
ຂຽນເມື່ອ: ທ.ວ.. 1, 2008
| ມີ
13 ຄຳເຫັນ
ແລະ
0 trackback(s)
ກອນນີ້ແຕ່ງບໍ່ຖືກຫຼັກການໃດໆເລີຍ ແຕ່ຢາກຈະແຕ່ງມັນອອກມາ
ເພື່ອເປັນກຳລັງໃຈໃຫ້ແກ່ ຄົນທີ່ເຄີຍຜິດຫວັງ ແລະ ຕົວເອງ ອິອິອິ
ເຖິງແມ່ນວ່າ ຊີວິດຈະແສນເສົ້າ
ເຖິງແມ່ນວ່າ ຄວາມເຫງົາບໍ່ຈາງຫາຍ
ເຖິງແມ່ນວ່າ ວັນນີ້ເຈົ້າຈາກໄປ
ເຖິງຢ່າງໃດ ຫົວໃຈຂ້ອຍບໍ່ທໍ້ຖອຍ
ເຖິງວ່າຂ້ອຍ ຈະເຈັບຢູ່ແບບນີ້
ເຖິງບໍ່ມີ ຄົນທີ່ມາຄຽງຂ້າງ
ເຖິງຈະທຸກ ຈະເສົ້າໝອງທຸກກ້າວຍ່າງ
ເຖິງອ້າງວ້າງ ແຕ່ໃຈຍັງສູ້ຕໍ່ໄປ
ເຖິງຢ່າງໃດ ຫົວໃຈຂ້ອຍບໍ່ຍອມແພ້
ເຖິງອ່ອນແອ ເຖິງທໍ້ແທ້ໃນບາງເທື່ອ
ເຖິງແມ່ນວ່າ ຊີວິດນີ້ຈະແສນເບື່ອ
ເຈັບພັນເທື່ອ ກໍ່ບໍ່ເບື່ອຈະທຳດີ..........
ແຕ່ງໂດຍ wunwan