ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

Invisible story (ໃຜເຊື່ອແນ່ວ່າ ຜີ ມີໃນໂລກ)
ສ້າງເມື່ອ ຕ.ລ.. 31, 2011 20 ຄົນໂຫວດ, 26 ຄຳເຫັນ, ອ່ານ 551 ເທື່ອ
ຄັ້ງໜື່ງຂ້ອຍເຄີຍໄດ້ໄປທີ່ໝູ່ບ້ານຊົນນະບົດແຫ່ງຫນື່ງ ເຊິ່ງອ້ອມຮອບດ້ວຍພູຜາປ່າໄມ້ເນື່ອງຈາກໝູ່ບ້ານດັ່ງກ່າວແມ່ນຍັງຫ່າງໄກຈາກຄວາມຈະເລີນ ຍັງບໍ່ມີໄຟ້າໃຊດ້ວຍຊ້ຳ.... ສະຖານທີ່ດັ່ງກ່າວຕັ້ງຢູ່ ເມືອງ ວິລະບູລີ ແຂວງ ສະຫວັນນະເຂດ ຊື່ ບ້ານ ແກ້ງກີ.... ເປັນຫມູ່ບ້ານທີ່ມີລຳເຊທີ່ໃສເຢັນໄຫລຜ່າກາງບ້ານ...
ເມື່ອຮອດຍາມຄ່ຳ ຊາວບ້ານຈະໃຊ້ຕະກຽງ, ກະບອງ... ເພື່ອເປັນແສງໄຟສ່ອງຊ່ວຍເຮັດກິດຈະກຳໃນຍາມກາງຄືນ
ໃນຄືນທຳອິດຂອງການມາຮອດ ພວກໄວລຸ້ນພາຍໃນບ້ານ ໄດ້ພາກັນມາລົມສາວໃນເຮືອນທີ່ຂ້ອຍໄດ້ພັກຢູ່ ພວກເຂົາໃຊ້ກະບອງນຳທາງພ້ອມທັງມີວິທະຍຸນ້ອຍແຂນໃສ່ແອວ ບາງຄົນກໍ່ນັ່ງລົມ ບາງຄົນກໍ່ຮ້ອງເພງລົມສາວ ເຊິ່ງສ້າງຄວາມແປກໃຈແກ່ຂ້ອຍທີ່ບໍ່ເຄີຍເຫັນແບບນີ້ມາກ່ອນ.. ໃນຄືນທີສາມຂອງການພັກເຊົາ ແລະ ເປັນຄືນສຸດທ້າຍ ເນື່ອງຈາກວຽກຂອງພໍ່ທີ່ເຮັດໃນໝູ່ບ້ານແຫ່ງນີ້ໄດ້ສຳເລັດແລ້ວ.. ກ່ອນນອນ ເຈົ້າຂອງເຮືອນໄດ້ລົມກັບພໍ່ ແລະ ພີ່ນ້ອງຂອງລາວວ່າ ຊ່ວງນີ້ ໄວລຸ້ນພາຍໃນບ້ານພາກັນໄຫລຕາຍ ໃຜໆກໍ່ຊ່າວ່າມີຜີໃນຫມູ່ບ້ານ ເຊິ່ງພວກທີ່ອອກໄປຫາກິນຍາມກາງຄືນແມ່ນມັກເຫັນເປັນປະຈຳ..ບາງຄົນກໍ່ຖືກຫລອກ ເຫລີ ໄຫລ ກັບມາ ຟັງເຂົາເຈົ້າລົມກັນໄດ້ບໍ່ດົນປານໄດຂ້ອນກໍ່ເຂົ້ານອນຍ້ອນຫິວນອນແຮງ ປົກກະຕິແລ້ວຈະນອນໃນເຮືອນກັບພໍ່ ແຕ່ຄືນນັ້ນ ອາກາດຮ້ອນ ກໍ່ເລີຍໄປນອນໃນ ເກີຍ ຫຼື ຊານເຮືອນກັບອ້າຍ ດ໋ອງ ລູກເຈົ້າຂອງເຮືອນເຊິ່ງລາວກຳລັງຈະໄປລົມສາວ ຂ້ອຍກໍ່ເລີຍຕ້ອງນອນຄົນດຽວຖ້າລາວ
