
ຂຽນເມື່ອ: ມ.ນ.. 19, 2009
| ມີ
14 ຄຳເຫັນ
ແລະ
0 trackback(s)
ມື້ນີ້ຟ້າຄື້ມໆຄືກັບລະດູຝົນເລີຍ, ອາກາດປ່ຽນແປງຕະຫຼອດ, ຮັກສາສຸຂະພາບເດີ້ພີ່ນ້ອງພັນລາວ

ແນມເຫັນຟ້າມືດຄື້ມ...............ລະພຶມຈິດຄິດຫວງຫາ
ຝົນຕົກລິນລົງມາ.....................ສຸດໂສພາຢູ່ໃສນ້ອງ
ແລຫຼຽວມອງຫາເຈົ້າ...............ອ້າຍເຫງົາໃຈອາໄລຢູ່
ເຫດໃດນ້ອງຜູ້ຮູ້.....................ຈຶງມາຄ້ອຍຫ່າງໄກ ເດນໍ
ຍາມເມື່ອຕາເວັນຄ້ອຍ..............ລອຍລັບໄລລາ
ອົກອຸລາອ້າຍລະທົມ.................ສຸດໂສກຕົມແສນເສົ້າ
ເຫງົາບໍ່ມີຫ່າງໄດ້.......................ໃນຫົວໃຈຜູ້ເປັນພີ່
ໜີໄປຢູ່ໃສເດເຈົ້າ......................ປະອ້າຍເສົ້າຢູ່ຜູ້້ດຽວ ນາງເອີຍ
ເຄີຍຄຽງຄູ່ຢູ່ຊ້ອນ....................ນອນແນບຄຽງກາຍ
ນ້ອງສັງມາໄລລືມ.....................ຫຼອກລວງລາອ້າຍ
ຫຼືໄປມີຄູ່ຊ້ອນ.........................ຊາຍງາມຄົນໃໝ່
ປະໃຫ້ອ້າຍໂສກເສົ້າ..................ນອນຮ້ອງໄຫ້ບໍ່ໄລນາງ ແທ້ແລ້ວ
ຫຼືເປັນເພາະພີ່ອ້າຍ....................ຮູບຮ້າຍທຸກຈົນ
ນ້ອງໜ້າມົນຈຶ່ງຈາກໄປ..............ບໍ່ມີຄຳໃດລາອ້າຍ
ເປັນຈັ່ງໃດເດນໍນ້ອງ..................ນວນອານົງເມື່ອໄກຫ່າງ
ສ່ວນວ່າທາງພີ່ອ້າຍ...................ຍັງຄອງໃຫ້ນ້ອງກັບຄືນ ແທ້ເນີ
ຮັກບໍ່ເຄີຍສຸດສິ້ນ.......................ຖະຫວິນຫາແຕ່ນວນນາງ
ຍັງຄິດຄວນຄາວເຮົາ..................ຫຼົບຝົນຖຽງນານ້ອຍ
ຍັງຄອງຄອຍຫາເຈົ້າ..................ຫວນຄືນມາຄຽງຄູ່
ຫາກຊູ້ໃໝ່ເຮັດໃຫ້ເຈົ້າ................ໝອງເສົ້າໃຫ້ຕ່າວມາ ນາງເອີຍ
ໂດຍ wunwan