ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ມັນເປັນພຽງເລື້ອງຊວນຫົວ ຢ່າຄິດຫຼາຍ....

ເລີ້ມເລີຍເນາະ....

ມີແມ່ໝ້າຍຄົນໜຶ້ງ ອາໃສຢູ່ຄົນດຽວລໍາຟັງຜົວຂອງນາງຕາຍປະດົນແລ້ວ ລູກເຕົ້າ ພີ່ນ້ອງກໍ່ບໍ່ມີ

ຊີວິດນາງແສນອ້າງຫວ້າງ... ແຕ່ລະຄືນແຕ່ລະວັນ ມີແຕ່ຄວາມເຫົງາ ໂດດດ່ຽວ ປ່ຽວຝອຍ...ດໍາລົງຊີວິດດ້ວຍການເຮັດສວນ ຂ້າງເຮືອນນາງປູກກົກພ້າວກົກໝາກຮຸ່ງ

ປູກຜັກປູກແຕງອຶ້ນໆ....

ຄໍາມືດມາ ຍ້ອນ ເຮືອນນາງເປັນເຮືອນຕູບຫຼັງນ້ອຍຝາແອ້ມດ້ວຍແຕະໄມ້ເຮ້ຍທັງໂດກທັງຫຽ້ນເປັນຮູຈົ່ງໂປ່ງ......

ຄືນໜຶ໋ງເປັນຄືນເດືອນເພັງແມ້ວ່າເປັນຍາມຄໍ່າຄືນ ທ້ອງຟ້າກໍ່ຍັງແຈ້ງສະຫວ່າງດ້ວຍແສງເດືອນ(ແສງຈັນ)....

ສາວແມ່ໝ້າຍກິນເຂົ້າແລງແລ້ວກໍ່ເຂົ້ານອນແຕ່ຫົວຄໍາ...ນາງພິກຂ້າງໄປສະແຄງຂ້າງມາກໍ່ນອນບໍ່ລັບ

ແມ່ໝ້າຍ:ນາງຄິດໃນໃຈ... ໂອຍເປັນຫັຍງ ນໍສັງມານອນບໍ່ລັບ...ຫຼືວ່າ....ເປັນຍ້ອນ ຮູເໝັ້ນນີ້...ນາງທັງຄິດທັງຈົກມືເຂົ້າຫາໂນນຍຸມ້ຍະຂອງຕົວເອງ

ໂຍ....ແນວໄປແຕ້ ໄປລູບ  ມັນເນາະ ອາລົມບູບບາບມັນກໍ່ຄ່ອຍໆເຮັດໃຫ້ນາງບໍ່ຢາກວາງມືອອກຈາກບ່ອນນັ້ນ ນາງທັງລູບທັງຄໍາ ທັງຈົກເຂົ້າໄປດ້ວຍຈັງຫວະອາລົມພາໄປ...

ແມ່ໝ້າຍ:ຄິດໃນໃຈ...ນອນບໍ່ລັບກໍ່ຍ້ອນ ມັນນີ້ແລະ...ນາງທັງຄິດ ທັງລຸງຂຶ້ນ ແລ້ວຍ່າງໂກ່ງໂກ້ຍໄປຂ້າງເຕົາໄຟ.....ນາງຈັບໄດ້ໝາກແຕ່ງໜ່ວຍໜຶ້່ງພໍເໝາະພໍດີມືື...

ແມ່ໝ້າຍ: ກັບມານອນທີ່ນອນຄືເກົ່າ ...ບໍ່ໄດ້ຊັກຊ້າ  ອາລົມຂ້າງ...ເຮັດໃຫ້ນາງ ພ້າວ ເອົາໝາກແຕງ ທີ່ນາງຈັບມາແຕ່ເຮືອນຄົວ ສູບໃສ່ ຮູເໝັນຂອງນາງ

ຄ່ອຍໆບັນເລງເພງ  ໂຍກ ຂື້ນລົງ ຍັດເຂົ້າ  ຖ່ອຍອອກຍ່າງມີຈັງຫວະ ລີລາ ທັງລັບຕາ ທັງກັດ ແຂ້ວ ຍັງບໍ່ແລ້ວ ....

