ຂຽນເມື່ອ: ກ.ລ.. 27, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
ເອົາເລື່ອງໄຮ້ສາລະມາໃຫ້ອ່ານຕາມເຄີຍ...ບໍ່ລົມຍາວເນາະ ເຂົ້າເລື່ອງເລີຍ ໃຜຮູ້ແລ້ວກະທວນຄວາມຈຳເນາະ
ວ່າກັນວ່າ ຖ້າອານຸສາວະລີຂອງໃຜທີ່ຂີ່ມ້າ ແລ້ວມ້າຍົກຂາໜ້າສອງຂາ ແປວ່າລາວຕາຍໃນສົງຄາມ
ຖ້າມ້າຍົກຂາດຽວແປວ່າລາວໄດ້ຮັບບາດເຈັບໃນສົງຄາມ ແລະ ຕາຍຍ້ອນການບາດເຈັບດັ່ງກ່າວ
ຖ້າທັງສີ່ຂາຂອງມ້າບໍ່ຍົກ ສະແດງວ່າລາວຕາຍຍ້ອນພະຍາດຜູ້ກ່ຽວ
(ພະຍາດທີ່ລະບາດຢ່າງໜັກໃນປະເທດເຮົາ ແລະຍັງບໍ່ມີຢາຮັກສາ)
ຮູ້ບໍ່ວ່າ ເສື້ອກັນກະສຸນ, ທາງໜີໄຟ, ແນວປັດນ້ຳຝົນ ແລະ ເຄື່ອງພິມເລີເຊີ້ ຄືກັນບ່ອນໃດ?
ຕອບ: ທັງໝົດນ້ັນຄິດຄົ້ນໂດຍຜູ້ຍິງ
ເດືອນທີ່ຂຶ້ນຕົ້ນດ້ວຍວັນອາທິດ ຈະມີວັນສຸກທີ່ 13 ສະເໝີ ວ່າຊ້ານ...
ຄາລາເຕ້ມີຖິ່ນກຳເນີດໃນປະເທດອິນເດຍ (ແຕ່ບໍ່ເຫັນໄດ້ແຊ້ມນຳເຂົາເນາະ)
ໂທມັສ ເອດີສັນ ຜູ້ຄິດຄົ້ນຫຼອດໄຟ ຢ້ານຄວາມມືດ
(ສົງໃສຄົນທີ່ຄິດຄົ້ນໂຖສ້ວມ ຊິເປັນຄົນຖ່າຍບໍ່ຄ່ອຍອອກ)
ໃນນ້ຳທະເລ 100 ໂຕນ ຈະມີຄຳຢູ່ 4 ກລາມ
(ເອົານ້ຳທະເລໄປຂາຍຢູ່ຮ້ານຄຳກະຊິໄດ້ຢູ່ຫວານິ)
ເຈົ້າຟ້າຊາຍຊາວສ໌ ມັກສະສົມຝາຊັກໂຄກ
(ໂອະ ! ຝາຊັກໂຄກຢູ່ບ້ານຂ້ອຍຊິເປັນເງິນເປັນຄຳກະບາດນີ້ແຫຼະ)
ສຸດທ້າຍ ຮູ້ບໍ່ວ່າທີ່ຈິງແລ້ວເວັບ google ເປັນຈັກຄິດໄລ່
(ວ່າງໆກະລອງເບິ່ງ ບໍ່ສະເພາະແຕ່ ບວກລົບຄູນຫານ ມັນເກັ່ງກວ່ານັ້ນຫຼາຍ)
ອັນນີ້ແຖມ...ຮູ້ຫຼືບໍ່ວ່າຄົນທີ່ໜ້າຮັກທີ່ສຸດໃນໂລກໜ້າຕາເປັນແນວໃດ ລອງໄປເບິ່ງຢູ່ຫ້ອງສະແດງຄວາມເຫັນດ້ານລຸ່ມເດີ້...
(ລັກຈາກເນັດມາໃຫ້ອ່ານ)