ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກໄດອາລີ່ກອ່ນ ລວມກັບ 50 ຂໍ້ກ່ອນກະເປັນ 100 ພໍດີ

ບາງຂໍ້ກະຕື່ມໃສ່ເອງແນ່ ບໍ່ຖືກຕາມຕົ້ນສະບັບເດີມປານໃດ

                                ໄປອ່ານກັນເລີຍ

51. ບໍ່ມີໝໍຄົນໃດທີ່ຈະຖ້າໃຫ້ຄົນປ່ວຍໃກ້ຈະຕາຍແລ້ວຈຶ່ງຊ່ວຍ

52. ເພື່ອນເຈົ້າກໍ່ຄືກັນຢ່າປະໃຫ້ເຂົາຕາຍແລ້ວຈຶ່ງໄປຖາມຫາຫຼືເບິ່ງແຍງ

53. ຮ່າງກາຍຄົນບໍ່ແມ່ນເຄື່ອງຈັກ ໃຫ້ມັນພັກຜ່ອນແດ່

54. ເຈົ້າຊື້ໂມງໄດ້ ແຕ່ເຈົ້າບໍ່ສາມາດຊື້ເວລາໄດ້

55. ຕອນນີ້ມີໃຜບາງຄົນຖ້າເຈົ້າຢູ່ຫຼືບໍ່ ຖ້າມີກໍ່ຈົງກັບໄປຫາເຂົາສາ

56. ຕອນນີ້ເຈົ້າກຳລັງລໍຖ້າໃຜບາງຄົນບໍ ແລ້ວຈະລໍຖ້າແບບນີ້ໄປດົນປານໃດ ພະຍາຍາມເຮັດອັນອື່ນແນ່

57. ຢ່າເວົ້າຄຳວ່າຂໍໂທດດຸຫຼາຍ ເພາະມີອີຫຍັງດີໆຕັ້ງຫຼາຍຢ່າງໃຫ້ເຮັດແລ້ວບໍ່ຕ້ອງຕາມໄປຂໍໂທດ

58. ຕອນເຈົ້າທຸກຍາກລຳບາກເຈົ້າຄິດຮອດໃຜ ເຈົ້າຢາກໃຫ້ໃຜຊ່ວຍເຫຼືອ?

59. ຕອນນີ້ເຈົ້າກຳລັງສະບາຍຢູ່ ແລ້ວຄົນທີ່ເຈົ້າຂໍຄວາມຊ່ວຍເຫຼືອຈາກເຂົາເດ ໝົດປະໂຫຍດແລ້ວບໍ?

60. ເຮັດຫຍັງກໍ່ໄດ້ໃຫ້ຕົນເອງມີຄວາມສຸກ ແຕ່ບໍ່ແມ່ນຢູ່ເທິງຄວາມທຸກຂອງຄົນອື່ນ

61. ຕອນນ້ີເຈົ້າກຳລັງອ່ານປະໂຫຍກນີ້ ແລະ ຈົ່ງຈຳໄວ້ວ່າເຈົ້າເປັນຄົນ ແລະ ຍັງມີຊີວິດຢູ່

62. ແມ່ນໃຜເປັນຄົນເຮັດໃຫ້ເຈົ້າມີຊີວິດ ຕອບແທນເຂົາແລ້ວຫຼືຍັງ

63. ບໍ່ຕ້ອງລໍຖ້າຮອດວັນພິເສດໃດໆພຽງແຕ່ເຂົ້າໄປບອກຄຳວ່າຮັກກໍ່ພຽງພໍແລ້ວ

64. ຢ່າຖ້າໃຫ້ຮອດວັນເກີດໝູ່ ແລ້ວຈຶ່ງລົມກັນຫຼືໃຫ້ຂອງຂວັນ

65. ບໍ່ມີກົດໝາຍໃດຫ້າມບໍ່ໃຫ້ຂອງຂວັນໃນວັນທຳມະດາ

66. ຖ້າເປັນເຈົ້າ ຢູ່ດີໆໝູ່ເອົາເຂົ້າໜົມມາໃຫ້ຈະຮູ້ສຶກດີບໍ ຫຼື ຈະເບິ່ງທີ່ລາຄາເຂົ້າໜົມນັ້ນ

67. ເຫຼົ້າເຮັດໃຫ້ເຈົ້າລືມໄດ້ແຕ່ຕອນເມົາ ແຕ່ເພື່ອນເຮັດໃຫ້ເຈົ້າລືມເລື່ອງບໍ່ດີໄດ້ຕະຫຼອດຊີວິດ

68. ຢ່າຄິດວ່າຕົນເອງເປັນຄົນໂຊກຮ້າຍທີ່ສຸດ ແລະ ຢ່າຄິດວ່າຕົນເອງເປັນຄົນໂຊກດີທີ່ສຸດ

69. ຢ່າເວົ້າວ່າເພິ່ນບໍ່ມາເປັນເຮົາບໍ່ຮູ້ດອກ ຖ້າເປັນແນວນັ້ນເຈົ້າກໍ່ບໍ່ຮູ້ເລື່ອງຂອງເຂົາຄືກັນ

70. ຖ້າເມື່ອຍຫຼາຍກໍ່ຢຸດພັກແນ່

71. ຢ່າຄິດວ່າຄົນດີບໍ່ມີໃນສັງຄົມ ເພາະເຈົ້າກໍ່ເປັນຄົນພຽງແຕ່ເຈົ້າຍັງບໍ່ໄດ້ເຮັດອີຫຍັງເທົ່ານັ້ນ

72. ປິດສະໜາໃນເກມເຈົ້າແກ້ໄດ້ ແຕ່ເປັນຫຍັງປິດສະໜາໃນຊີວິດເຈົ້າແກ້ບໍ່ໄດ້ ໃນເມື່ອບົດສະຫຼຸບມັນຢູ່ໃນໂຕເຈົ້າ

73. ເຈົ້າເບິ່ງເພັດຢູ່ຄວາມງາມພາຍໃນ ຫຼື ປ້າຍລາຄາທາງນອກ

74. ຖ້າເຈົ້າກິນອາຫານເຫຼືອ ລອງຄຶດເຖິງເດັກນ້ອຍທີ່ບໍ່ມີຫຍັງກິນແດ່

75. ມີເລື່ອງຫຼາຍເລື່ອງທີ່ບໍ່ໄດ້ຂຽນໃນໜັງສື ລອງຄົ້ນຄວ້າເບິ່ງແລ້ວຈະຮູ້

76. ລູກທະນູທີ່ປ່ອຍອອກຈາກໜ້າໄມ້ ຍັງອັນຕະລາຍໜ້ອຍກວ່າຫອກທີ່ແທງມາຈາກທາງຫຼັງ

77. ການຖືກຫັກຫຼັງເປັນສິ່ງທີ່ເຈັບປວດ ຢ່າໃຫ້ມັນເກີດ

78. ຈະປະໃຫ້ຂີ້ລັກຂຶ້ນບ້ານແລ້ວຈຶ່ງໄປເບິ່ງປະຕູຮົ້ວບໍ?