         ບັງເອີນຄືນນັ້ນເດັກນ້ອຍໄວ້ລຸ້ນຂີ້ລັກ ເກາະກຸ່ມກັນພາກັນຫາລັກ...... ຄວາມຈິງເຂົາກໍ່ບໍ່ໄດ້ຫັວງ ທີ່ຢາກຈະລັກຫັຍງດອກ ....

ສິ່ງທີ່ເດັກນ້ອຍຢາກລັກກໍ່ຄືໝາກພ້າວທີ່ດົກໜ້າເປັນແຊງຢູ່ເທິງກົກຂ້າງເຮືອນແມ່ມ້າຍນັ້ນເອງ...

ເດັກນ້ອຍ:  ຫຼັງຈາກປຶກສາກັນແລ້ວກໍ່ຄ່ອຍ ຈອບເຂົ້າຫາກົກພ້າວ ...

ບັກໜຶ່ງຄ່ອຍຊິມ່ໃສ່ຫູໝູ່ຕົນ ລະວັງເດີຄ່ອຍປິນຂຶ້ນໄປ  ກູສອງຄົນຊິຖ້າມຶງຢູ່ນີ້.....

ແມ່ໝ້າຍ:ນາງບໍ່ໄດ້ສົນຝົນຈະຕົກຟ້າຈະຮ້ອງກໍ່ບໍ່ໄດ້ສົນວ່າຊັ້ນສາ ນາງຍັງຄົງບັນເລັງເພງຂອງລາວຕໍ່ໄປ...

ເດັກນ້ອຍ:ພໍຕົກລົງກັນແລ້ວບັກໜ່ຶ່ງກໍ່ຄ່ອຍໆປີນຂຶນໄປ...ທັງປິນທັງຟັງສຽງຢ້ານເຈົ້າຂອງເຮືອນ(ແມ່ໝ້າຍຮູ້)

ແມ່ໝ້າຍ:ຍ້ອນອິນ ກັບໝາກແຕງ ແລະຈັງຫວະ ໂຍກຂຶ້ນລົງ ນາງກໍ່ຄ່ອຍໆຄວນຄາງອອກມາຄ່ອຍໆ...ຄືຄົນແທ້ເດ...ຄືຄົນແທ້ເດ....

ເດັກນ້ອຍ:ມິສະຕິຢູ່ແລ້ວ ຍ້ອນໄປຂີ້ລັກ  ເຖິງແມ້ໝ້າຍຈະຄວນຄ້າງອອກມາຄ່ອຍໆມັນກໍ່ພໍໄດ້ຍິນ...ບັກປິນຕົ້ນພ້າວຢຸດປິນມັນຫຼຽວໜ້າໄປຫາເຮືອນແມ່ໝ້າຍ ກັ້ນໃຈ ກອດຕົ້ນພ້າວໂອ້ນໂຕ້ນຢູ່ກາກກົກ. ແຕ່ບໍ່ຍອມລົງມັນຍັງຄົງຟັງສຽງເຈົ້າຂອງເຮືອນຢ່າງຈົດຈໍ່.........

ແມ່ໝ້າຍ:ມີຄວາມສຸກແຮງ  ໃກ້ຊິເຖິງຈຸດສຸດຍ້ອນ ...ຈາກທີ່ເຄີຍຄາງຄ່ອຍໆ ກໍ່ເປັງສຽງອອກມາພ້ອມທັງໂຍກຂື້ນລົງບາດຖີ່ໆວ່າ ຄືຄົນແທ້ເດ...ຄືຄົນແທ້ເດ...ຄົນນນນໆໆໆໆໆ....

ເດັກນ້ອຍ:ບັກປິນຕົ້ນພ້າວ ຖາມຕົວເອງ ມັນເຫັນກູ ແລ້ວຕົວະ...  ພ້າວຕະລູດເອົາເອີກຖູກົກພ້າວລົງມາກະໂດດແລ່ນຍ່າງບໍ່ຄິດຊີວິດ....ຈົບ...............

