ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກ ກຳເນີດ ເກີດຂຶ້ນໄດ້ກັບທຸກທຸກໆຄົນ ບໍ່ວ່າຈະເປັນ ຜູ້ໃຫຍ່ ແລະ ເດັກນ້ອຍ ຕ່າງແຕ່ວ່າ ຄວາມຮັກນັ້ນແມ່ນຈະຮັກແບບໃດ ມັນກໍ່ແຕກຕ່າງກັນອອກໄປ ຕາມລະດັບຂອງຄຳວ່າຮັກ ເຊິ່ງທຸກຄົນກໍ່ຈະເຂົ້າໃຈເຊັ່ນດຽວກັບຂ້າພະເຈົ້າຕິເນາະ! 555.

ຄວາມຮັກ ຂອງບ່າວສາວ ແມ່ນຄວາມຮັກທີ່ເກີດຈາກ ການເຫັນໃຈ ແລະ ຄວາມງາມຂອງອີກກຝ່າຍ ເຊິ່ງຫຼົງໄຫຼໄປກັບຮູບຮ່າງພາຍນອກ ເຊິ່ງຄວາມຮັກດັ່ງກ່າວ ແມ່ນເອີ້ນໄດ້ວ່າແມ່ນຄວາມຫຼົງໄຫຼໃນຮູບຮ່າງ ຫຼາຍກ່ວາຄຳວ່າຮັກ.

ດັ່ງນັ້ນ ໃນການຄົບກັນຂອງຄົນສອງຄົນ ບ່າວ ແລະ ສາວ ທຳອິດກໍ່ແມ່ນເກີດຈາກການຕິດຕໍ່ຫາ ແລະ ເກີດຈາກການສົບຕາກັນ ເມື່ອຄົບກັນໄປດົນໆ ຊ້ຳພັດຍອມຮັບກັນບໍ່ໄດ້ ເຊິ່ງກ່ອນນັ້ນ ກໍ່ເຄີຍເວົ້າເຄີຍລົມກັນກ່ອນທີ່ຈະບອກວ່າ ” ຂ້ອຍຮັກເຈົ້າ ແລະ ຂ້ອຍຈະຍອມຮັບໃນຄວາມເປັນຕົວຂອງຕົວເຈົ້າ ” ແຕ່ເມື່ອດົນໆໄປ ສິ່ງທີ່ເວົ້ານັ້ນກັບແປປີ້ນປ່ຽນໄປແນວໃໝ່ ຊິແຫຼະເນາະ ເພິ່ນວ່າ”ຄວາມຮັກ”.

ສະນັ້ນ ສິ່ງທີ່ຢາກເວົ້ານີ້ກໍ່ຄືວ່າ ການຄົບກັນຂອງຄົນສອງຄົນ ບໍ່ວ່າຈະຝ່າຍໃດຈະປ່ຽນໄປແນວໃດກ່ອນກັນນັ້ັ້ນ ແຕ່ສ່ວນຫຼາຍແລ້ວ ຈະແມ່ນຍິງທີ່ປ່ຽນໄປ ແລະ ສິ່ງທີ່ເຂົາປ່ຽນໄປເປັນເພາະເຂົາຫຼາຍໃຈ ຫຼື ຍ້ອນຕົວຂອງເຮົາເອງ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຮັດແນວໃດບໍ່ໃຫ້ ຮັກໝົດໂປໂມຊັ່ນ

ເຮັດແນວໃດບໍ່ໃຫ້ ຮັກໝົດໂປໂມຊັ່ນ
<!--[if gte mso 9]> Normal 0 false false false MicrosoftInternetExplorer4 <![endif]--><!--[if gte mso 9]> <![endif]--><!--[if gte mso 10]> /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-bidi-font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;} <![endif]-->


 

