ທ່ານອາດຈະໂຊກດີແບບນີ້:

( ຂ້ອຍປ່ຽນໃຈແລ້ວ ທັງຮ້ານນີ້ເທົ່າໃດ ) ກໍ່ເປັນໄດ້.​

 

ຄ. ເຈລະຈາໄພເຣາະ  ບູຮານທ່ານກ່າວໄວ້ວ່າຈະໄດ້ດີກໍ່ເພາະປາກ ຈະໄດ້ຍາກກໍ່ເພາະຄຳ  ທຳມະຊາດຂອງປາກ ຄື ເວົ້າດີໄດ້ເວົ້າຮ້າຍເສຍ

ຈະອິ່ມ ຈະຫິວ ຈະຂາດທືນ  ໄດ້ກຳໄລ  ຮັກ ຫລື ຊັງ ຮູ້ເລື້ອງ ຫລື ເສຍເລື້ອງ ເຂົ້າໃຈ ຫລື ຂັດໃຈ ກໍ່ຢູ່ທີ່ປາກຂອງເຮົາທັງນັ້ນລະ.

ງ. ສົງເຄາະເອື້ອເຟື້ອ  ຄື ການມີວິໃສທັດທີ່ກວ້າງໃກ  ບໍ່ຫວັງຈະເອົາແຕ່ກຳໄລຢ່າງດຽວ ຕ້ອງເອົາໃຈລູກຄ້າໄວ້ດ້ວຍ  ອາດຈະເອື້ອເຟືອ ໃນ

ການແນະນຳສິນຄ້າທີ່ດີ  ວິທີໃຊ້ ແລະສິ່ງຕ່າງຕໍ່ລູກຄ້າ ເຖີງແມ່ນວ່າ ເຂົາອາດຈະບໍ່ໄດ້ຊື້ ກໍ່ຕາມ  ສິ່ງສຳຄັນ ຄື ມີຄວາມຊື່ສັດຕໍ່ລູກຄ້າ

ບໍ່ຂີ້ຫລັກ ຂີ້ໂກງ ເຊັ່ນ: ໃຊ້ສິນຄ້າຫມົດອາຍຸ ຫລື ສິງຄ້າປອມແປງມາຂາຍ ແບບນີ້ຈະເຮັດໃຫ້ລູກຄ້າຂອງເຮົາລົດນ້ອຍຖອຍລົງ

ຫລື ອາດຈະບໍ່ຢາກມາຊື້ ອີກເລີຍ.

 

ຈະເລີນພອນ ເດີ

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເພື່ອນສະມາຊິກທີ່ເຂົ້າມາອ່ານທັງຫລາຍ ການສ້າງຄວາມດີເປັນພາລະກິດຂອງຊີວິດ ເປັນວຽກທີ່ທຸກຊີວິດຮຽກຮ້ອງ ແລະສະແຫວງຫາ. ເພາະສະນັ້ນ

ຈົ່ງຮັກສາດີເດີມ ແລະເພີ້ມດີໄຫມ່ໃຫ້ແກ່ຊີວິດ ທຸກຄົນລ້ວນມີດີ ບໍ່ສະເຫມີເຫມືອນກັນ ປະມວນແລ້ວມີ 4 ລັກສະນະ.

1. ດີນອກແຕ່ເສຍໃນ

2. ນອກເສຍແຕ່ໃນດີ

3. ໃນກະດີນອກກະດີ

4. ນອກກະເສຍໃນກະເສຍ

.ກ.​ ດີນອກແຕ່ເສຍພາຍໃນ ຫມາຍເຖີງດີແຕ່ຮູບຮ່າງຫນ້າຕາ ຜິວພັນຊວດຊົງ ບຸກຄະລິກສະຫງ່າ ແຕ່ເປັນຄົນເນົ່າໃນ ໃຈເສຍ  ບູຮານທ່ານກ່າວໄວ້ວ່າ:

ງາມແຕ່ຮູບ ຈູບບໍ່ຫອມ ຫລື ອີກຄຳຫນື່ງວ່າ: ງາມແຕ່ທາງນອກ ທາງໃນເປັນຫມາກເດື່ອ  ເປັນຄົນຫນ້າເນື້ອໃຈເສືອ ເຊື່ອບໍ່ໄດ້ ເປັນຄົນທີ່ມີຈິດໃຈໂຫດຮ້າຍ

ປ່າເຖືອນ ຄອຍທີ່ຈະຂົ່ມເຫງ ເອົາປຽບຄົນອື່ນໄດ້ທຸກເມື່ອ.

