ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2015 | ມີ 1 ຄຳເຫັນ ແລະ 0 trackback(s)
ສັງລວມຈາກຄຳບອກເລົ່່າຂອງຍິງ-ຊາຍ ຜູ້ທີ່ມີອາຍຸ 50 ປີຂຶ້ນໄປ ຖ້າສາມາດຢ້ອນເວລາກັບມາໄດ້ຕອນ ອາຍຸ 30 ພວກເຂົາຈະແກ້ໄຂ ຫຍັງແດ່ໃນຊີວິດ ແລະນີ້ຄື 20 ຂໍ້ ທີ່ເປັນຄຳຕອບຂອງພວກເຂົາເຫຼົ່ານີ້ ລອງອ່ານເບິ່ງ ແລ້ວພິຈາລະນານຳກັນວ່າ ທ່ານຢາກຈະມີຊີວິດແບບໃດ ໃນຕອນອາຍຸ 50 ກັນແນ່:1. ຢ່າສູບຢາ ເຊົາສາຕັ້ງແຕ່ມື້ນີ້ ເພາະ 100% ກາລັນຕີເລີຍວ່າ ຖ້າສູບຢາຕ້ອງມີບັນຫາສຸຂະພາບ2. ເຊົາກິນອາຫານທີ່ບໍ່ມີປະໂຫຍດ ມັນຈະບັ່ນທອນສຸຂະພາບຂອງທ່ານ3. ຮັກສາ ແລະປະສານຄວາມສຳພັນຂອງຄອບຄົວ ແລະພໍ່ແມ່ພີ່ນ້ອງ ທ່ານຕ້ອງການທີ່ເພິ່ງຍາມເຖົ້າແກ່ແນ່ນອນ4. ເຊົາເຮັດວຽກແບບບໍ່ຫຼັບບໍ່ນອນ ເພາະສຸຂະພາບທີ່ດີ ບໍ່ສາມາດຊື້ກັບມາໄດ້ດ້ວຍເງິນ5. ອອກກຳລັງກາຍຢ່າງສະໝ່ຳສະເໝີ ນັ້ນຈະຊ່ວຍໃຫ້ສຸຂະພາບທ່ານດີຂຶ້ນ ຈົນໜ້າເຫຼືອເຊື່ອ6. ເລິ່ມທ້ອນເງິນ ເທື່ອລະເລັກເທື່ອລະນ້ອຍ ເພາະທ່ານບໍ່ຮູ້ວ່າ ໃນອະນາຄົດຈະຕ້ອງມີເລື່ອງຫຍັງ ສຸກເສີນທີ່ຕ້ອງໃຊ້ມັນ7. ພໍໃຈໃນສິ່ງທີ່ຕົນເອງມີ ພູມໃຈໃນສິ່ງທີ່ຕົນເອງເປັນ8. ຈົ່ງມີເປົ້າໝາຍຊີວິດ ແລະຢ່າຍອມແພ້9. ພັກ່ອນແດ່ ການພັກຜ່ອນທີ່ພຽງພໍ ແລະເປັນເວລາ ຈະເຮັດໃຫ້ຮ່າງກາຍຂອງທ່ານແຂງແຮງ10. ເບິ່ງແຍງແຂ້ວຢູ່ສະເໝີ ດູແລມັນຕັ້ງແຕ່ມື້ນີ້ ເພາະຜູ້ສູງອາຍຸມັກມີບັນຫາ ກ່ຽວກັບແຂ້ວເກືອບທຸກຄົນ11. ສະສົມຄວາມຊົງຈຳດີໆ ໄວ້ເປັນກຳລັງໃຈໃນການດຳເນີນຊີວິດ12. ຮູ້ຈັກແບ່ງປັນຜູ້ອື່ນແດ່ ບໍ່ແມ່ນການເຮັດບຸນ ແຕ່ມັນຄືການຮູ້ຈັກຊ່ວຍເຫຼືອ ແບ່ງປັນໃຫ້ຄົນທີ່ເດືອດຮ້ອນກວ່າເຮົາ13. ຈົ່ງມີຄວາມກ້າ ແລະຈົ່ງປະເຊີນໜ້າກັບຄວາມຢ້ານ ໃນທຸກໆມື້ ອອກໄປເປີດຫູເປີດຕາເບິ່ງໂລກພາຍນອກ ນຳແດ່.14. ອ່ານໜັງສືຈັກ 10 ຫົວຕໍ່ປີ ໃນຕອນອາຍຸ 50 ທ່ານຈະມີຄວາມຮູ້ຫຼວງຫຼາຍ ທີ່ສາມາດເອົາໂຕລອດໄດ້ດີກວ່າ ຄົນແກ່ອື່ນໆ15. ທ່ອງທ່ຽວ ໄປໃສກໍໄດ້ ເມື່ອທ່ານມີເວລາ ແລ້ວທ່ານອາດຈະໄດ້ປະສົບການ ແລະມຸມມອງໃນການໃຊ້ຊີວິດທີ່ດີຂຶ້ນ16. ຮູ້ຈັກການເຮັດສະມາທິ ເຊິ່ງເປັນສ່ວນສຳຄັນໃນການເຮັດທຸກໆ ຢ່າງໃນຊີວິດປະຈຳວັນ17. ເຊົາປຽບທຽບໂຕເອງກັບຄົນອື່ນ ເພາະທ່ານຈະບໍ່ມີມື້ມີຄວາມສຸກແນ່ອນ18. ປະຖິ້ມຄວາມຊົ່ວຮ້າຍໄວ້ເບື້ອງຫຼັງ ໃຊ້ມັນເປັນປະສົບການເຮັດໃຫ້ເຮົາແຂງແກ່ນ ແຕ່ບໍ່ແມ່ນໃຊ້ມັນມາບັ່ນທອນ ແລະລຳລາຍໂຕເອງ19. ເປັນເຈົ້າຂອງເຮືອນຈັກຫຼັງໜຶ່ງ ຮູ້ຈັກເລິ່ມທ້ອນເງິນເຮັດເຮືອນ ຫຼືຜ່ອນເຮືອນ ເມື່ອອາຍຸ 50 ທ່ານອາດຈະເປັນເຈົ້າຂອງມັນເຕັມໂຕ20. ເອົາໃຈໃສ່ໝູ່ເພື່ອນອ້ອມໂຕເຮົາ ເພາະເພື່ອນອາດຈະເປັນທີ່ເພິ່ງ ໃຫ້ເຮົາໄດ້ດີທີ່ສຸດ ໃນຍາມທີ່ເຮົາມີບັນຫາທ່ານຜູ້ອ່ານມີຄຳຄິດເຫັນແນວໃດກັບ ບົດຄວາມນີ້ ຖ້າຖືກໃຈທ່ານ ຂໍໃຫ້ທ່ານປະກອບຄຳເຫັນ ແລະສົ່ງຕໍ່ໃຫ້ຄົນອື່ນໄດ້ອ່ານນຳແດ່ເດີ !
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2015 | ມີ 0 ຄຳເຫັນ ແລະ 0 trackback(s)
ນີ້ອາດເປັນອີກສິ່ງໜຶ່ງທີ່ທ່ານນັ້ນຍັງບໍ່ເຄີຍໄດ້ຮູ້ກັນມາກ່ອນ ຄວາມລັບນີ້ຈະຊ່ວຍເຮັດໃຫ້ທ່ານຮູ້ສຶກມີພາລະກຳລັງແລະເຮັດໃຫ້ທ່ານເບິ່ງອ່ອນກວ່າໄວ ທັງໝົດນີ້ເຮັດໄດ້ງ່າຍໆ ພຽງແຕ່ໃຊ້ກ້ອນນ້ຳກ້ອນພຽງກ້ອນດຽວ ຄວາມຮູ້ສຶກທີ່ຢູ່ງ່ອນຄໍຂອງທ່ານນັ້ນ ຈະເຊື່ອມຕໍ່ກັບສ່ວນຂອງກະໂຫລກຫົວແລະສ່ວນເທິງສຸດຂອງລຳຄໍທ່ານ ຈຸດນີ້ຈະມີຊື່ເອີ້ນວ່າ ‘ເຟີງຟູ່’ (Feng Fu) ເປັນຈຸດທີ່ທ່ານຈະຕ້ອງ ວາງກ້ອນນ້ຳກ້ອນລົງໄປ ຖ້າທ່ານວາງກ້ອນນ້ຳກອ້ນລົງເທິງຈຸດນັ້ນທຸກໆ ມື້ແລ້ວ ຈະຊ່ວຍເຮັດໃຫ້ຮ່າງກາຍຂອງທ່ານນັ້ນຮູ້ສຶກມີຊີວິດຊີວາແລະສຸກຂະພາບດີປະໂຫຍດທີ່ທ່ານຈະໄດ້ຮັບຈາກການວາງກ້ອນນ້ຳກ້ອນລົງເທິງງອນຄໍຂອງທ່ານ1. ຊ່ວຍໃນເລື່ອງການນອນຫລັບຂອງທ່ານ2. ຊ່ວຍຄວບຄຸມອາລົມຄວາມຮູ້ສຶກຂອງທ່ານ3. ຊ່ວຍໃນການປິ່ນປົວລະບົບຍ່ອຍອາຫານຂອງທ່ານ4. ຊ່ວຍບັນເທົາອາການຫວັດ5. ຊ່ວຍເບົາເທົາອາການປວດຫົວ ປວດແຂ້ວ ແລະປວດເມື່ອຍຕາມຮ່າງກາຍ6. ຊ່ວຍໃນການປິ່ນປົວພະຍາດທາງເດີນຫາຍໃຈແລະພະຍາດຫລອດເລືອດຫົວໃຈ7. ຊ່ວຍໃນການປິ່ນປົວບັນຫາທີ່ຈະເກີດຂຶ້ນກັບຕ່ອມໄທລອຍ8. ຊ່ວຍໃນເລື່ອງຂອງອາການປວດປະຈຳເດືອນ9. ຊ່ວຍໃນເລື່ອງຂອງສຸກຂະພາບຈິດນີ້ຄືສິ່ງທີ່ເກີດຂື້ນ ຫາກວາງກ້ອນນ້ຳກ້ອນໄວ້ເທິງຈຸດນີ້ຂອງງອນຄໍທ່ານວິທີການວາງນ້ຳກ້ອນລົງເທິງຈຸດເຟີງຟູ່ຂອງທ່ານ1. ເລີ່ມຕົ້ນດ້ວຍການນອນຂວ້ຳ ໜ້າຈາກນັ້ນວາງກ້ອນນ້ຳກ້ອນໄວ້ເທິງຈຸດທີ່ງ່ອນຄໍທ່ານ ຖືໄວ້ແບບນັ້ນເປັນເວລາ 20 ນາທີ2. ຖ້າທ່ານບໍ່ມີເວລາພໍທີ່ຈະມານອນຂວ້ຳໜ້າ 20 ນາທີ ກໍ່ສາມາດໃຊ້ຜ້າພັນຄໍພັນກ້ອນນ້ຳກ້ອນຕິດໄວ້ກັບທີ່ງອນຄໍຂອງທ່ານກໍ່ໄດ້ ໃຫ້ເຮັດແບບນີ້ເປັນປະຈຳທຸກມື້ໃນຕອນເຊົ້າກ່ອນກິນອາຫານ ແລະເຮັດຕອນກ່ອນນອນ ໂດຍຢຸດ ການເຮັດຕອນກ່ອນນອນເທື່ອລະ 2 – 3 ມື້3. ບໍ່ຕ້ອງກັງວົນໃຈໄປ ຫລັງຈາກທີ່ທ່ານວາງກ້ອນນ້ຳກ້ອນໄປໃນຊ່ວງເວລາ 30 – 40 ວິນາທີທຳອິດ ທ່ານຈະຮູ້ສຶກຮ້ອນທີ່ຈຸດເຟີງຟູ່ ແຕ່ທ່ານຕ້ອງເຮັດຕໍ່ໄປໂດຍຫ້າມຢຸດ ອາການແບບນີ້ຈະເກີດຂຶ້ນພຽງ ແຕ່ໜຶ່ງເຖິງສອງມື້ທຳອິດ ທີ່ທ່ານເລີ່ມຕົ້ນເຮັດ ແລະ ໃນຕອນທີ່ທ່ານເຮັດ ຮ່າງກາຍຂອງທ່ານຈະກໍ່ການຫລັ່ງສານເອັນໂດນຟິນອອກມາ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2015 | ມີ 2 ຄຳເຫັນ ແລະ 0 trackback(s)

