![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ນ.. 11, 2008
| ມີ
8 ຄຳເຫັນ
ແລະ
0 trackback(s)
![alt](http://img136.imageshack.us/img136/8457/dsc05019qw0.jpg)
ວິທີຕິດຕັ້ງ Lao Keyboard.
- ໃຫ້ລົງ Mobile Enchancer 2.0 (ເທົ່ານັ້ນ) ໂດຍການ add source : http://russianiphone.ru/beta ເຂົ້າໃນ Installer ໃນ iPhone ແລ້ວຫາຊື່ Mobile Enchancer 2.0 ແລ້ວກໍ່ທຳການຕິດຕັ້ງ
ຈາກນັ້ນໃຫ້ຫາໂປຣແກຣມ iPhone PC Suite 1.0.3 ຫຼື SetupiPhoneBrowser1.4 ຫຼື SetupiPhoneBrowser1.5.1 ຫຼື SetupiPhoneBrowser.1.52 ຫຼືໂປຣແກຣມປະເພດອື່ນແລ້ວແຕ່ສະດວກ ແລະ ຄວາມສາມາດຂອງທ່ານ
- ໃຫ້ Copy Folder cyrillic-keyboard.men ໄປໄວ້ທີ່ /Library/MobileEnhancer/cyrillic-keyboard.men
- ໃຫ້ Copy File com.apple.preferences.plist ໄປໄວ້ທີ່ /var/root/Library/Preferences/com.apple.preferences.plist
Firmware 1.0.2
- ໃຫ້ Rename File Keyboard_10x.plist ໄປເປັນ Keyboard.plist ແລ້ວ Copy ໄປໄວ້ທີ່ /Applications/Preferences.app/Keyboard.plist
Firmware 1.1.1 , 1.1.2, 1.1.3ແລະ 1.1.4
- ໃຫ້ Rename File Keyboard_11x.plist ໄປເປັນ Keyboard.plist ແລ້ວ Copy ໄປໄວ້ທີ່ /Applications/Preferences.app/Keyboard.plist
- ໃຫ້ Restart iPhone 1 ຄັ້ງ
Keyboard : Install Download EM LaoKeyboard 1.0.1v2
Password : www.ekmafia.com
ການເປີດໃຊ້ງານ Keyboard
ສຳລັບ Firmware 1.1.1, 1.1.2, 1.1.3 ແລະ 1.1.4 ທີ່ຈະຕ້ອງເປີດໃຊ້ງານ Keyboard ດ້ວຍການເຂົ້າໄປທີ່ Settings --> General --> International --> Keyboards --> Russian --> On ຈາກນັ້ນ (ອ່ານເພີ່ມວິທີໃຊ້ຂ້າງລຸ່ມ)
- ເພີ່ມເຕີມການສະລັບ LaoKeyboard ກັບ ThaiKeyboard ໃນ EM LaoKeyboard 1.0.1v2
ສຳລັບບ້ານເຮົາສ່ວນຫລາຍຈະສົ່ງ SMS ເປັນພາສາໄທ ອາດຈະເປັນພາສາລາວກໍ່ໄດ້ຂຶ້ນກັບ ໂທລະສັບມືຖື ໜ່ວຍນັ້ນມີ font ລາວຫຼືບໍ່
ມື້ນີ້ເລີຍເອົາເຄັດລັບເລັກໆນ້ອຍໆມາຝາກ ເຊິ່ງໃນ EM Laokeyboard ນັ້ນໄດ້ຕິດຕັ້ງ keyboard ໄທນຳ ເລີຍຢາກແນະນຳສຳລັບຄົນທີ່ຍັງຕ້ອງການສົ່ງ ຫຼື ຂຽນພາສາໄທຢູ່.
- ໃຫ້ເຂົ້າໄປທີ່ Settings --> General --> Keyboards -->ALT Keyboard ຕັ້ງໃຫ້ເປັນ ON ສຳລັບພິມພາສາລາວ ແລະ OFF ສຳລັບພິມພາສາໄທ
![alt](http://img119.imageshack.us/img119/4457/dsc05021yu3.jpg)
ບັນຫາທີ່ພົບ
- Firmware 1.1.1, 1.1.2, 1.1.3 ແລະ 1.1.4 ບໍ່ສາມາດສະແດງ Popup ທີ່ເປັນ Key Shift ໄດ້ອາດເປັນຜົນມາຈາກ Russian Keyboard ສ່ວນ Firmware 1.0.2 ບໍ່ມີບັນຫາ.
- ປຸ່ມ Shift ໃນ Mode Lanscape ບໍ່ຖືກກັບຕຳແໜ່ງປານໃດ.
- Keyboard Layout ຕອນກົດ Shift ຊິບໍ່ປ່ຽນຜົນການສະແດງ ເນື່ອງຈາກມີຜົນມາຈາກ Keyboard Russian
ສ່ວນ Firmware 1.0.2 ບໍ່ມີບັນຫາ. - ພົບອາການ Note , Safari ແລະ ໂປຣແກຣມບາງຕົວທີ່ເປີດຂຶ້ນມາຊິປິດໂຕເອງໃນບາງຄັ້ງທີ່ໃຊ້ Keyboard.