    ຄຳ​ກ່າວ​ທີ່​ວ່າ "ຄວາມ​ຮັກ​ຂອງ​ຜູ້ຍິງ​ຈະ​ເລີ່ມ​ຕົ້ນ​ຈາກ​ສູນ ໜຶ່ງ ສອງ ສາມ... ແຕ່​ຄວາມ​ຮັກ​ຂອງ​ຜູ້​ຊາຍ​ກັບ​ເລີ່ມ​ຈາກໜຶ່ງ​ຮ້ອຍ​ນັບ​ຖອຍ​ຫລັງ​ໄປ​ຈົນ​ເຖິງ ​ສູນ" ແລ້ວ​ຫົວ​ອົກ​ຜູ້ຍິງ​ຢ່າງ​ເຮົາ ຈະ​ເຮັດ​​ແນວໃດ ​ໃຫ້​ຄວາມ​ຮັກ​ທີ່​ເຂົາ​ມີ​ບໍ່​​ໃຫ້ຫລຸດ​ນ້ອຍ​ຖອຍ​ ລງ

 

ມື້​ນີ້​ເຮົາ​ມີ​ຄຳ​ແນະ​ນຳ​ດີໆມາ​ບອກ​

 

ຮັກ​ທີ່​ຕົວ​ຕົນ​ຂອງ​ເຂ

 

ໃນ​ຊ່ວງ​ເລີ່ມ​ຕົ້ນ​ຂອງ​ຄວາມ​ຮັກ ສາວໆອາດ​ມອງ​ຂ້າມ​ຄວາມ​ເປັນ​ຕົວ​ຕົນ​ຂອງ​ເຂົາ​ໄປ ແລະ​ເລືອກ​ມອງ​ແຕ່​ສິ່ງ​ດີ ໆ

 

ມອງ​ແຕ່​ສິ່ງ​ທີ່​ຢາກ​ມອງ ໂດຍ​ລືມ​ມອງ​ດ້ານ​ທີ່​ບໍ່​ດີ​ຂອງ​ເຂົາ ແຕ່​ຢາກ​ໃຫ້​ເຈົ້າ​ເຂົ້າໃຈ​ວ່າ​ບໍ່​ມີ​ໃຜ​ສົມບູນ​ແບບ​ຕາມ​ທີ່​ເຈົ້າ​ຕ້ອງ​ກາ

 

ຢ່າງ​ຕອນ​ນີ້​ເຂົາ​ຈົ່ງຜົມ ​ຍາວ ເຈົ້າ​ກໍ​ຍັງ​ບັງຄັບ​ໃຫ້​ເຂົາ​ຕັດ​ຜົມ ແຖ​ໜວດ ແຖ​ເຄົາ​ໃຫ້​ຮຽບຮ້ອຍ​ຢ່າງ​ທີ່​ມັກ ຫລື​ຢ່າງ​ພວກເຂົາ​ ເປນຄົນ​ແຕ່ງ​ຕົວ​ສະບາຍ​ໆ ແຕ່​ເຈົ້າ​ກໍ​ຄິດວ່າ​ຢາກ​ໃຫ້​ພວກເຂົາ​ແຕ່ງ​ຕົວ​ດີໆເພື່ອຈະ​ໄດ້​ເຂົ້າ​ສັງຄົມ ​ໃນ​ກຸ່ມ​ເພື່ອນ​ຂອງ​ເຈົ້າ​ໄດ້ ສິ່ງເຫລົ້ານີ້​ອາດ​ເບິ່ງ​ເນ​ເລື່ອງ​ນ້ອຍ​ແຕ່​ຍ່ອມ​ສົ່ງ​ຜົນ​ຕໍ່​ຄວາມ​ຮູ້ສຶກ​ຂອງ​ອີກ​ຝ່າຍ​ຢ່າງ​ແນ່ນອນ ດັ່ງ​ນັ້ນເຈົ້າ​ຕ້ອງ​ຮັກ​ພວກເຂົາ​ຢ່າງ​ທີ່​ພວກ ເຂົາ​ເປ​