keo1

ທຸກຄົນເກີດມາໃນໂລກນີລ້ວນແລ້ວແຕ່ຍາກມີຄວາມສຸກ, ມີຄວາມອົບອຸ່ນ ແລະ ຮ່າງກາຍທີ່ສົມ ບູນດີ ແລະ ສຸຂະພາບແຂງແຮງ ແຕ່ສິ່ງເຫຼົ່ານັ້ນບໍ່ແນ່ນອນສະເໝີໄປ ບາງຄົນກໍ່ກາຍເປັນຄົນທຸກຍາກ ຂາດເຂີນທາງດ້ານວັດຖຸເງິນຄໍາ, ບາງຄົນກາຍເປັນລູກກໍາພ້າ, ກໍາພອຍ ຂາດທີ່ເພິ່ງພາອາໃສ ບາງຄົນກໍ່ເກີດມາໃນຄອບຄົວທີມີຖານະດີ, ແຕ່ສິ່ງເຫຼົ່ານັ້ນພັດກົງກັນຂ້າມກັບ ຊີວິດຂອງ ທ້າວ ແກ້ວຄູນເຮືອນ ຢູ່ບ້ານສີໄຄ ເມືອງປາກຊັນ ແຂວງບໍລິຄໍາໄຊ ລາວເປັນຄົນພິການແຂນມາແຕ່ ເກີດ ເປັນລູກຂອງ ທ້າວ ສຸກສະຫວັດ ໄຊສົມພອນ ແລະ ນາງ ລັດຕະນະພອນ ອາຊີບຄ້າຂາຍ, ມີ ອ້າຍນ້ອງນໍາກັນ 3 ຄົນ ຍິງໜຶ່ງຄົນ ແກ້ວຄູນເຮືອນ ເປັນລູກຜູ້ທີ່ສອງ.

ນາງ ລັດຕະນະພອນ ຜູ້ເປັນແມ່ ໄດ້ເວົ້າອີກວ່າ ພາຍຫຼັງເກີດລູກອອກມາ ຈຶ່ງຮູ້ວ່າລູກນັ້ນບໍ່ມີ ແຂນທັງສອງເບື້ອງ ກໍ່ຮູ້ສຶກຕື່ນຕົກໃຈ ແລະ ກໍ່ຄິດນ້ອຍໃຈໃນບາງຄັ້ງ ແຕ່ມີຄວາມອິ່ຕົນສົງສານ ຫຼາຍກວ່າ  ເຖິງຢ່າງໄດ້ກໍ່ຕາມຕົນເອງຄິດວ່າ ທຸກຊີວິດເກີດມາລ້ວນແຕ່ບໍ່ສະເໝີພາບກັນຕະຫຼອດ ໄປ. ມັນຈະເປັນເວນກຳ ຫຼື ວ່າວາດສະໜາຂອງ ຕົນເອງແນວໃດກໍ່ບໍ່ຮູ້ຮູ້ສຶກວ່າສີ່ງເຮົາຄວນທຳ ກໍ່ຄື: ຊອກຫາວິທີຊ່ວຍລູກເພື່ອໃຫ້ຕົນເອງ ຊ່ວຍເຫຼືອຕົນເອງໄດ້ໃນສິ່ງທີ່ຈໍາເປັນ.ພໍເຖິງອາ ຍຸ 8 ປີ ເຫັນໝູ່ລຸ່ນລາວຄາວດຽວ​ໄປເຂົ້າໂຮງ ຮຽນ ແກ້ວຄູນເຮືອນ ກໍ່ມີແນວຄິດຢາກໄປເຂົ້າ ໂຮງຮຽນຄືກັບໝູ່ເພືອນເບື້ອງຕົ້ນທາງພໍ່ແລະ ແມ່ ແມ່ນບໍ່ຢາກໃຫ້ຮຽນ ເພາະຮ່າງກາຍບໍ່ຄົບ ຖ້ວນຄືກັບຄົນອື່ນ ຈະສ້າງຄວາມຫຍຸ້ງຍາກໃຫ້ ແກ່ລູກແຕ່ຍ້ອນຄວາມໄຝ່ຟັນຂອງຜູ້ເປັນລູກ ທີ່ຢາກພັດທະນາຕົນເອງໃຫ້ຄືກັບຄົນອື່ນໆ ພໍ່ ແລະ ແມ່ ຈຶ່ງຕັດສິນໃຈໄປຂໍຝາກຮຽນເປັນເດັກພິເສດຢູ່ໂຮງຮຽນປະຖົມສີສະອາດ ເມືອງປາກຊັນ ດ້ວຍຄວາມຕັ້ງໃຈ ທ ແກ້ວຄູນເຮືອນ ກໍ່ໄດ້ຕັ້ງໃຈຮຽນຈົບຊັ້ນປະຖົມ ແລ້ວກໍ່ໄດ້ສືບຕໍ່ເຂົ້າຮຽນຊັ້ນ ມັດທະຍົມ ຢູ່ໂຮງຮຽນມັດທະຍົມສົມບູນສີທະນາໄຊ.

keo5

ນາງ ລັດຕະນະພອນ ແມ່ຂອງທ້າວແກ້ວຄູນເຮືອນ

ທ່ານ ວິໂລດ ເລື່ອງຕະກຸນ ອໍານວຍການໂຮງຮຽນ ມັດທະຍົມສົມບູນສີທະນາໄຊ ໄດ້ໃຫ້ຮູ້ວ່າ ຕະຫຼອດໄລຍະການຮຽນຢູ່ຊັ້ນມັດທະຍົມ ແຕ່ຕອນຕົ້ນຫາມັດທະຍົມຕອນປາຍ ແກ້ວຄູນເຮືອນ ເປັນຄົນດຸໜັ້ນສຶກສາຮໍ່າຮຽນ ເປັນຄົນມີກິລິຍາມາລະຍາດດີ, ເປັນຄົນລື່ນເລິງສະຫງ່າຜ່າເຜີຍມັກ ອອກກໍາລັງກາຍໂດຍສະເພາະແມ່ນການຫຼີ້ນກິລາເຕະຕໍ້, ເຕະບານ, ການຮໍ່າຮຽນກໍ່ໄດ້ລະດັບດີແຕ່ ຊັ້ນປະຖົມຮອດຊັ້ນມັດທະຍົມຕອນປາຍ ທ້າວ ແກ້ວຄູນເຮືອນ ຈະສອບເສັງໄດ້ທີ່ 1 ຫາ ທີ່ 4 ຕະ ຫຼອດ.

ນໍ້າຕາຂອງ ແກ້ວຄູນເຮືອນ ຊືມເບົ້າ ພາຍຫຼັງຖືກຖາມຈາກທີມງານຂ່າວຂອງພວກ ເຮົາໃນຄໍາຖາມທີ່ວ່າ ນ້ອງ​ມີ​ອຸ​ປະ​ສັກຫຼາຍບໍ່​ຕໍ່​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ ແລະ ການຮ່ຳຮຽນ? ” ຄຳ​ເວົ້າ​ສັນ​ເຄືອ​ຄ່ອຍ​ແຍ້ມ​ອອກ​ມາ​ວ່າ ນ້ອງ​ຮູ້​ສຶກ​ນ້ອຍ​ໃຈຫຼາຍ​ປະ​ການ​ຢູ່​ທີ່​ວາ​ຕົນ​ເອງເກີດ​ມາ​ຮ່າງ​ກາຍບໍ່​ ພຽບ​ພ້ອມ​ຄື​ກັບ​ຄົນ​ອື່ນໆ​ທົ່​ວ​ໄປ ແຕ່​ເຮົາ​ເລືອກ​ເກີດບໍ່​ໄດ້ ! ນ້ອງ​ເອງກໍ່​ພະ​ຍາ​ຍາມ​ຊ່ວຍ​ເຫຼືອ​ຕົນ​ເອງ​ທຸກ​ການ​ເຄື່ອນ​ໄຫວ ເທົ່າທີ່ຈະເຮັດໄດ້ ເຊັ່ນ​ວ່າ​ ການ​ອາບ​ນ້ຳ, ຊັກ​ເຄື່ອງ, ກິນ​ເຂົ້າ​ດ້ວຍ​ຕົນ​ເອງ​ເຖີງວ່າມືຶ ແລະ ແຂນທັງສອງເບື້ອງບໍ່ມີແຕ່ນ້ອງກໍ່ໄດ້​ໃຊ້​ຕີນ​ແທນ​ມື ເບື້ອງຕົ້ນກໍ່ໄດ້ພົບຄວາມຫຍຸ້ງຍາກແຕ່ດຽວ ນີ້ແມ່ນມີຄວາມຊິນເຄີຍແລ້ວ ທຸກຢ່າງມັນກໍ່ຄ່ອງແຄ້ວຂື້ນ ນອກຈາກກິດຈະກຳສ່ວນຕົວແລ້ວຍັງ ໄດ້ຊ່ວຍພໍ່, ​ແມ່ ກວດ, ຖູ​ເຮືອນ ເວ​ລາ​ຫວ່າງກໍ່​ໄປຫຼີ້ນ​ກິ​ລາ​ນຳ​ໝູ່ ໃນ​ການຂຽນ​ໜັງ​ສືກໍ່​ໃຊ້​ຕີນ​ຂຽນ​ ໃນໂຮງຮຽນ ພໍ່ ​ໄດ້​ເຮັດ​ໂຕະ​ພິເສດ​ໃຫ້​ໜ່ວຍ​ໜຶ່ງ​ແຕ່​ເລີມ​ເຂົ້າ​ໂຮງ​ຮຽນ​ຊັ້ນປະ​ຖົມ​ຈົນ​ ເຖິງ​ມັດ​ທະ​ຍົມ ການຮ່ຳຮຽນນ້ອງຕັ້ງໃຈຮ່ຳຮຽນຢ່າງເຕັມທີ່ ເພື່ອຢາກມີຄວາມຮູ້ທີ່ແນ່ນອນມາສ້າງວຽກເຮັດງານ ທຳສ້າງລາຍຮັບໃຫ້ແກ່ຕົນເອງ ບໍ່ຢາກໃຫ້ພໍ່ແມ່ມີພາລະຮັບຜິດຊອບຕົນເອງຫຼາຍ.

