
ຂຽນເມື່ອ: ທ.ວ.. 20, 2008
| ມີ
27 ຄຳເຫັນ
ແລະ
0 trackback(s)
ຫຼາຍຄົນອາດຈະເຄີຍເວົ້າອອກມາວ່າ: "ເປັນຫຍັງຈຶ່ງບໍ່ມີໃຜເຂົ້າໃຈຂ້ອຍເລີຍ "
ຫຼາຍຄົນອາດເຄີຍພົບກັບບັນຫາຕ່າງໆໃນຊີວິດ ຫຼື ບາງຄົນອາດຈະບໍ່ເຄີຍພົບກໍ່ຕາມ, ເມື່ອເວລາມີບັນຫາທີ່ໜັກໜ່ວງກໍ່ມັກຈະຫາຄົນປຶກສາ,
ແຕ່ບາງເທື່ອສິ່ງທີ່ເຮົາຫວັງມັນກໍ່ບໍ່ອາດຈະເປັນໄດ້ດັ່ງໃຈສະເໝີໄປ, ບາງເທື່ອເວລາເຮົາເວົ້າຫຍັງອອກໄປກໍ່ບໍມີໃຜເຂົ້າໃຈເຮົາເລີຍ,
ຢາກໃຫ້ໝູ່ເພື່ອນເຂົ້າໃຈວ່າຢ່າໄປຮຽກຮ້ອງໃຫ້ໃຜມາເຂົ້າໃຈເຮົາເລີຍ ເພາະແມ່ນແຕ່ຕົວເຮົາເອງກໍ່ຍັງບໍ່ອາດຈະເຂົ້າໃຈຕົນເອງໄດ້ໝົດທຸກຢ່າງ
ແລ້ວເຫດໃດຄົນອື່ນໆເຂົາຈະມາເຂົ້າໃຈເຮົາ, ລອງຄິດກົງກັນຂ້າມເບິ່ງ ຂະໜາດຕົວເຮົາເອງຍັງບໍ່ສາມາດທີ່ຈະເຂົ້າໃຈຄົນອື່ນໄດ້
ແລ້ວຄົນອື່ນຈະມາເຂົ້າໃຈໃນຕົວເຮົາໄດ້ຢ່າງໃດ.
ການທີ່ຈະຮູ້ຈັກ ແລະເ ຂົ້າໃຈຕົນເອງມັນກໍ່ຍາກພໍແລ້ວ ແລ້ວການທີ່ຈະໃຫ້ໄປເຂົ້າໃຈຄົນອື່ນ ມັນກໍ່ຍາກຫຼາຍກວ່າ
ຈົ່ງຢ່າຄິດຫຍັງຫຼາຍ ແລະ ຢ່າຫວັງຫຍັງຫຼາຍຈາກຄົນອື່ນ, ການທີ່ບໍ່ມີໃຜເຂົ້າໃຈກໍ່ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສາມາດຢູ່ໃນໂລກນີ້ໄດ້
ຈົ່ງທຳໃຈ ແລະ ຍອມຮັບໃນຄວາມເປັນຈິງນັ້ນເທີ້ນ.
ບາງຄົນອາດເຄີຍເຮັດຜິດພາດມາໃນຊີວິດເຊິ່ງບາງເທື່ອກໍ່ຖືກສັງຄົມລັງກຽດ, ສັງຄົມບໍ່ຍອມຮັບ.
ກໍ່ມາຄິດອຸກອັ່ງໃຈຢູ່ແບບນັ້ນບໍ່ຍອມໃຫ້ອະໄພຕົວເອງເລີຍຖ້າຄົນໃດຫາກຄິດແບບນັ້ນຂໍຈົ່ງໃຫ້ຄິດວ່າ
ຖ້າເຮົາບໍ່ໃຫ້ອະໄພຕົນເອງ ເຮັດຕົນເອງໃຫ້ເປັນຄົນດີ ແລ້ວ ຄົນອື່ນໃຜເລີຍຈະມາໃຫ້ອະໄພເຮົາລະ
ເຖິງແມ່ນວ່າມໍລະສຸມຊີວິດຈະເຂົ້າມາຫາເຮົາຫຼາຍເທົ່າໃດກໍ່ຂໍຈົ່ງຢ່າທໍ້ແທ້, ຢ່າສິ້ນຫວັງ,
ເຖິງແມ່ນວ່າຈະບໍ່ມີໃຜເຂົ້າໃຈເຮົາ, ກໍ່ຢ່າໄປຮ້າຍເຂົາເລີຍ, ຖ້າຈິດໃຈເຮົາສະຫງົບເປັນສຸກແລ້ວ ທຸກສິ່ງຢ່າງມັນກໍ່ຈະດີເອງນັ້ນລະ
ດ້ວຍຮັກ ແລະ ຫວ່ງໄຍໝູ່ເພື່ອນໝົດທຸກຄົນ
ຂຽນໂດຍ wunwan
ຜິດພາດປະການໃດຂໍອະໄພມານະທີ່ນີ້ດ້ວຍ