ວວ ມີເລື່ອງມາໃຫ້ອ່ານເບິ່ງເນາະ ສຳຫຼັບຜູ້ທີ່ມີຄວາມສົນໃຈກໍ່ລອງໆອ່ານກັນເບິ່ງ
ບາງເທື່ອເລື່ອງເລົ່ານີ້ມັນອາດຈະມີປະໂຫຍດໃນການດຳລົງຊີວິດຂອງເຮົາໃນປະຈຸບັນກໍ່ເປັນໄດ້
ກາມຕັນຫາເປັນຄວາມຊົ່ວອັນດັບທຳອິດຂອງຜົນແຫ່ງກຳໃນປະຈຸບັນ

ຂ້ອຍເລີ່ມຊັກວ່າວຕັ້ງແຕ່ຂ້ອຍຮຽນຢູ່ຊັ້ນປະຖົມ ບ່ອນໃຕ້ງ່າມຂາຂອງຂ້ອຍບໍ່ສະອາດສະນັ້ນພາ
ໃຫ້ເກີດໂລກຕ່າງໆ ຕອນຢູ່ມັດທະ ຍົມປີທີ 2 ຂ້ອຍເລີ່ມຄົບເພື່ອນຍິງ ໝົດມື້ລຸ່ມຫຼົງຢູ່ກັບຕັນ
ຫາຈົນຮ່າງກາຍອ່ອນເພຍນອນບໍ່ຫຼັບ ຝັນປຽກ ຫຼັງຈົບການສຶກສາອອກມາເຮັດວຽກ
ຮ່າງກາຍຊຸດໂຊມລົງຫຼາຍຕ້ອງກິນຢາບຳລຸງຕະຫຼອດເວລາ ແຕ່ຮ່າງກາຍກໍ່ບໍ່ສາມາດກັບຄືນ
ມາຄືເກົ່າຄວາມສົມບູນຂອງຮ່າງກາຍເຫຼືອພຽງເສດໜຶ່ງສ່ວນສາມຂອງຄົນໜຸ່ມທົ່ວໄປ
ບໍ່ກິນຢາບຳລຸງກໍ່ບໍ່ໄດ້ ເມື່ອອາຍຸ 18 ປີໄດ້ຄົບເພື່ອນຍິງອີກຄົນຂ້ອຍຍັງຈົມປັກ
ຢູ່ກັບກາມມະລົມ.
ເພື່ອນຍິງສອງຄົນເຮັດໃຫ້ຮ່າງກາຍຂອງຂ້ອຍຈ່ອຍຜອມໂລກຕ່າງໆຕາມມາແຕ່ລະມື້ຮູ້ສຶກ
ອ່ອນເພຍຢາກນອນຕະຫຼອດເວລາແຕ່ນອນກໍ່ນອນບໍ່ຫຼັບກາບໄຫວ້ສິ່ງສັກສິດ ຫຼື
ຫາໝໍກວດກໍ່ບໍ່ໄດ້ຊ່ອຍຫຍັງໃຫ້ດີຂຶ້ນ ຄວາມຝັນທີ່ເຄີຍຄາດຫວັງໄວ້ໄດ້ຫຼົ່ນຫາຍໄປ
ກິນຢາຄືກິນເຂົ້າ ຊ້ຳຍັງຕ້ອງເຮັດວຽກໝົດມື້ຄວາມທຸກທໍລະມານຍາກທີ່ຈະບັນລະຍາຍ
ຄວາມຄິດທີ່ຈະຂ້າໂຕຕາຍມີຢູ່ໃນສະໝອງເລື້ອຍໆ ແຕ່ຂ້ອຍຮັກພໍ່ແມ່ຂ້ອຍບໍ່ຢາກ
ຈາກໄປຈາກທ່ານ ແລະ ຕົວເອງກໍ່ຢ້ານຕາຍຄືກັນ ຈຶ່ງຍອມທົນທຸກໄປເລື້ອຍໆ.
ພໍອາຍຸ 20 ປີ ຂ້ອຍມີໂອກາດອ່ານໜັງສືທຳມະ ຮູ້ເລື່ອງກົດແຫ່ງກຳເຂົ້າໃຈວ່າຄົນ
ເຮົາຕ້ອງດິ້ນຮົນຢູ່ໃນທະເລທຸກ ຄວາມຄິດຂອງຂ້ອຍເລີ່ມຜັນປ່ຽນ ມັນເປັນການຫັກເຫ
ໃນຊີວິດຂອງຂ້ອຍເຮັດໃຫ້ຂ້ອຍຮູ້ວ່າເຖິງແມ້ນຄວາມດີອັນນ້ອຍໜຶ່ງກໍ່ບໍ່ຄວນປ່ອຍປະ
ແຕ່ສຸຂະພາບຕົວເອງມີບັນຫາຫິວນອນຕະຫຼອດເວລາຄວາມຄິດທີ່ຈະເປັນຄົນດີຍັງ
ເປັນແຕ່ຄວາມຝັນເທົ່ານັ້ນ.
