ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 30, 2008 | ມີ 28 ຄຳເຫັນ ແລະ 0 trackback(s)
ຜິດພາດ​ແບບ​ນີ້ ​ເປັນ​ໃຜ ​ໃຜ​ກໍ່ຊ໊ອກກກ !!

ຜິດພາດ​ແບບ​ນີ້ ​ເປັນ​ໃຜ ​ໃຜ​ກໍ່ຊ໊ອກກກ !!

 

ຊາຍ​ຄົນ​ໜຶ່ງ​ຫາ​ກໍ່​ເຂົ້າ​ພັກ​​ໃນ​ໂຮງ​ຮຽມ

 ລາວ​ເຫັນ​ຄອມ​ພິວ​ເຕີ​ເຄື່ອງ​ໜຶ່ງ​ຢູ່​ໃນ​ຫ້ອງ

ຈຶ່ງ​ຕັດສິນ​ໃຈ​ສົ່ງ e-mail ​ໃຫ້​ເມຍ ​ແຕ່​ລາວ​ໄດ້​ພິມ e-mail address ຂອງ​ເມຍ​ຜິດ​ໄປ

​ແລະ ​ໄດ້​ທຳ​ການ​ສົ່ງ e-mail ນັ້ນ​ໄປ​ໂດຍ​ທີ່​ບໍ່​ໄດ້​ສັງ​ເກດ​ຫຍັງ​ເລີຍ…..!

 

 

​ໃນ​ຂະນະ​ນັ້ນ…ນະ ທີ່​ແຫ່ງ​ໜຶ່ງ​ໃນ ຮັດ​ຕັ້ນ ​ແມ່ໝ້າ​ຍຄົນ​ໜຶ່ງ​ຫາ​ກໍ່​ກັບ​ຈາກ​ພິທີ​ຝັງ​ສົບ​ຂອງ​ຜົວ​ອັນ​ເປັນ​ທີ່​ຮັກ​ຂອງ​ຕົນ

ລາວ​ໄດ້​ເຂົ້າ​ໄປ​ກວດ​ເບິ່ງ e-mail ​ໂດຍ​ຫວັງ​ວ່າຈະ​ມີ​ຂໍ້​ຄວາມ​ເສຍ​ໃຈ​ຈາກ​ຍາດຕິ​ພີ່ນ້ອງໆໆ ​ແລະ ​ເພື່ອນ​ຝູງ​ສົ່ງ​ມາ​ໃຫ້​ກຳລັງ​ໃຈ

ຫຼັງ​ຈາກ​ນັ້ນ ລາວ​ໄດ້​ອ່ານ​ຂໍ້ຄວາມ​ແລກ​ຈົບ​ລົງ ລາວ​ກໍ່​ໝົດ​ສະຕິ ລົ້ມ​ລົງ​ທັນທີ

ລູກ​ຊາຍ​ຂອງ​ລາວ​ກໍ່​ແລ່ນ​ເຂົ້າ​ມາ​ໃນ​ຫ້ອງ ​ເຫັນ​ແມ່ນ​ອນນິ້ງ ຕາຄ້າງ​ຢູ່​ທີ່​ພື້ນ ​ໂດຍ​ໄດ້​ຈ້ອງ​ມອງ​ໄປ​ທີ່​ຈໍ​ຄອມ​ພິວ​ເຕີ

ລູກ​ຊາຍ​ໄດ້​ເຫັນ​ຂໍ້ຄວາມ​ຂຽນ​ໄວ້​ວ່າ

 

 

To : ​ເມຍ​ທີ່​ຮັກ​ຂອງ​ຂ້ອຍ

Subject : ຂ້ອຍ​ມາ​ຮອດ​ຮຽບຮ້ອຍ​ແລ້ວ​ເດີ້… ບໍ່​ຕ້ອງ​ເປັນ​ຫ່ວງ!!

Date : 4 ຕຸລາ 2008


ຂ້ອຍ​ຮູ້​ວ່າ ​ເຈົ້າ​ຈະ​ຕ້ອງ​ແປກ​​ໃຈ​ຢ່າງ​ຍິ່ງ ທີ່​ໄດ້​ຮັບ​ຂ່າວ​ນີ້

ທີ່​ນີ້​ມີ​ຄອມ​ພິວ​ເຕີ້​ອີກ​ໃດ໋…! ​ແລະ​ພວກ​ເຮົາ​ກໍ່​ໄດ້​ຮັບ​ອານຸຍາດ​ໃຫ້​ສົ່ງ e-mail ​

ເຖິງ​ຄົນ​ທີ່​ເຮົາ​ຮັກ​ໄດ້ໜຶ່ງ​ຄົນ ຂ້ອຍ​ຫາ​ກໍ່​ມາ​ຮອດ ​ແລະ Checked in ຮຽບຮ້ອຍ​ແລ້ວ

ຕອນ​ນີ້​ທຸກ​ຢ່າງ​ໄດ້​ກຽມພ້ອມ​ໄວ້​ໝົດ​ແລ້ວ ​ເພື່ອ​ຕ້ອນຮັບ​ເຈົ້າ

ທີ່​ຈະ​ມາ​ເຖິງ​ໃນ​ມື້​ອື່ນ​ນີ້….!!!!

ຮັກ….ຄິດ​ເຖິງ​ສະ​ເໝີ…ຮີບ​ມາ​ໄວໆ​ເດີ້….ພວກ​ເຮົາ​ຖ້າ​ຢູ່…!

credit: forward mail

Delicious Digg Fark Twitter