ສຸດຕາເປັນຊາຍໜຸ່ມມີຖິ່ນລໍາເນົາຢູ່ແຂວງຫົວພັນ...ພໍອາຍຸໄດ້14ປີເຂົາກໍ່ຫອບສັງຂານໂຄ່ງເຄັງສູງແຮວຂອງເຂົາມາໃຊ້ຊີວິດຢູ່ຕ່າງແຂວງ... ທ່າມກາງຄວາມແຕກຕ່າງ ສະພາບແວດລ້ອມສັງຄົມໃນເມືອງ ປະຈຸບັນ ວັນເວລາກໍ່ໄດ້ໝູນວຽນປ່ຽນໄປ...ຈາກວັນນັ້ນເຖິງວັນນີ້ອາຍຸເຂົ້າກໍ່ຢ່າງກ້າວເຂົ້າໄວກາງຄົນແລ້ວ....ເຂົາຍັງໂສດ....ແລະຍັງເປັນຄົນເດີມ...ຕ່າງກໍ່ພຽງໜ້າຕາຜິວພັນອາຍຸສັງຂານ ທີຖືກ ວັນເວລາ ແດດລົມແຜດເຝົາ ຜົມສີດໍາໆກໍ່ມີເສັ້ນສີຂາວປະປົນ...ແຕ່ແວວຕາຍັງມີແວວໝຸ້ງໝັ້ນສູ້ຊີວິດ...ນະຫ້ອງເຊົ່ານ້ອຍໆຫັຼງໜຶ່ງຕັ້ງຢູ່ຮ່ອມນ້ອຍແອອັດໃນນະຄອນຫຼວງ...ຊາຍໄວກາງຄົນນັງຍອງຢໍ້ຢູ່ຕໍ່ໜ້າປະຕູ ສັງຂານຮ່າງກາຍ ນຸ່ງຮົ່ມດ້ວຍໂສ້ງເສື໊ອຊຸດສີຂຽວທະຫານເກົ່າເຕັມແຕ່ ເສດປູນ ຂາດຫ້ຽນເປັນຈຸດໆໆ...ມືຂວາຈັບກິດກອກຢາໃສ່ປາກດູດຫິ່ນສູບເອົາຂັວນຢາເຂົ້າປອດຫູດຍາວໆ...ສາຍຕາລັອກແລັກ ງວກຊ້າຍແນມຂວາ...ເໝືອນວ່າກໍາລັງແນມຫາສິ່ງໃດສິ່ງໜຶ່ງຢູ່...ເຮີຍ!ຕາ...ມື້ນີ້ມຶງບໍ່ໄດ້ໄປວຽກຫ່ວາ?.... ຊາຍໄວພໍໆກັນ ຂີ່ລົມຖີບສະແຕນດາດຜ່ານກາຍໜ້າສຸດຕາໄປ ມືເບື້ອງຂວາ ກໍາເຂົາລົດຖືບ ເບື້້ອງຊ້າຍຈັບສາມລ່ຽມໂບກປູນ ສະພາຍຖົງເຮັດດ້ວຍຖົງປູນສີມັງ ງວກໜ້າມາຫາ ສຸດຕາ ຕີນສອງເບື້ອງຍັງຄົງປັ່ນ ຢັນລົດໄປຢ່າງພ້າວຟັງ...ບໍ່ ກູບໍ່ຄ່ອຍສະບາຍ!...ບັກຫ່າມຶງ.ບໍ່ແມ່ນບໍ່ສະບາຍ ເອົາການເມືອງບໍ?...ເອົາລະມື້ແລງພໍ້ກັນຢູ່ຮ້ານຈີ່ເອັນອີ່ນ້ອຍປາກຮ່ອມເດີ...ໄປກ່ອນກູພ້າວ...ທ້າວແອ ທັງເວົ້າທັງພ້າວ ຢັນລົດຖີບຄູ່ ຊີບ ອອກໄປ....