 

ຂ. ນອກເສຍແຕ່ໃນດີ  ຫມາຍເຖີງບາງຄົນ ແມ່ນເບີ່ງແລ້ວພາຍນອກຈະຫມົດສະເຫນ່  ຮູບຮ່າງ ຜິວພັນບຸກຄະລິກບໍ່ສະຫງ່າ  ແຕ່ຈິດໃຈປ່ຽມລົ້ນໄປດ້ວຍຄຸນ

ນະທັມ ເຍືອກເຢັນ.  ບໍ່ວູ້ວາມ ບໍ່ເປັນຄົນທີ່ຂີ້ໂມໂຫໂທໂສ ເອື້ອເຟື້ອເພື່ອແຜ່ ຕໍ່ບຸກຄົນອື່ນ ບໍ່ເຫັນແກ່ຕົວ.

 

. ໃນກະດີ ນອກກະດີ  ຫມາຍເຖີງຜູ້ທີ່ດີກຳລັງສອງ ດີທັງຮ່າງກາຍແລະຈິດໃຈ ເຂົ້າລັກສະນະທີ່ວ່າ  ຍິງກະສວຍ ຊາຍກະງາມ  ກິຣິຍາມາລະຍາດ ຮຽບຮ້ອຍ ມີຄຸນສົມບັດຜູ້ດີ ອ່ອນນ້ອມ ອ່ອນຫວາ ແລະອ່ອນໂຍນ.

 

ງ. ນອກກໍ່ເສຍ ໃນກໍ່ເສຍ  ແບບນີ້ເອີ້ນວ່າ ນອກຮ້າຍ ໃນຊົ່ວ   ເປັນການເສຍກຳລັງສອງ  ກິຣິຍາມາລະຍາດຕ່ຳຊ້າ ວາຈາຫຍາບຄາຍ ຈິດໃຈໂຫດຮ້າຍ

ໄຮ້ຄວາມເມດຕາ ກະລຸນນາ ຄົນປະເພດນີ້ ບູຮານທ່ານກ່າວໄວ້ວ່າ:  ຂີ້ຮ້າຍແລ້ວ ຊ້ຳພັດຕື່ມຕົດເຫມັນ    ພາຍໃນມີແຕ່ສະຫນິມ ພາຍນອກກະຂາດສະເຫນ່

ເປັນຄົນທີ່ບໍ່ມີໃຜຄົບ ຖ້າເປັນຫມາກໄມ້ ເຂົາກະຖິ້ມລົງຖັງຂີ້ເຫຍື່ອ  ບໍ່ມີໃຜກິນ 

ຕາມທີ່ວ່າມາຫວັງວ່າຄົງທຳໃຫ້ຜູ້ອ່ານ ໄດ້ເປັນປະໂຫຍດທາງດ້ານການອ່ານ ແລະຮູ້ນຳໃຊ້ໃນຊີວິດປະຈຳວັນໄດ້

ຈະເລີນພອນ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມອົດທົນອົດກັ້ນ - ເປັນເຄື່ອງຫມາຍຂອງນັກສູ້ຊີວິດ ທີ່ບໍ່ຫວັນຕໍ່ອຸປະສັກສິ່ງ ໃດ ໆ  . ຍິ້ມໄດ້ເມື່ອໄພມາ ບໍ່ໂສກາເມື່ອມີທຸກ  ມີປັນອັນໃດກໍ່ສາມາດລະງັບ

ດັບລົງໄດ້  ຄວາມສຳເລັດຂອງວຽກງານທຸກຢ່າງ ທັງທາງໂລກແລະທາງທັມ  ຄື ອະນຸສາວະລີ ຂອງຄວາມອົດທົນອົດກັ້ນ ( ຂັນຕິ) ທັງສິ້ນ.

