
ຂຽນເມື່ອ: ກ.ພ.. 15, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)
.
.
.
ຟັງຂ່າວແກ້ວຕາ ມານັ່ງລອຍໜ້າຢູ່ໜ້າ hi5
ໂດດຮົ້ວວິທະຍາໄລ ແອບຂາຍຊັບສີນສ່ວນຕົວ
ສ່າງໜ້າເສຍດາຍ ນ້ອງງົມງາຍຫຼົງເດີນທາງຊົ່ວ
ສົມບັດຂອງແມ່ຕິດຕົວ ກັບມາມົວນຳກາມ
ເຫື່ອປົນນຳ້ຕາ ແມ່ຊື້ຕຳລາມາໃຫ້
ເຈົ້າກັບທຳເລື່ອງອັບອາຍ ຮຽນໄດ້ວິຊາຕ້ອງຫ້າມ
ຫຼົງຕາມແຟຊັນ ພົມມຈັນໃຫ້ເຂົາລວນລາມ
ເສຍແຮງແມ່ຄອຍຫ້າມປາມ ລູກມາຫຍາມທຳເສຍໜ້າ
ແມ່ຮອ້ງເພງໂອ້ລະເຫ່ ກ່ອມເປ່ແທນປະລີນຍາ
ກະສູ້ ກະເສຍ ສົ່ງເຈົ້າຮຽນຫວັງທາງກ້າວໜ້າ
ລູກກັບຮຽນນອກຕຳລາ ໄດ້ປະລີນຍາຫົວຂົນ...."ອັງແງ... ອັງແງ..."
ລະວັງໂຕດ້ວຍນະ...
sitpim