ທາມກາງນະຄອນຫຼວງອັນກ້ວາງໃຫ່ຍສີວິໄລ... ສຸດຕາ ເມີ ມອງອອກໄປ ກວດສາຍຕາ ແນມເບິ່ງຕຶກ ເຮືອນກໍ່ ທີ່ຕັ້ງຕະງ່ານລຽນເປັນແຖວ ...ໂອບ້ານເມືອງກູ ສີວິໄລປານນີ້ແລ້ວຫວາ...? ສຸດຕາ ຄິດແລະຖາມຕົວເອງໃນໃຈ... ແຕ່ກ່ອນ ສະໄໝສຸດຕາ ເຂົ້າມານະຄອນຫຼວງໃໝ່ໆ ແມ່ນໃນປີ1989 ຕຶກອາຄານ ທະຖະໜົນຫົນທາງ ຍັງບໍ່ທັນໄດ້ປູຮອດຢາງ ໃນບາງເສັ້ນ ... ລົດລ້າງພະຫະນະ ກໍ່ບໍ່ສ່ວນສົນປານນີ້...ເຂົ້ານັ່ງຄິດເຖິງອະດີດທີ່ຜ່ານມາ...ເຂົ້າເລືອດສາຍຕາ ແນມອອກໄປ...ພຸ້ນໂຮງແຮມຫຼັງນັ້ນ...ແຕ່ກ່ອນເຂດນັ້ນ ເປັນທົ່ງນາ...ປະຈຸບັນ ພວກນາຍທຶນ ໄດ້ມາຊື້ດິນຕອນນັ້ນ ແລ້ວກໍ່ຕັ້ງໂຮງແຮມໃສ່່.......ຄວາມສີວິໄລ ໄດ້ຕີແຍ້ ສິ່ງທີ່ເອີ້ນວ່າ ລ້າຫຼັງ ລ້າສະໄໝ ໃຫ້ຢັບຖອຍອອກໄປ ເທື່ອລະໜ່ອຍ...ແຕ່ທ່າມກາງ ຄວາມສີວິໄລ....ຄວາມສວຍງາມ ຂອງຕຶກລາ ບ້ານຊ້ອງທີ່ແຈ້ງສະຫວ່າງດ້ວຍແສງສີດອກນີອອນໃນຍາມຄໍ່າຄືນນັ້ນ ຕາມ ແຄມ ທະໜົນຫົນທາງ ປູດ້ວຍຄອນກີດ... ໃນຊອກລີກ ມຸມຕຶກ ຍັງແນມເຫັນສິ່ງ ທີ່ເຂົາເອີ້ນວ່າກະຕູບ ຝາກແອ້ມດ້ວຍ ໄມ້ເຮ້ຍ ຫຼື ສັງກະສີເກົ່າໆ..ຂາດ ໝ້ຽງ....ໂອ!ຄວາມແຕກຕ່າງໆ...ນະຄອນຫຼວງ ມັນອາດເປັນ ສະຫັວນຂອງຄົນມີເງິນ ແຕ່ສໍາລັບຜູ້ທີ່ທຸກຈົນ ຂາດໂອກາດ ຫາກິນດ້ວຍສອງຝາມືສີກັນ ມັນກໍ່ ຄືນະລົກເມືອງຄົນນີ້ເອງ....
ສຸດຕາລຸກຂື້ນຢືນ...ມືຂວາຖິ້ມກິດກອກຢາທີຖຶກໄຟຈູດກິດຫ້ຽນຈໍາກົ້ນລົງດິນ ໃຊ້ຕີນຢຽບຂະຫຍີ້ຖິ້ມ....ເຂົົາຫັນໜ້າອັດປະຕູ ແລ້ວກ້າວຂ້າອອກໄປ ດ້ວຍບາດກ້າວ ບໍ່ຄ່ອຍໝັ້ນທ່ຽງ ໃນໃຈກໍ່ຄິດ ຫວະ! ຊິໄປຂໍຖອນເງິນ ລ່ວງໜ້ານໍາ ເຈ້ ເຖົ້າແກ່ ຈີນກ່ອນ ຈະໄດ້ບໍ່ນໍ່....????