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ມີສອງຜົວເມຍອາໃສຢູ່ເຂດຊານເມືອງ ເປັນຄູ່ຜົວເມຍ ແບບວ່າຜົວແກ່ ເມຍສາວວ່າຊັ້ນເຖາະ...

ຍ້ອນອາຍຸແກ່ແດ່ກໍ່ເຮັດໃຫ້ສຸຂະພາບບໍ່ແຂງແຮງ

ຄືນໜຶ່ງນະທີເຮືອນຫຼັງໜຶ່ງທີ່ຕັ້ງຢູ່ຂ້ອນຂ້າງປ່ຽວຈາກເຮື້ອນຫັຼງອຶ່ນໆ ມັນເປັນເຮືອນຮ້ານແບບລາວໆເຂດນອກ

ໃນຄືນທີ່ຫງຽບສະຫງັດໃນຫ້ອງນອນຍ້ອນເມຍເປັນຍິ່ງຍັງສາວຂ້ອນຂ້າງມີຄວາມຕ້ອງການທາງວ່ານັ້ນລະແຕ່ຟ້າເອີຍ...ຫຼາຍຄືນແລ້ວຜົວນອນປິ່ນຫັຼງໃສ່....

ເມຍ: ເອົາລະເປັນຈັ່ງໃດກໍ່ເປັນ...ນາງສະແຄງຕົວມາເຕາະໆຜົວ...

ຜົວ:ທີ່ນອນປິ່ນຫຼັງໃສ່ ປິ່ນໜ້າມາແຕ່ຍັງຄົງບໍ່ເນັງບໍ່ຕີງຢູຄືເກົ່າ...

ເມຍ:ຖອນຫາຍໃຈ...ບຶດໜິ່ງກໍ່ຄົວມືມາຈັບນ້ອງຊາຍຂອງຜັວ...ໂອຍສັງມານອນຄໍຕົກຢູ່ຈັ່ງຊີ້...ເມຍຄິດໃນໃຈ...

ຜົວ:ຂ້ອຍເພຍນະຂໍນອນໄດ້ບໍ່....

ເມຍ:ບໍ່ປາກ....ແຕ່ຍັງເອົາມືມານ່ຽງນ້ອງຊາຍຜົວຢູ່ຈັ່ງຊັ້ນ ຫັວງປຸກໃຫ້ມັນຕື່ນ...

ຜົວ: ຄ່ອຍໆຕາຊື່ນຂຶ້ນມາ ເມື່ອເມຍກວນ ,,,,

ພໍດີເປັນມື້ຂີ້ລັກຂື້ນມາລັກເຄື່ອງຢູ່ເຮືອນດັ່ງກ່າວ...

ໂຈນ:ໄດ້ໂອກາດແລ້ວ ເລີຍຄ່ອຍໆເອົາໄມ້ກ່າຍແລ້ວ ປີນຂີ້ນເຮືອນ...

ເມຍ:ກວນມາຊ້ວງເວລາໜຶ່ງ ນ້ອງຊາຍຂອງຜົວກໍ່ຄ່ອຍໆຕິ່ງພອງໂຕຂຶ້ນ ເມຍດີໃຈ...ຄ່ອຍໆເປັ່ງສ໋ຽງອອກມາ  ອ້າຍໆ ຂຶ້້ນແລ້ວ ຂຶ້ນແລ້ວ...

ຜົວ:ບໍ່ປາກ ຍັງຄົງເສີຍຢູ່...

ໂຈນ:ໄດ້ຍິນສຽງແວ້ວໆ ມັນກໍ່ສະຫັງດ ຢຸດທັງໆທີ່ຍັງເກາະຢູ່ຂອບປ່ອງຢ້ຽມແບບກັ້ນໃຈສຸດຂີດຄິດວ່າເຈົ້າຂອງເຮືອນຮູ້ຈັກວ່າຕົ້ນປີນຂຶ້ນເຮືອນເພິ່ນ...

