ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2009 | ມີ 1 ຄຳເຫັນ ແລະ 0 trackback(s)

Normal0falsefalsefalseEN-USX-NONETH/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}

ຄົນທົ່ວໂລກຮູ້ຈັກ ແລະ ຕິດໃຈ “Google” ຈົນເຮັດໃຫ້ຄຳວ່າ “Google” ບໍ່ເປັນພຽງຊື່ແບຣນຂອງບໍລິສັດອີນເຕີເນັດທີ່ເຕີບໂຕໄວທີ່ສຸດໃນໂລກ ແຕ່ກາຍເປັນຊື່ຂອງກິລິຍາໃນການຄົ້ນຫາຂໍ້ມູນໃນໂລກໄຊເບີໄປແລ້ວ ຈື່ງມີຄຳເວົ້າຕິດປາກຊາວເນັດເວລາທີ່ຫາຂໍ້ມູນໃດໆບໍ່ເຫັນລອງGoogleເບີ່ງຫຼືຍັງ

  ແຕ່ວັນນີ້ເຮົາມີເວັບທີ່ເປັນທາງເລືອກໃໝ່ (Alternative Search Engine) ສຳລັບຜູ້ໃຊ້ອີນເຕີເນັດທີ່ຊ່ວຍໃຫ້ເຈົ້າຜົນລັບຂອງສີ່ງທີ່ຕ້ອງການຄົ້ນຫາໄດ້ຢ່າງແມ້ນຢຳຍີ່ງຂື້ນ ຫາຮູບກໍ ຈະໄດ້ຮູບ ຫາເພງກໍຈະໄດ້ເພງ ຫາເອກະສານກໍຈະໄດ້ File PDF ໂດຍທີ່ບໍ່ຕ້ອງຄຣິກສາລະພັດລີ້ງໄປມາ ພ້ອມສະແກນກັນຈົນປວດຕາ

  ສຳລັບຊຽນຄອມໆ ທີ່ຮູ້ຈັກວິທີການ “Hack Google” ດ້ວຍການໃສ່ໂຄດລັບຫຼາຍໆຕົວລົງໄປໃນຊ່ອງຄົ້ນຫາເພື່ຶອຈະໃດ້ຂໍ້ມູນໃດໆ ຈາກ Google ກໍຢາກໃຫ້ລອງມາໃຊ້ເວັບທີ່ເຮົາແນະນຳໃນຄັ້ງນີ້ ບໍ່ແນ່ອາດຈະຕິດໃຈວິທີການຄົ້ນຫາແບບບ້ານໆ ແຕ່ໄດ້ຜົນຢ່າງເຕັມທີກໍເປັນໄດ້

  ເວັບທີ່ເຮົາແນະນຳໃນຄັ້ງນີ້ຈະແບ່ງຜົນການຄົ້ນຫາອອກເປັນ 4 ປະເພດໃຫຍ່ໆ ຄື ການຄົ້ນຫາ ພາບ ເພງ ວິດີໂອ ແລະ ເອກະສານ ….ເຮົາຈະຂໍກ່າວເລີຍນະ

 

ຄົ້ນຫາເພງ

www.songza.com

ເປັນເວັບໄຊທີ່ອອກແບບມາໃຫ້ໃຊ້ງານໄດ້ງ່າຍໆ ທຸກຄັ້ງທີ່ພິມຄຳຄົ້ນຫາຈະມີຄຳໃກ້ຄຽງຂື້ນມາສະແດງໃຫ້ດ້ວຍ ແລະ ທຸກເພງຈະສາມາດເບີ່ງມິວສີກວິດີໂອປະກອບໄປໄດ້ດ້ວຍ ເພາະເພງທີ່ໄດ້ຟັງນັ້ນເປັນການດືງສຽງເພງມາຈາກເວັບວິດີໂອຊື່ດັງຕ່າງໆ ນັ້ນເອງ ສຸດທ້າຍກໍຄືສາມາດຄັດລອກໂຄດເພງໄປຕິດໄວ້ບອກຂອງຕົນເອງໄດ້ອີກດ້ວຍ

www.midomi.com

ສຳລັບຄົນທີ່ມັກປະສົບປັນຫາຢາກຟັງເພງໃດເພງໜື່ງແຕ່ນືກຊື່ເພງບໍ່ອອກແຕ່ສາມາດຮ້ອງເພງນັ້ນໄດ້ເວັບນີ້ກໍເໝາະກັບເຈົ້າທີ່ສຸດ ພຽງແຕ່ຄອມພິວເຕີຂອງເຈົ້າມີໄມແລະເປັ່ງສຽງຂອງຕົວເອງຮ້ອງເພງນັ້ນທ່ອນ​​ໃດກໍໄດ້ປະມານ 10 ວິນາທີ ລະບົບກໍຈະຄົ້ນຫາເພງນັ້ນໆ ຫຼືເພງໃກ້ຄຽງມາໃຫ້ດ້ວຍ

ຄົ້ຫາຮູບ

www.compfight.com

ເວັບໄຊນີ້ຈະຄົ້ນຫາຮູບພາບໂດຍການດຶງເອົາຮູບພາບຈາກຄັງພາບອອນໄລຢ່າງ ຟິກເກີ(Flicker) ທີ່ເປິໃຫ້ໃຜກໍໄດ້ມາເກັບພາບໄວ້ທີ່ນີ້(ຈື່ງເຮັດໃຫ້ເວັບໄຊຟິກ​​ເກີເປັນເວັບໄຊແກຣີພາບຈາກມືສະມັກຫຼີ້ນທີ່ໃຫ່ຍທີ່ສຸດໃນໂລກ)