keo2

ທີມງານຂ່າວພວກເຮົາໄດ້ຢ້ອນຄືນອີກຄຳຖາມໜື່ງ ພາຍຫຼັງຮຽນຈົບນ້ອງຄິດຢາກ ຮຽນວິຊາຊີບສາຂາໃດ? ” ຄວາມ​ຫວັງ​ຂອງ​ນ້ອງ​ ພາຍຫຼັງ​ຮຽນ​ຈົບ​ຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ​ແລ້ວ​ນ້ອງ​ໄຝ່​ຝັນ ​ຢາກ​ໄປ​ຮຽນ IT ເຊິ່ງ​ເປັນ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ຕົນ​ເອງ ເຖິງ​ເຮົາ​ພິ​ການ​ແຂນ ເຮົາ​ຕ້ອງ​ຫັນ​ມາ​ເຮັດ​ວຽກ​ດ້ວຍ​ມັນ​ສະ​ໝອງ​ແທນ.

ແກ້ວຄູນ​ເຮືອນ ໄດ້​ຢ່ຳ​ຕ​ື່ມ​ອີກວ່າ ເຖິງ​ນ້ອງ​ເປັນ​ຄົນ​ພິ​ການ ​ແຕ່​ນ້ອງກໍ່​ພູມ​ໃຈ​ສິ່ງ​ໜຶ່ງໂດຍ​ ສະ​ເພາະ​ກໍ່​ແມ່ນ​ໄດ້​ຮັບ​ຄວາມ​ອົບ​ອຸ່ນ, ຄວາມ​ເຫັນ​ໃຈ​ຈາກ​ພໍ່​, ແມ່​, ອ້າຍເອື້ອຍ​ນ້ອງ ເພີ່ນກໍ່​ໃຫ້​ຄວາມ​ສຳຄັນກັບນ້ອງຕະຫຼອດ, ສັງ​ຄົມບໍ່​ລັງ​ກຽດ ໂດຍ​ສະ​ເພາະແມ່ນ​ໝູ່​ເພື່ອນ​ຮ່ວມ​ຮຽນ​ກໍ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງ​ໃກ້​ສິດ ເວລານ້ອງສາວບໍ່ທັນ ໝູ່ກໍ່ໄດ້ເອົາ​ລົດ​ມາ​ຮັບ​ໄປ​ຮຽນ ແລະ ມາ​ສົ່ງ ນອກນັ້ນຄູ​ອາ​ຈານ ສັງ​ຄົມ​ທົ່ວ​ໄປກໍ່ໃຫ້ຄວາມຊ່ວຍເຫຼືອ ແລະ  ອີກ​ບັນ​ຫາ​ໜຶ່ງ​ທີ່​ນ້ອງ​ດີ​ໃຈ​ທີ່ສຸດ ກະ​ຊວງ​ສຶກ​ສາ​ທິການ ແລະ ກິລາ ໃດ້​ແຈ້ງຜ່ານ​ໂຮງ​ຮຽນ​ໃຫ​້​ທຶນ​ໄປ​ຮຽນ​ລະ​ບົບ IT ຢູ່​ສູນ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ຄົນ​ພິ​ການ​ສິ​ເກີດ​ນະ​ຄອນຫຼວງວຽງ​ຈັນ ເຊິ່ງ​ເປັນ​ຄວາມ​ຝັນ​ທີ່​ດີ​ຂອງ​ນ້ອງ ດັ່ງ​ນັ້ນ, ນ້ອງ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ຂັ້ນ​ເທິງ ແລະ ໝູ່​ເພື່ອນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ມາໂດຍ​ຕະຫຼອດ.

keo7

ທ້າວ ແກ້ວຄູນເຮືອນ ຜູ້ພິການພຽງແຕ່ກາຍ ຫົວໃຈຍັງໄຝ່ຮຽນ

ທີມງານຂ່າວລາວໂພສຕ໌ ຂໍເປັນກຳລັງໃຈໃຫ້ນ້ອງຊາຍແກ້ວຄູນເຮືອນ ປະສົບຜົນສຳເລັດໃນການສຶກສາຮ່ຳຮຽນ ຕາມເປົ້າໝາຍທີ່ນ້ອງໄດ້ຕັ້ງໃຈໄວ້.  ສູ້ໆເດີ້!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2015 | ມີ 5 ຄຳເຫັນ ແລະ 0 trackback(s)

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍໃນທີ່ນີ້ ຈະກ່າວເຖິງເລື່ອງທີ່ພະພຸດທະເຈົ້າ ຊົງທຳນາຍຄວາມຝັນ ຂອງພະເຈົ້າ ປະເສນທິໂແສົນ ຈຳນວນ 16 ຂໍ້ ເຊິ່ງພະພຸດທະເຈົ້າຊົງທຳນາຍວ່າ ເຫດການເຫຼົ່ານັ້ນຈະເກີດຂຶ້ນ ໃນຍຸກສະໄໝທີ່ສາດສະໜາ ໄດ້ເສື່ອມລົງ ເຊິ່ງຫຼາຍໆຢ່າງ ໄດ້ເກີດຂຶ້ນແລ້ວໃນປັດຈຸບັນ ເນື້ອຄວາມດັ່ງກ່າວປາກົດໃນ ອັດຖະກະຖາພະໄຕປິດົກ ມະຫາສຸບິນຊາດົກ ເອກະນິບາດຊາດົກ ຂຸດທະກະນິກາຍ ມີເນື້ອຄວາມດັ່ງຕໍ່ໄປນີ້:

ມື້ໜຶ່ງພະເຈົ້າໂກສົນມະຫາລາດ ນອນຝັນຕອນໃກ້ຊິແຈ້ງ ເຫັນເລື່ອງລາວໃຫຍ່ຫຼວງ 16 ປະການ ຊົງຕົກໃຈຕື່ນ ຈົນຟື້ນຈາກການນອນຫຼັບ ຄວາມຝັນຂອງເຮົາເຫຼົ່ານີ້ ຈະມີຫຍັງແກ່ເຮົານໍ່ ເປັນເຫດໃຫ້ຕ້ອງລຸກມານັ່ງ ຈົນຮຸ່ງເຊົ້າ.

ຄັນຮຸ່ງເຊົ້າ ພວກພາມ ທີ່ເປັນທີ່ປຶກສາ ໄດ້ເຂົ້າເຝົ້າຂາບທູນຖາມວ່າ ມະຫາລາດເຈົ້ານອນຫຼັບດີຫຼືບໍ່ມື້ຄືນນີ້? ພະເຈົ້າໂກສົນຊົງຕອບວ່າ ທ່ານອາຈານທັງຫຼາຍ ເຮົາຈະມີຄວາມສຸກໄດ້ຈັ່ງໃດ ມື້ຄືນນີ້ເວລາໃກ້ຮຸ່ງ ເຮົາຝັນເຫັນ 16 ປະການ ຕັ້ງແຕ່ນັ້ນເຮົາກໍສະດຸ້ງຕື່ນ ແລະຢ້ານຈົນບໍ່ກ້າລົ້ມຫົວລົງນອນຕໍ່.

ເມື່ອພວກພາມປຸໂລຫິດ (ທີ່ປຶກສາພະລາຊາ) ຂາບທູນວ່າ ຂໍໃຫ້ມະຫາລາດ ເລົ່າຄວາມຝັນນັ້ນມາເບິ່ງ ພວກຂ້ານ້ອຍຈະທຳນາຍໄດ້. ພະເຈົ້າໂກສົນຈຶ່ງເລົ່າຄວາມຝັນ ທີ່ຕົນຝັນໃຫ້ພວກພາມນັ້ນຟັງ ແລ້ວຖາມວ່າ ການຝັນເຫັນສິ່ງເຫຼົ່ານີ້ ຈະເກີດຫຍັງຂຶ້ນກັບເຮົາແດ່? ເມື່ອພວກພາມຟັງແລ້ວກໍພາກັນ ສະແດງອາການບໍ່ຄ່ອຍດີອອກມາ ໂດຍການຊິດມື. ພະເຈົ້າໂກສົນຈຶ່ງຖາມວ່າ ດ້ວຍເຫດອັນໃດພວກທ່ານ ຈຶ່ງພາກັນຊິດມື?

ພວກພາມຈຶ່ງພາກັນຂາບທູນວ່າ ຂ້າແດ່ພະມະຫາລາດເຈົ້າ ຄວາມຝັນທັງຫຼາຍນັ້ນຮ້າຍກາດ. ພະເຈົ້າໂກສົນຖາມຕໍ່ວ່າ ຄວາມຝັນເຫຼົ່ານັ້ນຈະມີຜົນ ປະການໃດແດ່? ພວກພາມຈຶ່ງພາກັນຂາບທູນວ່າ ຈະມີອັນຕະລາຍໃນ 3 ຢ່າງເຫຼົ່ານີ້ ຄື ອັນຕະລາຍຕໍ່ລາຊະສົມບັດ 1 , ໂລກຈະບຽດບຽນ 1 , ອັນຕະລາຍຕໍ່ຊີວິດ 1 .

ພະເຈົ້າປະເສນທິໂກສົນຊົງຖາມຕໍ່ວ່າ ພໍຈະມີວິທີການໃດແກ້ໄຂບໍ? ພວກພາມທັງຫຼາຍຈຶ່ງຂາບທູນວ່າ ຄວາມຝັນເຫຼົ່ານີ້ບໍ່ມີວິທີທາງແກ້ໄຂ ເພາະຮ້າຍແຮງເກີນໄປ ແຕ່ພວກຂ້ານ້ອຍທັງຫຼາຍ ຈະເຮັດໃຫ້ພໍແກ້ໄຂໄດ້ ຖ້າຫາກພວກຂ້ານ້ອຍແກ້ໄຂ ບັນຫາສ່ຳນີ້ບໍ່ໄດ້ ຂຶ້ນຊື່ວ່າຄວາມເປັນຜູ້ສຳເລັດ ການສຶກສາ ຈັກອຳນວຍປະໂຫຍດຫຍັງໄດ້?