ຢ່າ​ຮຽກຮ້ອງ​ແລະ​ສະແດງ​ຄວາມ​ເປັນ​ເຈົ້າ​ຂອງ​ຫລາຍ​ເກີນ​ ໄປ

ໃນ​ລະ​ຍະ​ທີ່​ຫາກໍ່​ຄົບ​ຫາ​ກັນ​ອາດ​ຍັງ​ ບໍ່​ມີ​ບັນຫາ​ນີ້​ເກີດ​ຂຶ້ນ ແຕ່​ສ່ວນ​ໃຫຍ່​ຄູ່​ທີ່​ຄົບ​ກັນ​ມາ​ເປັນ​ລະ​ຍະ​ເວລາ​ດົນ ຝ່າຍ​ໃດ ບໍ່​ຝ່າຍ​ໜຶ່ງ​. ແຕ່​ສ່ວນ​ຫລາຍ​ຝ່າຍ​ ຍິງ​ມັກ​ເປັນ​ຝ່າຍ​ຮຽກຮ້ອງ​ຈາກ​ອີກ​ຝ່າຍ​ຫລາຍ​ຂຶ້ນ ເຊັ່ນ ຕ້ອງ​ການ​ໃຫ້​ພວກເຂົາ​ໄປ​ຍ່າງ​ຊອັ​ປ​ ປິ້ງ​ດ້ວຍ​ທຸກ​ເທື່ອ ທັງ​ໆ ທີ່​ພວກເຂົາບໍ່ມັກ​ໄປ ຫລື​ແມ່ນແຕ່​ບັງຄັບ​ໃຫ້​ພວກເຂົາ​ຕ້ອງ​ໂທລະ​ສັບ​ຫາ​ ທຸກ​ຄືນ​ກ່ອນ​ເຂົ້າ​ນອນ ຫລື​ເຈົ້າ​ຮູ້ສຶກ​ວ່າ​ຄົບ​ກັນ​ດົນ​ແລ້ວ​ແຕ່​ພວກເຂົາ​ຍັງ​ບໍ່​ລົມ​ເຖິງ​ເລື່ອງອະນາຄົດ​ຮ່ວມ​ກັນ​ຈັກ​ເທື່ອແລະອື່ນໆບາງເທື່ອ​ພວກເຂົາ​ອາດຈະທຳ​ຕົວ​ ຕາມ​ປົກກະຕິ​ເໝືອນ​ຕັ້ງ​ແຕ່​ເລີ່ມ​ທີ່​ຄົບ​ກັນ​ໃໝ່​ໆ ແຕ່​ເຈົ້າ​ເອງ​ກໍ​ເລີ່ມ​ຮຽກ​ຮ້ອງແລະ​ສະແດງ​ຄວາມ​ເປນ​ເຈົ້າ​ຂອງ ລຸ​ກລ້ຳ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພວກເຂົາ​ຫລາຍ​ເກີນ​ໄປ ສິ່ງເຫລົ້ານີ້​ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ຮັກ​ແລະ​ ຄວາມ​ສຳພັນ​ຂອງ​​ເຈົ້າ

 

ທຸກ​ຢ່າງ​ຍ່ອມ​ປ່ຽນ​ແປງ

 

ຈົ່ງ​ເຂົ້າໃຈ​ໃນ​ຄວາມ​ເປັນ​ຈິງ​ຂອງ​ໂລກ​ ໃນ​ຂໍ້​ນີ້ ໂດຍ​ສະເພາະ​ເວລາ​ເປັນ​ຕົວ​ແປ​ສຳຄັນ​ທີ່​ເຮັດໃຫ້​ຫລາຍ​ສິ່ງ​ຫລາຍ​ຢ່າງ​ປ່ຽນ​ ໄປເຊັ່ນ ຊ່ວງ​ທຳ​ອິດທີ່​ພວກເຂົາ​ຈີບ​ເຈົ້າ​ ພວກເຂົາ​ອາດ​ຂັບ​ລົດ​ໄປ​ຮັບ​ໄປສົ່ງ​ເຈົ້າ​ທີ່​ບ ​້ານ​ທຸກ​ມື້ ແຕ່​ເມື່ອ​ຄົບ​ກັນ​ໄປ​ດົນ​ໆ ກໍ​ຕ້ອງ​ເຂົ້າໃຈ​ວ່າ​ພວກເຂົາ​ອາດ​ມີ​ພາລະ