ເວລາຢ10 ໂມງເຊົ້າ ອາກາດຮ້ອນອົບເອົ້າຂອງເດືອນເມສາ ນະມູມໜຶ່ງຂອງນະຄອນຫລວງ ຝູງຊົນ ລົດລາ ພາຫະນະ ສ່່ວນສົນ ກິ່ນຄັວນ ລົດຈັກ ລົດໃຫ່ຍ ທີ່ແລ່່ນໄປມາຕາມເສັ້ນທາງທີ່ປູດ້ວຍ ຄອນກີດ ປະສົມກັບອາຍຮ້ອນຂອງແສງແດດໃກ້ສິທ່ຽງພັດມາເປັນຮູດ ຮູ້ສຶກໄດ້ເຖິງຈະຢູ່ຮົ່່ມເງົາຂອງກົກໄມ້ແຄມທາງພຸດບາດ .........
ຕາຍໆໆ......ເປັນຫັຍງສັງມາຂາດວຽກ.....ຈຸໆໆໆ.......ຍິງໄວຫ້າສິບຕົ້ນໆ....ຮູບຮ່າງອ້ວນທ້ວນ ສົມບູນ......ລຸກຢືນຂຶ້ນຈາກຕັ່ງນວມຢ່າງອອກມາສອງສາມກ້າວຢຸດຢືນ
ເທີ່ເລີ້ຕໍ່ໜ້າປະຕູແວ່ນ......ແຂນສອງເບື້ອງງໍໂຄ້ງ...ໃຊ້ຫຼັງມືທໍ້າໃສ່ບັກແອວເຮັດທ້ອງສວດໆ..... ສີໜ້າສະແດງເຖິງຄວາມບໍ່ພໍໃຈ......ນາງງວກໜ້າໄປຫາຝາຫ້ອງທີ່ມີໂມງແຂນຝາຫ້ອຍຢູ່....
ທັງປາກກໍ່ຈົ່ມພືມພໍາອອກມາວ່າ.....
ສາມວັນແລ້ວວຽກຍັງບໍ່ມີຄວາມຂືບໜ້າ....ມື້ນີ້ພັດມາສາຍອີກ.....ຊິເຮັດຢູບໍວຽກຫັນ.......ສັງມາເອົາປານນີ້ ຖ້າແສ່ໂຕ ໃນ່າງນໍ້າຢູ່ໄດ....ລະມື້ໃດຊິແລ້ວ.......
ສຸດຕາ...ຍ່າງສີຍ່ອງໆ ກົົ້ມໜ້າ ແຂນສອງເບື້ອງລູບຕິດໂຕ ......ບ່ອນມີ ເຈ້ຢືນຂວງທາງຢູ່.....
ສຸດຕາ...ເອີ.ມືນີ້ຮູ້ສຶກບໍ່ສະບາຍ......ກະວ່າ!!!.....ຢ່າມາເວົ້າວ່າບໍ່ສະບາຍຢູ່ນີ້ໄດ້....ເຈ້ ຂ້ຽວເວົ້າຕັດຄວາມສຸດຕາ....ຫາລະຂ້ຽວເຂົ້າໄປເຮັດວຽກ....
ມາຢືນຕັດທາງລູກຄ້າຊິເຂົ້າຮ້ານ ຢູ່ນີ້ໃດ.... ໄປໆໆ...ເຈ້ໃຫ່ຍທັງເວົ້າທັງໃຊ້ມື ກັວກສີໄວໆໃຫ້ສຸດຕາເຂົ້າໄປທາງຫຼັງ.....
ເນື່ອງຈາກເຈ້...ໄດ້ຊື້ເອົາຕຶກ ອາຄານ ດັ່ງກ່າວຈາກຄົນລາວມາເປັນຮ້ານຂາຍເຄື່ອງໄຟຟ້າຄົບວົງຈອນ.....ສະນັ້ນເພື່ອຄວາມສະດວກສະບາຍເຈ້ໄດ້ຈ້າງສຸດຕາມາ ມ້າງຫ້ອງນໍ້າເກົ່າອອກ...
ແລະໃຫ້ປັບປຸງຫ້ອງນໍ້າໃຫ້ດວກສະບາຍ....ປ່ຽນຈາກຫົວສ້ວມແບບນັ່ງຢອງມາເປັນສັກໂຄກ...ມີອ່າງແຊ່ຕົວ ແລະຕິດຕັ້ງເຄື່ອງທໍານໍ້າອຸ່ນ ......ຕິດກະໂລ ຕິດແວ່ນ ຕິດດອກໄຟ....