ສິ່ງທີ່ທຸກຊີວິດຈຳເປັນຕ້ອງເຂົ້າໄປອົດທົນ ອົດກັ້ນນັ້ນ ທ່ານຈັດໄວ້ 4 ລັກສະນະດັ່ງນີ້

1.​ ທົນຕໍ່ຄວາມລຳບາກ ກາກກຳ  - ໄດ້ແກ່ທຳມາຊາດ ດິນຟ້າອາກາດ ຫນາວຮ້ອນ ຝົນຕົກແດດອອກ

2.​ທົນຕໍ່ທຸກຂະເວທະນາ  - ໄດ້ແກ່ໂລຄາພະຍາດ ຄວາມເຈັບໄຂ້ໄດ້ປວຍ ເມື່ອຍລ້າ ເຈັບຫົວ ເຈັບທອງ.

3.​ທົນຕໍ່ຄວາມເຈັບໃຈ  ໄດ້ແກ່ ອະນິດຖາລົມ ......... ຍາມຖືກລ່ວງເກີນ  ທັງການກະທຳ ແລະຄຳເວົ້າ ເຊັ່ນ:​ ຖືກດູຖູກ ດູຫມິ່ນ ຢຽບຫຍາມ.

4. ​ ທົນຕໍ່ອຳນາດຂອງກິເລດ - ໄດ້ແກ່ ອິດຖາລົມ ອັນຢົ້ວຢວນ ຊວນໃຫ້ສຳພັດ ລິ້ມລອງ  ຫມາຍເຖີງກາມມະຄຸນ 5 ຄື:​ ຮູບ ສຽງ ກິ່ນ  ຣົດ ສຳຜັດ ທີ່ຫນ້າ

ປາຖະຫນາ.​

                                                                                                                     ອົດທົນໃນທາງຖືກ

1.​ ອົດທົນດ້ວຍການຖອນຕົວ  ຫລິກລ້ຽງອອກຈາກຄວາມຊົ່ວທັງຫລາຍ

2. ອົດທົນດ້ວຍການສ້າງຄວາມດີຕໍ່ໄປ  ..........ບໍ່ຢຸດຢັ້ງຈົນກວ່າຈະເຖີງຝັ່ງ ຄື ຄວາມສຳເລັດ.

3.​ອົດທົນດ້ວຍການຮັກສາໃຈ .............ບໍ່ໃຫ້ເສົ້າຫມອງ

ການອົດທົນທັງ 3 ວິທີນີ້ ເປັນການອົດທົນທີ່ຖືກຕ້ອງ ແລະຖືກທັມ

                                                                                                                    ອົດທົນໃນທາງທີ່ຜິດ

1.​ບາງຄົນຂີ້ຄ້ານບໍ່ດຸຫມັ່ນທຳມາຫາກິນ ເກເລເຮຮາໄປຕາມບ້ານ ພໍມີຜູ້ວ່າກ່າວຕັກເຕືອນ ກໍ່ເສີຍເລີຍ ອ້າງວ່າກຳລັງບຳເພັນຂັນຕິປາລະມີ ຢ່າງນີ້ເປັນການ

ຫລິກລ້ຽງ ຫລື ອົດທົນທີ່ຜິດຈາກຫລັກທັມ ເຊັນ:

- ພວກທີ່ຊົ່ວແລ້ວກະຊົ່ວອີກ - ໃຜຫ້າມກະບໍ່ຟັງ ໃຜຢັ້ງກະບໍ່ຢຸດ ຈັດເຂົ້າເປັນພວກທີ່ດື້ດຶງ

- ພວກທີ່ຈົນກໍ່ທົນຈົນໄປ - ບໍ່ຂົນຂວຍທຳມາຫາກິນລ້ຽງຊີບ ຈັດເປັນພວກໃຊ້ຄວາມອົດທົນທີ່ຜິດ

- ພວກທີ່ໂງ່ກະທົນໂງ່ຕໍ່ໄປ  ໃຜສອນກະບໍ່ຟັງ ໃຜສັ່ງກະບໍ່ເຊື່ອ ຈັດເຂົ້າໃນຈຳພວກດື້ດານ

ອົດທົນທັງ 3 ວິທີນີ້ ເປັນການອົດທົນທີ່ຜິດ ແລະຂັດຕໍ່ຫລັກທັມມະ ຈັດເປັນພວກມິດສາທິດຖີ

ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

- ບາງຄົນຮູບຮ່າງເປັນສະຫນຽດ ບໍ່ງາມ  ແຕ່ນິໃສເປັນສະເຫນ່  ອຸປະມາເຫມືອນດອກໄມ້  ທີ່ສີ ແລະດອກ ບໍ່ງາມ ແຕ່ກິ່ນ ຫອມ