ຫນ້າທີ່​ເພີ່ມ​ຫລາຍ​ຂຶ້ນ ຈົນ​ເຮັດໃຫ້​ບໍ່​ມີ​ເວລາ​ເບິ່ງແຍງ​ເອົາ​ໃຈ​ໃສ່​ເຈົ້າ​ເໝືອນ​ເດີມ ຫລື​ຢ່າງ​ຕອນ​ທີ່​ເປັນ​ແຟນ​ກັນ​ໃໝ່​ໆເຈົ້າ​ກັບ​ພວກເຂົາ​ລົມທລະ​ສັບ​ຂ້າມ​ຄືນ​ກັນ​ແບບ​ບໍ່​ຮູ້ສຶກ ​ເບື່ອ ແຕ່​ພໍ​ຮູ້​ຈັກ ແລະ​ລົມກັນ​ເລື້ອຍໆ ພວກເຂົາ​ອາດ​ໂທລະ​ສັບ​ມາ​ລົມກັບ​ເຈົ້າ​ບໍ່ດົນ ເພາະ​ເຈົ້າ​ກັບ​ເຂົາມີ ​ການ​ເວົ້າ​ລົມ​ສະໜິດສະໜົມ​ກັນ​ຈົນ​ຮູ້​ແລະ​ ເຂົ້າໃຈ​ເລື່ອງ​ລາວ​ຕ່າງໆ ດີ​ຂຶ້ນ ດັ່ງ​ນັ້ນ ຕ້ອງທຳ​ຄວາມ​ເຂົ້າໃຈ​ວ່າ​ທຸກ​ຢ່າງ​ຍ່ອມ​ປ່ຽນ​ໄປ​ ຕາມ​ການ​​ເວລາ

 

ເບິ່ງແຍງ​ຕົວ​ເອງສະ​ເໝີ

ຕ້ອງ​ຍອມ​ຮັບ ​ວ່າ​ຄວາມ​ສວຍງາມ ສົດ​ໃສ ຍິ້ມ​ແຍ້ມ ເຮັດໃຫ້​ຮູ້ສຶກ​ສະບາຍ​ຕາ ສະບາຍ​ໃຈ... ເຈົ້າ​ຄວນ​ຈຳ​ມື້​ທຳ​ອິດ​ທີ່​ ເຈົ້າ​ພົບ​ຄົບ​ກັບ​ພວກເຂົາ​ໃຫ້​ໄດ້ວ່າ​ມື້​ນັ້ນ​ ເຈົ້າ​ຕຽມ​ຄວາມ​ພ້ອມ​ທັງ​ເລື່ອງ​ເສື້ອ​ຜ້າ ໜ້າ​ຜົມ​ໄປ​ເຕັມ​ທີ່​ຂະໜາດ​ໃດ ແລະ​ຢ່າປ່ອຍ​ໃຫ້​ຄວາມ​ປະ​ທັບ​ໃຈ​ໃນ​ມື້​ນັ້ນ​ກາຍ