ພະເຈົ້າປະເສນທິໂກສົນ ຈຶ່ງຖາມຕໍ່ໄປວ່າ ທ່ານອາຈານທັງຫຼາຍ ຈະເຮັດຈັ່ງໃດ ຈຶ່ງຈະໃຫ້ຄີ່ຄາຍໄດ້? ພວກພາມພາກັນຂາບທູນວ່າ ຂ້າແດ່ມະຫາລາຊາເຈົ້າ ພວກຂ້ານ້ອຍຕ້ອງບູຊາຍັນ ດ້ວຍວັດຖຸຢ່າງລະ 4 . ພະລາຊາຕົກໃຈແລ້ວຖາມວ່າ ທ່ານອາຈານທັງຫຼາຍ ຖ້າດັ່ງນັ້ນ ເຮົາຂໍມອບຊີວິດໄວ້ ໃນມືຂອງພວກທ່ານເຖີດ ພວກທ່ານຮີບຟ້າວລົງມື ເພື່ອເກີດຄວາມສຸກສະຫວັດດີ ແກ່ເຮົາໄວໆທ້ອນ. ພວກພາມພາກັນດີໃຈວ່າ ພວກຕົນຕ້ອງໄດ້ຊັບສິນຫຼວງຫຼາຍ ຈະຕ້ອງໄດ້ຂອງກິນຂອງໃຊ້ ແລ້ວພາກັນຂາບທູນໃຫ້ກຳລັງໃຈ ພະລາຊາວ່າ ຂ້າແດ່ມະຫາລາດເຈົ້າ ຢ່າໄດ້ວິຕົກກັງວົນເລີຍ ຈາກນັ້ນກໍພາກັນອອກຈາກ ລາຊະນິເວດ ໄປຂຸດຂຸມບູຊາຍັນ ຢູ່ນອກເມືອງ ຈັບຝຸງຈັດ 4 ຕີນ ຈຳນວນຫຼາຍມາມັດໄວ້ໃນຫຼັກບູຊາຍັນ ຮິບໂຮມເອົາຝຸງນົກມາໄວ້ ແລ້ວພາກັນຍ່າງໄປມາ ກ່າວວ່າພວກຕົນຄວນຈະໄດ້ສິ່ງເຫຼົ່ານີ້.

ເມື່ອນັ້ນ ພະນາງມັນລິກາເທວີ ເມື່ອຮູ້ເຖິງເຫດນັ້ນ ກໍເຂົ້າເຝົ້າພະລາຊາ ຂາບທູນຖາມວ່າ ຂ້າແດ່ມະຫາລາດເຈົ້າ ພວກພາມພາກັນທ່ຽວໄປມາ ແມ່ນມີເລື່ອງຫຍັງເກີດຂຶ້ນ? ພະລາຊາຈຶ່ງຕອບວ່າ ນາງຜູ້ຈະເລີນ ເຈົ້າມົວແຕ່ສຸກສະບາຍ ຈຶ່ງບໍ່ຮູ້ວ່າອະສໍລະພິດ ມັນສັນຈອນຢູ່ໃກ້ໆຫູຂອງພວກເຮົາ. ພະນາງທູນຖາມວ່າ ເລື່ອງນັ້ນຄືຫຍັງ? ພະລາຊາຕອບວ່າ ເຮົາຝັນຮ້າຍ ພວກພາມພາກັນທຳນາຍວ່າ ຈະເປັນອັນຕະລາຍ 3 ຢ່າງ ບໍ່ຢ່າງໃດກໍຢ່າງໜຶ່ງຈະເກີດແກ່ເຮົາ ເພື່ອບຳບັດອັນຕະລາຍເຫຼົ່ານັ້ນ ຕ້ອງບູຊາຍັນ ຈຶ່ງຕ້ອງສັນຈອນໄປມາຢູ່ເລື້ອຍໆ.

ພະນາງມັນລິກາຂາບທູນຖາມວ່າ ຂ້າແດ່ມະຫາລາດເຈົ້າ ຜູ້ທີ່ເປັນຍອດພາມໃນໂລກ ພ້ອມເທວະໂລກ ມະຫາລາດໄດ້ເລົ່າຄວາມຝັນ ໃຫ້ຟັງຫຼືຍັງ? ພະລາຊາຖາມວ່າ ນາງຜູ້່ຈະເລີນ ພະຜູ້ເປັນຍອດພາມໃນໂລກ ພ້ອມທັງເທວະໂລກນັ້ນ ແມ່ນໃຜ? ພະນາງຂາບທູນວ່າ ທ່ານບໍ່ຮູ້ຈັກມະຫາພາມ ໂຄດົມຜູ້ຕະຖາຄົດ ໝົດກິເລດບໍລິສຸດແລ້ວ ເປັນສັບພັນຍູ ເປັນບຸກຄົນຜູ້ເລີດໃນໂລກ ພ້ອມເທວະໂລກຫຼື? ພະຜູ້ມີພະພາກເຈົ້າພະອົງນັ້ນ ຄົງຮູ້ເຫດໃນຄວາມຝັນແນ່ນອນ ຂໍເຊີນທ່ານສະເດັດໄປຂາບທູນ ຖາມເພິ່ນເບິ່ງທ້ອນ.

ພະລາຊາຊົງຮັບສັ່ງວ່າ ດີລະເທວີ ແລ້ວສະເດັດໄປຍັງພະວິຫານ ຖວາຍບັງຄົມພະບໍລົມມະ ສາດສະດາແລ້ວປະທັບນັ່ງຢູ່ ພະສາດສະດາຊົງເປັ່ງສຽງອັນໄພເລາະ ຕັດຖາມວ່າ ມະຫາບໍພິດເຫດອັນໃດ ບໍພິດຈຶ່ງສະເດັດມາ ຄືວ່າມີວຽກດ່ວນ?. ພະລາຊາຂາບທູນວ່າ ຂ້າແພ່ພະອົງຜູ້ຈະເລີນ ເມື່ອໃກ້ຊິແຈ້ງ ຂ້ານ້ອຍຝັນເຫັນ 16 ປະການ ເກີດຄວາມຢ້ານຈົນຕື່ນ ຂ້ານ້ອຍໄດ້ເລົ່າສູ່ພວກພາມທັງຫຼາຍ ພວກພາມທຳນາຍວ່າ ຄວາມຝັນຮ້າຍແຮງ ເພື່ອລະງັບຄວາມຝັນເຫຼົ່ານັ້ນ ຕ້ອງບູຊາຍັນ ດ້ວຍຍັນວັດຖຸຢ່າງລະ 4 ຄົບທຸກຢ່າງ ແລ້ວພາກັນກຽມບູຊາຍັນ ຝູງສັດຢ່າງຫຼວງຫຼາຍຖືກຂ້າ ຂ້າແຕ່ພະຜູ້ມີພະພາກເຈົ້າ ພະອົງເປັນບຸກຄົນຜູ້ເລີດໃນໂລກ ທັງເທວະໂລກ ໄຍຍະທຳທີ່ເຂົ້າໄປກຳໜົດອະດີດ ອະນາຄົດ ປັດຈຸບັນ ທີ່ຍັງມາບໍ່ເຖິງເຊິ່ງຄອງທຳ ໃນຍານມຸກຂອງພະອົງນັ້ນບໍ່ໄດ້ມີເລີຍ  ຂ້າແດ່ພະອົງຊົງກະລຸນາ ທຳນາຍຜົນແຫ່ງຄວາມຝັນ ຂອງຂ້ານ້ອຍເຫຼົ່ານັ້ນສູ່ຟັງແດ່.

ພະຕະຖາຄົດ (ພະພຸດທະເຈົ້າ) ຕັດວ່າ ຂໍຖວາຍພະພອນ ເປັນແບບນັ້ນເລີຍບໍ ໃນໂລກທັງເທວະໂລກ ຍົກເວັ້ນຕະຖາຄົດເສຍແລ້ວ ຜູ້ອື່ນຈະໄດ້ຊື່ວ່າສາມາດຮູ້ເຫດ ຫຼືຜົນຂອງຄວາມຝັນເຫຼົ່ານີ້ບໍ່ມີເລີຍ ຕະຖາຄົດຈະທຳນາຍໃຫ້ມະຫາບໍພິດ ແຕ່ມະຫາບໍພິດຈົ່ງບອກຄວາມຝັນ ຕາມທີ່ຝັນເຫັນນັ້ນທ້ອນ. ພະລາຊາຊົງຮັບພະພຸດທະດຳລັດວ່າ ດີລະ ພະພຸດທະເຈົ້າເອີຍ. ຈາກນັ້ນຈຶ່ງເລົ່າຄວາມຝັນສູ່ ພະພຸດທະເຈົ້າຟັງຄົບຖ້ວນ ໂດຍວາງຫົວຂໍ້ໄວ້ດັ່ງນີ້ວ່າ:

ງົວອຸສຸພະລາດທັງຫຼາຍ 1 ຕົ້ນໄມ້ທັງຫຼາຍ 1 ແມ່ງົວທັງຫຼາຍ 1 ງົວທັງຫຼາຍ 1 ມ້າ 1 ຖາດຄຳ 1 ໝາຈອກ 1 ໝໍ້ນ້ຳ 1 ສະໂບກຂະຣະນີ 1 ເຂົ້າບໍ່ສຸກ 1 ແກ່ນຈັນ 1 ນ້ຳເຕົ້າຈົມ 1 ຫິນຟູ 1 ຂຽດຄາບງູ 1 ຫົງຄຳລ້ອມກາ 1 ເສືອຢ້ານແບ້ 1

ຄວາມຝັນຂໍ້ທີ 1: ໄພທຳມະຊາດ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ງົວໃຫຍ່ 4 ໂຕ ແລ່ນມາແຕ່ທິດທັງ 4 ມີລັກສະນະອາການໃຈຮ້າຍ ຄືຊິຊົນກັນດ້ວຍຄວາມ ຄຽດແຄ້ນມາດົນ ພໍງົວທັງ 4 ແລ່ນເຂົ້າມາໃກ້ກັນແລ້ວ ພັດຖອຍຫ່າງອອກຈາກັນ ບໍ່ຊົນກັນເລີຍ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າຊົງທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າພຸ້ນ ຈະເກີດໄພທຳມະຊາດຂຶ້ນ ຄື ຟ້າຝົນຈະບໍ່ຕົກຖືກຕ້ອງຕາມລະດູການ ຈະມີກ້ອນເມກຂະໜາດໃຫຍ່ ລອຍມາຈາກທິດທັງ 4 ຄືກັບຟ້າຝົນຈະຕົກລົງມາໃນພື້ນດິນ ຢ່າງໜັກ ເມື່ອກ້ອນເມກທັງ 4 ລອຍເຂົ້າມາໃກ້ກັນແລ້ວ ກໍຖອຍຫ່າງອອກຈາກກັນໄປ ບໍ່ມີຝົນຕົກລົງມາ ໃນພື້ນດິນເລີຍ.