- ບາງຄົນຮູບຮ່າງເປັນສະເຫນ່ ສວຍງາມ ຫນ້າຕາດີ ຫຸ່ນດີ ຜິວຂ່າວເຫມືອນເທວະບຸດເທວະດານາງຟ້າ  ແຕ່ ນິໃສ ເປັນສະຫນຽດ ນິໃສບໍ່ດີ

ອຸປະມາເຫມືອນດອກໄມ້ ທີ່ມີດອກ ແລະສີງາມ ແຕ່ກິ່ນເຫມັນ  ຫລື ບໍ່ມີກິ່ນ.

- ບາງຄົນຮູບຮ່າງຫນ້າຕາງາມ ເປັນສະເຫນ່ ຈິດໃຈກໍ່ເປັນສະເຫນ່ ຈິດໃຈດີ ມີສິນທັມ ອຸປະມາເຫມືອນດອກໄມ້ ທີ່ມີສີງາມ ແລະກິ່ນຫອມ ເຊັ່ນ: ດອກຊອນ ດອກກຸດາບ ເປັນຕົ້ນ.

- ບາງຄົນຮູບຮ່າງເປັນສະຫນຽດ ຂີ້ລາຍ ກຳດຳ ອັບປະລັກ ຊ້ຳຈິດໃຈຍັງເປັນສະຫນຽດ ໃຝ່ຕ່ຳ ໃຈດຳ ໃຈຊາມ ໃຈງ່າຍ ໃຈຮ້າຍ ໃຈຄົດ

ໃຈແຄບ  ດັ່ງສຸພາສິດເວົ້າວ່າ ຊີ້ຮ້າຍແລ້ວ ຊ້ຳພັດຕື່ມຕົດເຫມັນ     ອຸປະມາເຫມືອນດອກໄມ້ທີ່ມີສີບໍ່ງາມ ກີ່ນເຫມັນ  ບາງທີຖ້າຖືກດອກ

ໄມ້ນີ້ແລ້ວ ມີອາການຄັນ  ເຊັ່ນ:  ດອກຕຳແຍ ເປັນຕົ້ນ.

ຈະເລີນພອນ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ປັດຈຸບັນເປັນຍຸການແຂ່ງຂັນແລະບາກບັ່ນ . ສ່ວນຫລາຍຢາກຈະເປັນຄົນລວຍ ຫລາຍກວ່າເປັນຄົນດີ ຢາກຈະເປັນເສດຖີ ຫລາຍກວ່າເປັນປຸຖຸຊົນທຳມະດາ      ຍົກນີ້ເປັນຍຸກສະໄຫມວັດຖຸນິຍົມ  ອາລົມແລະນິໃສຂອງຄົນເຮົາກະປ່ຽນໄປ  ຈາກທັມມະນິຍົມ ຫລື

ຈິດຕະນິຍົມ ກໍ່ກາຍເປັນຍຸກຫລົງແສງສີຕີຫນ້າເຂົ້າຫາກັນ  ລູກຍົກປະຈຸບັນເທົ່າທີ່ສັງເກດເຫດ ມີຢູ່ 8 ຈຳພວກ ແບ່ງເປັນຍອດຢ້ຽມ(ດີ)

3  ແລະຍອດແຢ້ (ຊົ່ວ) 5  ຂໍ້ໃຫ້ທ່ານທີ່ອ່ານພິຈາລະນາດັ່ງນີ້ເດີ:

- ລູກຍອດຢ້ຽມ

1. ລູກຮັກ - ລູກທີ່ຮັກພໍ່ຮັກແມ່ ຮັກວົງຕະກູນ ຮັກມໍລະດົກທີ່ພໍ່ແມ່ຫາມາໃຫ້ບໍ່ທຳລາຍ.

2. ລູກລ້ຽງ - ລູກທີ່ມີຄຸນນະທັມ ກະຕັນຍູກະຕະເວທີ ລ້ຽງດູພໍ່ແມ່

3. ລູກເລີດ - ລູກທີ່ປະເສີດກວ່າພໍ່ກວ່າແມ່  ເຊີດຊູວົງຕະກູນເປັນສະຫງ່າລາສີ ແລະເປັນອາພອນປະດັບຕະກູນໃຫ້ສູງກຽດ. ລູກທັງສາມປະເພດນີ້ ເປັນລູກໃຜພໍ່ແມ່ກະຫນ້າຊື່ນຕາບານ.

