
ຂຽນເມື່ອ: ມ.ກ.. 14, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
ພູມໃຈທີ່ໄດ້ເກີດເປັນຄົນ
ພູມໃຈເກີດມາໄດ້.........ຄົບຖ້ວນສາມສິບສອງ
ໃຈບໍ່ມີມົວໝອງ…………..ບໍ່ສົມປອງຫວັງໄວ້
ໃນຄວາມຈິງທຸກດ້ານ…...ເຫດການໃນຊີວິດ
ສິ່ງທີ່ຄິດວາດໄວ້………....ບໍ່ອາດໄດ້ດັ່ງໝາຍ ກໍ່ຕາມທ້ອນ
ທີ່ໄດ້ເກີດມາແລ້ວ…….....ຢູ່ໃນແຜ່ນດິນຄົນ
ຕົນຕັ້ງຕໍ່ເຮັດດີ…………...ກໍ່ຫາກດີເມືອໜ້າ
ເອງບໍ່ພາເອງພົ້ນ………...ໃຜຊິມາຊູເທີດ
ໄດ້ເກີດເປັນຄົນແລ້ວ…....ຂໍໃຫ້ພາກພູມໃຈ ..ເຈົ້າເອີຍ
ພໍໃຈສິ່ງທີ່ໄດ້………….....ພູມໃຈສິ່ງທີ່ມີ
ໃຈຕົນກໍ່ສຸກຂີ………......ບໍ່ມີກັງວົນຮ້ອນ
ໃນໂລກຮ່ອນຫາໄດ້….....ຊີວິດໃດບໍ່ພົບທຸກ
ສິ່ງໃດທຸກພານພໍ້…….....ຂໍໃຫ້ຄິດວ່າເປັນກຳ ທ່ານເອີຍ
ທີ່ໃດຈະຫາໄດ້…………...ຄວາມສຸກຄົບບໍລິບູນ ບໍ່ມີແລ້ວ
ຕົນເອງເປັນຄົນຫາ………ຊອກມາກໍ່ຫາກໄດ້
ເອງເອງເອົາແຕ່ຮ້ອງ.....ປານໃດຈຶ່ງຊິຮັ່ງ
ມີແລ້ວຍັງຢາກໄດ້………..ເຫດໃດເດ້ຊິສຸກໃຈ
ເປັນມະນຸດເຮົານີ້…………ຢາກບໍ່ມີເມືອງພໍ
ຄົນຂໍທານກໍ່ຢາກມີ……….ຄົນດີໆກໍ່ຢາກໄດ້
ໂຊກບໍ່ໄປດີດ້ວຍ………...ກໍ່ຢາກລວຍນຳໝູ່
ດີແຕ່ຊູຊີສ້າງ…………....ຫວັງຮັ່ງແຕ່ຢ່າງດຽວ ທຸກຕື່ມແລ
ທີ່ໃດໆກໍ່ສຸກໄດ້………...ຫາກໃຈຮູ້ພຽງພໍ
ສຸດຂໍກໍ່ສຸດໃຫ້…………...ສຸດໄປກໍ່ຢຸດຢັ້ງ
ໃນເມື່ອຍັງເວົ້າໄດ້……....ລົມຫາຍໃຈມີຢູ່
ໂລກມີໃຫ້ຮຽນຮູ້………..ຢ່າຊູຄິດແຕ່ຢາກກິນ.
ເປັນຈັ່ງໃດ ອ່ານແລ້ວ ໃຫ້ຄຳເຫັນແນ່ເດີ້
ໂດຍ: ວວ ວັນວານ