
ຂຽນເມື່ອ: ກ.ລ.. 2, 2008
| ມີ
2 ຄຳເຫັນ
ແລະ
0 trackback(s)
ໄປຫິ້ວ laptop ໃໝ່ມາ ຂໍບອກວ່າບໍ່ແມ່ນຂອງໂຕເອງ 555+
ເດີນທາງເຂົ້າໄປຮ້ານ bestbuy ເລາະໄປເລາະມາ ເລີຍໃຫ້ຕົກລົງເອົາ Toshiba Satellite A305D
ເພາະເບິ່ງຈາກລາຄາ ແລະ ຮູບຮ່າງໜ້າຕາ ສົມເງິນສົມລາຄາດີ (ລາຄາຂໍບອກທາງລຸ່ມ)
ຫຼັງຈາກອອກຈາກຮ້ານ ແລ້ວກໍ່ມາ ແກະກ່ອງ ເປີດສົດຄົນດຽວ ເພາະເຈົ້າຂອງເຄື່ອງບໍ່ຢູ່ເລີຍບອກໃຫ້ລົງໂປຣແກຣມກັບແຕ່ງໃຫ້ຖ້າ ອິອິ.

ເລີ່ມແກະມາໄດ້ 3 ນາທີ ໃຈເຕັ້ນ ຕຸ໊ບ ຕຸ໊ບ ເພາະເຫັນແຕ່ໃນ internet ເຂົາພາເຮັດເລີຍເຮັດນຳ 555+

ມີຂອງແຖມສອງສາມຢ່າງ ເຊັ່ນ: CD driver + Windows Vista Home Premium OEM Toshiba ກັບ ໂປຣແກຣມຮຸ້ນທົດລອງໃຊ້ ແລະ ຂີ້ເຫຍື່ອຍ 555+

ເປີດໂສມ Toshiba Satellite A305D ເທ້ດີ ສີດຳນຽນໆ

body ເປັນຢາງເຫຼື້ອມ ສີດຳ ທົນດີ ເງົາສີດຳທົ່ວໂຕ ເບິ່ງແລ້ວຂຶມໄປອີກແບບ

ເບິ່ງລາຍຄັກໆ ອີກຂ້າງ ແຖມມີ LOGO ດັງໆພ້ອມ ເຫັນເຂົາວ່າ ໃຜໆກະເຊຍ AMD ກັບ ATi ເລີຍຂໍລອງ

keyboard ຂໍບອກວ່າ ງາມຫລາຍເປັນ ຢ່າງແຂງສີດຳໃສໆ ເຫຼື້ອມໆ ເວລາພິມຮູ້ສຶກວ່າມັນອ່ອນນຸ້ມດີ ພິມແລ້ວບໍ່ເມື່ອຍ ບໍ່ແຂງຄືບາງ ຮຸ້ນ

ມາເບິ່ງຄວາມໜາຂອງມັນ ໂຄດໜາເລີຍ ປານບາງໜ່ວຍທີ່ໃຊ້ຫລິ້ນເກມໂດຍສະເພາະ

ທາງຫລັງເປັນລາຍທາງນ້ອຍໆ ໃສໆ

ເວລາບໍ່ເປີດໃຊ້ 555+

ຮູ້ສຶກໄດ້ດີເລີຍວ່າ ໜ່ວຍນີ້ ບໍ່ຮ້ອນຢ່າງທີ່ຄິດ ເປີດໄດ້ 3-4 ຊົ່ວໂມງຈຶ່ງເລີ່ມອຸ່ນແລ້ວກໍ່ຮູ້ສຶກຮ້ອນ ບໍ່ຄືຂອງເຮົາໃຊ້ ເປີດບໍ່ຮອດ 30 ນາທີ
ວາງໃສ່ຕັກຂາເລີ່ມແດງລະ - -”
spec ໂດຍລວມປະມານນີ້
- Windows Vista Home Premium (SP1, 32-bit)
- AMD Turion X2 Dual-Core TL-64 (2.0GHz)
- 15.4″ diagonal widescreen TruBrite TFT LCD display at 1280×800 (WXGA)
- ATI Radeon X1250 Integrated Graphics
- Atheros Wireless 802.11a/g/n
- 3GB PC2-5300 DDR2 SDRAM (maximum capacity 4GB)
- 200GB 5400rpm Toshiba Hard Drive
- DVD SuperMulti (+/-R double layer) drive with Labelflash
- 1.3 megapixel webcam
- Harmon/Kardon stereo speakers
- Dimensions (WxDxH Front/H Rear): 14.25″ x 10.5″ x 1.4″ /2.25″
- Weight: 6 lbs 2.5oz with six-cell battery
- 75W (19V x 3.95A) 100-240V AC Adapter
- 6-cell (4000mAh) Lithium Ion battery
- 1-Year Standard Limited Warranty
- Price as configured: $1,000
ເຫັນທາງເທິງນີ້ລາຄາປະມານ $1,000 ແຕ່ໄປຊື້ຢູ່ bestbuy ລາຄາ ປະມານ $560 ປາຍໜ້ອຍໜຶ່ງ + TAX 8.9% ກໍ່ປະມານ $614 ຖືກແທ້ໆ

ຈາກ Ek|MafiA.cOm