
ຂຽນເມື່ອ: ພ.ຈ.. 19, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
ເລື່ອງມີຢູ່ວ່າ:
ລຸງ ຄຳ ລາວຢາກບວດເປັນພະ ສະນັ້ນລາວຈິ່ງໄດ້ເຂົ້າໄປວັດ ແລ້ວເວົ້າກັບທ່ານເຈົ້າອາວາດວັດ
ເຈົ້າອາວາດວັດ: ຖ້າເຈົ້າຢາກບວດເປັນພະເຈົ້າຈະຕ້ອງໃຫ້ສັນຍາສາບານວ່າໃນໄລຍະທີເຈົ້າມາຢູ່ທີ່ນີ້ເຈົ້າຈະຢູ່ແບບມິດງຽບ
ແລະກໍ່ ສາມາດເວົ້າໄດ້ພຽງແຕ່ ສອງຄຳເທົ່ານັ້ນໃນໄລຍະເວລາ ທຸກໆ 3 ປີ
ລຸງ ຄຳ ກໍ່ເຫັນດີນຳທ່ານເຈົ້າອາວາດວັດ
ຫຼັງຈາກນັ້ນ 3 ປີທຳອິດ ທ່ານເຈົ້າອາວາດກໍ່ມາຫາລາວ ແລະ ຖາມວ່າ
" ຄຳເວົ້າສອງຄຳຂອງເຈົ້າແມ່ນຫຍັງ ?"
ລຸງ ຄຳ ຕອບວ່າ " food cold ອາຫານເຢັນ"
ອີກສາມປີຕໍ່ມາ ທ່ານເຈົ້າອາວາດກໍ່ມາຫາລຸງ ຄຳ ອີກແລ້ວຖາມວ່າ " ຄຳເວົ້າສອງຄຳຂອງເຈົ້າແມ່ນຫຍັງ ?"
ລຸງ ຄຳ ຕອບວ່າ "Robe dirty! ເຄື່ອງນຸ່ງເປື້ອນ"
ອີກສາມປີຕໍ່ມາ ທ່ານເຈົ້າອາວາດກໍ່ມາຫາລຸງ ຄຳ ອີກແລ້ວຖາມວ່າຄຳຖາມເກົ່າວ່າ " ຄຳເວົ້າສອງຄຳຂອງເຈົ້າແມ່ນຫຍັງ ?"
ລຸງ ຄຳ ກໍ່ຕອບວ່າ"I quit! ຂ້ອຍຂໍລາອອກ"
ເມື່ອໄດ້ຍິນແນວນັ້ນເຈົ້າອາວາດວັດກໍ່ເວົ້າວ່າ
" ດີຫຼາຍ, ຂ້ອຍບໍ່ຕົກໃຈເລີຍທີ່ເຈົ້າເວົ້າແນວນີ້
ເພາະຕະຫຼອດເວລາທີ່ເຈົ້າມາຢູ່ທີ່ນີ້ເຈົ້າບໍ່ໄດ້ເຮັດຫຍັງເລີຍ ມີແຕ່ຈົ່ມຢ່າງດຽວ"
?????????????
ແປຈາກ www.manythings.org