
ຂຽນເມື່ອ: ພ.ຈ.. 27, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
ມີທ່ານນັກປາດຫຼາຍທ່ານກ່າວໄວ້ວ່າ ເວົ້າງ່າຍ...ເຮັດຍາກ
ມັນເປັນບົດຮຽນທີ່ມີຄວາມສຳຄັນຫຼາຍສຳລັບຍຸກປະຈຸບັນ ໂດຍບໍ່ຕ້ອງມີການພິສູດ
ບາງເທື່ອຄົນຢູ່ໃນໂລກໜ່ວຍນີ້ມີການກະທຳທີ່ແຕກຕ່າງກັນອອກໄປ
ບາງຄົນມັກເວົ້າ.....ແຕ່ບໍ່ມັກລົງມືເຮັດ
ບາງຄົນບໍ່ມັກເວົາ..... ແຕ່ມັກລົງມືເຮັດ
ບາງຄົນເວົ້າໄດ້, ເຮັດໄດ້ຕາມທີ່ເວົ້າ
ບາງຄົນບໍ່ເວົ້າ, ບໍ່ເຮັດ, ບໍ່ສ້າງປະໂຫຍດອັນໃດເລີຍ
ປະໃຫ້ຊີວິດເປັນໄປຕາມເວນຕາມກຳ
ຫຼາຍຄົນເຂົ້າໃຈວ່າ ການກະທຳສຳຄັນກວ່າຄຳເວົ້າ
ເພາະຖ້າເວົ້າຢ່າງດຽວ ອາດຈະເຮັດໃນສິ່ງທີ່ຕົນເອງເວົ້າບໍ່ໄດ້ກໍ່ມີຫຼາຍ
ບາງເທື່ອການມິດງຽບຢູ່ຊື່ໆ
ໂດຍບໍ່ເວົ້າຫຍັງເລີຍກະດີ...ເປັນບາງໂອກາດ... ບາງເວລາ
ບາງເທື່ອຕ້ອງການຄຳຕອບ...ແຕ່ກໍ່ບໍ່ຕອບ...ບໍ່ເວົ້າຫຍັງເລີຍ
ແລະ ເວົ້າວ່າ ບໍ່ມີເຫດຜົນຫຍັງທີ່ຕ້ອງຕອບ.
ບາງຄົນເຂົ້າໃຈຜິດວ່າ
ຢ່າເວົ້າຫຍັງໃຫ້ເມັນເມື່ອຍເທາະ ເສຍເວລາລ້າໆ
ເຮົາລົງມືເຮັດເລີຍດີກວ່າ
ແບບຢ່າງທີ່ດີພຽງອັນດຽວ ມີຄຸນຄ່າ ແລະ ສຳຄັນຫຼາຍກວ່າຄຳເວົ້າຕັ້ງຫຼາຍຮ້ອຍຫຼາຍພັນຄຳ
ແຕ່ແບບຢ່າງທີ່ບໍ່ດີ ພຽງແຕ່ຢ່າງດຽວ ກໍ່ບໍ່ມີຄຸນຄ່າອັນໃດເລີຍ
ຖ້າປຽບທຽບກັບຄຳແນະນຳພຽງແຕ່ຄຳດຽວທີ່ສາມາດປ່ຽນແປງຄວາມຄິດ ແລະ ຊີວິດທີ່ດີງາມ
ດັ່ງນັ້ນ: ບໍ່ວ່າຈະເປັນການເວົ້າ ຫຼື ການກະທຳ
ການເປັນແບບຢ່າງທີ່ດີ ຈຶ່ງມີຄຸນຄ່າງາມທີ່ສຸດ
ທັງການເວົ້າ ແລະ ການປະຕິບັດທີ່ດີງາມໃນຊີວິດ
ຈົ່ງຢຸດ ການເວົ້າທີ່ບໍ່ມີສາລະ ບໍ່ປະໂຫຍດຫຍັງ, ຢຸດການເວົ້າຂົ່ມເພິ່ນຍໍໂຕ
ຈົ່ງຢຸດການກະທຳທີ່ກໍ່ໃຫ້ເກີດໂທດ, ເກີດຄວາມເສຍຫາຍ
ແລະ ຫັນມາສ້າງແບບຢ່າງທີ່ດີ ຈັກ ໜຶ່ງ ຢ່າງໃນຊີວິິດ
ຊຶ່ງຈະນຳເອົາຄຳເວົ້າຄຳແນະນຳທີ່ດີມາລົງມືປະຕິບັດ
ເຮົາຈຶ່ງຈະໄດ້ຊື່ວ່າ ເປັນຄົນທີ່ສ້າງສັນສັງຄົມ
ໃຫ້ເປັນຕາຢາກຢູ່ຕໍ່ໄປ
ອ່ານແລ້ວເຫັນວ່າມັນຄັກດີກະເລີຍເອົາມາປັນໝູ່ເພືອນອ່ານນຳ
ຂໍຂອບໃຈບົດຂຽນດີໆ ຈາກ ທຳມະດີລີ່ເວີລີ່