ເມຍ:ຄິດໃນໃຈ...ແນລົງແລ້ວ...ພ້ອມທັງຖອນຫາຍໃຈ...ແຕ່ຍັງບໍ່ໝົດຄວາມຕັ້ງໃຈ...ຍັງສືບຕໍ່ໂກຍຄໍາຢູ່ຈັ່ງຊັ້ນ,,,,

ໂຈນ:ບັນຍາກາດຫງຽບສະຫັງດ,,,ສືບຕໍ່...ມັນຄ່ອຍໆໃຊ້ແຂນທັງສອງເບື້ອງດຶງໂຕມັນຂື້ນປີນ ແລະປ່ອນຫົວເຂົ້າໄປ ກໍາລັງຈະຍົກຂາຂ້າມເຂົ້າປ່ອງຢ້ຽມໃນເຮື້ອນ

ເມຍ:ອ້າຍໆ ມັນຂຶ້ນແລ້ວ ຂຶ້ນແລ້ວ ຜູ້ເປັນເມຍທັງເວົ້າ ທັງດີໃຈ ຫັວງບອກໃຫ້ຜົວເຮັດວຽກ
ຜົວ:ຮູ້ສຶກຕົວ ຕະຫຼອດເວລາ ວ່ານ້ອງຊາຍຕົນເອງ ກຽມພ້ອມແລ້ວ ເລີຍເວົ້າອອກມາວ່າ  ຢ່າປາກ ອ້າຍຊິແທງມັນເອງຈົນເລືອດອອກພຸນລະ  ຮາາ,,,,

ໂຈນ:ໄດ້ຍິນສຽງເຈົ້າຂອງເຮືອນເວົ້າຈັ່ງຊັ້ນຄິດວ່າ ເຈົ້າຂອງເຮືອນຮູ້ຈັກວ່າຕົນຂື້ນເຮືອນເຂົາ ຈິ່ງຕົກໃຈ  ເຄື່ອງເຮືອນກໍ່ບໍ່ທັນໄດ້ຫັຍງ ພ້າວມະດຶກ ຕຶກຕັກໂລດລົງເຮືອນແລ່ນໜີໄປດ້ວຍຄວາມຍ້ານກົວ.,................
 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕາມອ່ານພົບມີຫຼາຍໆກະທູ້ທີ່ສະມາຊິກພັນລາວໄດ້ຍິບຍົກບັນຫາສິ່ງຫຍໍ້ຖໍ້ທີ່ເກີດຂື້ນຈາກຊາວຕ່າງດາວທີ່ເຂົ້າມາດໍາລົງຊີວິດຫາກິນໃນປະເທດລາວ...

ເຊັ່ນວ່າບາງກະທູ້ກໍ່ຍິບຍົກບັນຫາຊາວຫວຽດນາມເຂົ້າມາລາວແລ້ວເຮັດແນວສິ່ງບໍ່ດີໃນສັງຄົມບ້ານເມືອງຂອງລາວ...ເຊັ່ນມາຊື້ເຫຼັກເສດ ຂີ້ລັກ ຊູຊີຂາຍເຄື່ອງໃນສະຖານທີ່ຕ່າງໆ ອຶ່ນໆ....

ມີບາງກະທູ້ກໍ່ຍິບຍົກນໍາເອົາຮູບພາບຄວາມຈະເລີນຂອງປະເທດຈີນ...ມາເອກອ້າງຈູງໃຈ...ໃຫ້ຄົນລາວເຮີ່ຕາມ ສັງຄົມຄວາມສີວິໄລຂອງຊາດເຂົາ.....

ຄິດວ່າແນວຄວາມຄິດຂອງເພື່ຶອນໆພັນລາວຄິດວ່າບຸກຄົນເຫຼົ່ານັ້ນຕັ້ງກະທູ້ແບບມີແນວຄິດແອບແຝງໃຫ້ຄົນລາວມີທ່າອ່ຽງແນວໃດຕໍ່ບັນດາເພື້ອນບ້ານຂອງເຮົາ...

ຄິດວ່າຜູ້ຕັ້ງກະທູ້ມີແນວຄິດຈັ່ງໄດຕໍ່ປະເທດລາວ...ໃຜທີ່ຈິງໃຈຊ່ວຍລາວໂດຍບໍ່ຫັວງປະໂຫຍດແອບແຝງຍັງມີອີກບໍ່...

