
ຂຽນເມື່ອ: ພ.ຈ.. 19, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)

ກ - ເກັບເຮົາໄວ້ໃນໃຈເຂົາ
ຂ - ເຂົ້າໃຈເຮົາ
ຄ - ຄອຍເປັນກຳລັງໃຈໃຫ້ເຮົາ
ງ - ງໍ້ເຮົາເມື່ອຮູ້ວ່າຂະເຈົ້າຜິດ
ຈ - ຈັບມືເຮົາເມື່ອຕ້ອງການໃຫ້ກຳລັງໃຈ
ສ - ສຶກສານິໄສທີ່ແທ້ຈິງຂອງເຮົາ
ສ - ສັງເກດຄວາມປ່ຽນແປງໃນຕົວເຮົາ
ຊ - ຊື່ໆກັບຄວາມໃຈຮ້ອນຂອງເຮົາ
ຊ - ຊ່ອຍເຫຼືອເຮົາ
ຊ - ຊື່ສັດກັບເຮົາ, ເຮັດດີກັບເຮົາສະເໝີ
ດ - ດີກັບເຮົາ
ຕ - ຕິດຕາມຂ່າວຄາວຄວາມເປັນໄປຂອງເຮົາ
ຖ - ໄຖ່ຖາມທຸກສຸກ
ທ - ທຳມະທຳໂມກັບເຮົາ
ນ - ນັບຖືເຮົາ ແລະ ເປັນຕາຮັກໃນສາຍຕາຂອງເຮົາ
ບ - ບອກຄວາມຈິງແກ່ເຮົາ
ປ - ປອບໃຈເມື່ອເຮົາທໍ້
ຜ - ຜາຍ(ແບ) ມືຕ້ອນຮັບເຮົາສະເໝີ
ຝ - ຝາກຄວາມຈິງໃຈໄວ້ກັບເຮົາ
ພ - ເພີ່ມພະລັງໃຫ້ແກ່ເຮົາ
ພ - ພູມໃຈໃນຕົວເຮົາ
ຟ - ຟັງເຮົາສະເໝີ
ມ - ມອບສິ່ງດີໆໃຫ້ແກ່ເຮົາ
ຍ - ຍົກໂທດໃຫ້ແກ່ເຮົາ
ຍ - ຍ່າງຄຽງຂ້າງເຮົາ
ຮ - ເຮັດໃຫ້ຊີວິດຂອງເຮົາປ່ຽນໄປ
ຮ - ຮັກເຮົາທີ່ເຮົາເປັນເຮົາ
ຮ - ເຮຮາກັບເຮົາໄດ້ທຸກເວລາ
ລ - ລະອຽດອ່ອນກັບຄວາມຮູ້ສຶກຂອງເຮົາ
ວ - ໄວ້ໃຈເຮົາ
ຫ - ເຫັນຄຸນຄ່າຂອງເຮົາ
ອ - ອະທິບາຍສິ່ງທີ່ເຮົາບໍ່ເຂົ້າໃຈ
ຈາກ Forward mail. ມີຄົນສົ່ງມາໃຫ້ ບອກໃຫ້ສົ່ງຕໍ່ໃຫ້ຄົບ 20 ແລ້ວຈະສົ່ງໃຫ້ໃຜລະນີ້ (
ຄິດບໍ່ອອກ)
ເອົາມາຂຽນຢູ່ນີ້ຊະໜ້າຈະດີກວ່າ ເຜື່ອມີຄົນຢາກອ່ານ ຖ້າຊ້ຳກໍ່ກໍອະໄພເດີ້ພີ່ນ້ອງພັນລາວ