ຄວາມຝັນຂໍ້ທີ 2: ເຍົາວະຊົນມົ້ວສຸມເສບກາມ

ພະເຈົ້າປະເສນທິໂກສົນ ຊົງຝັນເຫັນ: ຕົ້ນໄມ້ນານາຊະນິດ ຍັງບໍ່ໃຫຍ່ໂຕພໍທີ່ຈະມີດອກ ມີໝາກ ແຕ່ຕົ້ນໄມ້ນັ້ນເຕັມໄປດ້ວຍດອກແລະໝາກ ຈົນກິ່ງກ້ານສາຂາຈະຮອງຮັບ ດອກໝາກນັ້ນບໍ່ໄດ້.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດໄປໃນພາຍພາກໜ້າພຸ້ນ ຜູ້ຍິງທີ່ມີອາຍຸຍັງບໍ່ສົມຄວນເອົາຜົວ ແຕ່ຜູ້ຍິງນັ້ນຢາກແຕ່ງງານ ໃຫ້ເປັນຄອບເປັນຄົວ ເພາະມີຄວາມຢາກ ໃຝ່ຝັນໃນຣາຄະຕັນຫາ ໃຈມີຄວາມກຳເລີບໃນກາມະຄຸນ ມີຄວາມຍິນດີໃນຮູບ ສຽງ ກິ່ນ ລົດ ໂຜດຖັບພະ ມີຄວາມຢາກໃນກາມາລົມ ແຫ່ງຄວາມຮັກໃຄ່ ຈຶ່ງຕ້ອງແຕ່ງງານກັນ ເມື່ອຍຸຍັງນ້ອຍ ຖືກຕ້ອງຕາມປະເພນີນິຍົມ.

ຄວາມຝັນຂໍ້ທີ 3: ພໍ່ແມ່ຕ້ອງເອົາໃຈລູກ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ຝຸງພໍ່ແມ່ງົວທັງຫຼາຍພາກັນ ດູດກິນນົມລູກຂອງໂຕເອງ

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າ ໃຫ້ຄຳທຳນາຍວ່າ ອະນາຄົດຕໍ່ໄປພາຍພາກໜ້າ ພໍ່ແມ່ທັງຫຼາຍຈະໄດ້ອາໄສກິນ ຢາດເຫື່ອແຮງງານຂອງລູກ ອາໄສເຂົ້າປາອາຫານເຄື່ອງອຸປະໂພກ ບໍລິໂພກຕ່າງໆ ທີ່ລູກຊອກຫາມາລ້ຽງ ພ້ອມທັງເງິນຄຳ ກໍຕ້ອງແບ່ງປັນໃຫ້ພໍ່ແມ່ ໄດ້ຈັບຈ່າຍໃຊ້ສອຍ.

ໃນຍຸກສະໄໝນັ້ນ ພໍ່ແມ່ກໍຕ້ອງເອົາອົກເອົາໃຈລູກ ເປັນຢ່າງດີ ຕ້ອງປະຈົບປະແຈງ ອໍເຊາະລູກຢູ່ສະເໝີ ຖ້າເວົ້າຕໍ່ລູກດີໆ ລູກກໍແບ່ງປັນເງິນຄຳໃຫ້ ໄດ້ໃຊ້ ຖ້າພໍ່ແມ່ນເວົ້າບໍ່ມ່ວນ ກໍຈະບໍ່ໄດ້ຮັບສ່ວນແບ່ງຈາກລູກເລີຍ ເຫດການແບບນີ້ຈະມີໃນພາຍພາກໜ້າ.

ຄວາມຝັນຂໍ້ທີ 4: ຜູ້ອ່ອນປະສົບການໄດ້ບໍລິຫານປະເທດ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ຝຸງຄົນທັງຫຼາຍພາກັນຈັບລູກງົວໂຕນ້ອຍໆ ເຂ້າມາທຽມແອກເພື່ອລາກລໍ້ກວຽນ ເມື່ອລາກບໍ່ໄດ້ ກໍພາກັນຕີ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າ ໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາກໜ້າພຸ້ນ ຄົນທັງຫຼາຍຈະພາກັນນິຍົມ ເອົາຄົນທີ່ຮຽນຫາກໍຈົບ ຫຼືຄົນທີ່ບໍ່ມີຄວາມຮູ້ມາບໍລິຫານ ປະເທດຊາດບ້ານເມືອງ ອັນເປັນວຽກທີ່ໜັກ ເຖິງຈະມີວຸດທະພາວະກໍຕາມ ແຕ່ຄົນນັ້ນບໍ່ມີຄວາມຮອບຮູ້ ຂາດຄວາມຮອບຄອບ ໃນການບໍລິຫານເສດຖະກິດ ການເມືອງ ແລະສັງຄົມ ຈຶ່ງເກີດຄວາມຜິດພາດ ຊັກຊ້າບໍ່ທັນຕໍ່ເຫດການ ຂາດຄວາມຮັບຜິດຊອບ ຂາດດຸນການຄ້າ ເຮັດໃຫ້ປະເທດຊາດເສຍຫາຍ ເຮັດໃຫ້ຖ່ວງດຶງຄວາມຈະເລີນ ຂອງປະເທດຊາດ ເຮັດໃຫ້ຖືກຈົ່ມດ່າຈາກລາສະດອນ.

ຄວາມຝັນຂໍ້ທີ 5: ຄວາມບໍ່ເປັນທຳໃນການຕັດສິນຄວາມ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ມ້າໂຕດຽວ ຫົວດຽວ ມີສອງປາກ ກິນຫຍ້າໄດ້ສອງທາງ ກິນເທົ່າໃດກໍບໍ່ມີຄວາມພໍ

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າພຸ້ນ ຄົນຜູ້ມີໜ້າທີ່ຕັດສິນຄະດີຄວາມຕ່າງໆ ຈະໃຊ້ອຸບາຍວິທີອັນມີເລ່ລ່ຽມ ເພື່ອເອົາເງິນຈາກຄູ່ກໍລະນີທັງສອງ ເອົາທັງຝ່າຍໂຈດ ເອົາທັງຝ່າຍຈຳເລີຍ ເພື່ອເປັນຄ່າຈ້າງລາງວັນໃນການ ຕັດສິນຄະດີຄວາມແດ່ ເອົາຄ່ານັ້ນຄ່ານີ້ແດ່ ຖ້າບໍ່ໄດ້ຕາມຄວາມຮຽກຮ້ອງ ກໍຈະບໍ່ຮັບເລື່ອງທີ່ມາຮ້ອງຟ້ອງ ຕ້ອງການເທົ່າໃດກໍຮຽກຮ້ອງຕາມໃຈ ຖ້າເລື່ອງໃດເລັກໆນ້ອຍໆ ກໍຮຽກຮ້ອງໜ້ອຍ ຖ້າເປັນເລື່ອງໃຫຍ່ກໍຈະຮຽກຮ້ອງ ເອົາເງິນຢ່າງເຕັມທີ່ ແລ້ວ ແລ້ວຈຶ່ງຈະມາພິຈາລະນາຕັດສິນຄະດີ ເຫດການແບບນີ້ຈະເກີດມີມາ ໃນພາຍພາກໜ້າທົ່ວໂລກ.

ຄວາມຝັນຂໍ້ທີ 6: ພະທຳຄຳສອນຖືກຢຽບຍ່ຳ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ໝູ່ມະນຸດ ຖືຖາດຄຳອັນມີຄ່າມະຫາສານ ໄປວາງໄວ້ໃຫ້ໝາຈອກຂີ້ ແລະຍ່ຽວໃສ່.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າ ກຸ່ມຄົນທີ່ໂງ່ເຂົາເບົາປັນຍາ ຈະເອົາພະທຳຄຳສອນຂອງເຮົາ ຕະຖາຄົດ ໄປໃຫ້ລັດທິຕ່າງໆ ຢຽບຍ່ຳທຳລາຍ ແລ້ວຖ່າຍທອດລັດທິຂອງເຂົາ ເອົາຄຳສອນຂອງເຂົາທີ່ມີກິເລດຕັນຫາ ມາທັບຖົມໃນຄຳສອນຂອງເຮົາ ແລ້ວດັດແປງແກ້ໄຂຄຳສອນຂອງເຮົາ ໃຫ້ເຂົາກັນກັບລັດຖິຂອງເຂົາ ແລ້ວປະກາດວ່າ ຄຳສອນຕະຖາຄົດ ເປັນສ່ວນໜຶ່ງໃນລັດທິເຂົາ ໃຫ້ຄົນທັງຫຼາຍມີຄວາມເຂົ້າໃຈຜິດວ່າ ຄຳສອນຂອງເຮົາເຂົ້າກັນໄດ້ກັບຂອງເຂົາ ຖືວ່າເປັນອັນດຽວກັນ ລັດທິເຫຼົ່ານັ້ນຈະບໍ່ຮູ້ຄຸນຄ່າຂອງເຮົາ ຕະຖາຄົດແຕ່ຢ່າງໃດ ມະນຸດແບບນີ້ຈະມີໃນເມື່ອເຮົາ ຕະຖາຄົດ ນິບພານໄປແລ້ວ ແລະຈະມີລັດທິຕ່າງໆ ມາອວດອ້າງວ່າເປັນສາສະໜາ ເປັນຈຳນວນຫຼວງຫຼາຍ.

ຄວາມຝັນຂໍ້ທີ 7: ຜູ້ມີໃຈຕ່ຳຕັ້ງໂຕເປັນເຈົ້າຊີວິດ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ຊາຍຄົນໜຶ່ງ ເອົາໜັງສືມາ ນັ່ງຝັ້ນໃຫ້ເປັນເຊືອກ ຢູ່ເທິງແປ້ນມ້າ ແລ້ວມີໝາຈອກຄອຍກັດກິນຢູ່ ເມື່ອຝັ້ນເຊືອກແລ້ວ ໝາກໍກິນໝົດທັນທີ

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປພາກໜ້າພຸ້ນ ຄົນຜູ້ມີຈິດໃຈຕ່ຳຊາມ ຈະໄດ້ຮັບສົມມຸດ ຍ້ອງຍໍສັນລະເສີນຂຶ້ນເປັນ ຜູ້ມີຍົດຖາບັນດາສັກ ນັ່ງເຮັດວຽກຢູ່ໃນສະຖານທີ່ເລີດຫຼູ.

