
ຂຽນເມື່ອ: ກ.ຍ.. 9, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ຄວາມຮັກ ກຳເນີດ ເກີດຂຶ້ນໄດ້ກັບທຸກທຸກໆຄົນ ບໍ່ວ່າຈະເປັນ ຜູ້ໃຫຍ່ ແລະ ເດັກນ້ອຍ ຕ່າງແຕ່ວ່າ ຄວາມຮັກນັ້ນແມ່ນຈະຮັກແບບໃດ ມັນກໍ່ແຕກຕ່າງກັນອອກໄປ ຕາມລະດັບຂອງຄຳວ່າຮັກ ເຊິ່ງທຸກຄົນກໍ່ຈະເຂົ້າໃຈເຊັ່ນດຽວກັບຂ້າພະເຈົ້າຕິເນາະ! 555.
ຄວາມຮັກ ຂອງບ່າວສາວ ແມ່ນຄວາມຮັກທີ່ເກີດຈາກ ການເຫັນໃຈ ແລະ ຄວາມງາມຂອງອີກກຝ່າຍ ເຊິ່ງຫຼົງໄຫຼໄປກັບຮູບຮ່າງພາຍນອກ ເຊິ່ງຄວາມຮັກດັ່ງກ່າວ ແມ່ນເອີ້ນໄດ້ວ່າແມ່ນຄວາມຫຼົງໄຫຼໃນຮູບຮ່າງ ຫຼາຍກ່ວາຄຳວ່າຮັກ.
ດັ່ງນັ້ນ ໃນການຄົບກັນຂອງຄົນສອງຄົນ ບ່າວ ແລະ ສາວ ທຳອິດກໍ່ແມ່ນເກີດຈາກການຕິດຕໍ່ຫາ ແລະ ເກີດຈາກການສົບຕາກັນ ເມື່ອຄົບກັນໄປດົນໆ ຊ້ຳພັດຍອມຮັບກັນບໍ່ໄດ້ ເຊິ່ງກ່ອນນັ້ນ ກໍ່ເຄີຍເວົ້າເຄີຍລົມກັນກ່ອນທີ່ຈະບອກວ່າ ” ຂ້ອຍຮັກເຈົ້າ ແລະ ຂ້ອຍຈະຍອມຮັບໃນຄວາມເປັນຕົວຂອງຕົວເຈົ້າ ” ແຕ່ເມື່ອດົນໆໄປ ສິ່ງທີ່ເວົ້ານັ້ນກັບແປປີ້ນປ່ຽນໄປແນວໃໝ່ ຊິແຫຼະເນາະ ເພິ່ນວ່າ”ຄວາມຮັກ”.
ສະນັ້ນ ສິ່ງທີ່ຢາກເວົ້ານີ້ກໍ່ຄືວ່າ ການຄົບກັນຂອງຄົນສອງຄົນ ບໍ່ວ່າຈະຝ່າຍໃດຈະປ່ຽນໄປແນວໃດກ່ອນກັນນັ້ັ້ນ ແຕ່ສ່ວນຫຼາຍແລ້ວ ຈະແມ່ນຍິງທີ່ປ່ຽນໄປ ແລະ ສິ່ງທີ່ເຂົາປ່ຽນໄປເປັນເພາະເຂົາຫຼາຍໃຈ ຫຼື ຍ້ອນຕົວຂອງເຮົາເອງ.