ເປັນພຽງ​ມື້​ເວລາ​ທີ່​ຜ່ານ​ເລີຍ ເພາະ​ສາວໆ ສ່ວນ​ໃຫຍ່​ພໍ​ມີ​ຄວາມ​ຮັກ​ແລ້ວ​ມັກ​ເຮັດ​ຕົວ​ເປັນ​ຂອງ​ຕາຍ ປ່ອຍ​ເນື້ອ​ປ່ອຍ​ຕົວ​ຈາກສາວ​ໜ້າ​ໃສ ກາຍ​ເປັນ​ສາວ​ໜ້າ​ໂຊມ ຈາກ​ຫຸ່ນ​ແອວ​ບາງ​ຮ່າງ​ນ້ອຍ​ກາຍ​ເປັນ​ປ້າ​ໝີ ຫລື​ຈາກ​ເຄີຍ​ພິ​ຖີ​ພິ​ຖັນ​ເລືອກ​ເສື້ອ​ຜ້າ​ທີ່​ສວມ​​ໃສ່ກໍ​ຫັນ​ມາ​ໃສ່​ເສື້ອ​ຍືດ ສົ້ງຢີນ​ໃສ່​ເກີບ​ເ​ເຕະ​ທຸກ​ເທື່ອ ແລ້ວ​ກໍ​ຖຽງ​ວ່າ "ຕົວ​ຕົນ​ແທ້ໆ ຂອງ​ຂ້ອຍ​ເປັນ​ແບບ​ນີ້" ແຕ່​ເຈົ້າ​ຕ້ອງ​ເຂົ້າໃຈ​ວ່າໃຜ​ໆ ກໍ​ຢາກ​ເຫັນ​ພາບ​ທີ່​ສວຍງາມ ໂດຍ​ສະເພາະ​ແຟນ​ໜຸ່ມ​ຂອງ​ເຈົ້າ​ທີ່​ຍັງ​ຈຳ​ພາບ​ມື້​ທຳ​ອິດ​ທີ່​ພົບ​ເຈົ້າ​ໄດ້ ແລະ​ເຊື່ອ​ວ່າ​ພວກເຂົາ​ຕ້ອງ​ຍາກເຫັນ​ເຈົ້າ​ເບິ່ງ​ດູດີ ​ຕະຫລອດ​ໄປ

ຄວາມ​ຮັກ​ທີ່​ບໍ່​ມີ​ມື້​ລຸດ​ນ້ອຍ​ຖອຍ​ລົງ ກໍ​ຄື​ຄວາມ​ຮັກ​ທີ່ເກດຂື້ນ ​ຈາກ​ຄວາມ "ພໍ​ດີ" ຂອງ​ຄົນ​ສອງ​ຄົນ ທັງ​ນິ​ໄສ ສະຖານ​ະທາງ​ສັງ​ຄມພື້ນ​ຖານ​ຄອບຄົວ ແລະ​ສິ່ງ​ທີ່​ສຳຄັນ​ທີ່ສຸດ​ຄື​ເຈົ້າ​ທັງ​ສອງ​ຄົນ​ຈະ​ຕ້ອງ​ມອບ​ຄວາມ​ຮັກ​ແລະ​ ເຕີມ​ເຕັມ​ຄວາມ​ຮັກ​ໃຫ້​ແກ່​ກັນ​ຈົນ​ລົງ​ຕົວບໍ່​ມີ ​ຝ່າຍ​ໃດ​ທີ່​ຮັກ​ຫລາຍກວ່າ​ຫລື​ນ້ອຍ​ກວ່າ ຫາກ​ເຮັດ​ໄດ້​ເຊັ່ນ​ນັ້ນ​ຮັບຮອງ​ວ່າ​ຄວາມ​ຮັກ​ຂອງ​ເຈົ້າ​ບໍ່​ມີ​ມື້​ໝົດ​ໂປ​ ໂມ​ຊັ່ນ​ຢ່າງ​ແນ່ນອນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອສຸພາບສະຕີເວົ້າວ່າ”ບໍ່” ເຂົາມີຄວາມໝາຍວ່າ”ອາດຈະ.” ເມື່ອສຸພາບສະຕີເວົ້າວ່າ ”ອາດຈະ ” ເຂົາມີຄວາມໝາຍວ່າ ”ໄຊ້ ຫຼື ໄດ້” ເມື່ອສຸພາບສະຕີ ເວົ້າວ່າ” ໄຊ້ ຫຼື ໄດ້” ເຂົາຄົນນັ້ນບໍ່ແມ່ນສຸພາບສະຕີ.

ເດີ!!!!!!!!!!!!!!

ອ່ານຄືນຫຼັງ
ໝວດໝູ່