ນີ້້ເປັນເລື່ອງຄວາມຮັກຂອງຄົນສອງຄົນ ທີ່ຖານະແຕກຕ່າງກັນ
ຮັກຂອງເຂົາເຈົ້າທັງສອງຈະສົມຫວັງ ຫຼື ບໍ່ມາຊ່ວຍກັນລຸ້ນເດີພີ່ນ້ອງພັນລາວ
ຢູ່ທີ່ສວນສາທາລະນະແຄມແມ່ນ້ຳຂອງ
ໂນ່ ! ຂ້ອຍຄິວ່າເຮົາສອງຄົນເລີກກັນເທາະ, ເລື່ອງລະຫວ່າງເຈົ້າ ແລະ ຂ້ອຍມັນຄືຊິເປັນໄປບໍ່ໄດ້ແລ້ວ ດາວ ເວົ້າອອກມາພ້ອມກັບນ້ຳຕາ
ດາວ ! ເປັນຫຍັງເຈົ້າຈຶ່ງວ່າຈັ່ງຊັ້ນ, ເຈົ້າກໍ່ຮູ້ວ່າຂ້ອຍຮັກເຈົ້າຫຼາຍເທົ່າໃດ, ຂ້ອຍຂໍຮ້ອງລະດາວ ເຈົ້າຢ່າເວົ້າຄຳນີ້ອີກໄດ້ບໍ, ເຈົ້າຮູ້ບໍວ່າຂ້ອຍເຈັບປວດເທົ່າໃດທີ່ໄດ້ຍິນຄຳໆນີ້, ດາວ ! ! ຂ້ອຍຮັກເຈົ້າຄົນດຽວ ແລະມີເຈົ້າພຽງຄົນດຽວເຈົ້າກໍ່ຮູ້ ໂນ່ ເວ້າອອກມາດ້ວຍສີໜ້າທີ່ແສນເສົ້າ ພ້ອມທັງນ້ຳຕາຊຶມ
ດາວ: ແຕ່ຂ້ອຍເມື່ອຍນະໂນ່, ຄວາມຮັກຂອງເຮົານັບວັນຍິ່ງຈະມີບັນຫາຫຼາຍຂຶ້ນທຸກວັນ.
ໂນ່ : ດາວ ! ແຕ່ເຮົາສັນຍາແລ້ວວ່າຈະພາກັນສູ້ໃຫ້ຜ່ານຜ່າອຸປະສັກໄປນຳກັນ, ແຕ່ເປັນຫຍັງມື້ນີ້ເຈົ້າຈຶ່ງເວົ້າແບບນີ້
ດາວ: ໂນ່, ຂ້ອຍຖາມແນ່, ມື້ນີ້ເຈົ້າໄປໃສມາລະ, ໝູ່ຂ້ອຍບອກວ່າເຫັນເຈົ້າໄປກັບຜູ້ຍິງຄົນໜຶ່ງ, ວັນເສົາກ່ອນເຂົາກໍ່ວ່າເຫັນເຈົ້າໄປດື່ມເບຍຢູ່ຮ້ານຈົນມຶນເມົາ.
ໂນ່: ດາວ ! ຍິງຄົນນັ້ນເປັນໝູ່ຮຽນຫ້ອງດຽວກັນທຳມະດາ, ມັນບໍ່ແມ່ນດັ່ງທີ່ເຈົ້າຄິດເຈົ້າກໍ່ຮູ້
ໂນ່ ຄິດຢູ່ໜ້ອຍໜຶ່ງແລ້ວເວົ້າອອກມາ ດາວ! ທີ່ເຈົ້າເວົ້າມານີ້ເພາະຢາກເລີກັບຂ້ອຍແມ່ນບໍ?, ເປັນເພາະຂ້ອຍເປັນຄົນຈົນແມ່ນບໍ?
ແມ່ນແລ້ວ ຂ້ອຍມັນບໍ່ມີຫຍັງເລີຍ, ຖານະຄອບຄົວກໍ່ພໍສ່ຳນັ້ນ ແຕກຕ່າງກັບເຈົ້າ, ເຈົ້າຄືຊິເບື່ອຂ້ອຍແລ້ວແມ່ນບໍ?