ຄວາມຝັນຂໍ້ທີ 8: ເຮັດບຸນເລືອກໜ້າ

ພະເຈົ້າປະເສນທິໂກສົນຝັນເຫັນ: ໂອ່ງນ້ຳໃຫຍ່ແລະໂອ່ງນ້ຳນ້ອຍ ຕັ້ງຢູ່ໃນທີ່ແຫ່ງດຽວກັນ ແລ້ວມີຄົນທັງຫຼາຍ ຍາດກັນຕັກນ້ຳ ຖອກໃສ່ໂອ່ງນ້ຳທີ່ໃຫຍ່ ຈົນລົ້ນເຫຼືອ ສ່ວນໂອ່ງນ້ຳນ້ອຍ ບໍ່ມີໃຜຕັກນ້ຳໃສ່ເລີຍ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າ ຈະມີິຄົນເຮັດບຸນໂດຍເລືອກໜ້າ ພະອົງທີ່ມີອາຍຸແກ່ ພັນສາແກ່ ມີຍົດຖາບັນດາສັກ ໃນຕຳແໜ່ງຕ່າງໆ ຈະມີຄົນໃຫ້ຄວາມສົນໃຈ ຈະພາກັນຖວາຍເຄື່ອງໄທຍະທານ ເປັນຈຳນວນຫຼວງຫຼາຍ ເຊິ່ງລ້ວນແຕ່ຂອງດີໆ ມີຄ່າ ມີລາຄາ ເຂົ້າປາອາຫານຈົນເຫຼືອ ສ່ວນພະເລັກຈົວນ້ອຍທີ່ນັ່ງຂ້າງໆ ຈະບໍ່ມີໃຜຄິດຖວາຍຫຍັງໃຫ້ ໄດ້ແຕ່ນັ່ງເບິ່ງ ເຫດການແບບນີ້ຈະມີໃນພາຍພາກໜ້າພຸ້ນ.

ຄວາມຝັນຂໍ້ທີ 9: ສໍ້ລາດບັງຫຼວງໃນແຜ່ນດິນ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ສະນ້ຳຂະໜາດໃຫຍ່ ມີນ້ຳຮອບນອກໃສສະອາດເຍືອກເຢັນ ສ່ວນນ້ຳໃນກາງສະຂຸ່ນຂຸ້ນເປັນຂີ້ຕົມ ແລ້ວມີສັດນ້ອຍໃຫຍ່ທັງຫຼາຍ ພາກັນຍາດກິນນ້ຳໃນສະທີ່ຂຸ່ນຂຸ້ນເປັນຕົມນັ້ນ ສ່ວນນ້ຳອ້ອມຮອບທີ່ໃສສະອາດ ບໍ່ສັດໂຕໃດຢາກກິນເລີຍ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປ ໃນພາຍພາກໜ້າພຸ້ນ ຄົນຈະມີຄວາມໂລບ ຄວາມຢາກ ບໍ່ຮູ້ຈັກອິ່ມໃນເງິນຄຳຫຼາຍຂຶ້ນ ວຽກງານທີ່ສະອາດ ບໍລິສຸດ ແລະສຸຈະລິດ ບໍ່ຢາກເຮັດ ຖືວ່າ ເງິນເດືອນໜ້ອຍ ລ່ຳລວຍຊ້າ ບໍ່ພໍກັບຄວາມໂລບຄວາມຢາກຂອງໂຕເອງ ຈຶ່ງໄດ້ລົງສະໝັກໂຕເຂົ້າມາໃນ ສະພາສັນນິບາດ ເພື່ອຈະມີອຳນາດໃນການບໍລິຫານງານ ແລະບໍລິຫານເງິນຂອງແຜ່ນດິນ ໄດ້ຢ່າງເຕັມທີ່ ໃຊ້ອຸບາຍວິທີ ອັນມີເລ່ລ່ຽມ ທຸຈະລິດ ຄິດບໍ່ດີ ໃນເງິນຂອງແຜ່ນດິນ ມືໃຜຍາວສາວໄດ້ສາວເອົາ ຈະໄດ້ເງິນມາດ້ວຍວິທີສົກກະປົກຈັ່ງໃດ ຈະບໍ່ມີຄວາມລະອາຍແກ່ໃຈໂຕເອງເລີຍ ຂໍໃຫ້ໄດ້ເງິນກ້ອນໃຫຍ່ໆມາ ກໍເປັນທີ່ພໍໃຈ ລັກສະນະນີ້ຈະມີທົ່ວໂລກ ມີທຸກປະເທດ ແລະຈະເພິ່ມຄວາມຮຸນແຮງຂຶ້ນ ຈະເກີດຄວາມສັບສົນ ເພາະການແບ່ງສັນຕຳແໜ່ງ ໃນການດູດກິນເງິນບໍ່ລົງໂຕ ຢ້ານລື່ນຢ້ານເຫຼືອກັນ ສຸດທ້າຍກໍຂັດຂ້ອງກັນເອງ ເຫດການແບບນີ້ຈະມີຂຶ້ນໃນພາຍພາກໜ້າ.

ຄວາມຝັນຂໍ້ທີ 10: ສົງໄສໃນມັກຜົນນິບພານ

ພະເຈົ້າປະເສນທິໂກສົນ ຝັນເຫັນ: ໝໍ້ຫຸງເຂົ້າໝໍ້ດຽວມີຄວາມແຕກຕ່າງ ເຂົ້າໃນໝໍ້ສ່ວນໜຶ່ງສຸກ ສ່ວນໜຶ່ງສຸກໆດິບໆ ອີກສ່ວນໜຶ່ງເຂົ້າບໍ່ສຸກເລີຍ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າພຸ້ນ ຄົນໃນໂລກນີ້ຈະມີຄວາມຄິດເຫັນ ທີ່ແຕກຕ່າງກັນໄປ ກຸ່ມໜຶ່ງຈະມີຄວາມເຊື່ອວ່າ ເຮົາຕະຖາຄົດເປັນທີ່ເພິ່ງທີ່ເຄົາລົບແທ້ ພະທຳຄຳສອນຂອງເຮົາຕະຖາຄົດ ເປັນສວາກຂາຕະທຳ ເມື່ອນຳໄປປະຕິບັດໃຫ້ເຖິງທີ່ສຸດແລ້ວ ຈະພົ້ນຈາກທຸກໄດ້ຈິງ ເຊື່ອວ່າມີມັກຜົນນິບພານແທ້ໆ ນະລົກສະຫວັນມີແທ້ ກຳດີກຳຊົ່ວໃຫ້ຜົນແກ່ບຸກຄົນທີ່ກະທຳແທ້ ຕາຍແລ້ວເມືອຍັງມີກິເລດຕັນຫາຢູ່ ຈະໄດ້ມາເກີດໃໝ່.

ອີກກຸ່ມໜຶ່ງຍັງບໍ່ແນ່ໃຈວ່າ ມັກຜົນນິບພານໃນຍຸກນີ້ ສະໄໝນີ້ ມີຈິງຫຼືບໍ່ ເພາະພະພຸດທະສາດສະໜາ ໄດ້ລ່ວງເລີຍໄປດົນນານ ພະທຳຄຳສອນຂອງພະພຸດທະເຈົ້າ ມີຄວາມສົມບູນຢູ່ຫຼືບໍ່ ເພາະສົງທີ່ປະຕິບັດດີປະຕິບັດຊອບ ໄດ້ບັນລຸມັກຜົນນິບພານໃນຍຸກນີ້ ຈິງຫຼືບໍ່? ມີແຕ່ຄວາມສົງໄສລັງເລ ບໍ່ແນ່ໃຈ ອີກກຸ່ມໜຶ່ງປະຕິເສດວ່າ ມັກຜົນນິບພານບໍ່ມີ ນະລົກສະຫວັນບໍ່ມີ ເຮັດດີເຮັດຊົ່ວບໍ່ມີຜົນໃນພາຍພາກໜ້າ ຕາຍແລ້ວບໍ່ໄດ້ເກີດໃໝ່ແຕ່ຢ່າງໃດ ໃນຊ່ວງປາຍພຸດທະສາດສະໜາພຸ້ນ ຄົນຈະເກີດເປັນມິດສາທິດຖິ ມີຄວາມເຫັນຜິດຫຼາຍຂຶ້ນເລື່ອຍໆ.

ຄວາມຝັນຂໍ້ທີ 11: ເອົາພະທຳມາຂາຍກິນ

ພະເຈົ້າປະເສນທິໂກສົນຝັນເຫັນ: ຄົນກຸ່ມໜຶ່ງ ເອົາແກ່ນຈັນແດງ ທີ່ມີຄ່າລາຄາແພງ ໄປແລກກັບນົມສົ້ມໝໍ້ດຽວ ເຊິ່ງບໍ່ສົມຄ່າລາຄາກັນເລີຍ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າພຸ້ນ ຄົນພວກໜຶ່ງຈະເອົາພະທຳຄຳສອນ ຂອງເຮົາຕະຖາຄົດ ໄປແລກປ່ຽນເປັນເງິນຕາ ຈະຂຽນເປັນຕຳລາອອກຈຳໜ່າຍ ຂາຍກິນ ຫາລາຍໄດ້ ເພື່ອລ້ຽງຊີວິດ ເອົາພະທຳຕຄຳສອນຂອງເຮົາຕະຖາຄົດ ເຮັດເປັນການສະແດງ ແຕ່ງກອນ ເພື່ອຜົນປະໂຫຍດໃນກັນເທດ ສະແດງທຳເພື່ອເຫັນແກ່ຄ່າຈ້າງລາງວັນ ອັນເປັນອາມິສ ບໍ່ສົມຄ່າລາຄາກັນເລີຍ ສິ່ງເຫຼົ່ານີ້ຈະເກີດຂຶ້ນ ໃນຊ່ວງປາຍສາດສະໜາຂອງເຮົາ ຕະຖາຄົດພຸ້ນ.

ຄວາມຝັນຂໍ້ທີ 12: ຄົນດີຖືກຂັດຂວາງ

ພະເຈົ້າປະເສນທິໂກສົນຝັນເຫັນ: ນ້ຳເຕົ້າແຫ້ງເປົ່າໃນຕາມທຳມະດາແລ້ວ ຈະຟູຢູ່ເທິງໜ້ານ້ຳ ແຕ່ນ້ຳເຕົ້າເປົ່ານັ້ນ ພັດດິ່ງຈົມລົງໃນພື້ນນ້ຳ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າພຸ້ນ ຄົນດີມີຄວາມຮູ້ດີ ມີສະຕິປັນຍາດີ ມີຄວາມຮອບຮູ້ ມີຄວາມສະຫຼາດ ມີຄວາມສາມາດ ມີທັງພະແລະຄະລາວາດ ຈະບໍ່ໄດ້ຮັບຄວາມຍ້ອງຍໍເຊີດຊູ ໃນສັງຄົມ ຈະຖືກຂັດຂວາງຈາກກຸ່ມຄົນພານ ຢູ່ຕະຫຼອດເວລາ ຖ້າເປັນຄະລາວາດກໍບໍ່ມີໂອກາດໄດ້ ເຮັດວຽກໃນການບໍລິຫານປະເທດ ຄົນມີຄວາມຮູ້ຄວາມສາມາດ ມີຄວາມຊື່ສັດສຸຈະລິດ ບໍ່ມີໂອກາດໄດ້ຮັບເລືອກຕັ້ງ ຫຼືໄດ້ຮັບການເລືອກຕັ້ງເຂົ້າໄປແລ້ວ ກໍບໍ່ມີໂອກາດໄດ້ເຮັດວຽກເພື່ອປະເທດຊາດ ຢ່າງເຕັມທີ່. ສາຍຕາຂອງກຸ່ມມິດສາຊີບເຫຼົ່ານີ້ ຈະເບິ່ງເຫັນຄົນດີໆ ວ່າເປັນໂຕກາລະກິນີຂອງເຂົາ ບໍ່ຍອມທີ່ຈະໃຫ້ເຂົ້າໄປຮູ້ເຫັນ ໃນຄວາມທຸຈະລິດຄິດບໍ່ດີຂອງຕົນ.