ຊ່ວຍໃຫ້ຄວາມເຫັນແດ່ເພື່ອນພັນລາວ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມີຫຼາຍຄົນມັກເວົ້າວ່າຄົນເປັນສັດປະເສີດມີຄວາມສະດຸກໄວ ສະຫຼາດ ມີໄຫວພິກ.....

ຕ່າງກັບສັດທົ່ວໄປທີຄົນ ມັກອ້າງອິງວ່າ ສັດນັ້ນເປັນສັດເດຍລະສານ  ດໍາລົງຊີວິດຕາມສັນຊາດຕະຍານ...

ເພາະສະນັ້ນການທີ່ຢາກເຮັດໃຫ້ຄົນສະດຸ້ງຕື່ນຕົວ ເຮົາຄວນຕີ...(ດັ່ງຄໍາສຸພາສິດທີ່ວ່າຮັກງົວໃຫ້ຝູກ ຮັກລູກໃຫ້ຕີ....)

ແຕ່ການຕີຄົນໃຫ້ເຈັບແສບແລະຈົດຈໍາກໍ່ຄືຕ້ອງຕີດ້ວຍສະຕິປັນຍາ...ຕີດ້ວຍວາຈາ...ຕີດ້ວຍເຫດດ້ວຍຜົນ...

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄົນລາວຕົກເປັນຂີ້ຂ້າມ້າໃຊ້ໃຫ້ຕ່າງຊາດມາຫຼາຍເຊັ່ນຄົນ...

ເພາະສະນັ້ນປະຈຸບັນແມ້ປະເທດລາວຈະໄດ້ຮັບການປົດປ່ອຍມາສາມສິບກ່ວາປີແລ້ວ...

ແຕ່ຈິດສໍານຶກຂອງຄົນລາວສ່ວນຫຼາຍຍັງຄົງຝັງເລິກໃນສາຍເລືອດ.ຍັງຄົງສິ້ນເຄີຍແລະພໍໃຈກັບການເປັນຂີ້ຂ້າມ້າໃຊ້ ໃຫ້ຄົນຊາດອຶ່ນມາຂົ່ມເຮັງ.ແລະໃຊ້ແຮງງານ...

ເປັນຫັຍງຈິ່ງເວົ້າຈັ່ງຊີ້???....

ຄົນລາວເພື່ອນຮ່ວມຊາດ ທີ່ໜ້າສົງສານເອີຍ....ຕື່ນສາ...ຕື່ນຈາກການລັບໄຫຼ....

ຕື່ນສາ ຕື່ນຂື້ນມາກ່ອນວັນເວລາຈະສາຍເກີນໄປ....

ຕື່ນສາ ຄົນລາວທີ່ເປັນທີ່ເພິ່ງຂອງຄົນລາວທັງຊາດ...ຕື່ນມາຊ່ວຍຊູ ແກ່ດຶ່ງເອົາ ຄົນລາວ ອີກຫຼາຍໆເຜົ່າຊົນຫຼາຍໆຊີວິດ ທີ່ອ່ອນແຮງ ລໍຖ້າທ່ານຊ່ວຍຊູເພື່ອຈະກ້າວເດີນໄປດ້ວຍກັນ...

-ຄົນລາວ ທີ່ພຽບພ້ອມດ້ວຍສິດອໍານາດ ກຽດຕິຍົດຊື່ສຽງທີ່ ເປັນຕົວແທນຂອງຄົນທັງຊາດເອີຍ...ທ່ານພໍໃຈແລ້ວບໍ ທີ່ທ່ານມີຊີວິດທີ່ດີ ແຕ່ພີ່ນ້ອງຮ່ວມຊາດ

ຮ່ວມສາຍເລືອດ ຂຶ້ນຊື່ວ່າເປັນຄົນລາວຄືກັນ ກັບທ່ານ ກັບຈົມຢູ່ໃຕ້ກົ້ນເຫວ ແສນເລືກ ຄອຍໃຫ້ຕ່າງຊາດມາຂູດຫີດແຮງງານຕາມໂຮງຈັກໂຮງງານ ນິຄົມຮ້າງຮ້ານ...