79. ທຳໃຈກັບສິ່ງຕ່າງໆລ່ວງໜ້າໄວ້ແດ່ກໍ່ດີ

80. ສົມມຸດຄົນທີ່ເຈົ້າຮັກຈາກເຈົ້າໄປໃນຕອນນີ້ ເຈົ້າຄິດວ່າເຈົ້າໄດ້ເຮັດຫຍັງໃຫ້ເຂົາແດ່ແລ້ວ ຫຼືວ່າບໍ່ມີເລີຍ

81. ຢ່າຕອບວ່າ ເຮັດແນວໃດກໍ່ຕອບແທນບໍ່ໝົດ ຂໍຖາມແດ່ວ່າເຮັດຄັ້ງສຸດທ້າຍຕອນໃດ?

82. ເຈົ້າທຳໃຈໄດ້ແລ້ວບໍ ຖ້າມັນເກີດຂຶ້ນ ເຈົ້າໄປຮ້ອງໄຫ້ຂ້າງງານສົບ ແນວໃດເຂົາກໍ່ບໍ່ໄດ້ຍິນ

83. ໂຕຂອງເຈົ້າມີຄ່າຢູ່ແລ້ວ ຢູ່ທີ່ວ່າເຈົ້າຮູ້ຈັກດຶງມັນອອກມາໃຊ້ຫຼືບໍ?

84. ຮຽນເວົ້າກັບໂຕເອງແດ່ ແລ້ວເຈົ້າຈະຮູ້ວ່າມັນມີຫຍັງຕັ້ງຫຼາຍຢ່າງທີ່ເຈົ້າຍັງບໍ່ຮູ້

85. ເຈົ້າໃຊ້ຮ່າງກາຍມາຈັກປີແລ້ວ ໝັ່ນເບິ່ງແຍງມັນແດ່ ຫຼືວ່າເອົາໄວ້ໃຫ້ວິນຍານມີບ່ອນສິງສະຖິດຢູ່ຊື່ໆ

86. ການໃສ່ເສື້ອຜ້າງາມໆ ບໍ່ໄດ້ຊ່ວຍໃຫ້ຮ່າງກາຍດີຂຶ້ນດອກ ທີ່ດີຂຶ້ນເປັນບຸກຄະລິກກະພາບເທົ່ານັ້ນ

87. ຫາຄວາມສຸກຂອງໂຕເອງໃຫ້ພົບ ຮຽນມີຄວາມສຸກແນ່

88. ລອງເຮັດແບບບ້າໆບ໋ອງແດ່ກໍ່ດີ ຢ່າຍຶດຕິດກັບອີຫຍັງຫຼາຍເກີນໄປ

89. ສິ່ງທີ່ເຈົ້າປ່ອຍຜ່ານໆໄປໃນຊີວິດ ຫຼື ເລື່ອງທີ່ເຈົ້າເຫັນວ່າມັນບໍ່ສຳຄັນ ກັບມາເບິ່ງບ່ອນນັ້ນແດ່ກໍ່ດີ

90. ຢ່າໄວ້ໃຈໃຜຫຼາຍເກີນໄປ ບໍ່ໄດ້ສອນໃຫ້ລະແວງບໍ່ໄວ້ໃຈໃຜ ແຕ່ລະວັງແດ່ກໍ່ດີ

91. ຢ່າຕາມເພື່ອນທີ່ມັກກິນເຫຼົ້າ, ຫຼິ້ນໄພ້ ແລະ ມັກຫຼິນສາວ(ບ່າວ) ຫຼາຍຈົນເກີນໄປ

92. ຢາເສບຕິດທຸກຊະນິດຢ່າຄິດຈະລອງເດັດຂາດ

93. ຢ່າເຮັດຕາມໝູ່ເພາະຮ່າງກາຍເຂົາກັບເຮົາມັນຕ່າງກັນ ແນ່ນອນຈິດໃຈກໍ່ຕ່າງກັນ

94. ຜູ້ຊາຍຈັ່ງໃດກໍ່ເປັນຜູ້ຊາຍ ຜູ້ຍິງຈັ່ງໃດກໍ່ເປັນຜູ້ຍິງ

95. ບາງຄັ້ງກາຍຢູ່ຄົນດຽວກໍ່ບໍ່ໄດ້ເລວຮ້າຍສະເໝີໄປ

96. ບໍ່ມີມິດຖາວອນແລະສັດຕູທີ່ແທ້ຈິງ

97. ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ເພື່ອຕົວເຮົາເອງ ຄົນທີ່ເຮົາຮັກ ແລະ ຄົນທີ່ຢູ່ອ້ອມຂ້າງເຮົາ

98. ຢ່າຄິດວ່າຕົນເອງຖືກຕະຫຼອດ

99. ຢ່ານ້ອຍໃຈເກີນເຫດ ເພາະອີຫຍັງທີ່ເກີນໆມັນບໍ່ຄ່ອຍຈະດີ

100. ຢ່າຄິດວ່າຕົນເອງບໍ່ມີໝູ່ ຫຼື ບໍ່ມີໃຜ ຢ່າງໜ້ອຍຖ້າເຈົ້າໄດ້ອ່ານຂໍ້ຄວາມນີ້

         ກໍ່ຈົ່ງຮູ້ໄວ້ວ່າຍັງມີຜູ້ພິມຄົນນີ້ອີກຄົນ

 

ທີ່ມີ http://www.dhammadelivery.com/teaching-detail.php?tea_id=19

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2009 | ມີ 26 ຄຳເຫັນ ແລະ 0 trackback(s)