ຄົນດີໆ ຈຶ່ງບໍ່ມີໃນສັງຄົມນີ້ເລີຍ ຖ້າເປັນນັກບວດກໍເປັນໃນລັກສະນະນີ້ເຊັ່ນກັນ ທ່ານອົງໃດໃຈບໍລິສຸດຜຸດຜ່ອງ ໃນພະທຳວິໄນ ມີຄວາມຮູ້ດີ ປະຕິບັດດີຕໍ່ມັກຜົນນິບພານ ທ່ານເຫຼົ່ານັ້ນຈະບໍ່ມີໃຜສົນໃຈ ບໍ່ຢາກເຂົ້າໃກ້ ບໍ່ຢາກຟັງທຳ ບໍ່ເຊື່ອຖື ໃນທ່ານເຫຼົ່ານັ້ນ ຈຶ່ງບໍ່ຄ່ອຍມີໃຜຢາກບວດອີກຕໍ່ໄປ ໃນທີ່ສຸດ ພະດີໆ ມີຄຸນນະທຳ ກໍຈະຄ່ອຍໆໝົດໄປ ໃນສາດສະໜາຂອງເຮົາຕະຖາຄົດ ເລື່ອງເຫຼົ່ານີ້ ຈະເກີດມີໃນພາຍພາກໜ້າພຸ້ນ.

ຄວາມຝັນຂໍ້ທີ 13: ຄົນຊົ່ວເຮືອງອຳນາດ

ພະເຈົ້າປະເສນທິໂກສົນຝັນເຫັນ: ກ້ອນຫິນໃຫຍ່ໆຍາວໆ ເທົ່າກັບເຮືອ ຟູຢູ່ເທິງໜ້ານ້ຳ ຄືກັບເຮືອກຳປັ່ນເປົ່າ ຕາມທຳມະດາແລ້ວກ້ອນຫິນ ຍ່ອມຈົມຢູ່ພື້ນນ້ຳ ແຕ່ກ້ອນຫິນນັ້ນພັດຟູຢູ່ເທິງໜ້ານ້ຳ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ຖ້ອຍຄຳຂອງຄົນທີ່ຄວນໄດ້ຮັບຄວາມເຊື່ອຖື ເຊິ່ງໜັກແໜ້ນ ມີນ້ຳໜັກປຽບດັ່ງກ້ອນຫີນ ພັດບໍ່ໄດ້ຮັບຄວາມເຊື່ອຖື ຫຼືກາຍເປັນຖ້ອຍຄຳທີ່ບໍ່ມີນ້ຳໜັກ ຄືກັບເຮືອນທີ່ຟູເທິງໜ້ານ້ຳ. ແຕ່ຄົນພັດຫັນໄປເຊື່ອກັບຄຳເວົ້າ ທີ່ບໍ່ຄວນເຊື່ອ ຄືກັບສິ່ງທີ່ຄວນຟູພັດຈົມ ສິ່ງຄວນຈົມພັດຟູ.

ຄວາມຝັນຂໍ້ທີ 14: ນັກບວດຫຼົງລາບຍົດ

ພະເຈົ້າປະເສນທິໂກສົນຝັນເຫັນ: ນາງຂຽດນ້ອຍໄລ່ກິນງູໂຕບັກໃຫຍ່ ເມື່ອໄລ່ທັນກໍຈະໂດດຄາບ ກຶນກິນທັນທີ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ອະນາຄົດຕໍ່ໄປໃນພາຍພາກໜ້າພຸ້ນ ນັກບວດອົງທີ່່ມີຊື່ສຽງໂດ່ງດັງ ມີຄວາມເວົ້າເປັນວາທະສິນ ຊ່າງເວົ້າຊ່າງວ່າ ມີບົດບາດໃນສັງຄົມ ມີປະຊາຊົນໃຫ້ຄວາມເຄົາລົບ ເຊື່ອຖືຢ່າງຫຼວງຫຼາຍ ໄດ້ຮັບລາບ ຍົດ ສັນລະເສີນຈົນລືມໂຕ ບໍ່ມີສິຕິ ບໍ່ມີປັນຍາ ຮັກສາໃຈ ບໍ່ມີຄວາມສະຫຼາດ ຈຶ່ງຂາດໃນການສຳລວມ ຕາ ຫູ ດັງ ລິ້ນ.

ກາຍແລະໃຈປ່ອຍໃຫ້ໄປສຳຜັດ ໃນຮູບ ສຽງ ກິ່ນ ລົດ ໂຜດຖັບພະ ຈຶ່ງເຮັດໃຫ້ໃຈເກີດອັດຖາລົມ ຄື ອາລົມແຫ່ງຄວາມຮັກ ຄວາມໄຄ່ ໃນກາມະຄຸນ ມີຄວາມກຳໜັດຍ້ອມໃຈ ນາງຂຽດນ້ອຍ (ແມ່ຍິງ) ໄດ້ເບິ່ງເຫັນຊ່ອງໂຫວ່ ຈຶ່ງໄດ້ວາງແຜນຫວ່ານລ້ອມ ດ້ວຍມານຍານານາປະການ ມີຄຳຫວານອັນອ່ອນຊ້ອຍ ຄືນ້ຳອ້ອຍນ້ຳຕານ ຊະໂລມຫົວໃຈງູເຫົ່າ ຈົນໜ້າມືດຕາລາຍ ຫາຍໃຈບໍ່ເຕັມປອດ ອີ່ນາງຂຽດນ້ອຍໄດ້ຈັງຫວະ ກໍກະໂດດຄາບກືນກິນທັນທີ.

ຄວາມຝັນຂໍ້ທີ 15: ຜູ້ມີຕະກູນຕ້ອງອ່ອນນ້ອມຕໍ່ຜູ້ບໍ່ມີຕະກູນ

ພະເຈົ້າປະເສນທິໂກສົນຝັນເຫັນ: ຫົງຄຳທັງຫຼາຍ ຖືກອ້ອມລ້ອມດ້ວຍນົກກາ.

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ໃນອະນາຄົດຜູ້ມີຕະກູນ ຕ້ອງໄປທ່ຽວປະສົບປະແຈງ ແລະຍອມຈຳນົນຕໍ່ຜູ້ບໍ່ມີຕະກູນ ຄືກັບຫົງທອງແວດລ້ອມດ້ວຍກາ.

ຄວາມຝັນຂໍ້ທີ 16: ຄົນຊົ່ວເຮືອງອຳນາດ
ພະເຈົ້າປະເສນທິໂກສົນຝັນເຫັນ: ຝຸງແບ້ທັງຫຼາຍພາກັນໄລ່ຈັບເສືອ ມາເປັນອາຫານ ພາກັນຄ້ຽວກັນຢູ່ຄວາບໆ

ພຸດທະທຳນາຍ 16 ປະການ

ພຸດທະທຳນາຍ 16 ປະການ

ພະພຸດທະເຈົ້າໃຫ້ຄຳທຳນາຍວ່າ: ຕໍ່ໄປພາຍພາກໜ້າຄົນຊົ່ວ ຫຼືຄົນທີ່ບໍ່ດີຈະເຮືອງອຳນາດ ແລະໃຊ້ອຳນາດບໍ່ເປັນທຳ ເຮັດໃຫ້ຄົນດີຖືກທຳຮ້າຍ ຫຼືບໍ່ໄດ້ຮັບຄວາມເປັນທຳ ຕ້ອງຫຼົບໜີ ຊ່ອນໂຕຈາກໄພຮ້າຍເຫຼົ່ານີ້ ຄືເສືອຊ່ອນໂຕຈາກແບ້.

ເມື່ອພິຈາລະນາຄວາມຝັນ ຈະເຫັນວ່າຫຼາຍຂໍ້ໃນຄວາມຝັນ ເປັນິສ່ງທີ່ຜິດໄປຈາກທຳມະຊາດ ເຊັ່ນ ແມ່ງົວກິນນົມລູກ, ມ້າສອງປາກ, ຂຽດກິນງູ ແລະແບ້ກິນເສືອ ເປັນຕົ້ນ ສິ່ງເຫຼົ່ານີ້ລ້ວນເປັນບັນຫາເຊື່ອງຊ້ອນ ອັນໄປສູ່ພຸດທະທຳນາຍທັງສິ້ນ ຫຼາຍຄົນອາດຈະສົງໄສວ່າ ພະເຈົ້າ ປະເສນທິໂກສົນ ກະສັດໃນສະໄໝພຸດທະການ ເປັນຫຍັງຈຶ່ງຝັນໄດ້ໄກໄປເຖິງອະນາຄົດ ອັນບໍ່ກ່ຽວຂ້ອງກັບພະອົງໄດ້ປານນີ້ ຜູ້ຂຽນເຊື່ອວ່າ ຄົງເປັນຍ້ອນເທວະດາດົນໃຈ ໃຫ້ພະອົງຝັນແປກປະຫຼາດ ເພື່ອພະບໍຣົມມະສາດສະດາຈະໄດ້ຝາກ ພຸດທະທຳນາຍ ເປັນຄຳພະຍາກອນອັນອະມະຕະໄວ້ ເປັນເຄື່ອງເຕືອນສະຕິ ໃຫ້ມະນຸດໂລກໄດ້ຄິດຄຳນຶງ ແລະລະມັດລະວັງໄພພິບັດນານັບປະການ ທີ່ຈະເກີດຂຶ້ນໃນພາຍພາກໜ້າ ຫຼັງຈາກທີ່ພະພຸດທະອົງດັບຂັນ ປະລິນິບພານໄປແລ້ວ ເພາະຄົງເລັງເຫັນດ້ວຍຍານວິເສດແລ້ວວ່າ ນັບມື້ຄົນເຮົາກໍຈະຫ່າງໄກຈາກຫຼັກທຳ ຄຳສັ່ງສອນຂອງພະອົງ ຈົນເປັນເຫດໃຫ້ມະນຸດມຸ່ງທຳລາຍ ເອົາລັດເອົາປຽບທັງເພື່ອນມະນຸດ ແລະສິ່ງແວດລ້ອມອ້ອມໂຕ ເພື່ອກອບໂກຍໄປບຳລຸງບຳເລີ ກິເລດແຫ່ງຕົນ ໂດຍຂາດຄວາມນຮັກ ຄວາມເມດຕາຕໍ່ກັນ ຈຶ່ງເຮັດໃຫ້ຄົນເຫັນແກ່ໂຕ ແລະມີຜົນໃຫ້ສະພາບແວດລ້ອມ ທຳມະຊາດແປປ່ວນໄປໝົດ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2015 | ມີ 0 ຄຳເຫັນ ແລະ 0 trackback(s)

 ໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ເປັນໂຄງການ ຜະລິດກະ​ແສໄຟຟ້າ ໂດຍອີງໃສ່ ການໄຫລຂອງນໍ້າ ຕາມທໍາມະຊາດ ເພາະເປັນລະບົບ ຝາຍນໍ້າລົ້ນ ເຊິ່ງຈະເລີ່ມລົງມືກໍ່ສ້າງເຂື່ອນ ໃນທ້າຍເດືອນຕຸລາ 2015 ນີ້ ແລະ ຖ້າກໍ່ສ້າງສໍາເລັດ ຈະມີຄວາມສາມາດ ໃນການຜະລິດ ໄຟຟ້າໄດ້ 260 ເມກາວັດ (MW).

