
ຂຽນເມື່ອ: ພ.ພ.. 14, 2009
| ມີ
25 ຄຳເຫັນ
ແລະ
0 trackback(s)
ສອງສ່ຽວ ທ້າວບຸນ ແລະ ທ້າວມາລົມກັນ
ບຸນ: ສ່ຽວ ໂຕຮູ້ບໍ່ ການດຳລົງຊີວິດຄູນີ້ມັນສັບປ່ຽນກັນຕະຫຼອດໃດ໋ລະຫວ່າງຜົວກັບເມຍ
ມາ: ມັນສັບປ່ຽນກັນແນວໃດຫວະສ່ຽວ ເລື່ອງອີຫຍັງຫວະ?
ບຸນ: ກະເລືອງຢູ່ໃນເຮືອນໃນຊານນີ້ລະ
ມາ: ມັນເປັນແນວໃດເວົ້າມາເບິ່ງດຸ ?
ບຸນ: ໂຕຮູ້ບໍ ບ່າວສາວເຂົາແຕ່ງງານກັນນະປີທຳອິດທີ່ແຕ່ງງານກັນມັນກະດີຢູ່ ຜູ້ເປັນຜົວມັກຈະເປັນຝ່າຍເວົ້າ ສ່ວນຜູ້ເປັນເມຍມັກຈະຢູ່ຊື່ໆ
ປີທີ 2 : ຜູ້ເປັນເມຍມັກຈະເປັນຝ່າຍເວົ້າ ແລະ ຜົວມັກຈະເປັນຝ່າຍຟັງ
ມາ: ແລ້ວປີຕໍ່ໄປເດລະ ບໍ່ມີໃຜເວົ້າເລີຍບໍ?
ບຸນ: ມັນບໍ່ແມ່ນຄືໂຕເຂົ້າໃຈຫັ້ນຕິ, ປີທີ 3 ພວກເຂົາທັງສອງພາກັນເວົ້າ ແລ້ວຄົນຂ້າງບ້ານເປັນຜູ້ຟັງ
ຄົນຂ້າງບ້ານຫັ້ນກະຄືເຮົານີ້ລະ ຟັງຈົນເມື່ອຍຟັງເຂົາຖຽງກັນເກືອບທຸກມື້ ເຮົາຈົນບໍ່ໄດ້ນອນ
ໂດຍ ວວ ວັນວານ