ຖ້າຊ້ຳກໍ່ຂໍອະໄພມານະທີ່ນີ້ ພໍດີໄປອ່ານພົບມາ

alt

1. ເອົາໃຈເຂົາມາໃສ່ໃຈເຮົາ

2. ເຊື່ອໝັ້ນໂຕເອງ

3. ຢ່າເບິ່ງຄົນອື່ນຢູ່ແຕ່ໜ້າຕາຢ່າງດຽວ

4. ກ້າຄິດ, ກ້າເວົ້າ ແລະ ກ້າເຮັດ

5. ເມື່ອມີບັນຫາ ຈົ່ງໝັ່ນປຶກສາຄົນອື່ນທີ່ເຮົາໄວ້ໃຈ

6. ແລະກໍ່ເປັນທີ່ປຶກສາໃຫ້ຜູ້ອື່ນນຳ

7. ຢ່າຂີ້ຕົວະໃນເລື່ອງທີ່ເຈົ້າຄິດວ່າຜິດ

8. ໄວ້ໃຈບຸກຄົນທີ່ສົມຄວນໄວ້ໃຈ

9. ເປີດໃຈໃຫ້ກວ້າງ

10. ເບິ່ງການໄກ

11. ວາງແຜນອະນາຄົດ

12. ຢ່າໂທດໂຕເອງ

13. ມີຄວາມຮັບຜິດຊອບ

14. ຕອບແທນເມື່ອໄດ້ຮັບ

15. ໃຫ້ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ

16. ຢ່າໃຊ້ແຕ່ອາລົມ ແຕ່ຈົ່ງໃຊ້ຄວາມຄິດ

17. ຄິດເຖິງສ່ວນລວມໃຫ້ຫຼາຍໆ

18. ເບິ່ງແຍງຕົນເອງໃຫ້ເປັນ

19. ຮູ້ຜິດ, ຖືກ, ຊົ່ວ, ດີ

20. ຢ່າປະໃຫ້ເວລາເສຍໄປລ້າໆ

21. ຢ່າເຫັນຄ່າສິ່ງທີ່ຢູ່ກັບເຮົາເມື່ອເຮົາເສຍມັນໄປແລ້ວ

22. ຮູ້ຈັກໂຕເອງຢູ່ສະເໝີວ່າຕອນນີ້ກຳລັງເຮັດຫຍັງ

23. ສິ່ງທີ່ເຮົາເຮັດຢູ່ມີຜົນດີ, ຜົນເສຍ ຫຼື ບໍ່ມີປະໂຫຍດເລີຍ

24. ຢ່າໃຫ້ງົວເສຍແລ້ວຈຶ່ງເຮັດຄອກຂັງໄວ້

25. ໃຫ້ອະໄພແກ່ຕົນເອງ ແລະ ຜູ້ອື່ນ

26. ຢ່າເກັບເອົາອາດີດມາທຳລາຍຕົນເອງ ແຕ່ຈົ່ງຮຽນຮູ້ຈາກມັນ

27. ຄົນທີ່ບໍ່ເຄີຍເຮັດຜິດຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ

28. ໄດ້ໜ້າຢ່າລືມຫຼັງ

30. ເຈົ້າບໍ່ແມ່ນເທວະດາ ຢ່າໄປຄິດສ້ອມແປງຄວາມຄິດ ແຕ່ຈົ່ງຄິດທີ່ຈະເບິ່ງແຍງມັນ

31. ຢ່າອ່ານຂໍ້ຄວາມທີ່ມີປະໂຫຍດແບບຜ່ານໄປຊື່ໆ

32. ອ່ານແລ້ວຄິດ, ຄິດແລ້ວເຮັດ, ໝັ່ນພັດທະນາຕົນເອງ

33. ສ້າງປະໂຫຍດໃຫ້ແກ່ສ່ວນລວມແດ່

34. ຢ່າເຫັນແກ່ໂຕ

35. ຢ່າລໍຖ້າໃນສິ່ງທີ່ຍັງມາບໍ່ເຖິງ

36. ຢ່າຢ້ານໃນສິ່ງທີ່ຕົນເອງສາມາດສູ້ ແລະ ປ່ຽນແປງມັນໄດ້

37. ກຳລັງໃຈເປັນສິ່ງທີ່ສຳຄັນ ໝັ່ນຕື່ມໃຫ້ຄົນອື່ນແນ່ ແລ້ວເຂົາຈະກັບມາຕື່ມໃຫ້ເຈົ້າເຊັ່ນກັນ

38. ໝູ່ເພື່ອນບໍ່ຈຳເປັນຕ້ອງພົບໜ້າກັນ ແຕ່ກໍ່ລົມກັນໄດ້

39. ຢ່າຄິດວ່າເຂົາບໍ່ໂທມາ ຖ້າເຈົ້າກໍ່ບໍ່ໂທໄປ

40. ຈົ່ງເປັນຝ່າຍໃຫ້ຫຼາຍກວ່າເປັນຝ່າຍຮັບ

41. ເບິ່ງແຍງພໍ່ແມ່ໃຫ້ດີເມື່ອເຈົ້າມີໂອກາດ ກ່ອນທີ່ຈະບໍ່ມີໂອກາດເບ່ິງແຍງເພິ່ນ

42. ຢ່າເສຍໃຈກັບສິ່ງທີ່ບໍ່ດີ ຫຼືສູນເສຍໄປແລ້ວ ມັນບໍ່ມີທາງກັບມາ ແຕ່ເຈົ້າສາມາດເຮັດມັນໃໝ່ ຫຼືຮຽນຮູ້ຈາກມັນ

43. ຄຳເວົ້າເມື່ອເວົ້າໄປແລ້ວ ບໍ່ສາມາດເອົາກັບຄືນມາໄດ້ ດັ່ງນັ້ນຈົ່ງຄິດກ່ອນເວົ້າ

44. ຢ່າທຸ່ມເທໃນສິ່ງທີ່ບໍ່ມີປະໂຫຍດ

45. ຄຳເວົ້າໃຫ້ກຳລັງໃຈໄດ້, ປອບໃຈໄດ້, ຍຸແຍ່ໃຫ້ຄົນຜິດກັນຫຼື ຂ້າກັນໄດ້, ເຮັດໃຫ້ເສຍຄວາມຮູ້ສຶກໄດ້ ດັ່ງນັ້ນຈົ່ງຮູ້ທີ່ຈະເວົ້າຄຳໃດໃນເວລາໃດ

46. ຊີວິດບໍ່ແມ່ນເກມ, ພາດໄປແລ້ວບໍ່ສາມາດຈະກົດເລີ່ມໃໝ່ ຫຼື ໂຫຼດໃໝ່ໄດ້

47. ຫາຈຸດໝາຍໃຫ້ແກ່ຊີວິດ

48. ຄຽດໄດ້ ແຕ່ຄຽດໃຫ້ເປັນ

49. ຖ້າງົງ ຂຽນໜັງສືໄດ້ ແຕ່ຂຽນໃຫ້ເປັນພາສາ

50. ມື້ໜຶ່ງໆ ເຈົ້າເຮັດຫຍັງແດ່ ທີ່ບໍ່ແມ່ນ ກິນ, ນອນ ລະກະ ຫຼິ້ນ


ມື້ນີ້ ກ່າຍມາ 50 ຂໍ້ກ່ອນ ທໍ່ນີ້ຄົນອ່ານກໍ່ຄືຊິຄ້ານອ່ານລະເນາະ

ທີ່ມາ http://www.dhammadelivery.com/teaching-detail.php?tea_id=19

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

 

