
ຂຽນເມື່ອ: ພ.ຈ.. 24, 2008
| ມີ
11 ຄຳເຫັນ
ແລະ
0 trackback(s)
ບາງສິ່ງບາງຢ່າງ ບາງເທື່ອກະເບິ່ງວ່ານ້ອຍໆບໍ່ມີຄວາມສຳຄັນຫຍັງ
ແຕ່ໃນຈຳນວນ ຂອງບາງສິ່ງບາງຢ່າງ ທີ່ເບິ່ງວ່ານ້ອຍໆ ອາດຈະໃຫ້ຄຸນຄ່າ
ແລະ ມີຄວາມສຳຄັນ ແກ່ຫຼາຍໆຄົນ ທີ່ເບິ່ງເຫັນຄຸນຄ່າຂອງມັນ
ສິ່ງຂອງບາງຢ່າງອາດເບິ່ງວ່າມີຄຸນຄ່າ, ມີລາຄາຕໍ່ຄົນໜຶ່ງ ແຕ່ອີກກັບຄົນໜຶ່ງແລ້ວບໍ່ມີຄຸນຄ່າຫຍັງເລີຍ
ກໍ່ຄືກັບເວລາທີ່ຄົນເຮົາຫິວ ຕ້ອງການນ້ຳ, ຕ້ອງການອາຫານການກິນ ແຕ່ເຮົາເອົາເສື້ອຜ້າອາພອນ
ຫຼື ເພັດນິນຈິນດາໃຫ້ ມັນກໍ່ບໍ່ມີຄຸນຄ່າຫຍັງ,ເພາະປະໂຫຍດທີ່ຈະເກີດໃນຂະນະນັ້ນມັນມີຄຸນຄ່າແຕກຕ່າງກັນ.
ລາວຕ້ອງການ ອາຫານ ຫຼື ນ້ຳເພື່ອຢຸດຄວາມຫິວ ແຕ່ເຮົາພັດເອົາ ສິ່ງທີ່ລາວໃຊ້ປະໂຫຍດບໍ່ໄດ້ເລີຍໃນຂະນະນັ້ນ
ສິ່ງຂອງທີ່ມີຄ່າເຫຼົ່ານັ້ນບໍ່ອາດຊ່ວຍດັບຄວາມຫິວຂອງລາວຜູ້ນັ້ນໄດ້ເລີຍໃນຂະນະນັ້ນ.
ຄົນເຮົາບໍ່ຄວນຈະເບິ່ງກັນທີ່ວັດຖຸພາຍນອກ
ເພາະຄວາມຈິງແລ້ວ ສິ່ງຂອງບາງຢ່າງ ອາດເບິ່ງວ່າຍິ່ງໃຫຍ່ ມີຄຸນຄ່າມະຫາສານ ແຕ່ມັນກໍ່ອາດບໍ່ຈຳເປັນສຳຫຼັບຄົນອີກຄົນໜຶ່ງ
ແຕ່ຂອງບາງຢ່າງທີ່ເບິ່ງວ່ານ້ອຍໆແຕ່ມັນມີຄຸນຄ່າ ແລະ ປະໂຫຍດຫຼາຍຕໍ່ກັບຜູ້ທີ່ຕ້ອງການຢ່າງແທ້ຈິງ
ດັ່ງນັ້ນ ທຸກໆຢ່າງ ອາດຈະບໍ່ແມ່ນທຸກໆສິ່ງ, ທຸກໆສິ່ງອາດຈະເປັນໄດ້ທຸກໆຢ່າງ ຈະຫຼາຍ ຫຼື ໜ້ອຍບໍ່ສຳຄັນ
ແຕ່ສຳຄັນຢູ່ວ່າ: ຂອງສິ່ງນັ້ນຈະໃຊ້ໃຫ້ເກີດປະໂຫຍດ, ເກີດຄຸນຄ່າໄດ້ຫຼາຍໜ້ອຍສ່ຳໃດໃນເວລາທີ່ຈຳເປັນຕ້ອງການໃຊ້ຕ່າງຫາກ
ຄັດຈາກ http://www.dhammadelivery.com/story-detail.php?sto_id=267