 

- ລູກຍອດແຢ້  (ລູກຊົ່ວ )

1. ລູກຣິດ - ລູກຂີ້ໂກງ ຈ້ອງຫາຈັງຫວະທີ່ຈະຣິດ   ບຽບບຽນ ແລະບຽບບັງເອົາສົມບັດຂອງພໍ່ແມ່ ບາງລາຍຂື້ນສານ ຟ້ອງຮ້ອງ ເພື່ອຈະເອົາມໍລະດົກ ທັງ ໆ ທີ່ທ່ານຍັງມີລົມຫາຍໃຈ ເປັນຕາຫນ້າລະອາຍຫລາຍ

2.​ ລູກລອກ - ລູກທີ່ປອກລອກພໍ່ແມ່ ລ້ຽງບໍ່ຮູ້ຈັກໃຫຍ່ ໃຫ້ບໍ່ຮູ້ຈັກພໍ  ຖົມບໍ່ຮູ້ຈັກເຕັມ.

3. ລູກລາກ - ລູກທີ່ກໍ່ແຕ່ເວນ ສ້າງແຕ່ກຳ ນຳທຸກມາສູ່ພໍ່ແມ່ ລາກພໍ່ແມ່ຂື້ນໂລງຂື້ນສານ ຍັດພໍ່ແມ່ເຂົ້າຄຸກເຂົ້າຕະລາງ.

4. ລູກຮົກ - ລູກທີ່ຢູ່ບ່ອນໃດ ພໍ່ແມ່ກະຫນັກໃຈ  ຈາກໄປໃຜ ໆ ກະເບົາອົກ ເປັນຄົນໄຮ້ຄ່າ ໄຮ້ຣາຄາ ຮົກໂລກ ຮົກຕະກູນ  ເປັນບຸກຄົນທີ່

ບໍ່ເພີ່ງປາດຖະຫນາ ເຂົ້າສາລະທີ່ວ່າ:  ຊົ່ວເກີນໂປດ  ຄົດເກີນດັດ.​

5. ລູກນາລົກ - ລູກທີ່ໃຈດຳອຳມະຫິດ ຂ້າໄດ້ແມ້ກະທັ້ງພໍ່ແມ່ ທຳຮ້າຍໄດ້ແມ້ກະທັ້ງພໍ່ແມ່ຜູ້ມີພຣະຄຸນ  ລູກທັງ 5 ປະເພດນີ້ ເປັນລູກໃຜ

ພໍ່ແມ່ກະຫນ້າຊ້ຳຕາບວມ 

ທ່ານຜູ້ອ່ານເດ ຈັດຢູ່ໃນປະເພດໃດ

ຈະເລີນພອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

The  meaning of  " Family "    father and  mother  i love you 

                                                   ພໍ່ແມ່ ລູກຮັກພໍ່ກັບແມ່ ນະ

F=  father

a= and

m= mother

i= i

l= love

y= you

 

The  meaning of  "  Husband" ຜົວ ຫລື ພໍ່ບ້ານ

H= housing ພໍ່ບ້ານຜູ້ຫົວຫນ້າຄອບຄົວເປັນຜູ້ຫາເງີນສ້າງບ້ານ ສ້າງເຮືອນ ແລະປັດຈະບັນບາງຄອບຄົວແມ່ນຊ່ວຍກັນຫາ

U= understanding ຜູ້ເປັນພໍ່ບ້ານຕ້ອງມີຄວາມເຂົ້າໃຈ ພັນລະຍາ ເຂົ້າໃຈທຸກສະຖານະການ ເຂົ້າໃຈໃນຄວາມສຸກ ແລະຄວາມທຸກ

S= sharing  ແບ່ງປັນ ທັງນ້ຳໃຈ ແລະວັດຖຸກ ແບ່ງເບົາພາລະບາງຢ່າງ ເພື່ອຄວາມດີຂື້ນຂອງຄອບຄົວ ຫລື ອາດຈະແບ່ງປັນຊັບທີ່ຫາມາໄດ້ໃຫ້ຝ່າຍເມຍ ຫລື ຍາດພີ່ນ້ອງຝ່າຍເມຍຕາມສົມຄວນ