alt

ບົດຄວາມໜຶ່ງທີ່ ວວ ຢາກເອົາມາຝາກ

ຮອຍຍິ້ມ ແລະ ສຽງຫົວ, ສຽງເພງ ແລະ ທຳມະຊາດ

ສາມາດສ້າງຄວາມສຸກໃຈ ໃຫ້ກັບຜູ້ທີ່ກຳລັງຕົກຢູ່ໃນຄວາມທຸກໄດ້

ເຊື່ອຫຼ ື ບໍ່ວ່າການຍິ້ມ ແລະ ການຫົວສາມາດເອົາຊະນະຄວາມທຸກຫຼາຍໆຢ່າງຂອງເຮົາໄດ້

ລອງສັງເກດເບິ່ງໂຕເຮົາເອງວ່າ: ເວລາທີ່ເຮົາຕົກຢູ່ໃນພາວະແຫ່ງຄວາມເປັນທຸກ

ຈິດໃຈຂອງເຮົາກໍ່ຫ່ຽວແຫ້ງ, ງ່ວມເຫງົາ, ອາລົມງຸດງິດ,

ຈິດໃຈໝົ່ນໝອງ, ຫົດຫູ່, ທໍ້ແທ້

ແລະ ເບິ່ງທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງບໍ່ຖືກໃຈໄປໝົດທຸກອັນ

ແຕ່ໃນທາງກົງກັນຂ້າມ, ເວລາທີ່ເຮົາມີຄວາມທຸກເກີດຂຶ້ນກັບເຮົາ

ໃຫ້ເຮົາເຮັດໃຈໃຫ້ສະຫງົບ, ຮຽນຮູ້ມັນ ແລະ ທຳຄວາມເຂົ້າໃຈກັບມັນ

ຕີສະໜິດກັບມັນ, ຫວົເຍາະເຍີ້ຍມັນ, ພະຍາຍາມເຮັດຄວາມຮູ້ສຶກ

ສ້າງຮອຍຍິ້ມໃຫ້ເກີດຂຶ້ນໃນຈິດໃຈຂອງເຮົາ ແລ້ວເວົ້າກັບໂຕເອງວ່າ:

ເອີ້ ! ! ອັນນີ້ບໍທີ່ເຂົາເຈົ້າເອີ້ນວ່າ:​ ຄວາມທຸກ ມັນເປັນແນວນີ້ບໍ ?

ເມື່ອເຮົາຮູ້ຈັກ ແລະ ເຂົ້າໃຈມັນເປັນຢ່າງດີແລ້ວ

ຈິດໃຈໃນສ່ວນທີ່ເປັນທຸກມັນກໍ່ຈະເຫັນວ່າ ເຮົາບໍ່ເປັນທຸກ, ບໍ່ເດືອດຮ້ອນກັບມັນ,

ບໍ່ຫວັ່ນໄຫວກັບມັນ ແລະ ຜົນສຸດທ້າຍ:

ຄວາມທຸກມັນກໍ່ຈະລະອາຍໃຈ,​ ເກີດຄວາມຜິດຫວັງໃນໂຕທຸກຂອງມັນເອງ

ວ່າມັນເຮັດຫຍັງໃຫ້ເຮົາບໍ່ໄດ້, ເພາະຈິດໃຈເຮົາເຂັ້ມແຂງ

ແລະ ຫົວເຍາະເຍີ້ຍມັນ, ລະມັນຫາກຊິໜີໄປຈາກເຮົາເອງ

ຖ້າບໍ່ເຊື່ອກະໃຫ້ໝູ່ເພື່ອນ ທີ່ກຳລັງເປັນທຸກນັ້ນລອງເຮັດເບິ່ງ

ພວກເຮົາມາພາກັນຫົວເຍາະເຍີ້ຍຄວາມທຸກກັນເທາະ

ບໍ່ວ່າຈະມີບັນຫາໃດກໍ່ຈົ່ງຍິ້ມສູ້ມັນຕໍ່ໄປ

ແລ້ວມັນຫາກຈະດີເອງ



ໂດຍ wunwan

 

 

ບົດຄວາມຈາກhttp://www.dhammadelivery.com/story-detail.php?sto_id=300

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

 

alt

 

 

ເຫັນບົດຄວາມດີໆ ກໍ່ເລີຍຢາກເອົາມາແບ່ງປັນໝູ່ເພື່ອນອ່ານ

ເຖິງແມ່ນວ່າເຮົາຈະລົ້າລົງ ຂໍຈົ່ງຮູ້ວ່າ ນັ້ນຄືການເລີ່ມຕົ້ນຂອງຊີວິດທີ່ເຂັ້ມແຂງ

ຂໍແຕ່ເຮົາເງີຍໜ້າຂຶ້ນ.....ແທນການກົ້ມໜ້າໜີ

 

ແລະ ຕ້ອງຢືນຂຶ້ນ....ແທນການນັ່ງແຊ່ຢູ່ກັບບ່ອນ

 

ເຖິງວ່າເຮົາຊິລົ້ມເປັນຮ້ອຍ ເປັນພັນເທ່ືອ

 

ກໍ່ບໍ່ອາດໜວ່ງໜ່ຽວເຮັດໃຫ້ຊີວິດເຮົາພ່າຍແພ້ໄດ້ໃນມື້ນີ້

 

ເຮົາເຄີຍເຫັນເດັກນ້ອຍແລ່ນລົ້ມມາຫຼາຍເທື່ອແລ້ວ

 

ແຕ່ເຮົາຍັງບໍ່ທັນເຄີຍເຫັນເດັກນ້ອຍຜູ້ໃດທີ່ລົ້ມແລ້ວນອນແຊ່ຢູ່ແບບນັ້ນຈົນຂ້າມຄືນໂດຍບໍ່ຍອມລຸກຂຶ້ນມາ..

 

ຢ່າງຫຼາຍກະຮ້ອງໄຫ້ຍ້ອນຄວາມເຈັບ...

 

ແຕ່ອັນນັ້ນມັນກໍ່ເປັນຄວາມຮູ້ສຶກທຳມະດາຂອງເດັກນ້ອຍທຸກຄົນ

 

ອັນນັ້ນຄືສິ່ງສະທ້ອນໃຫ້ເຮົາເບິ່ງເຫັນສັດຈະທຳຂອງຊີວິດ.

 

ມື້ໜຶ່ງເມື່ອເດັກນ້ອຍນັ້ນໃຫຍ່ຂຶ້ນມາ. ການລົ້ມຂອງພວກເຂົາບໍ່ແມ່ນເປັນພຽງແຕ່ການລົ້ມເທົ່ານັ້ນ

 

ອາດຈະເປັນເລື່ອງຂອງຊີວິດ, ເຊັ່ນ: ໜ້າທີ່ວຽກງານ, ການຮຽນ,

 

ຄວາມຮັກ, ຄອບຄົວ, ເພື່ອນ, ສັງຄົມ, ເປົ້າໝາຍຊີວິດ...

