
ຂຽນເມື່ອ: ພ.ຈ.. 27, 2008
| ມີ
11 ຄຳເຫັນ
ແລະ
0 trackback(s)
ມື້ນີ້ກໍ່ຄືມື້ທີ່ຜ່ານມາ, ຂ້ອຍໄດ້ລົງໄປຫາປາດ້ວຍການໄຫຼມອງຢູ່ທີ່ນ້ຳຂອງ ໜ້າເຮືອນຂ້ອຍເອງ
ຂະນະທີ່ຂ້ອຍກຳລັງສາວມອງຂຶ້ນເຮືອ, ຂ້ອຍມີຄວາມຮູ້ສຶກວ່າມອງຂອງຂ້ອຍມັນໜັກຫຼາຍ,
ຂ້ອຍຄິດໃນໃຈວ່າຕ້ອງໄດ້ປາໃຫຍ່ແນ່ນອນ,ຂ້ອຍພະຍາຍາມສາວມອງຂຶ້ນມາໝົດເຫື່ອໝົດແຮງ,
ແລະແລ້ວຂ້ອຍກໍ່ເຫັນໂຕສີຂາວໆຕິດຢູ່ນຳມອງຂ້ອຍ, ຂ້ອຍພະຍາຍາມດຶງມາໃກ້ໆ ...ໃກ້ເຂົ້າມາ ....ໃກ້ເຂົ້າມາ....
ຂ້ອຍຄິດຢູ່ໃນໃຈວ່າ :ໂອ້ ມື້ນີ້ຊິໄດ້ຈັກໂລນໍ? ປາເພາະ ຫຼື ປາລີງນໍ? ຄິດດີໃຈຢູ່ຮຸ່ມໆ
ແລະ ແລ້ວຂ້ອຍກໍ່ດຶງມັນຂຶ້ນມາເທິງເຮືອ
ໂອ້ !!!ພະເຈົ້າ ຈອສສສສສສສສສ ຂ້ອຍອຸທານອອກມາບັກແຮງໆ ດ້ວຍຄວາມຕົກໃຈຢ່າງແຮງ
ຄົນຕາຍໄຫຼນ້ຳ.........ຂ້ອຍອຸທານອອກມາຄ່ອຍໆ
ແຕ່ຂ້ອຍກໍ່ພະຍາຍາມແຂງໃຈໄວ້
ຂ້ອຍໄດ້ຕັດສິນໃຈເອົາຄົນນັ້ນໄປປະໄວ້ແຄມຕາຝັ່ງດ້ວຍຄວາມຢ້ານກົວ
ແລວກໍ່ກັບຂຶ້ນເມືອເຮືອນດ້ວຍຄວາມຫວາດກົວເລີຍ. ພໍຮຸ່ງເຊົ້າຂຶ້ນມາຂ້ອຍກັບມາເບິ່ງກໍ່ບໍ່ເຫັນແລ້ວ
ໄດ້ແຕ່ຄິດວ່າມັນຄືຊິໄຫຼໄປກັບນ້ຳແລ້ວປານນີ້
ສາທຸເດີ ........ຢ່າມາຫຼອກມາຫຼອນເດີ
ນີ້ແມ່ນເລື່ອງຈິງ ທີ່ເກີດຂຶ້ນກັບຄົນໄທບ້ານຂ້ອຍ