
ຂຽນເມື່ອ: ພ.ຈ.. 18, 2008
| ມີ
7 ຄຳເຫັນ
ແລະ
0 trackback(s)
ອີກມູມໜຶ່ງຂອງຄວາມຮູ້ສຶກ ໝູ່ເພື່ອນຫຼາຍຄົນກໍ່ອາດຈະເຄີຍຮູ້ສຶກແບບນີ້ ຫລື ບາງຄົນກໍ່ອາດບໍ່ເຄີຍ
"ຮູ້ສຶກເຫງົາ ຮູ້ສຶກເສົ້າເໝືອນຢູ່ຕົວຄົນດຽວໃນໂລກອັນກ້ວາງໃຫຍ່ໄພສານແຫ່ງນີ້ "
ຊີວິດຄົນມີຫຼາກຫຼາຍສີສັນ, ມີຫຼາກຫຼາຍດ້ານ, ມີທັງທຸກທັງສຸກໄປພ້ອມໆກັນ, ບາງຊ່ວງເວລາກໍ່່ຜ່ານໄປໄວ ບາງຊ່ວງເວລາກໍ່ຜ່ານໄປຊ້າ
ໂດຍສະເພາະແມ່ນຊ່ວງເວລາທີ່ຮູ້ສຶກວ່າຢູ່ຄົນດຽວໂດດດ່ຽວບໍ່ມີໃຜ, ຄວາມມິດງຽບຄວາມເຫງົາຫງອຍມັນເຮັດໃຫ້ຈິດໃຈແສນຫົດຫູ່,
ເຖິງແມ່ນວ່າຈະພະຍາຍາມເຮັດໃຫ້ຈິດໃຈແຈ່ມໃສແຕ່ກໍ່ບໍ່ໄດ້ຊ່ວຍໃຫ້ຄວາມເຫງົາມັນອອກໄປຈັກເທື່ອເລີຍ
ເວລາແຫ່ງຄວາມເສົ້າເປັນຫຍັງມັນຈຶ່ງຢູ່ກັບຄົນເຮົາດົນກວ່າເວລາແຫ່ງຄວາມສຸກ,
ເຖິງເວລາຈະຜ່ານໄປດົນແສນນານແລ້ວກໍ່ຕາມແຕ່ຄວາມເຈັບປວດຈາກການສູນເສຍຍັງບໍ່ເຄີຍຈືດຈາງໄປເລີຍ
ຄົນທີ່ຮັກເຮົາເປັນຫຍັງເຂົາຈຶ່ງຕ້ອງຈາກເຮົາໄປແບບບໍ່ມີວັນຫວນກັບມາອີກເລີຍ ເຫຼືອໄວ້ພຽງແຕ່ຄວາມຫວ່າງເປົ່າບໍ່ມີຫຍັງ,
ນອກຈາກຄວາມເສຍໃຈທີ່ບໍ່ໄດ້ຕອບແທນບຸນຄຸນ ຂອງພໍ່ເຖົ້າຜູ້ແສນຮັກແພງ