 

ຫຼືອີກຫຼາຍເລື່ອງກໍ່ແລ້ວແຕ່ຊີວິດຂອງແຕ່ລະຄົນ

 

ທຸກຄວາມຕ້ອງການໃນຊີວິດຂອງຄົນເຮົາບໍ່ແມ່ນຈະສຳເລັດ ລຸລ່ວງໄປດ້ວຍດີໝົດທຸກເລື່ອງ

 

ບາງເລື່ອງເຮົາອາດຈະພ່າຍແພ້ ແລະ ບາງຢ່າງເຮົາອາດຜິດຫວັງ

 

ເຊິ່ງຈະສະທ້ອນເປັນຮູບພາບປຽບທຽບຄືກັບປະສົບການທີ່ເຄີຍລົ້ມມາ

 

ໃນຕອນທີ່ຍັງເປັນເດັກນ້ອຍແລ່ນຫຼິ້ນຢູ່ເດີ່ນຫຍ້າ

 

ເມື່ອເດັກນ້ອຍລົ້ມພວກເຂົາກໍ່ຟ້າວລຸກຂຶ້ນມາແລ່ນໃໝ່ຢ່າງມີຄວາມສຸກອີກເທື່ອໜຶ່ງແບບໃດ

 

ເມື່ອເຮົາລົ້ມຫຼືຜິດພາດໃນເລື່ອງໃດເລື່ອງໜຶ່ງ ກໍ່ຢ່າຈົມຢູ່ກັບຄວາມຜິດຫວັງອັນນັ້ນ

 

ຈົ່ງຢືນຂຶ້ນແລ້ວເລີ່ມຕົ້ນໃໝ່ອີກເທື່ອໜຶ່ງ

 

ຈົ່ງເປັນຄືກ້ອນຫີນທີ່ແຂງ, ທົນທານ ແລະ ໜັກແໜ້ນ

ບໍ່ແມ່ນເປັນຄືກັບນ້ຳແຂງທີ່ລະລາຍ ແລະ ແຫຼວກາຍເປັນນ້ຳ

 

ຖ້າຫາກເຈົ້າເປັນຄົນໜຶ່ງທີ່ຢູ່ໃນສະຖານະການແບບນີ້

 

ໃຫ້ເຈົ້າລອງຢືນຂຶ້ນອີກເທື່ອໜຶ່ງ...ແລ້ວກຳມືຂອງເຈົ້າໃຫ້ແໜ້ນໆ

 

ເພື່ອເອີ້ນພະລັງ ຂອງການເລີ່ມຕົ້ນໃໝ່ອີກເທື່ອໜຶ່ງໃຫ້ກັບຄືນມາ

 

 

ຈົ່ງຈື່ໄວ້ວ່າ ເຈົ້າ.......

 

ບໍ່ຄູ່ຄວນກັບຄວາມຝັນ ແລະ ຜົນສຳເລັດທີ່ຕັ້ງໄວ້

 

ຖ້າເຈົ້າລົ້ມລົງ ຫຼື ຜິດຫວັງແລ້ວ ເຈົ້າປ່ອຍປະໃຫ້ມັນເປັນການລົ້ມ ຫຼື ຜິດຫວັງຢູ່ແບບນັ້ນ

 

 

 



ທີ່ມາ :http://www.dhammadelivery.com/story-detail.php?sto_id=294

 

 

 

ໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2008 | ມີ 29 ຄຳເຫັນ ແລະ 0 trackback(s)

ຢ່າຄິດເລິກເດີ່ພີ່ນ້ອງ ອ່ານເບິ່ງດີໆກ່ອນເດີ້

 

ຟັງເພງຢູ່ດີໆ ກໍ່ໄດ້ຍິນເພງໜຶ່ງທີ່ຟັງແລ້ວຮູ້ສຶກວ່າມັນກິນໃຈຫຼາຍ

ກໍ່ເລີຍຢາກຈະຂຽນບົດຄວາມໜຶ່ງຂຶ້ນມາ

 

 ຫຼາຍຄົນເມື່ອເຕີບໃຫຍ່ເປັນຜູ້ໃຫຍ່ແລ້ວ, ຈະບໍ່ມັກໃຫ້ມີໃຜມາບອກມາສອນຕົນເອງ,

 

" ຂ້ອຍໃຫຍ່ແລ້ວ ບໍ່ຕ້ອງມາບອກຂ້ອຍບໍ່ມັກ"

ຄຳນີ້ບາງຄົນອາດຈະເຄີຍເວົ້າເມື່ອເວລາທີ່ພໍ່ແມ່ກ່າວຄຳຕັກເຕືອນ,

 

ແຕ່ບາງຄົນກໍ່ອາດຈະບໍ່ເຄີຍເວົ້າ

 

ຖ້າຫາກທ່ານເຄີຍເວົ້າຄຳນີ້ ຢາກໃຫ້ທ່ານຄິດຫວນຄືນເຖິງເລື່ອງລາວຕ່າງໆທີ່ຜ່ານມາເບິ່ງ

 

ທ່ານເຄີຍຄິດບໍວ່າກ່ອນທີ່ຈະມາເປັນທ່ານໃນວັນນີ້,

 

ມີໃຜຄົນໜຶ່ງທີ່ຕ້ອງເມື່ອຍແລະທຸກຍາກລຳບາກເທົ່າໃດເພື່ອໃຫ້ທ່ານໄດ້ມີວັນນີ້,

 

ມີໃຜຄົນໜຶ່ງທີ່ຄອຍເຮັດທຸກສິ່ງທຸກຢ່າງເພື່ອທ່ານ, ຄອຍເຊັດຕົນໂຕໃນເວລາທີ່ທ່ານເປັນໄຂ້,

 

ຄອຍຫົ່ມຜ້າໃຫ້ໃນເວລາທີ່ທ່ານນອນໜາວ, ໃຜຄົນໜຶ່ງຄອຍໃຫ້ກຳລັງໃຈໃນເວລາທີ່ທ່ານທໍ້ແທ້,

 

ຄອຍປົກປ້ອງທ່ານຈາກອັນຕລາຍຕ່າງໆນາໆ, ຄອຍຫາເຂົ້າຫານ້ຳໃຫ້ທ່ານກິນ...............

