
ຂຽນເມື່ອ: ກ.ຍ.. 24, 2008
| ມີ
7 ຄຳເຫັນ
ແລະ
0 trackback(s)
ເປັນຫຍັງຄົນທີ່ເຮົາຮັກຫຼາຍທີ່ສຸດເຮົາຈຶ່ງເກງໃຈໜ້ອຍທີ່ສຸດ ຂ້ອຍເຊື່ອວ່າຫຼາຍຄົນກໍ່ມັກເປັນຄືກັນ ເຮົາຍອມອ່ອນນ້ອມຖ່ອມຕົນ, ເວົ້າຈາອ່ອນຫວານມ່ວນຫູ ແລະ
ເຂົ້າໃຈງ່າຍໆ ກັບຄົນອື່ນ ແຕ່ກັບຄົນທີ່ເຮົາຮັກ ແນ່ນອນເຮົາເປັນໂຕຂອງໂຕເອງໄດ້ຫຼາຍທີ່ສຸດ
ແຕ່ບາງເທື່ອເຮົາກໍ່ລືມໃສ່ໃຈກັບ ຄວາມຮູ້ສຶກຂອງເຂົາເຈົ້າ ໂດຍເອົາອາລົມຂອງໂຕເອງເປັນສ່ວນຫຼາຍ,
ເຮົາເກງໃຈຄົນອື່ນທີ່ເຂົາບໍ່ໄດ້ຮູ້ສຶກອັນໃດກັບເຮົາເລີຍ
ແຕ່ກັບຄົນທີ່ເຂົາຮັກເຮົາ ແລະ ເຮົາກໍ່ຮັກເຂົາ ບາງເທື່ອເຮົາກໍ່ເຮັດອີຫຍັງໂດຍບໍ່ເກງໃຈເຂົາເລີຍ.
ເຊິ່ງບໍ່ໄດ້ໝາຍເຖິງແຕ່ແຟນເທົ່ານັ້ນ ແຕ່ຍັງໝາຍເຖິງພໍ່ແມ່ຂອງເຮົາອີກດ້ວຍ. ເຮົາເຮັດດີ, ເວົ້າດີ ກັບຫຼາຍຄົນ ແຕ່ກັບຄົນທີ່ເຮົາເອີ້ນວ່າ ເປັນຄົນກັນເອງ ເຮົາພັດບໍ່ຄ່ອຍໄດ້ເຮັດຫຍັງໃຫ້ເຂົາເຈົ້າພູມໃຈ ຫຼື ບາງເທື່ອກໍ່ບໍ່ສົນໃຈຄວາມຮູ້ສຶກຂອງເຂົາເຈົ້າຊ້ຳ. ຕົວຢ່າງ: ຄົນເຮົາຕອນຫາກໍ່ຈີບກັນໃໝ່ກໍ່ເອົາອົກເອົາໃຈໃສ່ສາລະພັດອັນພັນແນວ ແຕ່ພໍໄດ້ເປັນແຟນກັນແລ້ວ ຝ່າຍຍິງຈະຮູ້ສຶກເລີຍວ່າຝ່າຍຊາຍເອົາໃຈລາວໜ້ອຍລົງ ແລະ ຫັນໄປເອົາໃຈຕົວເອງຫຼາຍຂຶ້ນ, ຄຳເວົ້າຫວານໆກໍ່ເລີ່ມຈະບໍ່ໄດ້ຍິນຄືແຕ່ກ່ອນ. ຂ້ອຍຢາກໃຫ້ຄົນທີ່ຮັກກັນນັ້ນເບິ່ງອີກຝ່າຍໜຶ່ງວ່າ ເປັນຄົນພິເສດ ເພາະມີໜ້ອຍຄົນທີ່ຈະເກີດມາໃຫ້ເຮົາຮັກໄດ້ແບບນີ້,
ສິ່ງທີ່ປະຕິບັດຕໍ່ກັນກໍ່ຄວນຈະພິເສດກວ່າຄົນອື່ນ, ພິເສດທັງການໃຫ້ ແລະ ການຮັບ. ທ່ານລອງຕອບຄຳຖາມເບິ່ງດຸວ່າ ລະຫວ່າງຄົນອື່ນກັບຄົນພິເສດເຮົາຈະເບິ່ງໄປທີ່ຜູ້ໃດ, ທ່ານຈະຕ້ອງການຄົນໃດຫຼາຍກວ່າກັນ................................................ຄັດຈາກ http://www.dhammadelivery.com/webboard.php?action=show&id=5430