ພໍອາຍຸ 21 ຂ້ອຍໄດ້ພົບກັບອາຈານຄົນໜຶ່ງທີ່ສາມາດແນມເຫັນດ້ວຍວິນຍານເຂົາ
ບອກວ່າ ສຸຂະພາບຂອງຂ້ອຍໂຊມກວ່າຜູ້ສູງອາຍຸອີກ ຫາກບໍ່ໄດ້ກິນຢາ ຊີວິດຈະຈົບ
ສິ້ນລົງທັນທີ ເຂົາເປັນໝໍທີ່ເກັ່ງຫຼາຍແຕ່ບໍ່ສາມາດຮັກສາໂລກຂອງຂ້ອຍໄດ້.
ປະມານໜຶ່ງປີທີ່ຜ່ານໄປ (ອາຍຸ 26) ຂ້ອຍເລີ່ມສຶກສາພະທຳຢ່າງຈິງຈັງ
ເລື່ອງອະດີດຖືວ່າໄດ້ຕາຍຈາກໄປແລ້ວ ເລື່ອງອະນາຄົດຖືວ່າໄດ້ເກີດຂຶ້ນມາໃໝ່ແລ້ວ
ຊີວິດຂອງຂ້ອຍເຖິງຈະລຳບາກຫຼາຍແຕ່ຂ້ອຍກໍ່ມີຄວາມເຊື່ອໝັ້ນວ່າ
ຖ້າຂ້ອຍປະກອບກຳດີສະໝ່ຳສະເໝີບຸນກຸສົນທີ່ເຮັດຢູ່ທຸກມື້ທຸກວັນການໄປຫາໝໍກິນຢາ
ແລະ ຮັກສາໂຕໃຫ້ດີເຊື່ອວ່າສຸຂະພາບຈະຄ່ອຍໆດີຂຶ້ນ ຢ່າງໜ້ອຍຄວາມ
ເຈັບປວດກໍ່ຫຼຸດໜ້ອຍຖອຍລົງ ຕອນນີ້ຂ້ອຍເລີ່ມຝຶກນັ່ງສະມາທິ ແລະ ກິນອາຫານເຈ.
ຄວາມທໍລະມານທີ່ມີມາສິບກວ່າປີ ເຮັດໃຫ້ຂ້ອຍເຂົ້າໃຈເຖິງໂທດຂອງການລຸ່ມຫຼົງ
ໃນກາມມະລົມເປັນການຍາກທີ່ຈະໃຫ້ຫຼຸດດພົ້ນອອກຈາກທະເລທຸກ ມີຢູ່ທາງດຽວ
ຄືປະພຶດຕົນຢູ່ໃນສິນໃນທຳ ໝັ່ນສະສົມບຸນບາລະມີ. ຂ້ອຍຫວັງວ່າເລື່ອງຂອງຂ້ອຍ
ຈະເປັນຄະຕິເຕືອນໃຈແກ່ມວນມະນຸດໂລກໃຫ້ລະເວັ້ນກາມຕັນຫາເພື່ອຮັກສາສຸຂະພາບ
ຊີວິດຄົນເຮົາມີເວລາຈຳກັດ ຄວນເຮັດປະໂຫຍດແກ່ສ່ວນລວມໃຫ້ເຮັດຢູ່ເລື້ອຍໆ
ໂອກາດທີ່ຈະມີສຸຂະພາບແຂງແຮງຄືຊິບໍ່ໄກເກີນຍື້ເຖິງຂໍໃຫ້ທຸກຄົນຈົ່ງໄດ້
ລະວັງດ້ວຍເທີ້ນ.
ດ້ວຍຮັກ ແລະ ຫວັງດີ ຈາກ ວວ
ທີ່ມາ: (ຄັດຈາກປຶ້ມທຳມະ “ ຄຳພີລະກາມ 1”)
ຮູບປະກອບຈາກ Google
ໝາຍເຫດ: ຂ້ອຍໃນທີ່ນີ້ບໍ່ໄດ້ໝາຍເຖິງ ວວ ເດີ້ ແຕ່ໝາຍເຖິງເຈົ້າຂອງເລື່ອງນີ້ ອິອິ