 

ຄົນໆນັ້ນເຂົາບໍ່ຮູ້ລ່ວງໜ້າເລີຍວ່າເມື່ອທ່ານເຕີບໃຫຍ່ຂຶ້ນມາທ່ານຈະເປັນແນວໃດ,

 

ຄົນໆນັ້ນເຂົາບໍ່ໄດ້ຫວັງຫຍັງຫຼາຍຈາກຕົວທ່ານເລີຍ,

 

ສິ່ງທີ່ເຂົາຄົນນັ້ນຫວັງກໍ່ຄືຢາກເຫັນທ່ານເປັນຄົນດີ, ຢາກເຫັນທ່ານມີຊີວິດທີ່ດີ,

 

ຢາກເຫັນທ່ານມີຄວາມສຸກ.


ສະນັ້ນກ່ອນທີ່ທ່ານຈະຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ

 

ຢາກໃຫ້ທ່ານຄິດກ່ອນທີ່ທ່ານຈະກ້າວຍ່າງບາດຕີນຂອງທ່ານອອກໄປເຮັດສິ່ງໆນັ້ນ,

 

ຢາກໃຫ້ທ່ານຄິດສະເໝີວ່າ ຕີນທີ່ທ່ານກຳລັງໃຊ້ຍ່າງ, ໃຊ້ຢຽບໂລກໜ່ວຍນີ້,

 

ໃຊ້ພາທ່ານໄປໃນທຸກທີ່ຢູ່ຕອນນີ້

ແຕ່ກ່ອນໜ້ານັ້ນມີຄົນທີ່ຮັກທ່ານທີ່ສຸດ ຈູບມັນດ້ວຍຄວາມຮັກ,

 

ຄວາມຫ່ວງໄຍ ແລະ ຖະນຸຖະໜອມເປັນຢ່າງດີ

 

ຄົນໆນັ້ນຫວັງຢູ່ສະເໝີວ່າ ສອງຕີນນ້ອຍໆທີ່ເຂົາຈູບມັນນັ້ນ,

 

ເມື່ອເຕີບໃຫຍ່ຂຶ້ນມາແລ້ວຈະ່ເຮັດໃນສິ່ງທີ່່ດີ ແລະ ມີປະໂຫຍດແກ່ສັງຄົມ

 

ສິ່ງນີ້ເທົ່ານັ້ນລະທີ່ເຂົາຄົນນັ້ນຕ້ອງການ


ໃນວັນນີ້ທ່ານໄດ້ຄິດເຖິງຈຸດນີ້ ຫຼື ບໍ່, ຖ້າຫາກຍັງຂໍໃຫ້ທ່ານຄິດຫວນຄືນອີກຈັກຄັ້ງໜຶ່ງ ໄດ້ ຫຼື ບໍ໋ ?

 

 

 

ຜິດພາດປະການດ ຂໍອະໄພມານະທີ່ນີ້ດ້ວຍ

 

ດ້ວຍຮັກແລະຫ່ວງໄຍ

 

ຂຽນໂດຍ wunwan

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2008 | ມີ 27 ຄຳເຫັນ ແລະ 0 trackback(s)


ຫຼາຍຄົນອາດຈະເຄີຍເວົ້າອອກມາວ່າ: "ເປັນຫຍັງຈຶ່ງບໍ່ມີໃຜເຂົ້າໃຈຂ້ອຍເລີຍ "

 

ຫຼາຍຄົນອາດເຄີຍພົບກັບບັນຫາຕ່າງໆໃນຊີວິດ ຫຼື ບາງຄົນອາດຈະບໍ່ເຄີຍພົບກໍ່ຕາມ, ເມື່ອເວລາມີບັນຫາທີ່ໜັກໜ່ວງກໍ່ມັກຈະຫາຄົນປຶກສາ,

ແຕ່ບາງເທື່ອສິ່ງທີ່ເຮົາຫວັງມັນກໍ່ບໍ່ອາດຈະເປັນໄດ້ດັ່ງໃຈສະເໝີໄປ, ບາງເທື່ອເວລາເຮົາເວົ້າຫຍັງອອກໄປກໍ່ບໍມີໃຜເຂົ້າໃຈເຮົາເລີຍ,

ຢາກໃຫ້ໝູ່ເພື່ອນເຂົ້າໃຈວ່າຢ່າໄປຮຽກຮ້ອງໃຫ້ໃຜມາເຂົ້າໃຈເຮົາເລີຍ ເພາະແມ່ນແຕ່ຕົວເຮົາເອງກໍ່ຍັງບໍ່ອາດຈະເຂົ້າໃຈຕົນເອງໄດ້ໝົດທຸກຢ່າງ

ແລ້ວເຫດໃດຄົນອື່ນໆເຂົາຈະມາເຂົ້າໃຈເຮົາ, ລອງຄິດກົງກັນຂ້າມເບິ່ງ ຂະໜາດຕົວເຮົາເອງຍັງບໍ່ສາມາດທີ່ຈະເຂົ້າໃຈຄົນອື່ນໄດ້

ແລ້ວຄົນອື່ນຈະມາເຂົ້າໃຈໃນຕົວເຮົາໄດ້ຢ່າງໃດ.

ການທີ່ຈະຮູ້ຈັກ ແລະເ ຂົ້າໃຈຕົນເອງມັນກໍ່ຍາກພໍແລ້ວ ແລ້ວການທີ່ຈະໃຫ້ໄປເຂົ້າໃຈຄົນອື່ນ ມັນກໍ່ຍາກຫຼາຍກວ່າ


    ຈົ່ງຢ່າຄິດຫຍັງຫຼາຍ ແລະ ຢ່າຫວັງຫຍັງຫຼາຍຈາກຄົນອື່ນ, ການທີ່ບໍ່ມີໃຜເຂົ້າໃຈກໍ່ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດຢູ່ໃນໂລກນີ້ໄດ້

ຈົ່ງທຳໃຈ ແລະ ຍອມຮັບໃນຄວາມເປັນຈິງນັ້ນເທີ້ນ.

ບາງຄົນອາດເຄີຍເຮັດຜິດພາດມາໃນຊີວິດເຊິ່ງບາງເທື່ອກໍ່ຖືກສັງຄົມລັງກຽດ, ສັງຄົມບໍ່ຍອມຮັບ.