B= buying  ຜູ້ເປັນຜົວຄວນຈະໃສ່ໃຈບາງເວລາ ບາງໂອກາດ ທີ່ສຳຄັນ ໃນການທີ່ຈະຊື່ສິ່ງຂອງທີ່ພັນລະຍາຕົນເອງມັກ ເຊັ່ນ:​ວັນເກີດ ວັນແຫ່ງຄວາມຮັກ ວັນສຳຄັນທາງພຮະພຸດທະສາດສະຫນາ

A= and ແລະ

N= never ບໍ່ເຄີຍທີ່ຈະນອກໃຈ ຫລືອແບ່ງປັນໃຈ ໄປໃຫ້ກັບຍິງອື່ນ

D= demanding ມີຄວາມຕ້ອງການແຕ່ພັນລະຍາພຽງຜູ້ດຽວ ຕ້ອງການໃນທຸກສະຖານະການ ແມ່ນແຕ່ຈຳລຳບາກຍາກຈົນ ຫລື ລຳລວຍມີຄວາມສຸກ

 

The meaning of   " wife"  ພັນລະຍາ ຫລື ເມຍ

W= washing  ປວດກວດ ຊັກລ້າງ ຫລືທຳຄວາມສະອາດບ້ານເຮືອນ ຕາມສະຖານະຫນ້າທີ່ຂອງພັນລະຍາ ເພື່ອຫນ້າຕາແລະຄວາມສຸກຂອງຄອບຄົວ

I= ironing ເປັນຜູ້ເກັບມ້ຽນເສື້ອຜ້າບ່ອນຢູ່ບ່ອນນອນ  ຂອງລູກແລະຜົວ ຊັກລິດໃຫ້ເປັນລະບຽບຮຽບຮ້ອຍ

F= food ຜູ້ເປັນພັນລະຍາຈະຕ້ອງເກັ່ງທາງດ້ານການເຮັດອາຫານ ແລະຮູ້ຈັກວ່າພໍ່ບ້ານມັກລົດຊາດແນວໃດ 

E= enterainment  ສ້າງສະພາວະແວດລ້ອມທີ່ສະຫນູກສະຫນານມ່ວນຊື່ນ ໃນຄອບຄົວ ໃຫ້ມີຄວາມບັນເທີ່ງຫນ້າຢູ່ໃນບ້ານມາກກວ່າ ນອກບ້ານ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໂທດແຫ່ງການດື່ມນ້ຳເມົາ
ການດື່ມນ້ຳເມົານັ້ນ ທ່ານກ່າວວ່າມີໂທດຕາມທີ່ສະແດງໃນພຣະບາລີ ມີ ໖ ສະຖານ ຄື:
໑. ເປັນເຫດໃຫ້ເສຍຊັບ
໒. ເປັນເຫດກໍ່ຄວາມໂມໂຫ ຜິດທຽງ ທະເລະວິວາດ
໓. ເປັນເຫດໃຫ້ເກີດໂລກ
໔. ເປັນເຫດໃຫ້ເສຍຊື່ສຽງ
໕. ເປັນເຫດໃຫ້ສະແດງກິລິຍາທີ່ເບື່ອຫນ່າຍ ຫນ້າອຸດສູ
໖. ເປັນເຫດ ບັນທອນກຳລັງປັນຍາ

ໂທດແຫ່ງການເສບສິ່ງເສບຕິດທຸກຊະນິດ
໑. ເປັນເຫດໃຫ້ເສຍຄວາມສຳລານແຫ່ງຮ່າງກາຍ
໒. ເປັນເຫດໃຫ້ເສຍຊັບ
໓. ເປັນເຫດໃຫ້ເສຍຄວາມດີ
໔. ເປັນເຫດໃຫ້ເສຍຊື່ສຽງ