   ໂດຍຜົນການຄົ້ນຫາຂອງ ​compfight ຈະຕ່າງຈາກການຄົ້ນຫາທີ່ເວັບຟິກເກີຕົ້ນສະບັບກໍຄື ການສະແດງຜົນພາບເປັນຮ້ອຍໆ ພາບໃນຄາວດຽວ ທຳໃຫ້ເລືອກພາບ​​ໄດ້ໄວຍີ່ງຂື້ນແລະ ຍັງສາມາດປັບແຕ່ງການຄົ້ນຫາໄດ້ມາກມາຍເຊັ່ນ ການຄົ້ນຫາຈາກຊື່ແລະ ລາຍລະອຽດຂອງພາບ ຫຼືການຄົ້ນຫາຈາກປ້າຍກຳກັບພາບ(Tags), ການຄົ້ນຫາພາບຕາມຮູບແບບລິຂະສິດ ການຄົ້ນຫາສະເພາະພາບທີ່ມີຄວາມລະອຽດສູງແລະ ການຄົ້ນສະເພາະພາບທີ່ເໝາະສົມກັບເຍົາວະຊົນເປັນຕົ້ນ

www.spffy.com

  ເປັນເວັບຄົ້ນຫາພາບທີ່ຖ່າຍຈາກມືອາຊີບຈີງໆ ໂດຍຄົ້ນຫາຄັ້ງດຽວ ສາມາດ​​ເບີ່ງພາບຈາກຄັງພາບອອນໄລເພື່ອການ​​ໃຊ້ງານທາງການຄ້າ ທທີ່ມີຊື່ສຽງຢ່າງ Getty Images, Corbis, Fotolia ฯลฯ  ໄດ້ເລີຍຊື່ເມື່ອໃດທີ່ເຈົ້າເຫັນພາບທີ່ຕ້ອງການສາມາດສັ່ງຊື້ພາບນັ້ນໆໄດ້ທັນທີເໝາະສຳລັບຜູ້ທີ່ຕ້ອງການຫາພາບປະກອບເພື່ອໃຊ້ງານຕ່າງໆ

ຄົ້ນຫາເອກະສານ

www.data-sheet.net

ເວັບໄຊນີ້ມີໜ້າຕາຮຽບໆ  ບໍ່ຕ່າງໄປຈາກ Google ​ແຕ່ຈະສະແດງຜົນການຄົ້ນຫາເປັນໄຟເອກະສານນາມສະກຸນ PDF ​ເທົ່ານັ້ນເຈົ້າສາມາດພິມຄຳຄົ້ນຫາທັງພາສາໄທແລະ ພາສາອັງກິດໄດ້ເມື່ອພົບຜົນການຄົ້ນຫາໃດທີ່ຕ້ອງການດາວໂຫຼດໃຫ້ Save ​ໄດ້ເລີຍ

ຄົ້ນຫາວິດີໂອ

www.truveo.com

ເປັນທຳມະດາທີ່ຄວາມຮູ້ສືກຂອງຄົນສ່ວນໃຫຍ່ຈະຄິດວ່າ “YouTube” ຄື ສຸດຍອດເວັບວິດີໂອສຳລັບສັດຕະວັດໃໝ່ໃນໂລກອີນເຕີເນັດແຕ່ອີກຫຼາຍມູມຂອງໂລກນີ້ກໍມີການພັດທະນາເວັບໄຊວິດີໂອທີ່ເປິໃຫ້ຜູ້ຄົນມາອັບໂຫຼດຜົນງານວິດີໂອຂອງຕົນເພື່ອເຜີຍແຜ່ຕໍ່ສາທາລະນະຊົນໄດ້ເຊັ່ນ Daily Motion(ຂອງຝຣັ່ງເສດ), Tudou(ຂອງຈີນ) ​ແລະອື່ນໆ

ຄົ້ນຫາແບບມີລົດຊາດ

www.viewzi.com

Viewzi  ຄືເວັບທີ່ຄົ້ນຫາທີ່ຈະເຮັດໃຫ້ເຈົ້າລືມໜ້າຕາຂອງ Google.com ໄປແທບຈະທັນທີ ດ້ວຍການສະແດງຜົນການຄົ້ນຫາທີ່ຫວືຫວາແລະນ່າຕື່ນເຕັ້ນ ທັ້ງພາບ ຂໍ້ມູນ ແລະ ວິດີໂອ ທີ່ແຕກຕ່າງກັນໄປຖືງ 16 ແບບ ເຮັດໃຫ້ເຈົ້າເພິດເພີນກັບການເຊີບເນັດຢ່າງຢຸດບໍ່ຢູ່ ເຊັ່ນ ການສະແດງຜັນການຄົ້ນຫາຕາມລຳດັບເວລາ(Timeline) ການຄົ້ນຫາຂ່າວທີ່ສະແດງຜົນເໝືອນໜ້າໜັງສືພິມ ການເບີ່ງພາບແບບສະໄລໂຊ ການຄົ້ນຫາເມນູອາຫານນ່າໝ່ຳ ເປັນຕົ້ນ

 

ທີ່ມາ: ໜັງສືພິມ ASTV ຜູ້ຈັດການ

Delicious Digg Fark Twitter