ທ່ານ ບຸນເພັງ ດວງມາລາ ຜູ້ປະສານງານດ້ານສັງຄົມ ຂອງໂຄງການພັດທະນາ ເຂື່ອນໄຟຟ້າດອນສະໂຮງ ໃຫ້ຮູ້ວ່າ: ໂຄງການນີ້ ລັດຖະບານລາວ ໄດ້ເຊັນຂໍ້ຕົກລົງ ໃຫ້ພັດທະນາໂຄງການ ໃນທ້າຍເດືອນເມສາ ປີ 2008, ຈາກນັ້ນ ກໍໄດ້ມີການສໍາຫລວດ ສຶກສາຄວາມເປັນໄປໄດ້, ສຶກສາດ້ານຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງ ຂຽນບົດວິພາກເສດຖະກິດ ຕາມຂັ້ນຕອນຕ່າງໆ ຂອງການລົງທຶນ, ເຊິ່ງມີມູນຄ່າການລົງທຶນທັງໝົດ 500 ລ້ານໂດລາສະຫະລັດ, ໃນນັ້ນ ບໍລິສັດເມກາເຟີສ ປະເທດ ສ ເກົາຫລີ ຖືຮຸ້ນ 80%, ບໍລິສັດໄຟຟ້າລາວຖືຮຸ້ນ 20%. ມາຮອດປີ 2015 ຈຶ່ງໄດ້ດໍາເນີນ ການກໍສ້າງໂຄງການ, ປັດຈຸບັນໄດ້ສໍາເລັດການກໍ່ສ້າງ ຂົວຂ້າມນໍ້າຂອງຈາກເວີນຄາມ ​ໄປ​ຫາດອນສະດໍາ, ສໍາເລັດການສ້າງທ່າເຮືອ ຢູ່ເວີນຄາມ ແລະ ທ່າເຮືອ ຢູ່ຫາງດອນສະໂຮງ. ສ່ວນວຽກປັບໜ້າດິນ ຢູ່ເຂດຍົກຍ້າຍ-ຈັດສັນປະຊາຊົນ 3 ບ້ານ ຄື: ບ້ານດອນສະໂຮງ, ບ້ານຫາງດອນສະດໍາ ແລະ ຫົວດອນສະດໍາ, ມີ 14 ຄອບຄົວ, ມີຈໍານວນພົນ 89 ຄົນ ທີ່ໄດ້ຮັບຜົນກະທົບ ໂດຍກົງຈາກໂຄງການ ແມ່ນກໍາລັງດໍາເນີນການ, ນອກນີ້ ກໍາລັງກະກຽມປັບພື້ນທີ່ ໃນເຂດທີ່ຈະກໍ່ສ້າງໂຮງຮຽນ ມັດທະຍົມດອນສະດໍາ, ສຸກສາລາ, ຕະຫລາດ ແລະ ກໍາລັງກະກຽມຍົກຍ້າຍ ອຸປະກອນເຂົ້າເຂດກໍ່ສ້າງ ເພື່ອຈະເລີ່ມວຽກງານ ກໍ່ສ້າງເຂື່ອນໄຟຟ້າ ໃນທ້າຍເດືອນຕຸລາ ປີ 2015 ນີ້ ແລະ ຈະໃຫ້ສໍາເລັດໃນທ້າຍປີ 2019.

ທ່ານ ບຸນເພັງ ໃຫ້ຮູ້ຕື່ມອີກວ່າ: ໂຄງການພັດທະນາ ເຂື່ອນໄຟຟ້າດອນສະໂຮງ ເປັນໂຄງການຜະລິດໄຟຟ້າ ໂດຍອີງໃສ່ການໄຫລຂອງ ນໍ້າຕາມທໍາມະຊາດ ເພາະເປັນລະບົບຝາຍນໍ້າລົ້ນ ແລະ ບໍລິມາດນໍ້າຂອງ ທີ່ໄຫລຜ່ານຮູສະໂຮງ ມີພຽງ 5% ຂອງແມ່ນໍ້າຂອງທັງໝົດ, ຖ້າກໍ່ສ້າງສໍາເລັດ ຈະມີຄວາມສາມາດ ໃນການຜະລິດ ກະ​ແສໄຟຟ້າ​ໄດ້ 260 ເມກາວັດ (MW) ໂດຍແມ່ນບໍລິສັດ ໄຟຟ້າລາວ ຈະເປັນຜູ້ຮັບຊື້ ເພື່ອຕອບສະໜອງ ກະແສໄຟຟ້າພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ. ໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ຕັ້ງຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ເປັນໂຄງການ ຜະລິດກະ​ແສໄຟຟ້າ ໂດຍອີງໃສ່ ການໄຫລຂອງນໍ້າ ຕາມທໍາມະຊາດ ເພາະເປັນລະບົບ ຝາຍນໍ້າລົ້ນ ເຊິ່ງຈະເລີ່ມລົງມືກໍ່ສ້າງເຂື່ອນ ໃນທ້າຍເດືອນຕຸລາ 2015 ນີ້ ແລະ ຖ້າກໍ່ສ້າງສໍາເລັດ ຈະມີຄວາມສາມາດ ໃນການຜະລິດ ໄຟຟ້າໄດ້ 260 ເມກາວັດ (MW).

ທ່ານ ບຸນເພັງ ດວງມາລາ ຜູ້ປະສານງານດ້ານສັງຄົມ ຂອງໂຄງການພັດທະນາ ເຂື່ອນໄຟຟ້າດອນສະໂຮງ ໃຫ້ຮູ້ວ່າ: ໂຄງການນີ້ ລັດຖະບານລາວ ໄດ້ເຊັນຂໍ້ຕົກລົງ ໃຫ້ພັດທະນາໂຄງການ ໃນທ້າຍເດືອນເມສາ ປີ 2008, ຈາກນັ້ນ ກໍໄດ້ມີການສໍາຫລວດ ສຶກສາຄວາມເປັນໄປໄດ້, ສຶກສາດ້ານຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງ ຂຽນບົດວິພາກເສດຖະກິດ ຕາມຂັ້ນຕອນຕ່າງໆ ຂອງການລົງທຶນ, ເຊິ່ງມີມູນຄ່າການລົງທຶນທັງໝົດ 500 ລ້ານໂດລາສະຫະລັດ, ໃນນັ້ນ ບໍລິສັດເມກາເຟີສ ປະເທດ ສ ເກົາຫລີ ຖືຮຸ້ນ 80%, ບໍລິສັດໄຟຟ້າລາວຖືຮຸ້ນ 20%. ມາຮອດປີ 2015 ຈຶ່ງໄດ້ດໍາເນີນ ການກໍສ້າງໂຄງການ, ປັດຈຸບັນໄດ້ສໍາເລັດການກໍ່ສ້າງ ຂົວຂ້າມນໍ້າຂອງຈາກເວີນຄາມ ​ໄປ​ຫາດອນສະດໍາ, ສໍາເລັດການສ້າງທ່າເຮືອ ຢູ່ເວີນຄາມ ແລະ ທ່າເຮືອ ຢູ່ຫາງດອນສະໂຮງ. ສ່ວນວຽກປັບໜ້າດິນ ຢູ່ເຂດຍົກຍ້າຍ-ຈັດສັນປະຊາຊົນ 3 ບ້ານ ຄື: ບ້ານດອນສະໂຮງ, ບ້ານຫາງດອນສະດໍາ ແລະ ຫົວດອນສະດໍາ, ມີ 14 ຄອບຄົວ, ມີຈໍານວນພົນ 89 ຄົນ ທີ່ໄດ້ຮັບຜົນກະທົບ ໂດຍກົງຈາກໂຄງການ ແມ່ນກໍາລັງດໍາເນີນການ, ນອກນີ້ ກໍາລັງກະກຽມປັບພື້ນທີ່ ໃນເຂດທີ່ຈະກໍ່ສ້າງໂຮງຮຽນ ມັດທະຍົມດອນສະດໍາ, ສຸກສາລາ, ຕະຫລາດ ແລະ ກໍາລັງກະກຽມຍົກຍ້າຍ ອຸປະກອນເຂົ້າເຂດກໍ່ສ້າງ ເພື່ອຈະເລີ່ມວຽກງານ ກໍ່ສ້າງເຂື່ອນໄຟຟ້າ ໃນທ້າຍເດືອນຕຸລາ ປີ 2015 ນີ້ ແລະ ຈະໃຫ້ສໍາເລັດໃນທ້າຍປີ 2019.

ທ່ານ ບຸນເພັງ ໃຫ້ຮູ້ຕື່ມອີກວ່າ: ໂຄງການພັດທະນາ ເຂື່ອນໄຟຟ້າດອນສະໂຮງ ເປັນໂຄງການຜະລິດໄຟຟ້າ ໂດຍອີງໃສ່ການໄຫລຂອງ ນໍ້າຕາມທໍາມະຊາດ ເພາະເປັນລະບົບຝາຍນໍ້າລົ້ນ ແລະ ບໍລິມາດນໍ້າຂອງ ທີ່ໄຫລຜ່ານຮູສະໂຮງ ມີພຽງ 5% ຂອງແມ່ນໍ້າຂອງທັງໝົດ, ຖ້າກໍ່ສ້າງສໍາເລັດ ຈະມີຄວາມສາມາດ ໃນການຜະລິດ ກະ​ແສໄຟຟ້າ​ໄດ້ 260 ເມກາວັດ (MW) ໂດຍແມ່ນບໍລິສັດ ໄຟຟ້າລາວ ຈະເປັນຜູ້ຮັບຊື້ ເພື່ອຕອບສະໜອງ ກະແສໄຟຟ້າພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ.