
ຂຽນເມື່ອ: ທ.ວ.. 25, 2008
| ມີ
20 ຄຳເຫັນ
ແລະ
0 trackback(s)
ເນື່ອງໃນວັນ Christmas ແລະ ວັນປີໃໝ່ສາກົນທີ່ຈະມາເຖິງນີ້
wunwan ເອງກະມີພຽງແຕ່ຄຳອວຍພອນນີ້ລະທີ່ຈະມອບໃຫ້ໝູ່ເພື່ອນສະມາຊິກພັນລາວທຸກໆຄົນ
ຂໍອວຍພອນ ເປັນຄຳກອນວີ່ວອນມາ
ເຖິງບັນດາ ໝູ່ເພື່ອນພັນລາວນີ້
ຂໍຈົງໃຫ້ ມີຄວາມສຸກໃນທຸກທີ່
ທັງປີນີ້ ປີໜ້າ ແລະ ຕະຫຼອດໄປ
ຂໍໃຫ້ແຄ້ວ ໃຫ້ຄາດພະຍາດໂລຄາ
ສຸກອຸລາ ເກັ່ງກ້າວິຊາຄວາມຮູ້
ຂໍຈົງໃຫ້ ຄວາມທຸກໃຈຢ່າເຫຼືອຢູ່
ໃຫ້ໝູ່ຄູ່ ທຸກໆຄົນຢ່າໝົ່ນໃຈ ແທ້ແລ້ວ
ແຫວນແລະແກ້ວ ເງິນຄຳເຂົ້າມາຫາ
ໂຊກດີມາ ວາດສະໜາໃຫ້ດີຂຶ້ນ
ນອນຫຼັບແລ້ວ ຝັນວ່າໄດ້ຈັບເງິນໝື່ນ
ຍາມຕື່ນຂຶ້ນ ເງິນໝື່ນໝາຍກາຍເປັນ ຮ້ອຍລ້ານ ພຸ້ນແລ
ເວົ້າແທ້ໆ ອອກຈາກໃຈຂອງ ວັນວານ
ດົນບັນດານ ໃຫ້ເປັນແທ້ດັ່ງໃຈໝາຍ
ໃຫ້ໝູ່ເພື່ອນ ມີຄວາມສຸກທັ້ງກາຍໃຈ
ສິ່ງທີ່ໝາຍ ວາດຫວັງໄວ້ໃຫ້ເປັນຈິງ ແທ້ໆເນີ
ແຕ່ງໂດຍ wunwan