ໂນ່ທັງເວົ້າທັງນ້ຳຕາຊຶມເບົ້າ
ມັນບໍ່ແມ່ນແນວນັ້ນ, ຂ້ອຍບໍ່ໄດ້ສົນໃຈເລື່ອງນັ້ນເຈົ້າກໍ່ຮູ້ ............ດາວເວົ້າໄດ້ພຽງແຕ່ເທົ່ານັ້ນ, ນາງບໍ່ສາມາດເວົ້າຫຍັງຕໍ່ໄປໄດ້ອີກ. ເມື່ອໂທລະສັບດັງຂຶ້ນ
ໂນ່ຂ້ອຍຈະກັບບ້ານກ່ອນເດີ, ເບິ່ງແຍງໂຕເອງດີໆລະ, ຂ້ອຍເປັນຫວ່ງ... ດາວເວົ້າອອກມາພ້ອມກັບນ້ຳຕາໄຫຼລິນລົງມາເທິງໃບໜ້າ, ເມື່ອເວົ້າສຸດ ດາວກໍ່ຍ່າງຂຶ້ນລົດ ກັບບ້ານໄປ ປ່ອຍໃຫ້ໂນ່ຢູ່ຄົນດຽວຕາມລຳພັງ.
ຄືນນີ້ໂນ່ນອນບໍ່ລັບມົດຄືນ, ເບິ່ງຄືວ່າໂລກນີ້ບໍ່ມີຫຍັງເຫຼືອເລີຍ, ຊີວິດຄືກັບວ່າຂາດສິ່ງໃດສິ່ງໜຶ່ງໄປ, ຮ່າງກາຍກໍ່ອ່ອນເພຍໄປໝົດ, ເຂົ້ານ້ຳກໍ່ກິນບໍ່ລົງເລີຍ
ເໝືອນກັບວ່າຄວາມອ້າງວ້າງ, ຄວາມງຽບເຫງົາມັນຈເຂົ້າມາໂຮມຢູ່ທີ່ໂນ່ພຽງຄົນດຽວ
ໂນ່ ແລະ ດາວ ເປັນຄູ່ຮັກກັນມາໄດ້ 1 ປີແລ້ວ, ແຕ່ເນື່ອງຈາກວ່າຖານະຄອບຄົວແຕກຕ່າງກັນ, ດາວເປັນລູກສາວດຽວຂອງຄອບຄົວ, ປ້າພັນ ແລະ ລຸງ ສອນ ເຊິ່ງເປັນຄົນຮັ່ງມີທີ່ສຸດໃນບ້ານນັ້ນກໍ່ວ່າໄດ້
ໂນ່ເປັນນັກຮຽນທຶນຈາກຕ່າງແຂວງ, ໄດ້ທຶນການສຶກສາຈາກລັດຖະບານມາຮຽນກຽມ, ແຕ່ເນື່ອງຈາກວ່າໂນ່ເກີດມາໃນຄອບຄົວທຸກຈົນຈຶ່ງເຮັດໃຫ້ພໍ່ແມ່ຂອງດາວ ບໍ່ພໍໃຈທີ່ດາວ ຄົບກັບໂນ່, ຈຶ່ງໄດ້ຫ້າມບໍ່ໃຫ້ດາວມາພົວພັນກັບໂນ່ອີກ, ຊ້ຳບໍ່ພໍ ຍັງມີຜູ້ຊາຍທີ່ມີຖານະໜ້າຕາດີມາສົນໃຈດາວອີກ, ພໍ່ແມ່ຂອງດາວກໍ່ເຫັນພ້ອມຢາກໃຫ້ດາວຄົບກັບຊາຍຄົນນັ້ນ, ແຕ່ດາວເອງກໍ່ບໍ່ໄດ້ຮັກຜູ້ຊາຍຄົນນັ້ນ ຄືກັບທີ່ດາວຮັກໂນ່ເລີຍ, ທຸກຄັ້ງທີ່ຈະມາພົບກັບໂນ່ດາວກໍ່ໄດ້ລັກມາຫາເພາະຖ້າພໍ່ແມ່ຮູ້ດາວຈະຖືກຮ້າຍ
