ທຸກທ່ານ ແລະເພື່ອນສະມາຊິກທັງຫລາຍ ຂ້າພະເຈົ້າຈະຕ້ອງຂໍໂທດນຳທ່ານທີ່ກຳລັງອ່ານທັມມະບົດນີ້ ຫາກວ່າບົດຄວາມທັມມະບົດນີ້
ເປັນປະຕິປັກກັບແນວຄິດຂອງພວກທ່ານ ຂ້າພະເຈົ້າເອງຂໍອະທິບາຍໄປຕາມຫົວຂໍ້ຂອງທັມມະ ດັ່ງທີ່ວ່າ: ຫມອນມີໄວ້ເພື່ອຫມູນຫົວ ສ່ວນ
ທັມມະມີໄວ້ເພື່ອຫມູນໃຈ ເຮົາທ່ານທັງຫລາຍ ຜູ້ເປັນຊາວພຸດ ຄວນຈະເຂົ້າໃຈເພີ້ມພູນຄວາມດີ ປິດກັ້ນຄວາມຊົ່ວ ແລະປິດກັ້ນຫົນທາງ
ສ້າງກຳທຳບາບ ໃດ ໆ ເວັ້ນການເສບແລະມົວເມົາໃນສິ່ງທີ່ເປັນຫາຍະນະ ເຊັ່ນ:
ຕອນແລງ ເຢັນ ໆ.............. ດຸຫມັ່ນດື່ມເຫລົ້າ
ເຊົ້າ ໆ..................... ຫມັ່ນນອນ
ກາງເວັນຫັນຫນ້າ................ເຂົ້າຫາບ່ອນເລ່ນການພະນັນ
ກາງຄືນພະເນຈອນ.............ເຂົ້າບາ
ແບບນີ້ລະມັນຫນ້າເສົ້າໃຈ ຊີວິດບໍ່ກ້າວຫນ້າ ແລະບາງຄົນຫມົດຕົວແລ້ວກະເປັນຄົນຊົ່ວ ເປັນພາລະຂອງສັງຄົມ
ບໍ່ສາມາດຢັບຢັ້ງຕົວເອງໄດ້ ເວລາຫິວເວລາຢາກ ສິ່ງເສບຕິດມັນເຮັດໃຫ້ບຸກຄົນເຫລົ່ານີ້ ຫາລັກ ງັດ ແງະ ເຮັດໃຫ້ສັງຄົມເດືອດຮ້ອນ
ຢ່າລືມວ່າການພະນັ້ນນີ້ກະເປັນສິ່ງຫນື່ງທີ່ບັນທອນ ຄວາມສຸກ ແລະຄວາມຈະເລີນກ້າວຫນ້າ ອັນພໍຈະມີຢູ່ມີກິນ ຈົ່ງຈຳໄວ້ດັ່ງນີ້:
ຖືກໄຟໄຫມ້ຫລາຍຄັ້ງຍັງພໍທົນ
ຖືກໂຈນປຸ້ນຫລາຍຫົນຍັງທົນໄຫວ
ເສຍການພະນັນ ເສຍຫນັກເສຍຫລັກໃຊ
ເສຍນາໄຮ່ບໍ່ມີຫລໍ ຕ້ອງຂໍທານ
ການພະນັນປັ່ນຄົນ ໃຫ້ປົ່ນປີ້
ເສຍລາສີ ເສຍສັກສີ ເສຍຫລັກຖານ
ເພາະໂລບມາກ ຢາກໄດ້ ບໍ່ປະມານ
ຈົ່ງວິຈານຈຳໄວ້ ໃສ່ໃຈເດີ
ອັນການພະນັນນັ້ນ ໃຜເລ່ນແລ້ວເສຍ ຖືເປັນເລື້ອງທຳມະດາ ແຕ່ເລ່ນແລ້ວໄດ້ນີ້ເປັນເລື້ອງແປກ ເລື້ອງນີ້ຈັດຢູ່ໃນອາບາຍຍະມຸກ ທີ່ໃຫ້
ທຸກແກ່ຕົນ ເພາະເປັນປາກທາງແຫ່ງຄວາມເຊື່ອມ ເຊັ່ນ: ຊັບເສື່ອມ (ເງີນຄຳ ທີ່ຫາມາໄດ້ຕ້ອງຫມົດສິ້ນໄປ). ກຽດເສື່ອມ (ຊື່ສຽງເສຍຫາຍ) . ຍົດເສື່ອມ (ຍາມມີເຂົາຍົກຍໍ....ຍາມຕ່ຳຕົກເຂົາຢຽບຫຍາມ). ບໍລິວານເສື່ອມ (ເງີນມີພັກພວກມາ ເງີນຈາກລາພັກພວກຫນີ ) . ສຸຂະພາບເສື່ອມ ( ຮ່າງກາຍແລະຈິດໃຈເຊື່ອມໂຊມ ເພາະຄິດຫລາຍຫນັກໃຈ ກັງວົນໃຈ )
ສົມດັ່ງຄຳທີ່ກ່າວໄວ້ວ່າ:
ການພະນັນໃຜຂັນສູ້.....................ຍ່ອມໄປສູ່ຊື່ງຄວາມຈົນ
ທຸກຍາກມາຫລາຍຄົນ....................ເພາະຕົນເລ່ນບໍ່ເວັ້ນວັນ
ຊັບສິນຫມົດສິ້ນຕົວ........................ມີງົວຄວາຍກໍ່ຕ້ອງຂາຍ
ລູກເມຍບໍ່ເສຍດາຍ.........................ຂາຍຈົນວອດ ບໍ່ລອດແມ້ແຕ່ຕົນເອງ
ນີ້ລະ ຄື ພິດຂອງອະບາຍຍະມຸກ
ຈະເລີນພອນ