ຂຽນເມື່ອ: ພ.ຈ.. 3, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ອານິສົງ 5 ຂອງພິກສຸ ທີ່ໄດ້ຈາກການກະຖິນ
ບົດຄວາມບົດນີ້ ຈະເວົ້າເລື້ອງກະຖິນ ກະຖີນ ໃນບົດຄວາມນີ້ ບໍ່ແມ່ນຊື່ຜັກຊິດຫນື່ງ ທີ່ໃຊ້ໄວ້ກິນກັບປົ່ນ ອັນນັ້ນແຜ່ນຜັກກະຖິນ
ແຕ່ກະຖິນໃນຄວາມຫມາຍນີ້ຄື ຜ້າກະຖີນ ຫລື ບາງພາກຂອງລາວເອີ້ນວ່າ ຜູ້ຈີວອນ ຊື່ງກະຖິນ ຈະມີກຳຫນົດທອດໄດ້ຕາມການ ຄື ຊວງອອກພັນສາແລ້ວ
ແລະວັດຫນື່ງ ສາມາດທອດໄດ້ ຄັ້ງດຽວ
ອານິສົງ 5 ຂອງພິກສຸ ທີ່ໄດ້ຈາກການກະຖີນ ຄື:
1. ໄປໃສບໍ່ຕ້ອງບອກພິກສຸກ ຮູບອື່ນ ຕາມຄວາມໃນສິກຂາບົດທີ່ 6 ອະເຈລກວັກ ປາຈິດຕີຍະກັນ
2. ໄປໃສບໍ່ຕ້ອງນຳໄຕຣຈີວອນໄປຄົບສຳຫລັບຕາມສິກຂາບົດທີ່ 2 ຈີວອນວັກ ນິດສັກຄີຍະກັນ
3. ສັນອາຫານຮ່ວມກຸ່ມໄດ້ຕາມສິກຂາບົດທີ 2 ໂພຊນະວັກ ປາຈິດຕີຍກັນ
4. ເກັບຈີວອນໄວ້ໄດ້ຫລາຍຕົວຕາມຕ້ອງການໂດຍບໍ່ຕ້ອງວິກັບ (ຄື ທຳໃຫ້ເປັນສອງເຈົ້າຂອງ) ຕາມສິກຂາບົດ 4 ຈີວອນວັກ ນິສັກຄີຍະກັນ
5. ຜ້າທີ່ເກີດຂື້ນໃນວັດນັ້ນເປັນຂອງທ່ານ ຄື ທ່ານມີສິດໄດ້ຮັບສ່ວນແບ່ງ ພິກສຸເຂດອື່ນມາກໍ່ບໍ່ມີສິດ
ມະຕິກາແປດ
ຊົງສະແດງມາຕິກາ ຄື ແມ່ບົດ ຫລື ຂໍ້ກຳຫນົດໃນການເດາະກະຖິນ (ຄື ເລິກ ຫລື ຮື້ໄມ້ສະດຶງອອກໄດ້) ຮ່ວມມີ 8 ປະການຄື
1. ເດີນທາງໄປທີ່ອື່ນບໍ່ຄິດຈະກັບມາ
2. ທຳຈີວອນເສັດແລ້ວແລ້ວ
3. ຕັ້ງໃຈເລິກເລື້ອງການທຳຈີວອນ
4. ຈີວອນທີ່ກຳລັງທຳຢູ່ ທຳເສຍ ຫລື ຫາຍໄປ
5. ດ້ວຍໄດ້ຍິນຂ່າວ ຄື ທ່ານຈາກໄປດ້ວຍຄິດຈະກັບມາອີກ ແຕ່ໄດ້ຍິນຂ່າວວ່າໃນວິດທີ່ທ່ານຢູ່ເຂົາເລິກທຳກັນແລ້ວ
6. ດ້ວຍຫມົດຫວັງ ຄື ຫວັງວ່າຈະໄດ້ຈີວອນ ແຕ່ກໍ່ບໍ່ສົມຫວັງ
7. ຢູ່ນອກເຂດສີມາ ຄືຄິດຈະກັບມາທີ່ວັດນັ້ນ ຈົນຫມົດສະໄຫມຂອງກະຖິນ
8. ເລິກກະຖິນພ້ອມກັບພິກສຸທັງຫລາຍ ຄື ເມື່ອພົ້ນກຳຫນົດກໍ່ເປັນອັນເລິກກະຖິນຮ່ວມກັນ