ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

ພຽງຫນື່ງນາທີ
ຫນື່ງນາທີຢູ່ກັບຄົນທີ່ເຮົາຮັກ
ດີກວ່າໄປຈົມປັກ ກັບຄົນຊັງອຸກອັ່ງຫລາຍ
ເຖີງມີຊີວິດກະປຽບດັ່ງ ຄົນໃກ້ຕາຍ
ເພາະບໍ່ມີຄວາມຫມາຍຫຍັງ ຄັນຊັງກັນ
ຂໍໃຫ້ເຮົາຕືກຕອງ ທ່ອງໄວ້ກ່ອນ
ຢູ່ກັບຄົນເຮົາຮັກ ເຖິງສິຈົນຕົນຕົວຫລ້ອນ
ດີກວ່າລ້ານອາພອນ ຄົນຊັງໃຫ້ ໄຮ້ຄວາມຫມາຍ
..........................................................................................................................
ບໍ່ມີຫຍັງປຽບ
ຄັນຄົນຮັກ ໄດ້ຢູ່ນຳກັນ ສອງຕໍ່ສອງ
ຍິ່ງກວ່າໄດ້ ເພັດທອງ ຂອງລ້ຳຄ່າ
ເຖີງໄຮ້ຊັບ ກະຂໍໃຫ້ໄດ້ແນບກາຍຍາ
ເຮົາສິສຸກອຸຣາ ທຸກຄຣາໄປ ໄຮ້ທຸກທົນ
ຄວາມສຸກເຮົາ ກະຄືໄດ້ ເຂົ້າໃຈກັນ
ແສນສຸກສັນ ຍິ່ງກວ່າຊັບ ນັບບໍ່ໄຫວ
ໄດ້ຢູ່ນຳກັນ ສູ່ມື້ສູ່ມື້ ແຮ່ງດີໃຈ
ຫາສິ່ງໃດ ໃນໂລກາ ມາປຽບປານ ພີ່ນ້ອງເອີຍ

Delicious Digg Fark Twitter
ຄຳເຫັນ (2)