-ຄົນລາວທີ່ພຽບພ້ອມດ້ວຍສິດອໍານາດ ກຽດຕິຍົດຊື່ສຽງ...ທ່ານພໍໃຈແລ້ວບໍ ທີ່ທ່ານສາມາດເດີນ ເຫີນໄດ້ດ້ວຍກໍາລັງແຮງທີ່ສຸກດັນຈາກປວງຊົນທັງຊາດ...

ແຕ່ທ່ານກັບບໍ່ຍອມຫຼຽວຫັຼງມາຊ່ວຍຊ້ວນຊູເອົາຄົນເລົ່ານັ້ນທີ່ຂື້ນຊື່ວ່າຄົນລາວ ສາຍເລືອດລາວ ເດີນໄປຄຽງບ່າຄຽງໄລ່ກັບທ່ານ...

     ສຸພາສິດບູຮານລາວກ່າວເອົາໄວ້ວາ(ໄມ້ລໍາດຽວລ້ອມຮົ້ວບໍ່ໄຂ່ວ ໃຜ່ບໍ່ພ້ອມ ສ້າງບ້ານບໍ່ເຮືອງ.)

ເລີ້ມຕົ້ນແຕ່ວັນນີ້ສາ...ເລີ້ມຕົ້ນຫຼຽວຫັຼງມາ...ແນມເບິ່ງແມ...ຜືນແຜນດິນຂອງປະເທດລາວແສນກ້ວາງໃຫ່ຍແລະອຸດົມສົມບູນ...ຖ້າທຽບໃສ່ພົນລະເມືອງລາວທີ່ມີບໍ່ພໍເທົ່າໃດລ້ານຄົນ...

-ສົ່ງເສີມຄົນລາວດ້ວຍກັນໃຫ້ເຂົາເຈົ້າເປັນນາຍຊີວິດຂອງເຂົາເຈົ້າແມ....ດີກວ່າຈະສົ່ງເສີມໃຫ້ຄົນລາວເປັນຂີ້ຂ້າກໍາມະກອນ ໝາຮັບໃຊ້ຄົນຊາດອຶ່ນ...

(ເພາະທີ່ຜ່ານມາລາວບໍ່ຢາກສົ່ງເສີມລາວດ້ວຍກັນບໍ່ວ່າດ້ານໃດໆ)

-ສົ່ງເສີມປະຊາຊົນຄົນລາວທີ່ທຸກຈົນໃຫ້ໄດ້ຮັບການສຶກສາ...ມີອາຊີບການງານທີ່ໝັ້ນຄົງສາມາດລ້ຽງຊີບເຂົາເຈົ້າໄດ້...(ທີ່ຜ່ານມາເຫັນແຕ່ສົງເສີມລູກຫຼານຄົນລວຍ ຜູ໊ຮູ້ແຕ່ຈັບພວງມະໄລລົດ ຮູ້ຈັບແຕ່ຈອກເບຍ ...ແລ້ວເປັນແນວໃດ ຊີວິດເຂົາອຸດົມສົມບູນແລ້ວ ...ຈົບມາເຂົາຕັ້ງໃຈຜັນຂະຫຍາຍຄວາມຮູ້ຄວາມສາມາດ ປະກອບສ່ວນຄວາມຮູ້ຄວາມສາມາດຕາມບົດຮຽນທີ່ຮຽນມາບໍ???

-ຄວນເລືກເຟັ້ນສົ່ງເສີມບຸກຄະລາກອນຕາມເງື່ອນໄຂ...ຜູ້ທີ່ເຄີຍເປັນຄົນທຸກເຄີຍຈັບຈົກຈັບພ້າ ເຄີຍອອກແຮງານຫັຼງສູ່ຟ້າໜ້າສູ່ດິນກໍ່ຄວນສົ່ງເສີມຮໍ່າຮຽນວິຊາການ

ທີ່ເໝາະສົມກັບຄົນ...ຈົບມາເຂົາຈິ່ງເຮັດວຽກຢ່າງມີປະສິດທີ່ພາບ...ຜູ້ທີ່ບໍ່ເຄີຍອກແຮງານດ້ວຍຕືນມືກໍ່ຄວນສົ່ງເສີມເພີ້ມຄວາມຮູ້ວີຊາການດ້ານອື່ນທີ່ແທດເໝາະ...