ອານິສົງຂອງສິນ ຂໍ້ທີ່ ໕
ຜູ້ຮັກສາສິນຂໍ້ທີ່ ໕ ຍ່ອມໄດ້ຮັບອານິສົງຫລາຍປະການ ຄື:
໑. ມີເງີນເຫລືອ
໒. ບໍ່ມີເລື້ອງທະເລາະວິວາດ
໓. ບໍ່ເກີດອຸປະຕິເຫດ
໔. ມີສຸຂະພາບແຂງແຮງ
໕. ຮັກສາຄວາມດີຂອງຕົນແລະວົງຕະກູນເອົາໄວ້ໄດ້
໖. ຄອບຄົວມີສຸກ
໗. ຮັກສາສະຕິປັນຍາບໍ່ໃຫ້ເສື່ອມຖອຍ
໘. ມີຄົນຕ້ອງການຄົບເປັນເພື່ອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມຮັກທີ່ບໍ່ຄວນເອົາເປັນແບບຢ່າງ
ຄວາມຮັກນັ້ນມີຫລາຍແບບ ຖ້າຮັກໃນທາງທີ່ຜິດກໍ່ອາດສົ່ງຜົນຕໍ່ຄົນທີ່ທ່ານຮັກໄດ້
ແບບຂອງຄວາມຮັກທີ່ບໍ່ຄວນເອົາເປັນແບບຢ່າງມີດັ່ງນີ້:
໑. ຮັກແບບບໍ່ມືນຫູມືນຕາ
ຮັກແບບຫລັບຫູຫລັບຕາ ຫລືຮັກແບບເອົາຫູໄປນາເອົາຕາໄປໄຮ່ ຮັກປະເພດນີ້ ຄື
ການຮັກຈົນເກີນພໍດີ ຈົນຕ້ອງປອບໃຈຕົວເອງວ່າ ເຂົາຮັກເຮົາສິຕາຍ ແຕ່ທີ່ເຂົາ
ແອບໄປກຸກິກກັບຄົນອື່ນກໍ່ເພາະເຂົາຢາກຫາສິ່ງແປກໄຫມ່ເຂົາມາໃນຊີວິດ ຮັກແບບຫລົງ ຈົນເກີນໄປ ເຫັນຄົນທີ່ຕົນຮັກ ເຮັດຫຍັງກະຖືກຫມົດທຸກຢ່າງ
ສາມາດ ຖິ້ມພີ່ຖິ້ມນ້ອງ ແລະພໍ່ແມ່ໄດ້ ເພື່ອທີ່ຈະເອົາໃຈຄົນຮັກ
໒. ຮັກແບບເອົາແຕ່ໃຈ
ຮັກປະເພດນີ້ເປັນຮັກທີ່ຫນ້າລຳຄານທີ່ສຸດ ທ່ານອາດຈະເປັນຕົວຫນ້າລຳຄານ ຫລື ອາດສິເປັນເຂົາແຕ່ສ່ວນໃຫຍ່ເຊື່ອວ່າຈະເປັນຜູ້ຍິງ ບໍ່ວ່າຈະໄປໃສມາໃສ ທ່ານຕ້ອງໃຫ້ເຂົາໂທຫາ ລາຍງານຕະຫລອດ ຖ້າເຂົາບໍ່ໂທຫາກໍ່ເຮັດຫນ້າບຶ້ງຫນ້າ
ບູດໃສ່ ແລ້ວຕົກລົງດ້ວຍການງອນ
໓. ຫລຽວຮັກ ຫລຽວເລິກ ສາມມື້ດີ ສີ່ມື້ໄຂ້
ຮັກປະເພດນີ້ ອາດຈະເຮັດໃຫ້ຄູ່ຮັກເລິ້ມເບື່ອ ໆ ກັນໄດ້ ເພາະບໍ່ວ່າຈະເອົາຈັງໃດ
ກັນແນ້ ຫລຽວກະຮັກ ຫລຽວກະເລີກ ຄັ້ງແລກອາດຈະຍອມກັນໄດ້ ແຕ່ຖ້າເລື້ອຍ ໆ ກໍ່ລະວັງເຂົາສິລຳຄານໄດ້ ຈົນເຮັດໃຫ້ຕ້ອງເລີກກັນຕະຫລອດໄປ
໔. ຮັກຕົວເອງບໍ່ເປັນ
ຄົນທີ່ບໍ່ຮັກຕົວເອງ ມີມາກມາຍຫລາຍນັບບໍ່ຖ້ວນ ຊື່ງສາມເຫດ ກໍ່ມາຈາກ ການຮັກຄົນອື່ນ ຈົນລືມ ແຍງແຫວນເບີ່ງຕົວເອງ ເພາະປ່ອຍໃຫ້ຄວາມຄິດແລະອາ
ລົມ ໄປຕາມຄວາມຮັກ ຈົນເກີນໄປ