ຂຽນເມື່ອ: ພ.ພ.. 10, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ສິ່ງທີ່ມະນຸດທຸກຄົນມີແລະບໍ່ມີວັນໝົດໄປໃດ້ຄື “ຄວາມຮັກ” ແຕ່ສິ່ງທີ່ມະນຸດມີຄວາມຈຳກັດຄື “ຄວາມອົດທົນ” ຍິ່ງຮັກຫຼາຍກໍ່ຍິ່ງຕ້ອງອົດທົນກັບປັນຫາຕ່າງໆໄວ້.......ເພື່ອໃຫ້ຮັກນັ້ນຍືນນານ ແຕ່ໃນທິດທາງກົງກັນຂ້າມ... ເມື່ອໃດທີ່ບໍ່ມີ “ຄວາມຮັກ” “ຄວາມອົດທົນ” ກໍ່ບໍ່ມີ ສິ່ງໃດທີ່ເຄີຍອົດທົນໃດ້....ແຕ່ພັດປ່ຽນແປງໄປ ສິ່ງໃດທີ່ເຄີຍເຫັນດີ....ກັບກາຍເປັນຂວາງຫູຂວາງຕາ ແລະໃນທີ່ສຸດ........ “ເຮົາ” ກໍ່ເປັນຝ່າຢຖິ້ມ “ຮັກ” ນັ້ນໃຫ້ຈົບລົງ ແຕ່ຍັງມີຄວາມຈິງອີກຢ່າງຫນຶ່ງທີ່ຄົນເຮົາມັກແນມຂ້າມກັນໄປບາງຄັ້ງ ຄວາມຮັກຂອງເຮົາອາດຈະຈົບລົງ.....ທັ້ງທີ່ຄວາມຮູ້ສຶກຮັກຍັງມີຢູ່ເຕັມຫົວໃຈ ພຽງແຕ່ການຖືກກະທຳຊ້ຳແລ້ວຊ້ຳອີກຈົນກ່ວາ “ຄວາມອົດທົນ” ບອກໃຫ້ເຮົາຕ້ອງໄປ....ໄປທັງໆທີ່ຍັງຮັກ ເພາະຫາກຮັກແລ້ວຍັງຕ້ອງເຈັບຕ້ອງຊ້ຳທາງເລືອກທີ່ດີທີ່ສຸດກໍ່ໜ້າຈະຫມາຍເຖິງການຈາກໄປໃນວັນນີ້ເພື່ອທີ່ຈະເຂັ້ມແຂງ...ເພື່ອທີ່ຈະລຸກຂຶ້ນໃດ້ໃຫມ່.... ໃນວັນຂ້າງຫນ້າ