-ດິນແດນລາວອອກກ້ວາງໃຫ່ຍແລະອຸດົມສົມບູນ...ຄວນຈັດສັນປັນແບ່ງ ຕັ້ງກຸ່ມຜະລິດປູກພືດ ລ໊ຽງສັດ ຕາມພື້ນທີ່...ເຂດເໝາະສົມລ້ຽງສັດກໍ່ສົ່ງເສີມລ້ຽງສັດ ເຂດເໝາະປູກຢາງ ປູກກາເຝ ກ້ວຍອ້ອຍ ຜັກມັນຕ່າງໆກໍ່ສ່ົງເສີມ ລົງທຶນ...ເພາະທີ່ຜ່ານມາເຫັນແຕ່ສົ່ງເສີມສະເພາະຜູ້ທີ່ມີເງິນ ມີຊັບສິນຄໍ້າປະກັນທະນາຄານຈິ່ງໃຫ້ກູ້...ພາກສ່ວນບໍ່ມີເງື່ອນໄຂກູ້ ກໍ່ຄວນຈັດຕັ້ງກອງທຶນ ຫຼືກຼ້ຢືມຈາກພາຍນອກມາ

ສົ່ງເສີມເປັນກົນຈັກຝຸ່ນປຸຍ ຊອກວິຊາການທີ່ຊ່ຽວຊານມາຊ່ວຍ ...ແລ້ວຄ່ອຍໄລ່ລຽງຜ່ອນຕາມພາຍຫັຼງຖ້າຢາກຊ່ວຍ

ອາດຈະດີກ່ວາໃຫ້ຄົນຕ່າງຊາດມາສໍາປະທານແລ້ວໃຫ້ຄົນລາວໃນພື້ນທີ່ຮັບຈ້າງຂາຍແຮງງານໃຫ້ເຂົາ....ຄົນຊາດອຶ່ນຂຶ້ນຮອດເດືອນຮອດດາວ ...ຄົນລາວຖ້າແມ້ແຕ່ເຂັມດວງດຽວ

ກໍ່ຍັງຄົງອາໃສຊາດອື່ນແລ້ວປານໃດລາວຈະພົ້ນຈາກຄວາມດ້ວຍພັດທະນາ...ຖ້າພົ້ນອອກຈາກຄວາມດ້ອຍພັດທະນາໄດ້  ກໍ່ພຽງໃນນາມ   ແລ້ວຄົນລາວທັງຊາດພູມໃຈກັບມັນແລ້ວບໍ່???

ເຊື່ອວ່າ:ຖ້າເຮັດໄດ້ຄືເວົ້າ...ໄວໜຸ່ມຄົນລາວ ຫຼາຍສິບພັນຄົນຫຼາຍແສນຄົນ ຄົງຈະບໍ່ຫອບສັງຂານເຂົ້າໄປເປັນກູລີ ຕາມໂຮງຈັກໂຮງານໃຫ້ນາຍຈ້າງຕ່າງຊາດໜ້າເລືອດຂູດຮີດແຮງງານດອກ...

ເຊື່ອວ່າຄົນລາວຫຼາຍສິບພັນຄົນ ຄົງບໍ່ຫອບສັງຂານໄປຂາຍແຮງງານຢູ່ຕ່າງຊາດໃຫ້ເຂົາເອີ້ນວ່າແຮງງານເຖື່ອນ.ເປັນເຢື່ອຄ້າມະນຸດຂ້າມຊາດດອກ...

    ຢ່າຫາວ່າສອນແຂ້ລອຍນໍ້າເລີຍ...ໃຫ້ຖືວ່າເປັນສຽງໝາຫອນຕອນຄົນລາວກໍາລັງລັບໄຫຼກໍ່ແລ້ວກັນ.....