ກໍ່ມາຄິດອຸກອັ່ງໃຈຢູ່ແບບນັ້ນບໍ່ຍອມໃຫ້ອະໄພຕົວເອງເລີຍຖ້າຄົນໃດຫາກຄິດແບບນັ້ນຂໍຈົ່ງໃຫ້ຄິດວ່າ

ຖ້າເຮົາບໍ່ໃຫ້ອະໄພຕົນເອງ ເຮັດຕົນເອງໃຫ້ເປັນຄົນດີ ແລ້ວ ຄົນອື່ນໃຜເລີຍຈະມາໃຫ້ອະໄພເຮົາລະ

ເຖິງແມ່ນວ່າມໍລະສຸມຊີວິດຈະເຂົ້າມາຫາເຮົາຫຼາຍເທົ່າໃດກໍ່ຂໍຈົ່ງຢ່າທໍ້ແທ້, ຢ່າສິ້ນຫວັງ,

ເຖິງແມ່ນວ່າຈະບໍ່ມີໃຜເຂົ້າໃຈເຮົາ, ກໍ່ຢ່າໄປຮ້າຍເຂົາເລີຍ, ຖ້າຈິດໃຈເຮົາສະຫງົບເປັນສຸກແລ້ວ ທຸກສິ່ງຢ່າງມັນກໍ່ຈະດີເອງນັ້ນລະ

 

 

 

 

ດ້ວຍຮັກ ແລະ ຫວ່ງໄຍໝູ່ເພື່ອນໝົດທຸກຄົນ


ຂຽນໂດຍ wunwan

 

ຜິດພາດປະການໃດຂໍອະໄພມານະທີ່ນີ້ດ້ວຍ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນເວລາທີ່ໃຜກໍ່ຕາມຕ້ອງປະສົບກັບຄວາມຜິດຫວັງຢ່າງໜັກ, ຊີວິດຄືກັບວ່າມັນຈະຕົກລົງໄປຢູ່ລຸ່ມກົ້ນເຫວພຸ້ນລະ,

ບໍ່ຮູ້ສະຕາກຳໃນວິນາທີຕໍ່ໜ້າຊ້ຳ,ຄວາມຄິດຄວາມຮູ້ສຶກໃນເວລານັ້ນກໍ່ບໍ່ແຕກຕ່າງກັນຫຼາຍພໍເທົ່າໃດ, ຄວາມສັບສົນວຸ່ນວາຍບໍ່ມີຈຸເລີ່ມຕົ້ນແລະຫາຈຸດຈົບບໍ່ໄດ້, ບໍ່ມີຄຳອະທິບາຍ, ບໍ່ມີຄຳຕອບ....

ຢູ່ໃນໃຈກໍ່ມັກຈະຖາມຕົວເອງຕະຫຼອດວ່າ:​ "ເປັນຫຍັງຈຶ່ງເປັນແນວນີ້?"

ຄວາມຮູ້ສຶກຂອງການບໍ່ມີໃຜໃນການປະສົບບັນຫາຮ້າຍແຮງທີ່ສຸດໃນຊີວິດ, ເຖິງແມ່ນວ່າໃນຍາມທີ່ເຮົາຢືນຢູ່ໃຈກາງຜູ້ຄົນທີ່ຫຼວງຫຼາຍກໍ່ຍັງຮູ້ສຶກວ່າບໍ່ມີໃຜຮັບຮູ້ເຖິງ

ຄວາມຮູ້ສຶກພາຍໃນໃຈຂອງເຮົາມີແຕ່ເຮົາຄົນດຽວເທົ່ານັ້ນເອງ, ບ່ອນນີ້ເອງທີ່ຖືວ່າມັນເປັນຈຸດເລີ່ມຕົ້ນຂອງການທີ່ເຮົາຈະພົບເຫັນໃຜບາງຄົນທີ່ສຳຄັນທີ່ສຸດໃນຊີວິດ

ເຊິ່ງກໍ່ແມ່ນ:  ຕົວເຮົາເອງ,

ມະນຸດທຸກຄົນຕ່າງກໍ່ຕໍ່ສູ້ເພື່ອການມີຊີວິດຢູ່ຕາມສັນຊາດທະຍານ, ນອກຈາກຜູ້ທີ່ບໍ່ມີຄວາມຫວັງເທົ່ານັ້ນ ແລະ ແມ່ນແຕ່ຈຸດໆໜຶ່ງທີ່ລາວອາດຈະຕ້ອງກັບມາເລີ່ມຕົ້ນນັບໃໝ່ອີກເທື່ອໜຶ່ງ,

ຖ້າຄິດໃຫ້ດີໆນັ້ນລະຄືຈຸດເລີ່ມຕົ້ນທີ່ແທ້ຈິງຂອງຄົນເຮົາ,

ການເບິ່ງເຫັນສັດຈະທຳທີ່ວ່າ: " ເວລາທີ່ເຮົາເກີດມາເຮົາກໍ່ໄດ້ເອົາຫຍັງມານຳເລີຍ

ຕອນເຮົາຕາຍໄປເຮົາກໍ່ບໍ່ໄດ້ເອົາຫຍັງໄປນຳເລີຍ"

ຫາກຕອນນີ້ເຮົາບໍ່ມີຫຍັງເຮົາກໍ່ບໍ່ໄດ້ເສຍຫຍັງໄປເລີຍມີແຕ່ເທົ່າທຶນເທົ່ານັ້ນ....

ມັນກໍ່ບໍ່ໝາຍຄວາມວ່າເຮົາຈະຖິ້ມທຸກໆຢ່າງເພື່ອກັບໄປຫາຈຸດເລີ່ມຕົ້ນ,​ແຕ່ຖ້າຈະມີໃຜບາງຄົນຄິດວ່າ ການທີ່ຕົນເອງບໍ່ມີຫຍັງແລ້ວຖືວ່າເປັນຄວາມໂຊກຮ້າຍທີ່ສຸດໃນຊີວິດ

ກໍ່ຢາກໃຫ້ຄິດກັບຫຼັງໄປເບິ່ງໃນທາງທີ່ກົງກັນຂ້າມທີ່ເຈົ້າບໍ່ເຄີຍເບິ່ງມັນແດ່

ເຈົ້າອາດຈະໄດ້ອັນໃດດີໆທີ່ເຊື່ອງຢູ່ທາງໃນກໍ່ເປັນໄດ້, ມັນເປັນເລື່ອງທຳມະດາສຳຫຼັບຄົນທີ່ຄິດວ່າຕົວເອງບໍ່ມີແລ້ວບັງເອີນມື້ນີ້

ກະບໍ່ມີຫຍັງອີກ ເຊິ່ງກໍ່ມັກຄິດວ່າຕົວເອງໄດ້ສູນເສຍທຸກຢ່າງໄປແລ້ວໂດຍລືມຄິດໄປວ່າບໍ່ມີອັນໃດທີ່ເປັນຂອງເຮົາເລີຍ, ມີແຕ່ຢ່າງດຽວທີ່ແມ່ນຂອງເຮົານັ້ນກໍ່ຄືຄວາມຄິດ ແລະ ຈິດໃຈຂອງເຮົາເທົ່ານັ້ນເອງ,

ດັ່ງນັ້ນການທີ່ໄດ້ຮູ້ຈັກລົດຊາດຂອງການບໍ່ມີຫຍັງເລີຍນັ້ນ ມັນເປັນຈຸດເລີ່ມຕົ້ນຂອງການມີທຸກສິ່ງທຸກຢ່າງ, ຈົ່ງຢ່າໄດ້ຍຶດຕິດອັນໃດຫຼາຍເລີຍ ທຸກຢ່າງມັນມີໄດ້ມີເສຍ, ມີຂຶ້ນມີລົງ, ມີເຂົ້າມີອອກ, ມີທຸກມີສຸກ, ມີບວກມີລົບ.

