
ຂຽນເມື່ອ: ທ.ວ.. 3, 2008
| ມີ
9 ຄຳເຫັນ
ແລະ
0 trackback(s)
ທີ່ຫ້ອງຮຽນ ມໍ6 ກ ຂອງໂຮງຮຽນມັດທະຍົມແຫ່ງໜຶ່ງ
ເກືອບທຸກໆມື້ທີ່ທ້າວ ວຽງ ມັກຫຼຽວຄືນຫຼັງໃນເວລາທີ່ນັ່ງຮຽນຢູ່
ເຊິ່ງຢູ່ທາງຫຼັງຂອງລາວແມ່ນນາງວັນ
ນາງ ວັນ ອົດສົງໃສບໍ່ໄດ້ຈຶ່ງໄດ້ຖາມ ທ້າວ ວຽງ ວ່າ: ເຈົ້າສົນໃຈຂ້ອຍແມ່ນບໍ ວຽງ ?
ວຽງ: ບໍ່ນາ ແມ່ນຫຍັງຢູ່ດີໆກະມາເວົ້າວ່າຂ້ອຍສົນໃຈເຈົ້າ?
ວັນ: ບໍ່ຕ້ອງປາກແຂັງ, ສົນໃຈຂ້ອຍກະເວົ້າມາຕາມຕົງໂລດ
ວຽງ: ບໍ່ນາ?
ວັນ: ຖ້າເຈົ້າບໍ່ສົນໃຈຂ້ອຍ ແລ້ວເປັນຫຍັງທຸກໆມື້ເຈົ້າຈຶ່ງມັກຫຼຽວຄືນຫຼັງໄປເບິ່ງຂ້ອຍລະ??
ວຽງ: ຂ້ອຍຫຼຽວເບິ່ງ ໂມງທີ່ແຂວນຢູ່ຝາຕ່າງຫາກ
ວັນ: ແຕ໋ວໆໆໆໆ...! ! ! ???
ຫົວຊ່ວຍແນ່ 5555