ຂຽນເມື່ອ: ກ.ລ.. 7, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
@ ເສັ້ນທາງທີຖືກຕັດ @
ສອງເຮົາຮັກກັນໄດ້ ພຽງແຕ່ສອງເດືອນປາຍ
ຮັກກັບກາຍເປັນຊັງ ດັ່ງຄຳບູຮານເວົ້າ
ຮັກເຮົາຖືກແປມ້າງ ເພາະນາງໃຈບໍ່ຊື່
ຮັກອ້າຍຄືທ່ອນໄມ້ ຖືກບັ້ນຜ່າກາງ
ອ້າຍຈຶ່ງຍອມຫຼີກເວັ້ນ ຈາກເສັ້ນທາງທີ່ເຄີຍໄຕ່
ໃຫ້ນາງມີທາງໄປ ໄຕ່ຕາມກັບຊາຍຊູ້
ຈະບໍ່ຂໍເປັນກ້າງ ຂວງທາງຄົນອື່ນ
ຈະຂົມຂື່ນຫຼືເຈັບຊ້ຳ ກ່ທົນໄດ້ລູກຜູ້ຊາຍ
ຕັດສີ້ນໃຈໃຫ້ໝົດສີ້ນ ຈາກຄນທີ່ຄິດຄົດ
ເຄີຍຄິດທໍລະຍົດ ຕໍ່ຮັກເຮົາມາແລ້ວ
ຈະຮັກດຽວກັບຄົນທີ່ຮັກແທ້ ບໍ່ແປໄປແນວອື່ນ
ຈະຮັກດຽວກັບຄົນທີ່ຮັກແທ້ ມອບໃຈໃຫ້ແກ່ເຮົາ....................
(ຈົບ)
ໂດຍ: ວ ວ (ມືໃໝ່ຮຽນຂຽນ).