ໃນເວລານີ້ເຮົາອາດຢືນຢູ່ໃນດ້ານລົບຂອງຊີວິດ

ແຕ່ນັ້ນກໍ່ເປັນສິ່ງທີ່ສະແດງວ່າ:​ ອີກບໍ່ດົນດ້ານບວກຂອງຊີວິດກຳລັງຈະມາຫາເຮົາ,

ເປັນຫຍັງເຮົາບໍ່ເຮັດໃຈໃຫ້ສະບາຍເພື່ອຖ້າຮັບມັນລະ???




ບົດຄວາມດີໆຈາກ ທຳດີດັອດຄັອມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 12 ຄຳເຫັນ ແລະ 0 trackback(s)

 

ຄັດລອກມາສຳຫຼັບໝູ່ເພື່ອນຜູ້ທີ່ກຳລັງທໍ້ແທ້ ສິ້ນຫວັງ ໝົດກຳລັງໃຈ

 

ໃນຊ່ວງເວລາທີ່ຜານມາຂອງຊີວິດ, ຫຼາຍຄົນກໍ່ຜ່ານບົດຮຽນຊີວິດມາຫຼາຍຈົນນັບບໍຖ້ວນແລ້ວ


ທັງບົດຮຽນຂອງຄວາມຜິດຫວັງ, ບົດຮຽນແຫ່ງການທໍ້ແທ້ແພ້ຊີວິດ


ແລະບົດຮຽນແຫ່ງຄວາມສຳເລັດບໍ່ວ່າຈະເປັນບົດຮຽນແບບໃດກໍ່ຕາມ ເມື່ອເຮົາເກີດຄວາມຜິດຫວັງທໍ້ແທ້ໃນຊີວິດ

ເຮົາຕ້ອງພະຍາຍາມປັບໃຈ, ວາງໃຈໃຫ້ຖືກ ດ້ວຍວິທີການຄຶດ ທີ່ຈະປັບປ່ຽນຊີວິດຂອງເຮົາໃຫ້ມີກຳລັງໃຈສູ້ຕໍ່ໄປ,

4 ວິທີທີ່ຈະສ້າງພະລັງໃຈໃຫ້ສູ້ຄື

ວິທີທີ່ 1 : ຄິດແບບກົງກັນຂ້າມກັບຄວາມຮູ້ສຶກໃນຂະນະນັ້ນ


ຖ້າທຸກກໍ່ຄຶດຊອກຫາສ້າງສຸກ,,ຖ້າຍາກກໍ່ຄຶດແບບງ່າຍໆ, ຖ້າມີບັນຫາກໍ່ຄຶດແກ້ບັນຫາ

ວິທີທີ່ 2 : ຄິດແບບສ້າງກຳລັງໃຈເຊັ່ນ:


ປອບໃຈຕົນເອງທຸກຄັ້ງເກີດຄວາມທໍ້ແທ້ ,ຜິດຫວັງບອກໂຕເອງສະເໝີວ່າຕ້ອງເຮັດໄດ້ ແລະ

 

ຕ້ອງເຮັດໄດ້ຢ່າງແນ່ນອນ,ເຮົາຕ້ອງເຮັດໄດ້ຢ່າງແນ່ນອນທີ່ສຸດ ບໍ່ມີຄຳວ່າເຮັດບໍ່ໄດ້,

 

ທ່ອງຈື່ໄວ້ໃນໃຈວ່າ...ບໍ່ມີ, ບໍ່ເປັນ, ບໍ່ເມື່ອຍ, ບໍ່ທຸກ, ບໍ່ທໍ້, ບໍ່ມີບັນຫາ.

ວິທີທີ່ 3 :
ຄິດແບບມີເປົ້າໝາຍຊີວິດທີ່ແນ່ນອນ, ແນ່ວແນ່ເດັດດ່ຽວ
ຫາກບໍ່ປະສົບຜົນສຳເຫຼັດກໍ່ຈະບໍ່ເລີກລົ້ມຄວາມພະຍາຍາມ, ຈົ່ງສູ້ຕໍ່ໄປຈົນກວ່າຈະປະສົບຜົນສຳເຫຼັດ

 

ເຖິງວ່າຈະເປັນວິນາທີສຸດທ້າຍຂອງລົມຫາຍໃຈກໍ່ຕາມ,

ວິທີທີ່ 4: ຄິດເລື່ອງໃຫຍ່ໆ ຢ່າຄິດແບບນ້ອຍໆ:


ເບິ່ງບັນຫາອອກ ,ແກ້ບັນຫາເປັນ, ຄິດການໃຫຍ່, ໃຊ້ຄົນເປັນ, ຮູ້ເຫັນຕາມຄວາມຖືກຕ້ອງ,

 

ມຸ່ງປອງດອງຮັກສານ້ຳໃຈ, ສ້າງມິດຕະພາບ, ຢ່າລືມວ່າແຮ່ງສູງແຮ່ງໜາວ

 

ຕ້ອງຄິດດີ,ເວົ້າດີ, ເຮັດດີ ທຸກບ່ອນທຸກເວລາ

ດັ່ງນັ້ນຖ້າທໍ້ແທ້ໝົດຫວັງໃນຊີວິດຈົ່ງພະຍາຍາມຄິດໃຫ້ໃຈສູ້

ຢ່າຄິກວ່າເຮົາເຮັດບໍ່ໄດ້.........ຖ້າເຮົາຍັງບໍ່ໄດ້ລົງມືເຮັດ.


ຢ່າທໍ້ແທ້....ຖ້າເຮົາຍັງບໍ່ໄດ້ພະຍາຍາມ


ຢ່າສິ້ນຫວັງ......ຖ້າເຮົາຍັງມີກຳລັງໃຈ


ຢ່າແພ້ຊີວິດ....ຖ້າໃຈຂອງເຮົາຍັງມີຫວັງ


ຈົ່ງຢ່າທຳລາຍຄວາມຫວັງ.........ຍ້ອນການດູໝິ່ນຕົນເອງວ່າ ເຮົາເຮັດບໍ່ໄດ້



ທີ່ມາ ທຳມະດີລີເວີລີ ດັອດຄັອມ