ເຖິງຈະມີອຸປະສັກຫຼາຍຢ່າງເຂົ້າມາແຕ່ກໍ່ບໍ່ໄດ້ເຮັດໃຫ້ຄວາມຮັກຂອງເຂົາເຈົ້າທັງສອງສັ່ນຄອນແຕ່ຢ່າງໃດ, ມີແຕ່ຍິ່ງເຮັດໃຫ້ຮັກກັນຫຼາຍຂຶ້ນ
ແຕ່ມາເຖິງມື້ນີ້ ດາວ ໄດ້ຕັດສິນໃຈເວົ້າຄຳນີ້ອອກມາຈາກປາກຂອງນາງເຊິ່ງສາເຫດມາຈາກອັນໃດ ໂນ່ບໍ່ຮູ້ເລີຍ
ດາວ ! ດາວ ! ເປັນຫຍັງມື້ນີ້ເຈົ້າຈຶ່່ງເວົ້າຄຳນີ້ອອກມາ! ຂ້ອຍບໍ່ເຊື່ອວ່າຍ້ອນຂ້ອຍໄປກັບໝູ່ຜູ້ຍິງຄົນນັ້ນຈະເຮັດໃຫ້ເຈົ້າເວົ້າຄຳນີ້ອອກມາ,
ດາວ! ຫຼືວ່າເຈົ້າບໍ່ຮັກຂອ້ຍແລ້ວ ໂນ່ໄດ້ແຕ່ພຶມພຳຖາມຕົວເອງດ້ວຍຄວາມເຈັບປວດທີ່ອອກມາຈາກຫົວໃຈ, ຄືນນັ້ນທັງຄືນໂນ່ໄດ້ໂທຫາດາວຕັ້ງຫຼາຍເທື່ອແຕ່ດາວກໍ່ປິດເຄື່ອງ
ພໍຮຸ່ງເຊົ້າມາໂນ່ໄດ້ຕັດສິນໃຈໄປຫາດາວຢູ່ບ້ານ, ແຕ່ຄົນໃນຄອບຄົວກໍ່ບອກວ່າດາວບໍ່ຢູ່, ບໍ່ຮູ້ວ່າໄປໃສ. ແລ້ວກໍ່ບອກໂນ່ວ່າບໍ່ຕ້ອງມາຫາດາວອີກ.
ໂນ່ຮູ້ແລ້ວວ່າເຂົາເຈົ້າຕົວະແຕ່ຈະເຮັດແນວໃດໄດ້, ໄດ້ແຕ່ຍ່າງກັບບ້ານດ້ວຍຄວາມຜິດຫວັງ, ດັ່ງເຊັ່ນຄົນໄຮ້ວິນຍານ
ການສອບເສັງໄປຈີນຈະເລີ່ມໃນອາທິດໜ້ານີ້ແລ້ວ, ແຕ່ໂນ່ຍັງບໍ່ມີກະຈິດກະໃຈຈະຮຽນໜັງສືຊ້ຳ, ທຸກມື້ກໍ່ໄດ້ແຕ່ນັ່ງໃຈລອຍໄປລອຍມາ ບາງເທື່ອກໍ່ນຳ້ຕາໄຫຼ, ໝູ່ໃນຫ້ອງພັກດຽວກັນກໍ່ສົງໄສວ່າໂນ່ເປັນຫຍັງຄືມາແປກແທ້, ປົກກະຕິແລ້ວໂນ່ເປັນຄົນມັກຮຽນໜັງສືເອົາແທ້ເອົາວ່າ, ແຕ່ໜຶ່ງອາທິດຜ່ານມານີ້ແຮ່ງໃກ້ຊິເສັງໂນ່ຊ້ຳພັດບໍ່ຈັບຮອດປຶ້ມມາອ່ານຊ້ຳ, ໝູ່ທຸກຄົນພາກັນຖາມໂນ່ກໍ່ບໍ່ໄດ້ເວົ້າຫຍັງສູ່ຟັງຫຼາຍມີແຕ່ບອກວ່າມີບັນຫາໜ້ອຍໜຶ່ງເທົ່ານັ້ນ
ເສັ້ນທາງການສຶກສາ ແລະ ຄວາມຮັກຂອງໂນ່ຈະເປັນແນວໃດ ຕິດຕາມອ່ານໃນຕອນຕໍ່ໄປເດີພີ່ນ້ອງ
ຢາກໃຫ້ຊີວິດຂອງໂນ່ເປັນແນວໃດກໍ່ສາມາດອອກຄວາມເຫັນມາໄດ້ເດີ
ຂຽນໂດຍ wunwan