
ຂຽນເມື່ອ: ທ.ວ.. 12, 2008
| ມີ
19 ຄຳເຫັນ
ແລະ
0 trackback(s)
ເລື່ອງນີ້ບໍ່ຮູ້ວ່າມີຄົນເອົາມາຂຽນແລ້ວຫຼືຍັງຖ້າມີຄົນຂຽນແລ້ວກະບໍ່ເປັນຫຍັງ
ຢາກຂຽນແຕ່ດົນແຕ່ອິນເຕີເນັດມີບັນຫາກະເລີຍຫາກໍ່ຊິໄດ້ມາຂຽນ
ເລື່ອງມີຢູ່ວ່າ ມື້ນັ້ນ ວັນທີ 9/12/2008 ຖ້າຈື່ບໍ່ຜິດ
ຂະນະທີ່ຂ້ອຍກຳລັງຂັບລົດກັບຈາກວຽກໃກ້ຈະຮອດບ້ານແລ້ວ ໄດ້ເຫັນຜູ້ຄົນເປັນຈຳນວນຫຼວງຫຼາຍ
ພາກັນຫຸ້ມຢູ່ແຄມຂອງ, ຂ້າພະເຈົ້າແປກໃຈຫຼາຍໆກັບຮອດບ້ານປຸບກໍ່ຖາມຂ່າວຄາວກັບຄົນຢູ່ເຮືອນ
ໄດ້ຂ່າວມາວ່າມີຄົນຕາຍຈົມນ້ຳວ່າຊັ້ນ, ເປັນນັກຮຽນຜູ້ຊາຍຂອງໂຮງຮຽນປາກປາສັກນີ້ລະ, ເພິ່ນເລົ່າວ່າຜູ້ເຄາະຮ້າຍກັບໝູ່ຄົນໜຶ່ງໄດ້ພາກັນໄປຫາຄວ່າງແຫຢູ່ແຄມນ້ຳຂອງ,
ຢູ່ດີໆຊາຍຜູ້ນັ້ນກະຈົມນ້ຳໄປໂດຍບໍ່ມີການເອີ້ນໃຫ້ຄົນໃດຊ່ວຍເລີຍ, ສ່ວນອີກຄົນລອດຊີວິດ. ນ້ອງຊາຍຂ້ອຍເລົ່າວ່າຂະນະທີ່ລາວກຳລັງຫາປາຢູ່ໄດ້ເຫັນເຫດກການລາວກັບໝູ່ຈຶ່ງພາກັນຂີ່ເຮືອໄປຊ່ວຍ
ແຕ່ກໍ່ບໍສາມາດຊ່ວຍໄດ້ທັນ, ເຂົາເຈົ້າໄດ້ພາກັນເອົາມອງກວດກໍ່ບໍ່ເຫັນ, ຈົນວ່າຄ້ອຍຄ່ຳຈຶງໄດ້ເຫັນສົບນັກຮຽນຄົນນັ້ນ, ໃຜຈະໄປເຊື່ອວ່າຄົນລອຍນ້ຳເປັນຈະຈົມນ້ຳຕາຍໄດ້ ທັງໆທີ່ນ້ຳຂອງໃນຕອນນັ້ນກໍ່ແຫ້ງຫຼາຍແລະນ້ຳກໍ່ບໍ່ໄດ້ຟອງຫຍັງ, ຫຼາຍຄົນກໍ່ເຊື່ອວ່າແມ່ນມີເຈົ້າມີຈອມເອົາ,ເຫດການນີ້ເຮັດໃຫ້ຂ້ອຍເຊື່ອເລື່ອງສິ່ງທີ່ຕາບໍ່ເຫັນເກືອບເຕັມ 100% ເລີຍ
ສົງສານແຕ່ພໍ່ແມ່ຂອງນັກຮຽນຄົນນັ້ນ, ສົ່ງລູກມາຮຽນຫວັງຈະໄດ້ເພິ່ງຊ້ຳພັດມາຈາກໄປແບບນີ້ 
ຂ້ອຍບໍ່ຮູ້ວ່າສາເຫດການຕາຍຂອງນັກຮຽນຄົນນັ້ນຍ້ອນຫຍັງກັນແທ້
ຜູ້ໃດຮູ້ເຫັນເຫດການນີ້ດີກະມາເລົ່າສູ່ຟັງແນ່ເດີ