ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ພໍ່ ກັບ ແມ່ ບໍ່ມີເງິນທອງ ຈະກອງໃຫ້

ຈົ່ງຕັ້ງໃຈ ພາກພຽນ ຮຽນໜັງສື

ຫາວິຊາ ຄວາມຮູ້ ເປັນຄູ່ມື

ເພື່ອຍຶດຖື ເປັນຫຼັກໜັ້ນ ຫຼໍ່ລ້ຽງກາຍ

 ພໍ່ ກັບ ແມ່ ມີແຕ່ຈະແກ່ເຖົ້າ

ຈະລ້ຽງເຈົ້າ ເລີຍໄປ ນັ້ນຢ່າໝາຍ

ໃຊ້ວິຊາ ຊ່ວຍຕົນ ໄປຈົນຕາຍ

ເຈົ້າສະບາຍ ພໍ່ກັບແມ່ ກໍສຸກໃຈ ...ທ່ານ ລູກທັງຫຼາຍເອີບ.