
ຂຽນເມື່ອ: ພ.ພ.. 5, 2009
| ມີ
19 ຄຳເຫັນ
ແລະ
0 trackback(s)
ລອງອ່ານເບິ່ງເດີ້ພີ່ນ້ອງທັງຫຼາຍ
ຊີວິດມະນຸດນີ້ ມີຫຼາຍສິ່ງຍາກເຫຼືອຫຼາຍ
ວິດທຸກມີສຸກກາຍ ແວ່ວຽນແວະມາໃກ້
ຄືດັ່ງລິຂິດໄວ້ ມາໃຫ້ແຕ່ຄາວກ່ອນ
ການຂໍພອນວຽນໄຫວ້ ອາດບໍ່ໄດ້ດັ່ງໝາຍ ທ່ານເອີຍ
ຕໍ່ໃຫ້ຊີວິດນີ້ ມີແຕ່ທຸກຢູ່ບໍ່ວາງ
ສູ້ໄປທຸກເສັ້ນທາງ ຢ່າຖອຍຫ່າງໜີໜ້າ
ຮຽນພາຕົນໃຫ້ພົ້ນ ຈາກໝູ່ໂຈນສັດຕູໃຫຍ່
ຮູ້ຫຼາຍຫຼືຮູ້ໜ້ອຍ ຈົ່ງຄ່ອຍໄດ້ໝັ່ນພາກພຽນ
ແລະທີ່ຂາດບໍ່ໄດ້ ຄືໃຈອົດດ້ວຍຄວາມຫວັງ
ເດີນທາງຢ່າງລະວັງ ບໍ່ຖອຍຫຼັງເຖິງຈະທໍ້
ທາງເດີນມີໃຫ້ພໍ້ ຂໍພຽງໃຈຍັງສູ້ຢູ່
ສູ້ໄປຫາກຈະຮູ້ ຜົນສຳເລັດມີແທ້ຈິງ ທ່ານເອີຍ
ໂດຍ wunwan(ວວ ວັນວານ)