ຕົກປະມານ 12 ໂມງປາຍ ກໍ່ຮູ້ສຶກວ່າຫາຍໃຈບໍ່ອອກ ຄືມີແນວມາບີບຄໍໄວ້ ພະຍາຍາມມືນຕາແລ້ວກໍ່ເຫັນຄົນໂຕສີແດງໃຫຍ່ຜິດປົກກະຕິນັງປິ່ນຫລັງທັບເອິກຢູ່ ໃນຂະນະນັ້ນ ຂ້ອຍຄິດວ່າແມ່ນຝັນ ແລະ ພະຍາຍາມສິປຸກໂຕເອງໃຫ້ຕື່ນ ແຕ່ກໍ່ເຮັດບໍ່ໄດ້ ແລະ ບໍ່ສາມາດເຄື່ອນເໜັງຮ່າງກ່າຍໄດ້ເລີຍທັງໆທີ່ມືນຕາ ແລະ ພະຍາຍາມຢູ່ ຮູ້ສຶກວ່າມຶນໄປຫມົດທົ່ວຮ່າງກາຍແລ້ວຫາຍໃຈກໍ່ລຳບາກ.. ໃນໃຈຄີດວ່າຕ້ອງແມ່ນຜີແທ້ໆ ແລະ ພະຍາຍາມທີ່ຈະສວດມົນເວົ້ານະໂມ ແຕ່ກໍ່ເວົ້າບໍ່ອອກ ຄາວໜື່ງອ້າຍດ໋ອງກໍ່ກັບມາຈາກລົມສາວ ລາວຮ້ອງບອກຄົນໃນເຮືອນໃຫ້ຢ່ອນຂັ້ນໄດລົງໄປໃຫ້ລາວ ໃນຂະນະນັ້ນ ຂ້ອຍກໍ່ໄດ້ຍິນສຽງລາວຮ້ອງ ແລະ ກໍ່ພະຍາຍາມສິຮ້ອງບອກລາວມາຊ່ອຍແຕ່ກໍ່ບໍ່ສາມາດອ້າປາກໄດ້ເລີຍ ພຽງແຕ່ມືນຕາເບິ່ງຜີທີ່ນັ່ງທັບເຈົ້າຂອງຢູ່ ... ພໍຮູ້ສຶກໂຕກໍ່ຕອນທີ່ອ້າຍດ໋ອງມາປຸກດ້ວຍສີໜ້າທີ່ຕື່ນເຕັ້ນຕົກໃຈ ລາວວ່າ: ຕອນອ້າຍຍ່າງເຂົ້າມາອ້າຍເຫັນຫມາສາມສີ່ໂຕມານັ່ງເຫົ່າຫອນຢູ່ຫົວບອ່ນນອນຂອງໂຕນີ້ ແລ້ວ ອ້າຍກໍ່ເຫັນໂຕຫນາວສັ່ນຄາງຄືຄົນເປັນໃຂ້ ໂຕບໍ່ໄດ້ເປັນຫຍັງບໍ? ຕອນນັ້ນຂອ້ຍບໍ່ຮູ້ຈັກແນວສິຕອບ ຮູ້ສຶກຫນາວສັ່ນ ແຕ່ມີເຫື່ອຟົດອອກຕາມຮ່າງກາຍ.. ແລ້ວລາວກໍ່ຖາມຕໍ່ວ່າ ໂຕບໍ່ໄດ້ຝັນເຫັນຫຍັງບໍ ພໍໄດ້ສະຕິກັບມາຂ້ອຍກໍ່ເລົ່າເລືອງທັງຫມົດໃຫ້ລາວຟັງ ແລ້ວລາວກໍ່ບອກວ່າຂ້ອຍບໍ່ຄວນນອນນອກຄົນດຽວ ປົກກະຕິແລ້ວເວລານອນ ລາວຈະເອົາພ້າມາໄວ້ຫົວບ່ອນນອນ ລາວເຊື່ອວ່າຜີຈະບໍ່ເຂົ້າໄກ້ລາວໄດ້... ແລ້ວ ອ້າຍດ໋ອງກໍ່ພາຂ້ອຍເຂົ້າໄປນອນໃນເຮືອນ... ຕື່ນເຊົ້າມາຂ້ອຍກໍ່ເລົ່າເລື່ອງໃຫ້ພໍ່ ແລະ ເຈົ້າຂອງເຮືອນຟັງ ເຂົາເຈົ້າບອກວ່າຍັງດີທີ່ອ້າຍດ໋ອງກັບມາທັນ ຖ້າອ້າຍດ໋ອງບໍ່ມາຂ້ອຍອາດຈະເປັນຄືກັນໃວລຸ້ນໃນບ້ານຫລາຍຄົນທີ່ພາກັນໄຫລຕາຍໃນຊ່ວງນີ້.. ຫັລງຈາກຄືນນັ້ນອ້າຍດອ໋ງກໍ່ບອກກັບຂ້ອຍວ່າລາວຈະບໍ່ນອນນອກຄົນດຽວອີກແລ້ວ ຍ້ອນລາວເຫັນສະພາບຂອງຂ້ອຍໃນຂະນະທີ່ຕົກຢູ່ໃນສະພາບທີ່ຖືກຄວບຄຸມໂດບບາງສິ່ງ...