ຂຽນເມື່ອ: ກ.ລ.. 7, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
@ ອະດີດຮັກທີ່ຝັງໃຈ @
ແຍງຮູບຖ່າຍຫວນຄິດທໍ້ ອະດີດເກົ່າຄືນຫຼັງ
ອະດີດວັນແສນງາມ ຍາກຈະລືມລົງໄດ້
ຍັງຄູ່ຄຽງແຂນຫ້ອຍ ຍັງຈຳຮອຍພາບເກົ່າ
ຊີວິດເຈົ້າຊ່າງໜີບໍ່ພົ້ນ ຄືບົດເລື່ອງສາກລະຄອນ
ມີພົບເຈີຈວບທໍ້ ມີພັດພາກຄອຍກາຍ
ເສຍດາຍແຫວນຄອຍສຸບ ສອຍມືສວມກ້ອຍ
ຊ່າງຫຼຸດລອຍລົງໄດ້ ໄປເປັນຂອງຄົນອື່ນ
ບົດລະຄອນສາກສະອື່ນ ປານກືນມີດກີດຊ່ວງ
ວັນນັ້ນອ້າຍໄດ້ມາເຫັນນ້ອງ ຍ້ອນໂຊກຊ່ວຍບັນດາພອນ
ອາດເປັນເພາະສະຫວັນ ຍືນລາງວັນເປັນຂອງຕອນ
ເຮັດໃຫ້ສອງເຮົາໄດ້ ເດີນທາງມາເຈີຈວບ
ຍືນຫົວໃຈຟາກຝັ້ນ ພັນກ້ວຍຂອດພະໄພ
ຄວາມສຸກໃນໂລກນີ້ ເອົາຫຍັງອີກຊີວິດ
ເຖິງບໍ່ມີເງິນຄຳ ໂກດກືກອງລ້ານ
ມີຄົນຮັກຄຽງຂ້າງ ພໍໃຈໄດ້ອົບອຸ່ນ
ຊິເອົາເງິນມາຊື້ ແປດຕື້ກໍ່ບໍ່ຂາຍ...........