ສິ່ງອໍານວຍຄວາມສະດວກຄົບຊຸດ......ໃນຫ້ອງນໍ້າ......
ຄິດວ່າຈະໄດ້ເງິນ......ສຸດຕາຄິດໃນໃຈ.......ເອົາ!ຖ້າບໍ່ອົດທົນເຮັດບໍ່ມີທາງດອກຈະໄດ້ເງິນ....ສຸດຕາເວົ້າໃນໃຈກັບຕົນເອງ...ພ້ອມທັງກ້າວຍ່າງເຂົ້າໄປໃນຕຶກເບື້ອງຫຼັງບ້ານ......
ເຂົາຍ່າງເຂົ້າໄປຈົນສຸດຫ້ອງທີ່ໂອ່ໂຖງກ້ວາງຂວາງແລະຂັບຄາໄປດ້ວຍສິ່ງຂອງທີ່ເປັນສິນຄ້າ ທີ່ເຈ້ນໍາເຂົ້າມາຈາກປະເທດຈີນ......
ເຂົາເປີດປະຕູອອກມາ.....ຟ້າເອີຍ!!!...ສຸດຕາ ກວດສາຍຕາເຂົ້າໄປໃນຫ້ອງ......
ເຂົາຢ່ວງຂາເຂົ້າໄປໃຊ້ຕີນ ສໍາພັດກັບກະໂລ....ເຂົາຍ່າງມາປົງກົ້ນລົງທີ່ຂອບອ່າງອາບນໍ້າສໍາເລັດຮູບທີ່ເຈ້ ຊື້ມາ....ສາຍຕາຂອງເຂົາເລືອກແນມ...ເເຫງນໜ້າສໍາຫຼວດເບິ່ງໄປທົ່ວຫ້ອງ...
ໃຊ້ມືລູບຄໍາຂອບອ່າງ....ໃນໃຈກໍ່ຄິດ.....ໂອວາດສະໜ້າ.....ນີ້ຄືຫ້ອງນໍ້າໄດນີ້ເນາະ.....ເຂົາຄິດແລະຖາມໂຕເອງ.....
ເຂົາກົ້ມແນມເບິ່ງຕີນຕົນເອງທີ່ເປື້ອນເປີ ດໍາມຸມ ແຕກລະແຫງຕາມສົ້ນໜ່ອງແລະຝາຕີນ....ເບິ່ງແລ້ວມັນບໍ່ເໝາະສົມເລີຍທີ່ຈະໃຊ້ຕີນນີ້ຢຽບຢໍ່າ ສໍາພັດກັບພື້ນທີ່ກ້ຽງງາມ....
ເຂົານຶກເຖິງຫ້ອງເຊົ່ານ້ອຍໆຂອງເຂົາ...ທີ່ມີພຽງແປນໂດກຫ້ຽນເປືອນດໍາແລະສັງກະສີໝ້ຽງໂດກເປັນຮູຈ່ອງປ່ອງແຈ່ງແປ່ງ...ຄິດເຫັນຝ້າປູທີ່ນອນສົບໜອນແລະຜ້າຫົ່ມເກົ່າໆ ຂາດໆ...
..ໂອມັນຊ່າງແຕກຕ່າງກັນເຫຼືອເກີນ....ນໍຊີວິດຄົນ.....ເຮົາເຮັດວຍກລອດຕາຍ...ໃນແຕ່ລະວັນໄດ້ເງິນພຽງໄດ້ຊື້ເຂົ້າກິນພໍພຽງຢາໃສ...ແລະໃຊ້ຊອຍຈ່າຍຄ່າເຊົ່າຄ່ານໍ້າ ຄ່າໄຟຍັງບໍ່ພໍ....
ແຕ່ເຈ້......ແຕ່ລະວັນນັ່ງຢູ່ຫ້ອງແອເຢັນສະບາຍ...ແຕ່ມີເງິນໃຊ້ຈ່າຍ ຊື້ຂາຍບໍ່ອຶດບໍ່ຢາກ....ມີຄົນນົບໜ້ອມສະເໜີໜ້າມາຮັບໃຊ້ເຮັດວຽກແທນທຸກຢ່າງ............