
ຂຽນເມື່ອ: ຕ.ລ.. 29, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ມື້ໜຶ່ງຂະນະທີ່ຂ້ອຍຢືນຖ້າລົດຢູ່ແຄມທາງ ຢູ່ດີໆກໍ່ມີຍິງຄົນໜຶ່ງອາຍຸປະມານ 40 ປາຍປີນີ້ລະ
ຈູງລົດຮອນດາດຣີມສີຂາວແດງ ຕິດປ້າຍໂລໂກ້ ມຊ ຢູ່ທາງໂກບລົດເບື້ອງໜ້າ
ລາວຈູງລົດນັ້ນມາດ້ວຍຄວາມອິດເມື່ອຍເມື່ອມາຮອດບ່ອນຂ້ອຍຢືນຢູ່
ລາວກໍ່ຢຸດລົດແລ້ວຍໍມືຂຶ້ນນົບທັງເວົ້າຂຶ້ນມາວ່າ:
ນາງເອີຍລົດແມ່ນ້ຳມັນໝົດ ແມ່ຂໍເງິນແນ່ຈັກສິບພັນກີບ ແມ່ລືມເອົາກະເປົາເງິນມາ
ຂ້ອຍຕົກສະເງີ້ຢູ່ຄາວໜຶ່ງບໍ່ຈັກຊີຕອບແນວໃດ
ແລ້ວຍິງຄົນນັ້ນກໍ່ເວົ້າຂຶ້ນອີກທັງນົບທັງໄຫວ້ ໃນຂະນະນັ້ນເອງ
ໂທລະສັບຂອງຂ້ອຍກໍ່ດັງຂຶ້ນ ເປັນສັນຍານບອກວ່າຜູ້ທີ່ມາຮັບນັ້ນມາຮອດແລ້ວ
ດ້ວຍຄວາມຟ້າວຟັ່ງແລະຄວາມຄິດທີ່ວ່າ ກ້າຂໍກະກ້າໃຫ້ຂ້ອຍກໍ່ເລີຍເອົາເງິນໃຫ້ຍິງຄົນນັ້ນໄປ
10.000 ກີບ ຕາມທີ່ລາວຂໍໂດຍບໍ່ໄດ້ຄິດຫຍັງຫຼາຍ
ເພາະໂຕເອງກໍ່ເຄີຍພົບສະຖານະການລືມກະເປົາເງິນແລ້ວນ້ຳມັນໝົດເຊັ່ນກັນ
ຫຼັງຈາກນັ້ນ 2 ມື້ຕໍ່ມາ, ມີໝູ່ຄົນໜຶ່ງເລົ່າເລື່ອງໃຫ້ຟັງວ່າ:
ຂະນະທີ່ລາວນັ່ງກິນເຝີຢູ່ຮ້ານ ກໍ່ໄດ້ມີແມ່ຍິງຄົນໜຶ່ງມາຂໍເງິນ 10.000 ກີບ ເພື່ອໄປຈອດຕີນລົດ
ບອກວ່າບໍ່ໄດ້ເອົາກະເປົາເງິນມາ, ແຕ່ໝູ່ຂອງຂ້ອຍລາວຮູ້ທັນວ່າຕ້ອງແມ່ນພວກຂີ້ຕົວະ
ລາວກໍ່ເລີຍເວົ້າໄປວ່າ ຈອດຕີນລົດຈັກ 5.000 ກີບ ກໍ່ພໍແລ້ວ ແຕ່ຍິງຄົນນັ້ນກໍ່ຍັງຊູຊີຊິເອົາ ສິບພັນ
ໝູ່ຂ້ອຍກໍ່ເລີຍຍິ່ງເຂົ້າໃຈຖືກວ່າແມ່ນພວກຕົ້ມຕົວະ ລາວກໍ່ເລີຍເວົ້າໃຫ້ຍິງຄົນນັ້ນ
ແລ້ວລາວກໍ່ເລີຍວ່າ : ຂ້ອຍເຮັດວຽກໝົດມື້ໝົດເວັນໄດ້ເງິນແຕ່ໜ້ອຍດຽວ,
ອັນນີ້ບໍ່ຮອດ 1 ນາທີ່ເຈົ້າຈະມາຂໍເປັນ 10.000 ພຸ້ນຫວາ
ຂ້ອຍຊິໃຫ້ເຈົ້າ 2.000 ກີບ. ຖ້າເຈົ້າຍັງຊູຊີຂ້ອຍຊິແຈ້ງຕຳຫຼວດຈັບ (ໝູ່ຂ້ອຍວ່າ)
ຍິງຄົນນັ້ນກໍ່ຊູຊີເວົ້າອີກວ່າ ຄັນຊັ້ນໃຫ້ຂ້ອຍ 5.000 ສາ,
ບໍ່ ຂ້ອຍຊິໃຫ້ເຈົ້າສອງພັນເຈົ້າຊິເອົາບໍ? ຖ້າບໍ່ເອົາລະກະແລ້ວ
ຍິງຄົນນັ້ນກໍ່ເຮັດບໍ່ພໍໃຈ ແລ້ວກໍ່ຍ່າງໜີໄປ.
ໂອ້! ຂ້ອຍຖືກຕົວະເຕັມໆເລີຍ ສັງຄົມທຸກມື້ນີ້ມັນຈັ່ງແມ່ນຫາຄວາມຈິງໃຈຕໍ່ກັນຍາກແທ້ໆ
ໝູ່ເພື່ອນເດຄິດວ່າຍິງຄົນນັ້ນແມ່ນຄົນຕົ້ມຕົວະຫຼອກເອົາເງິນຄົນບໍ?
ຈັ່ງໃດກໍ່ໃຫ້ລະວັງໄວ້ເດີ້ ດຽວຈັກໜ້ອຍຊິກາຍເປັນຄົນໃຈດີຢາກເຮັດບຸນຊ້ຳພັດກາຍເປັນການສະໜັບສະໜູນຄົນເຮັດບໍ່ດີຊ້ຳ