
ຂຽນເມື່ອ: ມ.ກ.. 8, 2013
| ມີ
14 ຄຳເຫັນ
ແລະ
0 trackback(s)
ຊັບສິນຕ່າງໆ ຊີວິດຮ່າງກາຍ ແມ້ແຕ່ຈິດວິນຍານ ກໍ່ບໍ່ຮູ້ວ່າຈະມີຄວາມໝາຍໃດ ໃຫ້ໂລກ ໃຫ້ຄົນ ຮັບຮູ້ເຖິງຕົວຕົນຂອງເຮົາ ໃນເວລານັ້ນມາເຖິງ
ຄວາມດີບາງຄັ້ງ ຖ້າບໍ່ເປັນປະໂຫຍດ ແກ່ກຸ່ມຄົນໃດໜຶ່ງ ກໍ່ມັກຈະຖືກປະຕິເສດແລະຖືກທໍາລາຍໃຫ້ສູນສິ້ນໄປຕາມການເວລາ
ດັ່ງເຊັ່ນ ບັນພະບູລຸດ ນັກປາດ ຄົນເດັ່ນໆດັງໆ ໄດ້ສ້າງໄວ້ກັບສັງຄົມບ້ານເມືອງ ເມື່ອຄວາມດີທີວ່ານັ້ນ ຫາກບໍ່ແທດເໝາະກັບຍຸກສະໄໝ...
ເພາະສະນັ້ນ ການເກີດມາດໍາລົງຢູໃນຊ້ວງເວລານັ້ນໆ ແລະຈາກໄປ ລ້ວນແຕ່ເປັນວັດທະຈັກ ເພາະສະນັ້ນຊ້ວງເວລາທີ່ມີຊີວິດ
ທີ່ແສນສັ້ນ ຄວນຈະຢູ່ກັບມັນຢ່າງເຕັມໃຈແລະກອບໂກຍເອົາຄວາມສຸກ ທາງກາຍ ໃຈ ໃຫ້ເຕັມທີ່... ແຕ່ຢ່າຫາ ຄວາມສຸກບົນຄວາມທຸກຂອງຄົນອຶ່ນ
ເພາະສຸດທ້າຍແລ້ວ ຄວາມສຸກທີ່ໄດ້ຮັບນັ້ນກໍ່ຈະນໍາມາເຊິ່ງຄວາມທຸກເຊັ່ນກັນ.............